ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄະນະກໍາມະການແຫ່ງອົງການສະຫະປະຊາຊາດ ຮຽກຮ້ອງໃຫ້ຍົກເລີກ ກົດໝາຍຄວາມໝັ້ນຄົງແຫ່ງຊາດ ຂອງ ຮົງກົງ


ແຟ້ມຮູບ-ຕໍາຫຼວດ ຈັບໂຕບັນດາຜູ້ປະທ້ວງ ລຸນຫຼັງການຊຸມນຸມຢູ່ທີ່ອ່າວ ຄອສເວ (Causeway) ກ່ອນມີການເດີນສວນສະໜາມປະຈໍາປີສໍາລັບການມອບຮັບ ຢູ່ໃນ ຮົງກົງ, ເມື່ອວັນທີ 1 ກໍລະກົດ 2020, ເຊິ່ງເປັນວັນໃນປີ 1997 ເມື່ອ ອັງກິດ ໄດ້ໂອນອໍານາດອະທິປະໄຕອະດີດອານານິຄົມຂອງພວກເຂົາເຈົ້າຄືນໃຫ້ແກ່ ຈີນ.
ແຟ້ມຮູບ-ຕໍາຫຼວດ ຈັບໂຕບັນດາຜູ້ປະທ້ວງ ລຸນຫຼັງການຊຸມນຸມຢູ່ທີ່ອ່າວ ຄອສເວ (Causeway) ກ່ອນມີການເດີນສວນສະໜາມປະຈໍາປີສໍາລັບການມອບຮັບ ຢູ່ໃນ ຮົງກົງ, ເມື່ອວັນທີ 1 ກໍລະກົດ 2020, ເຊິ່ງເປັນວັນໃນປີ 1997 ເມື່ອ ອັງກິດ ໄດ້ໂອນອໍານາດອະທິປະໄຕອະດີດອານານິຄົມຂອງພວກເຂົາເຈົ້າຄືນໃຫ້ແກ່ ຈີນ.

ຄະນະກໍາມະການຕິດຕາມກວດກາແຫ່ງອົງການສະຫະປະຊາຊາດ ຮຽກ ຮ້ອງໃຫ້ຍົກເລີກກົດໝາຍຄວາມໝັ້ນຄົງແຫ່ງຊາດຫຼື NSL ຂອງ ຮົງກົງ, ໂດຍກ່າວວ່າ ມັນເຮັດໃຫ້ສິດທິຂັ້ນພື້ນຖານ ແລະອິດສະຫຼະພາບຂອງປະຊາຊົນ ຢູ່ໃນຂົງເຂດດັ່ງ​ກ່າວເຊື່ອມໂຊມລົງ. ຄະນະກໍາມະການສິດທິມະນຸດຂອງອົງການສະຫະປະຊາຊາດ ເຊິ່ງຕິດຕາມເບິ່ງການ​ຈັດ​ຕັ້ງ​ປະ​ຕິ​ບັດສົນທິສັນຍາລະຫວ່າງປະເທດວ່າດ້ວຍສິດທິ​ຂອງພົນລະເມືອງ ແລະສິດທິທາງດ້ານການເມືອງໄດ້​ສະ​ຫຼຸບ​ການສັງເກດ​ການ ກ່ຽວກັບສະຖານະການຢູ່ໃນ ຮົງກົງ. ລິຊາ ສະໄລນ໌ ມີລາຍງານຈາກນະຄອນເຈເນວາ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ຄະນະກໍາມະການທີ່​ມີສະມາຊິກ 18 ຄົນ ກ່າວວ່າ ພວກເຂົາເຈົ້າມີຄວາມກັງວົນຢ່າງຫຼວງຫຼາຍ ກ່ຽວກັບການ​ຕີ​ຄວາມ​ໝາຍ ຢ່າງກວ້າງຂວາງ ຂອງກົດໝາຍຄວາມໝັ້ນຄົງແຫ່ງຊາດ ຮົງກົງ ໂດຍ​ໃຫ້​ຂໍ້​ສັງ​ເກດ​ວ່າ ກົດໝາຍດັ່ງກ່າວ ໄດ້ມີການຮັບ​ຜ່ານສະພາປະຊາຊົນແຫ່ງຊາດຂອງຈີນ ໂດຍບໍ່ມີການປຶກສາຫາລືກັບປະຊາຊົນຊາວຮົງກົງແຕ່ຢ່າງໃດເລີຍ.

