ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງ​ການ ສ​ປ​ຊ ເຕືອນ​ວ່າ ໂລກ​ເຮົາພວມປະ​ສົບກັບ​ບັນ​ຫາ​ຢ່າງ​ໜັກ​ໜ່ວງ​ກ່ຽວ​ກັບ​ສະ​ພາບ​ດິນ​ຟ້າອາ​ກາດ


ເລ​ຂາ​ທິ​ການ​ໃຫຍ່​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ແອນ​ໂຕ​ນີ​ໂອ ກຸ​ແທ​ແຣ​ສ ກ່າວ​ຖະ​ແຫຼງ ຕໍ່​ກອງ​ປະ​ຊຸມ​ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ COP24 UN 2018 ໃນ ​ກາ​ໂຕວິ​ສ, ​ໂປ​ແລນ, 3 ທັນ​ວາ 2018.
ເລ​ຂາ​ທິ​ການ​ໃຫຍ່​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ແອນ​ໂຕ​ນີ​ໂອ ກຸ​ແທ​ແຣ​ສ ກ່າວ​ຖະ​ແຫຼງ ຕໍ່​ກອງ​ປະ​ຊຸມ​ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ COP24 UN 2018 ໃນ ​ກາ​ໂຕວິ​ສ, ​ໂປ​ແລນ, 3 ທັນ​ວາ 2018.

ເລ​ຂາ​ທິ​ການ​ໃຫຍ່​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ແອນ​ໂຕ​ນີ​ໂອ ກຸ​ແທ​ແຣ​ສ
ເຕືອນ​ວ່າ ໂລກ​ເຮົາ “​ແມ່ນ​ປະ​ສົບ​ບັນ​ຫາ​ຢ່າງ​ໜັກໜ່ວງ​ກ່ຽວ​ກັບ​ສະ​ພາການ​ດິນ​ຟ້າ
ອາ​ກາດ.”

ການ​ກ່າວ​ຄຳ​ປາ​ໄສ ໃນ​ມື້​ທຳ​ອິດ ຂອງ​ສອງ​ສັບ​ປະ​ດາ ກ່ຽວ​ກັບ​ການ​ສົນ​ທະ​ນາ ຫາ​ລື
​ເລື້ອງດິນ​ຟ້າ​ອາ​ກາດ ໃນ​ໂປ​ແລນ ໃນ​ວັນ​ຈັນ​ວານ​ນີ້, ທ່ານ Guterres ກ່າວ​ວ່າ ນີ້​ແມ່ນ
“ການ​ຮວ​ມ​ຕົວ​ກັນ​ທີ່​ສຳ​ຄັນ​ສຸດ ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ນັບ​ຕັ້ງ
​ແຕ່ ຂໍ້​ຕົກ​ລົງ​ປາ​ຣີ ໄດ້ຖືກລົງ​ນາມ ຮ່ວມ​ກັນ​ໃນສັນ​ຍາ​ນັ້ນ.”

ທ່ານ​ໄດ້​ຮຽກ​ຮ້ອງ​ໃຫ້ເກືອບ 200 ປະ​ເທດ ທີ່​ໄປ​ມີ​ໜ້າ ໃນ​ເມືອງ Katowice ທີ່​ຈະ​ກຳ​ກັບ
​ບັນ​ຫາ​ນີ້​ຢ່າງ​ຈິງ​ຈັງ ແລະ​ຕັ້ງ​ໜ້າ ເພື່ອ​ການ​ເອົາ​ບາດ​ກ້າວ ທີ່​ໄດ້​ຕົກ​ລົງ​ກັນ​ໃນ​ປາ​ຣີ ປີ 2015.

ບັນ​ດາ​ລາຍ​ເຊັນ​ທີ່​ໄດ້​ລົງ​ນາມ ທີ່​ເປັນ​ສັນ​ຍາ​ລັກ ​ທີ່​ສຳ​ຄັນ ​ເມື່ອປີ 2015 ​ໃນປາ​ຣີ ໄດ້​ປະ​ຕິ
​ຍານ​ວ່າ ຈະ​ຕັດ​ເກ໊ສ​ເຮືອນ​ແກ້ວລົງ ​ແລະ​ຈຳ​ກັດ ການ​ເພີ້ມ​ຂຶ້ນ ​ຂອງ​ລະ​ດັບຄວາມ​ຮ້ອນ
ໃນ​ທົ່ວ​ໂລກໃ​ຫ້​ໜ້ອຍກວ່​າ 2 ເປີ​ເຊັນ ແຊ​ລຊຽ​ສ ພາຍ​ໃນ​ປີ 2030.

ປະ​ຕູ​ໄຊ The Arc de Triomphe ທີ່​ຕິດ​ໄຟ​ສີ​ຂຽວ​ເປັນ​ຕຳ​ເວົ້າ "ສັນ​ຍາ​ປາ​ຣີ ແມ່ນ​ສຳ​ເລັດ​ຜົນ", ເພື່ອ​ສະ​ເຫູມ​ສະ​ຫຼອງ ປາ​ຣີ ອົງ​ສະ​ຫະ​ປະ​ຊາ​ຊາດ COP21 ສັນ​ຍາ​ປາ​ຣີ​ທີ່​ສຳ​ຄັນ, ຝ​ຣັ່ງ, 4 ພະ​ຈິກ 2016.
ປະ​ຕູ​ໄຊ The Arc de Triomphe ທີ່​ຕິດ​ໄຟ​ສີ​ຂຽວ​ເປັນ​ຕຳ​ເວົ້າ "ສັນ​ຍາ​ປາ​ຣີ ແມ່ນ​ສຳ​ເລັດ​ຜົນ", ເພື່ອ​ສະ​ເຫູມ​ສະ​ຫຼອງ ປາ​ຣີ ອົງ​ສະ​ຫະ​ປະ​ຊາ​ຊາດ COP21 ສັນ​ຍາ​ປາ​ຣີ​ທີ່​ສຳ​ຄັນ, ຝ​ຣັ່ງ, 4 ພະ​ຈິກ 2016.


“ຂ້າ​ພະ​ເຈົ້າ ຈະ​ຢ້ຳ​ເຕືອນ​ທຸກ​ພັກ​ຝ່າຍ​ວ່າ ມັນ​ມີ​ເສັ້ນ​ຕາຍ ທີ່​ທ່ານຈັດ​ໄວ້​ ສຳ​ລັບ
ທ່ານ​ເອງ
ແລະ​ໃນ​ຄວາມຈຳ​ເປັນ​ທີ່​ທ່ານ​ຈະ​ເຮັດ​ໃຫ້​ໄດ້,” ​ຊຶ່ງ​ທ່ານ​ກຸ​ແຕ​ຣ​ແຣ​ສ
ໄດ້​ກ່າວ​ໄວ້.

ອ້າງ​ເອົາ​ຕາມລາຍ​ງານ​ຫວ່າງ​ມໍ່ໆ​ມາ​ນີ້ ທີ່​ຮວມ​ທັງ ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທີ່ຄາດ​ວ່າ
ກຸ່ມ​ຄະ​ນະ​ກຳ​ມະ​ການ​ເລື້ອງ​ດິນ​ຟ້າ​ອາ​ກາດ ໃນ​ເດືອນ​ຕຸ​ລາ, ທ່ານ​ກຸ​ແຕ​ຣ​ແຣ​ສ ໄດ້​ຊີ້​
ໃຫ້​ເຫັນ​ວ່າ ມັນ​ຮ້າຍ​ແຮງ​ຫຼາຍ ຈາກ​ພວກ​ພາ​ຍຸ​ເຮີ​ຣິ​ເຄນ​ທັງ​ຫຼາຍ ໃນ​ເບີ​ຣ໌​ມຸ​ດາ ແລະ​ໂດ​ມິ
​ນິ​ກັນ ໃນ​ບ່ອນ​ທີ່​ທ່ານ​ເອີ້ນ​ວ່າ “ໃຈສະ​ຫລາຍ” ແຕ່​ວ່າມັນ​ ຍັງ “ປ້ອງ​ກັນ​ໄດ້ຢູ່​.”

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ແມ່ນໄດ້​ຖອນ​ສະ​ຫະ​ລັດ ອອກ​ຈາກ​ຂໍ້​ຕົກ​ລົງ
​ປາ​ຣີ ຍ້ອນ​ວ່າ ມັນ​ຈະ​ທຳ​ລາຍ​ການ​ເສດ​ຖະ​ກິດ ຈາກ​ຂໍ້​ຕົກ​ລົງ​ທີ່​ຄວບ​ຄຸ​ມນີ້.

ທ່ານ​ທ​ຣຳ ແມ່ນ​ສະ​ໜັບ​ສະ​ໜຸນ ພະ​ລັງ​ງານ​ນ້ຳ​ມັນແລະ ພະ​ລັງ​ງານນິວ​ເຄ​ລຍ ແລະ​ໄດ້
​ສະ​ເໜີ​ການ​ເຈ​ລະ​ຈາ​ຕໍ່​ລອງ ກ່​ຽວ​ກັບ​ສັນ​ຍາ​ປາ​ຣີ ຊຶ່ງ​ເປັນ​ຄວາມ​ຄິດ​ທີ່​ຫຼາຍໆ​ຄົນ​ບໍ່​ເຫັນ​ວ່າ
​ມັນ​ຈະ​ກະ​ທົບ​ເຊັ່ນ​ນັ້ນ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ເຊີນ​ຊົມ: ​ສັນ​ຍາ​ປາ​ຣີ ກ່​ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

Climate Talks Open in Poland on Somber Note
please wait

No media source currently available

0:00 0:02:23 0:00

XS
SM
MD
LG