ວິກິດການດ້ານອາຫານທີ່ທະວີຄວາມຮ້າຍແຮງຂຶ້ນຕື່ມຍ້ອນສົງຄາມໃນຢູເຄຣນອາດເລີ້ມເຫັນຮ່ອງຮອຍບາງຢ່າງໃນການຫຼຸດຜ່ອນລົງ ອີງຕາມການໃຫ້ຄວາມເຫັນ ຂອງເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານແອນໂຕນີໂອ ກິວເຕເຣັສ ໃນວັນພຸດວານນີ້.
ທ່ານກ່າວວ່າ ຄວາມກ້າວໜ້າດັ່ງກ່າວອາດຈະບໍ່ມີຂຶ້ນໃນທັນທີ ແລະອາດຈະໃຊ້ເວລາໄປອີກຊົ່ວໄລຍະນຶ່ງ.
ສົງຄາມໄດ້ພາໃຫ້ເກີດຜົນກະທົບໃນການສະໜອງອາຫານປະເພດເມັດແລະຝຸ່ນວິທະຍາສາດຫຼືປຸຍຈາກເຂດສົງຄາມ. ຣັດເຊຍ ແລະຢູເຄຣນ ແມ່ນປະກອບເປັນນຶ່ງສ່ວນສາມໃນການສະໜອງເຂົ້າເບລ່ໃຫ້ແກ່ໂລກ ໃນຂະນະທີ່ຣັດເຊຍເປັນແຫຼ່ງທີ່ສຳຄັນສຸດໃນການສະໜອງຝຸ່ນວິທະຍາສາດໃຫ້ແກ່ໂລກ.
ທ່ານກິວເຕເຣັສຮຽກຮ້ອງໃຫ້ “ເອົາມາດຕະການຢ່າງວ່ອງໄວແລະເດັດຂາດເພື່ອຄ້ຳປະກັນໃນການຫຼັ່ງໄຫຼຢ່າງສະໝ່ຳສະເໝີຂອງອາຫານແລະພະລັງງານ” ທີ່ຮວມທັງ “ຍົກເລີກການຈຳກັດຮັດແຄບໃນການສົ່ງອອກ ຈັດສັນອາຫານທີ່ເປັນສ່ວນເກີນແລະສຳຮອງໃຫ້ແກ່ປະຊາຊົນທີ່ຕົກຢູ່ໃນຄວາມຫຼໍ່ແຫຼມແລະແກ້ໄຂລາຄາອາຫານທີ່ແພງຂຶ້ນເພື່ອເຮັດໃຫ້ຄວາມປັ່ນປ່ວນຂອງຕະຫຼາດສະຫງົບລົງ.”
ທ່ານກິວເຕເຣັສກ່າວໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ກັບນາຍົກລັດຖະມນຕີສະວີເດັນ ທ່ານນາງມາກາເຣນາ ແອນເດີສັນ ທີ່ນະຄອນສະຕອກໂຮມໂດຍເວົ້າວ່າ “ຂ້າພະເຈົ້າຄິດວ່າ ມັນມີຄວາມກ້າວໜ້າ ແຕ່ພວກເຮົາຍັງໄປບໍ່ຮອດຈຸດນັ້ນເທື່ອ. ມັນເປັນບັນຫາທີ່ສະຫຼັບຊັບຊ້ອນ ແລະຄວາມຈິງກໍຄື ທຸກໆຢ່າງແມ່ນມີການເຊື່ອມໂຍງກັນ ເຮັດໃຫ້ການເຈລະຈາມີຄວາມສັບສົນເປັນພິເສດ.”
ທ່ານກິວເຕເຣັສໄດ້ເດີນທາງໄປມົສກູແລະກີຢິບເມື່ອບໍ່ດົນຜ່ານມານີ້ ໃນຄວາມພະຍາຍາມເພື່ອໃຫ້ການສົ່ງອອກຂອງປະເທດທັງສອງເລີ້ມຄືນໃໝ່.
ທ່ານກ່າວຕື່ມວ່າ “ດັ່ງທີ່ຂ້າພະເຈົ້າໄດ້ກ່າວຕໍ່ສະພາຄວາມໝັ້ນຄົງສະຫະປະຊາຊາດ ຂ້າພະເຈົ້າຫວັງວ່າ ແຕ່ມັນກໍຍັງມີຊ່ອງທາງເປັນໄປໄດ້ຢູ່ ແລະພວກເຮົາກໍມີຄວາມໝັ້ນໝາຍໂດຍເຕັມທີ່ຈະເຮັດໃຫ້ສິ່ງເຫຼົ່ານີ້ເກີດຂຶ້ນ.”
ມົສກູໄດ້ຖິ້ມໂທດໃສ່ການລົງໂທດຂອງປະເທດຕາເວັນຕົກ ທີ່ໄດ້ລົບກວນການສະໜອງອາຫານຕ່າງໆ ແລະກ່າວວ່າ ຣັດເຊຍຈະອະນຸຍາດໃຫ້ມການສົ່ງອອກເຂົ້າເບລ່ຂອງຢູເຄຣນ ແລະຝຸ່ນວິທະຍາສາດຂອງຣັດເຊຍຜ່ານທາງທະເລດຳຖ້າຫາກມີການຫຼຸດຜ່ອນໃນການລົງໂທດ.