ຮອງປະທານຄະນະກໍາມະການ ທ່ານຄຣິສໂຕເຟີ ອາຣີຟ ບູລການ (Christopher Arif Bulkan) ກ່າວວ່າ ມີຜູ້ຖືກຈັບຫຼາຍກວ່າ 200 ຄົນ, ລວມທັງເດັກນ້ອຍອີກ 12 ຄົນ ນັບຕັ້ງແຕ່ມີການບັງຄັບໃຊ້ກົດໝາຍໃນປີ 2020 ບົນພື້ນຖານທີ່ເປັນອັນຕະລາຍຕໍ່ຄວາມໝັ້ນຄົງແຫ່ງຊາດ, ເຊິ່ງທ່ານ ບູລການ ກ່າວວ່າ:

“ຄະນະກໍາມະການ ໄດ້ເນັ້ນຢໍ້າກ່ຽວກັບຈຸດອ່ອນຂອງ NSL, ລວມເຖິງການຂາດຄວາມແຈ່ມແຈ້ງຂອງຄໍາວ່າຄວາມໝັ້ນຄົງແຫ່ງຊາດ ແລະຄວາມເປັນໄປໄດ້ໃນການຍົກຍ້າຍຄະດີຕ່າງໆຈາກ ຮົງກົງ ໄປຫາ ຈີນແຜ່ນດິນໃຫຍ່, ເຊິ່ງບໍ່ແມ່ນລັດຖະບານພາຄີ ແຫ່ງສົນທິສັນຍາລະຫວ່າງປະເທດ ເພື່ອການກວດກາ, ການດໍາເນີນຄະດີ, ການພິຈາລະນາ ແລະການດໍາເນີນງານ ກ່ຽວກັບການລົງ ໂທດ.”

ເຈົ້າໜ້າທີ່ຕໍາຫຼວດ ກໍາລັງຈັບຜູ້ປະທ້ວງຄົນນຶ່ງ ລຸນຫຼັງທີ່ທຸງຊາດຂອງຈີນໄດ້ຖືກຍ້າຍອອກຈາກຫຼັກທຸງ ຢູ່ບ່ອນຊຸມນຸມປະທ້ວງເພື່ອສະໜັບສະໜຸນສິດທິມະນຸດຂອງຊາວວີເກີ ຊິນຈຽງ ໃນຮົງກົງ, ຈີນ.
ເຈົ້າໜ້າທີ່ຕໍາຫຼວດ ກໍາລັງຈັບຜູ້ປະທ້ວງຄົນນຶ່ງ ລຸນຫຼັງທີ່ທຸງຊາດຂອງຈີນໄດ້ຖືກຍ້າຍອອກຈາກຫຼັກທຸງ ຢູ່ບ່ອນຊຸມນຸມປະທ້ວງເພື່ອສະໜັບສະໜຸນສິດທິມະນຸດຂອງຊາວວີເກີ ຊິນຈຽງ ໃນຮົງກົງ, ຈີນ.

ອັງກິດ ໄດ້ມອບອໍານາດການປົກຄອງ ຮົງກົງ ຄືນໃຫ້ ຈີນ ໃນປີ 1997 ພາຍໃຕ້ຫຼັກການ “ນຶ່ງປະເທດ ສອງລະບົບ,” ຂໍ້ຕົກລົງ, ເຊິ່ງໄດ້ບັນຈຸໃນອັນທີ່ຮ້ອງວ່າ “ກົດໝາຍພື້ນຖານ,” ໂດຍປົກປ້ອງສິດທິເຊັ່ນວ່າ ສິດເສລີພາບໃນການປາກເວົ້າ ແລະການປະກອບສ່ວນ ຢູ່ໃນດິນແດນແຫ່ງນີ້ເປັນເວລາ 50 ປີ. ປະເທດຈີນ ໄດ້ແທນ​ທີ່ຂໍ້ຕົກລົງ ລຸນຫຼັງທີ່ມີກົດໝາຍອອກມາ 23 ປີ ດ້ວຍກົດຫຼາຍຄວາມໝັ້ນຄົງແຫ່ງຊາດຂອງຕົນ.

ຮົງກົງ ເປັນຜູ້ລົງນາມສົນທິສັນຍາກ່ຽວກັບສິດທິທາງດ້ານການເມືອງ ແລະພົນລະ​ເມືອງພາຍໃຕ້ກົດໝາຍພື້ນຖານ. ເພາະສະນັ້ນ, ທ່ານ ບູ​ລການ ຈຶ່ງເວົ້າວ່າ ອານາເຂດດັ່ງກ່າວນີ້ ຕ້ອງປະຕິບັດຕາມຂໍ້ຜູກພັນຕ່າງໆ ທາງດ້ານສິດ ແລະເສລີພາບອື່ນໆທີ່ໄດ້ກໍານົດໄວ້ຢູ່ໃນເອກະສານ.

ເຖິງແມ່ນວ່າ ຈີນ ບໍ່ແມ່ນພາຄີຂອງສົນທິສັນຍາລະຫວ່າງປະເທດ, ທ່ານ ບູລການ ກ່າວວ່າ ສິດທິມະນຸດທີ່ບັນຈຸຢູ່ໃນສົນທິສັນຍານັ້ນ ແມ່ນສິ່ງສໍາຄັນທີ່ສຸດ. ທ່ານກ່າວວ່າ ກົດໝາຍທ້ອງຖິ່ນ ບໍ່ສາມາດທໍາລາຍສິດທິມະນຸດສາກົນທີ່ໄດ້ຮັບການປົກປ້ອງຢູ່ໃນຂໍ້ຕົກລົງນີ້ໄດ້, ເຊິ່ງ ທ່ານ ບູລການ ໄດ້ກ່າວວ່າ:

“ຕົວຢ່າງເຊັ່ນ ກົດໝາຍຄວາມໝັ້ນຄົງແຫ່ງຊາດ, ຢັ້ງຢືນຄຽງຄູ່ໄປກັບອໍານາດຕຸລາການ ທີ່ມີທ່າອ່ຽງທີ່ຈະຄອບງໍາ ຫຼື ສາມາດຂົ່ມຂູ່ຕໍ່ສິ່ງສໍາຄັນທີ່ສຸດ. ແລະດັ່ງນັ້ນ ຈຶ່ງເປັນເຫດຜົນທໍາອິດເລີຍວ່າ ດ້ວຍເຫດໃດພວກເຮົາຈຶ່ງຮຽກຮ້ອງໃຫ້ມີການຍົກເລີກ, ດ້ວຍເຫດຜົນທາງດ້ານສິດທິ ແລະເສລີພາບ ພາຍໃຕ້ສົນທິສັນ ຍາລະຫວ່າງປະເທດ.”

ທາງຄະນະກໍາມະການສະແດງຄວາມເປັນຫ່ວງກ່ຽວກັບຜົນກະທົບທີ່ກົດໝາຍຄວາມໝັ້ນຄົງແຫ່ງຊາດມີຕໍ່ກຸ່ມສັງຄົມພົນລະເຮືອນຕ່າງໆ. ພວກເຂົາເຈົ້າກ່າວວ່າ ສະຫະ​ພັນແຮງງານ ແລະສະຫະພັນນັກສຶກສາ ແມ່ນຢູ່ພາຍໃຕ້ໄພຂົ່ມຂູ່ຈາກກົດໝາຍທີ່ໄດ້ມີການຍົກຍ້າຍ ຫຼືຢຸດການປະຕິບັດການ.

ແຟ້ມຮູບ-ນັກສຶກສາຮົງກົງທີ່ໃສ່ໜ້າກາກ ແລະນັກເຄື່ອນໄຫວເພື່ອສິດທິມະນຸດ ພາກັນຮ້ອງຄໍາຂັວນ ແລະແກວ່ງທຸງໄປມາ ລວມທັງທຸງຂອງທິເບດ ຢູ່ດ້ານນອກຕຶກລັດຖະສະພາໃນນະຄອນຫຼວງໄທເປ, ໄຕ້ຫວັນ, ເມື່ອວັນທີ 1 ຕຸລາ 2021.
ແຟ້ມຮູບ-ນັກສຶກສາຮົງກົງທີ່ໃສ່ໜ້າກາກ ແລະນັກເຄື່ອນໄຫວເພື່ອສິດທິມະນຸດ ພາກັນຮ້ອງຄໍາຂັວນ ແລະແກວ່ງທຸງໄປມາ ລວມທັງທຸງຂອງທິເບດ ຢູ່ດ້ານນອກຕຶກລັດຖະສະພາໃນນະຄອນຫຼວງໄທເປ, ໄຕ້ຫວັນ, ເມື່ອວັນທີ 1 ຕຸລາ 2021.

ບັນດານັກຊ່ຽວຊານອິດສະຫຼະລະບຸວ່າ ລັດຖະບານຮົງກົງ ບໍ່ໄດ້ໃຫ້ຫຼັກປະກັນວ່າຕົວແທນສັງຄົມພົນລະເຮືອນທີ່ໄດ້ມີສ່ວນຮ່ວມໃນການກວດການັ້ນ ຈະໄດ້ຮັບການຄຸ້ມຄອງຈາກຂໍ້ກ່າວຫາພາຍໃຕ້ກົດຫຼາຍຄວາມໝັ້ນຄົງແຫ່ງຊາດ. ພວກເຂົາເຈົ້າກ່າວວ່າ ພວກເຂົາເຈົ້າໄດ້ຂໍໃຫ້ເຈົ້າໜ້າທີ່ບໍ່ເປີດເຜີຍຂໍ້ມູນສ່ວນໂຕຂອງພວກເຂົາເຈົ້າ.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG