ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການສຶກສາຄົ້ນຄວ້າ ຂອງອົງການ ສປຊ ກ່າວວ່າ ໂລກພວມຫ່າງໄປ ຈາກເປົ້າໝາຍ ຂອງຂໍ້ຕົກລົງ ດ້ານສະພາບອາກາດ ປາຣີ


ໃນພາບນີ້ ຖ່າຍໃນວັນທີ 24 ພຶດສະພາ 2014, ຄວັນທີ່ອອກມາຈາກທໍ່ເຕົາໄຟຂອງບໍລິສັດ E.ON ທີ່ເປັນໂຮງງານເຜົາຖ່ານຫີນເພື່ອພະລັງງານ ຢູ່ໃນເມືອງແກວເສັນເຄີເຈນ (Gelsenkirchen) ຂອງເຢຍຣະມັນ. (photo: AP/Martin Meissner)
ໃນພາບນີ້ ຖ່າຍໃນວັນທີ 24 ພຶດສະພາ 2014, ຄວັນທີ່ອອກມາຈາກທໍ່ເຕົາໄຟຂອງບໍລິສັດ E.ON ທີ່ເປັນໂຮງງານເຜົາຖ່ານຫີນເພື່ອພະລັງງານ ຢູ່ໃນເມືອງແກວເສັນເຄີເຈນ (Gelsenkirchen) ຂອງເຢຍຣະມັນ. (photo: AP/Martin Meissner)

ການສຶກສາຄົ້ນຄວ້າດ້ານສະພາບອາກາດ ທີ່ໄດ້ຖືກລວບລວມ ແລະເຜີຍແຜ່ໃນວັນພະຫັດວານນີ້ ໂດຍອົງການສະຫະປະຊາຊາດແລະອົງການຄູ່ຮ່ວມງານຫຼາຍແຫ່ງກ່າວວ່າ ໂລກແມ່ນອອກນອກເປົ້າໝາຍທີ່ຈະບັນລຸເປົ້າໝາຍການປ່ອຍມົນລະພິດທີ່ໄດ້ກຳນົດໄວ້ ໃນຂໍ້ຕົກລົງປາຣີ ປີ 2015 ແລະກຳລັງເຂົ້າໃກ້ຈຸດປ່ຽນ ແປງອັນສຳຄັນສຳລັບການດຳເນີນການທີ່ມີຄວາມໝາຍ.

ບົດລາຍງານ “ຄວາມເອກະພາບໃນວິທະຍາສາດ 2021 ຫຼື United in Science 2021” ກ່າວວ່າ ອັນທີ່ເອີ້ນວ່າ “ຢຸດຊົ່ວຄາວ” ທີ່ໄດ້ເກີດຂຶ້ນຍ້ອນການລະບາດຂອງໂຄວິດ-19 ນັ້ນ ບໍ່ໄດ້ເຮັດໃຫ້ການປ່ຽນແປງຂອງດິນຟ້າອາກາດໃນທົ່ວໂລກຊ້າລົງເລີຍ. ການສຶກສາກ່າວວ່າ ແທນທີ່ວ່າການຊ້າລົງໃນກິດຈະການຂອງເສດຖະກິດນັ້ນ ແມ່ນເປັນພຽງແຕ່ “ບຶດດຽວ” ທີ່ໄດ້ຖືກລຶບໄປຢ່າງໄວວາ ໂດຍການຟື້ນຄືນມາຂອງແກັສເຮືອນແກ້ວ.

ເລຂາທິການໃຫຍ່ຂອງອົງການອຸຕຸນິຍົມໂລກ ຫຼື WMO ທ່ານເປແຕຣີ ທາອາລາສ ໄດ້ແຈ້ງໃຫ້ບັນດານັກຂ່າວຊາບກ່ຽວກັບການສຶກສາດັ່ງກ່າວ ຈາກສຳນັກ ງານຂອງອົງການ ຢູ່ໃນນະຄອນເຈນີວາ ໃນຂະນະດຽວກັນນັ້ນ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານແອນໂຕນີໂອ ກູເຕເຣັສ ກໍໄດ້ອອກຖະ ແຫລງການ ຜ່ານທາງວີດີໂອ ເຊັ່ນກັນ.

ໃນຄຳເຫັນຂອງທ່ານນັ້ນ ທ່ານກູເຕເຣັສ ໄດ້ກ່າວວ່າ ບົດລາຍງານນີ້ ສະແດງໃຫ້ເຫັນວ່າ ໂລກນັ້ນແມ່ນຫ່າງໄກຈາກຂໍ້ຕົກລົງປາຣີຫຼາຍຊ່ຳໃດ.

ທ່ານເວົ້າວ່າ “ການລົບກວນຕໍ່ໂລກຂອງພວກເຮົາ ແລະດິນຟ້າອາກາດຂອງພວກເຮົາ ແມ່ນຮ້າຍແຮງກວ່າທີ່ພວກເຮົາຄິດຢູ່ແລ້ວ ແລະມັນກຳລັງເຄື່ອນໄຫວໄວຂຶ້ນກວ່າທີ່ໄດ້ຄາດໝາຍໄວ້.”

ທ່ານທາອາລາສ ໄດ້ກ່າວວ່າ ມີແນວຄວາມຄິດທີ່ວ່າ ການຊັກຊ້າລົງດ້ານເສດ ຖະກິດທີ່ຂັບດັນໂດຍການລະບາດຂອງໄວຣັສນັ້ນ ໄດ້ເຮັດໃຫ້ມີການປັບປຸງຢ່າງແທ້ຈິງໃນຊັ້ນບັນຍາກາດ ແຕ່ອັນນັ້ນບໍ່ໄດ້ເປັນຈັ່ງຊັ້ນໃນກໍລະນີນີ້. ທ່ານກ່າວອີກວ່າ ອົງການ WMO ໄດ້ກະປະມານວ່າ ການປ່ອຍມົນລະພິດໄດ້ຫລຸດລົງເຖິງ 5.6 ເປີເຊັນໃນປີກາຍນີ້ ແຕ່ວ່າ ຄວາມຜິດປົກກະຕິໃນນຶ່ງປີຂອງການປ່ອຍມົນລະພິດນັ້ນ ບໍ່ໄດ້ປ່ຽນແປງພາບລວມເລີຍ.

ທ່ານກ່າວວ່າ “ຄວາມຜິດປົກກະຕິ” ສະແດງໃຫ້ເຫັນວ່າ ເພື່ອທີ່ຈະປະສົບຜົນສຳ ເລັດໃນການແກ້ໄຂສະພາບອາກາດແລ້ວ ການປ່ຽນແປງຢ່າງໃຫຍ່ຫຼວງໃນຊີວິດປະຈຳວັນ ແມ່ນບໍ່ຈຳເປັນເລີຍ. ທ່ານກ່າວຕື່ມວ່າ ການບໍ່ສາມາດແກ້ໄຂດ້ານສະພາບອາກາດນັ້ນໄດ້ ກໍຈະສ້າງບັນຫາຢ່າງຖາວອນທີ່ຈະມີຢູ່ຍາວນານເຖິງຫຼາຍຮ້ອຍປີ ຫຼືແມ່ນກະທັງຫຼາຍພັນປີ.

A climate study compiled and released Thursday by multiple United Nations and partner agencies says the world is off target to meeting emissions goals established in the 2015 Paris Agreement and is approaching a tipping point for meaningful action.

The “United in Science 2021” report says the so-called “pause” created by the COVID-19 pandemic did not slow climate change around the globe. Rather, the study says, the slowing of economic activity was merely a “blip” erased quickly by the resurgence of greenhouse gases.

World Meteorological Organization (WMO) Secretary-General Petteri Taalas briefed reporters on the study from the agency’s headquarters in Geneva, while U.N. Secretary-General Antonio Guterres issued a video statement.

In his comments, Guterres said the report shows just how far off from the Paris Agreement the world is.

“The disruption to our planet and our climate is already worse than we thought, and it is moving faster than predicted,” Guterres said.

Taalas said there was thinking that the pandemic-driven economic slowdown had made real improvement in the atmosphere, but that was not the case. He said the WMO estimated a 5.6% drop in emissions last year, but that one-year anomaly in emissions doesn't change the big picture.

He said “anomaly” illustrates that to be successful in climate mitigation, dramatic changes in everyday life are not needed. He added that failing with climate mitigation would create a permanent problem that would last for hundreds or even thousands of years.

XS
SM
MD
LG