ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສ​ປ​ຊ ຢືນ​ຢັນ​ວ່າ ກຸ່ມກະ​ບົດ​ຮູ​ຕີ ​ຖອນ​​ທະ​ຫານ ອອກ​​ຈາກທ່າ​ເຮືອ​ສຳ​ຄັນ ​​ທີ່​ສຸດ ໃນ​ເຢ​ເມນ​ແລ້ວ

​ກຳ​ປັ່ນ ຈອດ​ຢູ່ທ່າ​ເຮືອ​ໂຮ​ໄດ​ດາ ແຄມ​ທະ​ເລ​ແດງ ທີ່​ມີ​ຄວາມ​ສຳ​ຄັນ​ຫລາຍ​ທີ່​ສຸດ ຂອງ​ເຢ​ເມນ, ວັນ​ທີ 14 ພຶດ​ສະ​ພາ, 2019
​ກຳ​ປັ່ນ ຈອດ​ຢູ່ທ່າ​ເຮືອ​ໂຮ​ໄດ​ດາ ແຄມ​ທະ​ເລ​ແດງ ທີ່​ມີ​ຄວາມ​ສຳ​ຄັນ​ຫລາຍ​ທີ່​ສຸດ ຂອງ​ເຢ​ເມນ, ວັນ​ທີ 14 ພຶດ​ສະ​ພາ, 2019

ທູດ​ພິ​ເສດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດຮັບ​ຜິດ​ຊອບ​ເລື້ອງ​ເຢ​ເມນ ໄດ້​ຢືນ​ຢັນ​ໃນ​ວັນ​ພຸດ​ວານນີ້​ວ່າ ພວກ​ກະ​ບົດ​ຮູ​ຕີ ໄດ້​ຍົກຍ້າຍ​ກຳ​ລັງ​ທະ​ຫານ​ຂອງ​ຕົນອອກ​ໄປ​ຈາກທ່າ​ເຮືອ​ໂຮ​ໄດ​ດາ ຢູ່​ທະ​ເລ​ແດງ ທີ່​ມີ​ຄວາມ​ສຳ​ຄັນ​ຫລາຍ​ທີ່​ສຸດນັ້ນ​ແລ້ວ ຊຶ່ງ​ເປັນ​ບາດ​ກ້າວທີ່​ເປັນໄປ​ໃນ​ແງ່ບວກ​ອັນ​ທຳ​ອິດ ເພື່ອ​ຈະ​ກ້າວ​ໄປ​ເຮັດ​ໃຫ້ການ​ສູ້​ລົບ​ກັນຢູ່​ໃນ​ສົງ​ຄາມ​ກາງ​ເມືອງ ຢູ່​ໃນ​ປະ​ເທດນັ້ນ ທີ່​ມາ​ມາ​ໄດ້ 4 ປີແລ້ວນັ້ນ ຜ່ອນ​ຄາຍ​ລົງ.

ທູດ​ພິເສດມາ​ຕິນ ກ​ຣິ​ຟ​ຟິດ​ສ໌ (Martin Griffiths) (ກາງ) ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ເຂົ້າ​ຮ​ວ່ມ​ການ​ພົບ​ປະ​ຄັ້ງໃໝ່ ລະ​ຫວ່າງ​ກຸ່ມ​ທີ່​ທຳ​ສົງ​ຄາມ​ກັນ​ ຂອງ​ເຢ​ເມນມ ໃນ​ນະ​ຄອນ Amman ຂອງ​ຈໍ​ແດນ, ວັນ​ທີ 5 ກຸມ​ພາ, 2019

"ກຳ​ລັງ​ທະ​ຫານຂອງກອງ​ທັບອາ​ຊາ ອາ​ລາ (Ansar Allah) ບັດ​ນີ້​ໄດ້​ໜີ​ຈາກ​ທ່າ​ເຮືອ 3 ແຫ່ງ​ຄື​ທ່າ​ເຮືອ ອາ​ລ-ໂຮ​ໄດ​ດາ (al-Hodeida), ຊາ​ລີຟ (Saleef) ແລະ ຣາ​ສ ອິ​ສ​ຊາ (Ras Issa) ໄປ​ແລ້ວ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທູດ​ພິເສດມາ​ຕິນ ກ​ຣິ​ຟ​ຟິດ​ສ໌ (Martin Griffiths) ທີ່​ກ່າວ​ຕໍ່ສະ​ພາ​ຄວາມ​ໝັ້ນ​ຄົງ ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ຊຶ່ງ​ໄດ້​ໃຊ້​ຊື່​ທາງ​ການ​ຂອງ​ຂະ​ບວນ​ການ​ເຄື່ອນ​ໄຫວ​ກຸ່ມຮູ​ຕີ (Houthi).

ການ​ຍ້າຍກຳ​ລັງ​ທະ​ຫານ​ອອກໄປຈາກ​ທີ່ນັ້ນ ຊຶ່ງໄດ້​ຕົກ​ລົງ​ກັນຢູ່​ໃນ​ການພົບ​ປະ​ລະ​ຫວ່າງພັກ​ຝ່າຍໃນເຢ​ເມນ ​ໃນ​ນະ​ຄອນຫລວງສະ​ຕັອກໂຮມຂອງ​ສະ​ວີ​ເດັນ​ໃນ​ເດືອນ​ທັນ​ວາ ຜ່ານ​ມາ ໄດ້​ມີ​ການ​ຊັກ​ຊ້າ​ຢູ່​ເລື້ອຍ​ມາ ແຕ່​ວ່າ ໄລ​ຍະ​ທຳ​ອິດ​ຂອງ​ການ​ຍົກ​ຍ້າຍ​ກຳ​ລັງ​ທະ​ຫານ​ດັ່ງ​ກ່າວ​ ໃນ​ທີ່​ສຸດ​ກໍ​ໄດ້ເລີ້ມ​ເຄື່ອນ​ໄຫວຂຶ້ນ ​ໃນ​ລະ​ຫວ່າງ ວັນ​ເສົາຫາ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ.

ທະ​ຫານ​ຂອງຂະ​ບວນ​ການ​ເຄື່ອນ​ໄຫວ​ກຸ່ມຮູ​ຕີ (Houthi) ກຳ​ລັງ​ຖອນ​ອອກ​ຈາກ​ທ່າ​ເຮືອ Saleef ໃນ​ແຂວງ ໂຮ​ໄດ​ດາ ຂອງ​ເຢ​ເມນ, ວັນ​ທີ 11 ພຶດ​ສະ​ພາ 2019
ທະ​ຫານ​ຂອງຂະ​ບວນ​ການ​ເຄື່ອນ​ໄຫວ​ກຸ່ມຮູ​ຕີ (Houthi) ກຳ​ລັງ​ຖອນ​ອອກ​ຈາກ​ທ່າ​ເຮືອ Saleef ໃນ​ແຂວງ ໂຮ​ໄດ​ດາ ຂອງ​ເຢ​ເມນ, ວັນ​ທີ 11 ພຶດ​ສະ​ພາ 2019

ທ່ານ ກ​ຣິ​ຟ​ຟິດ​ສ໌ (Griffiths) ເວົ້າ​ວ່າ ທີມ​ງານ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທີ່​ຕິດ​ຕາມ​ເບິ່ງການ​ຖອນ​ທະ​ຫານ​ດັ່ງ​ກ່າວ​ເວົ້າ​ວ່າ ພວກ​ຮູ​ຕີໄດ້ "ປະ​ຕິ​ບັດ​ຕາມ​ສັນ​ຍາ ຢ່າງ​ຄົບ​ຖ້ວນ" ແລະ "ໃຫ້​ການ​ຮ່ວມ​ມືເປັນ​ຢ່າງ​ດີຫລາຍ" ໃນ​ຂັ້ນ​ຕອນ​ການ​ຖອນ​ທະ​ຫານນັ້ນ.

ການ​ຖອນ​ທະ​ຫານ​ດັ່ງ​ກ່າວ ແມ່ນ​ສຳ​ຄັນ​ຫລາຍ, ເພາະ​ວ່າ​ທ່າ​ເຮືອ ໂຮ​ໄດ​ດາ ໄດ້ກາຍ​ເປັນ​ຈຸດ​ລະ​ເບີດ​ຂອງ​ຄວາມຂັດ​ແຍ້ງ​ກັນ. ທ່າ​ເຮືອໂຮ​ໄດ​ດາ ເປັນ​ຈຸດ​ທີ່​ວັດ​ຖຸ ທາງ​ການ​ຄ້າ ແລະ​ການ​ຊ່ວຍ​ເຫລືອ​ໄປ​ຜ່ານ ເພື່ອຈະ​ເຂົ້າ​ໄປ​ຍັງ​ປະ​ເທດ​ໄດ້. ເຢ​ເມນ ແມ່ນນຳ​ເຂົ້າ 90 ເປີ​ເຊັນ​ຂອງ​ຈຳ​ນວນອາ​ຫານທັງ​ໝົດ​ຂອງ​ຕົນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG