ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ຜູ້ທີ່ ຫົວໜ້າ ສປຊ ເລືອກໃຫ້ເປັນ ທູດພິເສດ ສຳລັບ ລີເບຍ ຖືກຄັດຄ້ານ ໂດຍ ສຫລ


ເວລານັ້ນ ນາຍົກລັດຖະມົນຕີ ຂອງປາແລັສໄຕນ໌ ທ່ານ Salam Fayyad ເຂົ້າຮ່ວມ ພິທີເປີດຕ້ອນຮັບ ກອງປະຊຸມ ກ່ຽວກັບການຮ່ວມມື ໃນບັນດາປະເທດ ເອເຊຍຕາເວັນອອກ ເພື່ອການພັດທະນາ ຂອງປາແລັສໄຕນ໌ ໃນນະຄອນຫຼວງ ໂຕກຽວ ຂອງຍີ່ປຸ່ນ.
ເວລານັ້ນ ນາຍົກລັດຖະມົນຕີ ຂອງປາແລັສໄຕນ໌ ທ່ານ Salam Fayyad ເຂົ້າຮ່ວມ ພິທີເປີດຕ້ອນຮັບ ກອງປະຊຸມ ກ່ຽວກັບການຮ່ວມມື ໃນບັນດາປະເທດ ເອເຊຍຕາເວັນອອກ ເພື່ອການພັດທະນາ ຂອງປາແລັສໄຕນ໌ ໃນນະຄອນຫຼວງ ໂຕກຽວ ຂອງຍີ່ປຸ່ນ.

ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານ Antonio Guterres ໄດ້ກ່າວ ໃນ
ວັນຈັນມື້ນີ້ ວ່າ ທ່ານຮູ້ສຶກເສຍໃຈ ທີ່ສະຫະລັດ ຄັດຄ້ານຕໍ່ ການເລືອກເອົາ ຜູ້ທີ່ຈະມາ
ເປັນ ທູດພິເສດ ຮັກສາການດ້ານລີເບຍ ສຳລັບ ອົງການຈັດຕັ້ງຂອງໂລກ ຄົນຕໍ່ໄປ
ຂອງທ່ານ ນັ້ນ.

ທ່ານໄດ້ເອີ້ນ ອະດີດນາຍົກລັດຖະມົນຕີ ຂອງປາແລັສໄຕນ໌ ທ່ານ Salam Fayyad
ນັ້ນວ່າ “ເປັນຜູ້ທີ່ເໝາະສົມ ສຳລັບ ວຽກງານອັນເໝາະສົມ ໃນເວລາອັນສົມຄວນນີ້.”

ສະຫະລັດ ໄດ້ສະກັດກັ້ນ ການແຕ່ງຕັ້ງທ່ານ Fayyad ໃນວັນສຸກຜ່ານມາ ໂດຍທີ່
ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ສະຫະປະຊາຊາດ ທ່ານນາງ Nikki Haley
ກ່າວໃນໜັງສືສະບັບນຶ່ງ ວ່າ ສະຫະລັດ ຮູ້ສຶກ “ຜິດຫວັງ” ໃນການເລືອກເອົາ ທ່ານ
Fayyad.

ທ່ານນາງ Haley ໄດ້ກ່າວຕື່ມວ່າ “ເປັນເວລາດົນນານເກີນໄປແລ້ວ ທີ່ ອົງການ
ສະຫະປະຊາຊາດ ໄດ້ມີການລຳອຽງ ເຫັນດີເຫັນພ້ອມ ກັບອຳນາດການປົກຄອງ
ຂອງ ປາແລັສໄຕນ໌ ຢ່າງບໍ່ເປັນທຳ ທີ່ຈະສົ່ງຜົນກະທົບອັນເສຍຫາຍ ໃຫ້ແກ່
ພັນທະມິດຂອງພວກເຮົາ ໃນອິສຣາແອລ.”

ລີເບຍ ໄດ້ສູ້ຊົນມາ ເພື່ອຄວາມໝັ້ນຄົງທາງດ້ານການເມືອງ ນັບຕັ້ງແຕ່ປີ 2011 ເປັນ
ຕົ້ນມາ ຫຼັງຈາກທີ່ໄດ້ໂຄ່ນລົ້ມ ຜູ້ນຳ Moammar Gadhafi ທີ່ໄດ້ປົກຄອງປະເທດ ມາ
ໄດ້ດົນນານແລ້ວນັ້ນ. ລັດຖະບານທີ່ສະໜັບສະໜູນໂດຍ ອົງການສະຫະປະຊາຊາດ
ປະຕິບັດການ ຢູ່ໃນນະຄອນຫຼວງ Tripoli ແຕ່ກຸ່ມຝ່າຍຄ້ານ ທີ່ມີຫ້ອງການຕັ້ງຢູ່ໃນ
ນະຄອນ Tobruk ບໍ່ຍອມຮັບຮູ້ ລັດຖະບານນັ້ນ. ການຂາດຄວາມປອງດອງ ໃນ
ລັດຖະບານ ໄດ້ທຳລາຍ ຄວາມພະຍາຍາມ ເພື່ອສ້າງສາຄືນໃໝ່ ສະຖາບັນຕ່າງໆ
ເຊັ່ນວ່າ ກຳລັງຮັກສາຄວາມປອດໄພ ຂອງປະເທດ.

ທ່ານ Guterres ໄດ້ກ່າວໃນວັນຈັນມື້ນີ້ ວ່າ ການທີ່ບໍ່ສາມາດແຕ່ງຕັ້ງ ທ່ານ Fayyad
ໄດ້ນັ້ນ ແມ່ນ ການສູນເສຍ ສຳລັບ ຂະບວນການສັນຕິພາບ ໃຫ້ແກ່ລີເບຍ ແລະ
ປະຊາຊົນ ຂອງລີເບຍ.

ທ່ານ Fayyad ອາຍຸ 64 ປີ ໄດ້ຮັບການສຶກສາ ສາຂາເສດຖະສາດ ຈາກປະເທດ
ຕາເວັນຕົກ ຜູ້ທີ່ໄດ້ເຄີຍຮັບໃຊ້ເປັນນາຍົກລັດຖະມົນຕີ ຂອງປາແລັສໄຕນ໌ ຈາກ ປີ
2007 ຫາ 2013 ແລະ ຍັງໄດ້ເປັນລັດຖະມົນຕີ ກະຊວງການເງິນນຳ.

ສະຫະລັດ ແມ່ນລວມຢູ່ໃນ ບັນດາສະມາຊິກ ຂອງອົງການສະຫະປະຊາຊາດ ທີ່ມີ
ສຽງສ່ວນນ້ອຍ ທີ່ບໍ່ຮັບຮູ້ວ່າ ປາແລັສໄຕນ໌ ເປັນປະເທດນຶ່ງ ທີ່ເປັນເອກະລາດ. ໂດຍ
ຕາມທາງການແລ້ວ ປາແລັສໄຕນ໌ ແມ່ນບໍ່ໄດ້ເປັນສະມາຊິກ ພຽງແຕ່ເປັນຜູ້ສັງເກດ
ການ ປະເທດນຶ່ງ ຢູ່ໃນອົງການສະຫະປະຊາດ ເທົ່ານັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG