ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງ​ປະຊຸມ​ ເລື່ອງການ​ປ່ຽນ​ແປງ ​ຂອງ​ດິນ​ຟ້າ​ອາກາດ ຕໍ່ເວລາ ອອກໄປອີກ


At UN Climate Summit in Peru, Protests Take Spotlight
please wait

No media source currently available

0:00 0:02:50 0:00

ມີການປະທ້ວງ ຢູ່ທີ່ກອງປະຊຸມສຸດຍອດ ດິນຟ້າອາກາດ ຂອງສະຫະປະຊາຊາດ ທີ່ປະເທດ Peru.

ກອງ​ປະຊຸມ​ເຈລະຈາຂອງ​ສະຫະ​ປະຊາ​ຊາດ ​ກ່ຽວ​ກັບ​ການ​ເຮັດ
ຂໍ້​ຕົກລົງ​ ​ເພື່ອຍັບ​ຍັ້ງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ຢູ່
ປະ​ເທດ​ເປຣູ ຍັງ​ຄົງ​ສືບ​ຕໍ່ມາ ​ຮອດ​ວັນ​ເສົາມື້​ນີ້ ມື້​ນຶ່ງຫຼັງຈາກ
ກຳ​ນົດ​ການ​ສິ້ນ​ສຸດ​ລົງ​ ຂອງການ​ເຈລະຈາ​.

ການ​ເຈລະຈາ​ຕໍ່​ຮອງ ​ໄດ້​ຢຸດ​ສະ​ງັກລົງ ຍ້ອນວ່າ ບັນດາ​ປະ​ເທດ
​ຮັ່ງມີ ​ແລະ ປະ​ເທດ​ທຸກ​ຍາກ ບໍ່​ສາມາດ​ແກ້ໄຂ​ຂໍ້​ຂັດ​ແຍ້​ງ ລະ
ຫວ່າງ​ກັນ ກ່ຽວ​ກັບ​ວ່າ ຜູ້​ໃດຄວນຈະ​ເປັນ​ຜູ້​ຮັບຜິດຊອບ ​ໃນການ
​ຕັດ​ລົງ​ມົນ​ລະ​ພິດ​ ຂອງ​ຄາບ​ອນລົງ. ວິທີ​ການ​ແບ່ງ​ສັນ​ປັນ​ສ່ວນ
ການ​ລຸດ​ຜ່ອນການ​ປ່ອຍ​ອາຍ​ພິດຄາບ​ອນລົງນັ້ນ ໄດ້​ເປັນຈຸດ
​ຂອງ​ຂໍ້​ຂັດ​ແຍ້​ງກັນ​ ມາເປັນ​ເວລາ​ນານແລ້ວ.

ບັນ​ດາ​ປະ​ເທດ​ທີ່ກຳລັງ​ພັດທະນາ​ ຢູ່​ທີ່​ກອງ​ປະຊຸມ​ໃນນະຄອນຫລວງ ລີ​ມາ​ຂອງ​ປະ​ເທດ​
ເປ​ຣູ ໄດ້ພະຍະ​ຍາມ​ຊຸກຍູ້​ ​ໃຫ້​ຮັບ​ເອົາ​ແນວ​ຄິດ​ທີ່​ມີ​ມາເປັນ​ເວລາ​ດົນ​ນານ ທີ່​ວ່າ​ ບັນດາ​
ປະ​ເທດ​ທີ່​ຮັ່ງມີ ຄວນ​ຮັບ​ເອົາ​ພາລະສ່ວນ​ແບ່ງ​ໜັກ​ກ່ວາ ບັນດາ​ປະ​ເທດ​ພວມ​ພັດທະນາ.

​ແຕ່​ລັດຖະມົນຕີ​ຕ່າງປະ​ເທດສະຫະລັດ ທ່ານ John Kerry ກ່າວໃນ​ວັນ​ພະ​ຫັດວ່າ ຫຼາຍ
ກວ່າ​ເຄິ່ງນຶ່ງ​ ຂອງ​ການ​ປ່ອຍ​ອາຍ​ພິດອອກ​ສູ່​ໂລກ ທີ່​ກໍ່​ໃຫ້​ໂລກມີຄວາມ​ອຸ່ນຂຶ້ນ ຫລື​ພາວະ
​ໂລກ​ຮ້ອນ​ນັ້ນ ​ແມ່ນ​ມາ​ຈາກບັນດາປະ​ເທດ ​ທີ່​ກຳລັງ​ພັດທະນາ. ທ່ານ​ກ່າວ​ອີກ​ວ່າ ມັນຈຳ​
ເປັນ​ທີ່​ບັນດາ​ປະ​ເທດເຫຼົ່ານັ້ນ ຈະຕ້ອງ​ມີ​ບົດບາດ​ເຊັ່ນ​ກັນ.

ບັນດາ​ຜູ້​ເຈລະຈາ ຈາກ 200 ປະ​ເທດ ກຳລັງ​ພະຍາຍາມ​ທີ່​ຈະ​ໃຫ້​ມີ​ຄວາມ​ກ້າວໜ້າ​ ທັນ​
ເວລາກອງ​ປະຊຸມ​ສຸດ​ຍອດ ທີ່ນະຄອນຫລວງ​ປາຣີ ໃນປີໜ້າ​ນີ້ ເວລາ​ລັດຖະບານຕ່າງໆ
ຫວັງ​ທີ່​ຈະໄດ້ຮັບ​ຮອງເອົາ ຂໍ້​ຕົກລົງ​ກ່ຽວ​ກັບ​ດິນ​ຟ້າ​ອາກາດ​ຂອງ​ໂລກຊຸດ​ໃໝ່.

UN CLIMATE CHANGE SOTVO
please wait

No media source currently available

0:00 0:00:39 0:00

XS
SM
MD
LG