ຄະນະອົງການສະຫະປະຊາຊາດ ໄດ້ອອກລາຍງານກວມລວມ ສະບັບນຶ່ງກ່ຽວກັບອະນາຄົດຂອງສະພາບດິນຟ້າອາກາດຖ້າຫາກວ່າຄວາມຮ້ອນອົບເອົ້າຂອງໂລກບໍ່ຖືກຈັດໃຫ້ຢູ່ໃນລະດັບຕ່ຳສຸດ.
ຄະນະກຳມະການນາໆຊາດຂອງອົງການສະຫະປະຊາຊາດ ກ່ຽວກັບດິນຟ້າອາກາດ
ໄດ້ລະບຸເຖິງສະພາບການປ່ຽນແປງຂອງອາກາດຢູ່ໃນລາຍງານທີ່ວ່າອາກາດຂອງໂລກ
ສຸຂະນາໄມ ແລະລະບົບນິເວດ ຈະດີຂຶ້ນກວ່ານີ້ ຖ້າຫາກວ່າ ບັນດາຜູ້ນຳຂອງໂລກ
ຈະສາມາດກຳນົດຕົວເລກຄວາມຮ້ອນໃນອະນາຄົດໃຫ້ຢູ່ໃນລະດັບ 0.9 ອົງສາຟາເຣັນ
ໄຮ້ ລະຫວ່າງປີ 2030-2052, ແທນທີ່ຈະເປັນຕາມການຕົກລົງກັນຂອງໂລກ ໃນລະດັບ
1.8 ອົງສາຟາເຣັນໄຮ້ ຫຼື 1 ອົງສາແຊນຊຽດນັ້ນ.
ຜົນປະໂຫຍດບາງຢ່າງໃນກນກຳນົດຄວາມຮ້ອນຂອງໂລກໃຫ້ມີເປົ້າໝາຍຕ່ຳລົງ
ແມ່ນຮວມມີ:
- ປະຊາກອນໂລກເຄິ່ງນຶ່ງ ຈະໄດ້ຮັບຄວາມທໍລະມານ ຈາກການຂາດແຄນນ້ຳ
- ຈະມີການລົ້ມຕາຍໜ້ອຍລົງ ຈາກການເຈັບປ່ວຍຍ້ອນຄວາມຮ້ອນອົບເອົ້າ ຄວັນໝອກ ແລະພະຍາດຕິດແປດ ຕ່າງໆ.
ນ້ຳແຂງ ໃນເຂດອັນຕາກຕິກຕາເວັນຕົກ ອາດຈະບໍ່ເປື່ອຍຫຼາຍ ແບບຕ່າວປີ້ນຄືນບໍ່ໄດ້.
ມັນອາດຈະສາມາດພຽງພໍ ທີ່ຈະຮັກສາປະກາລັງຂອງທັງໂລກໄວ້ ບໍ່ໃຫ້ຕາຍໄປ.
ຄະນະກຳມະການດັ່ງກ່າວໄດ້ພົບປະກັນ ໃນເກົາຫຼີໃຕ້ ຫວ່າງມໍ່ໆມານີ້ ເພື່ສະຫຼຸບລາຍງານທີ່ວ່ານັ້ນ.
ລັດຖະບານຂອງໂລກ ໄດ້ຂໍເອົາລາຍງານດັ່ງກ່າວ ໃນປີ 2015 ຕອນທີ່ໄດ້ຕົກລົງກັນ ເພື່ອຮັບກັບບັນຫາການປ່ຽນແປງຂອງດິນຟ້າອາກາດກັນນັ້ນ.
ນັກຊີວະວິທະຍາຊາວເຢຍຣະມັນ ທ່ານ ຮານສ-ໂອໂຕ ປອດຣ໌ເຕີ ນຶ່ງໃນຄະນະກຳມະການ ໄດ້ກ່າວວ່າ ຄະນະກຳມະການບາງທ່ານ ແມ່ນໄດ້ພົວພັນ ໃນ “ຄວາມຄິດທີ່ດີ” ຖ້າຫາກພວກເພິ່ນຄິດວ່າ ລາຍງານທີ່ບໍ່ແຈ້ງຂາວ ຈະຊ່ອຍສົ່ງເສີມໃຫ້ລັດຖະບານປະເທດຕ່າງໆ ແລະຜູ້ຄົນ ທີ່ຈະເອົາບາດກ້າວຢ່າງໄວໆ ທີ່ຈະປະເຊີນ ກັບລາຍງານທີ່ຄາດໄວ້. ທ່ານໄດ້ເຕືອນວ່າ, ເຖິງຢ່າງນັ້ນກໍຕາມ “ການບໍ່ເອົາບາດກ້າວຫຍັງເລີຍ ໂລກເຮົາ ກໍຈະປະເຊີນກັບອາກາດທີ່ບໍ່ສາມາດ
ຄາດຄະເນໄດ້ ໃນອະນາຄົດ.”