ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໒ ເມສາ ໒໐໒໓

ຫົວໜ້າອົງການ ສປຊ ກ່າວວ່າ ສະພາບອາກາດ ບໍ່ຢູ່ໃນເສັ້ນທາງຂອງເປົ້າໝາຍການຫລຸດຜ່ອນແກັສເຮືອນແກ້ວ


ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານແອນໂຕນີໂອ ກູແຕເຣສ, ກ່າວຖະແຫລງຕໍ່ບັນດານັກຂ່າວ ໃນລະຫວ່າງ ກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 76 ຂອງສະຫະປະຊາຊາດ ໃນນະຄອນນິວຢອກ, ວັນທີ 20 ກັນຍາ 2021.

ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານແອນໂຕນີໂອ ກູແຕເຣສ ໄດ້ສະແດງຄວາມເປັນຫ່ວງ ໃນວັນຈັນວານນີ້ ວ່າ ໂລກບໍ່ຢູ່ໃນເສັ້ນທາງທີ່ຈະສາມາດບັນລຸເປົ້າໝາຍອັນຮີບດ່ວນຫຼາຍປະການ ໃນການຕໍ່ສູ້ຕ້ານການປ່ຽນແປງຂອງດິນຟ້າອາກາດ.

ທ່ານກູແຕເຣສ ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ອີງຕາມຄຳໝັ້ນໝາຍໃນປັດຈຸ ບັນນີ້ ຂອງບັນດາປະເທດສະມາຊິກທັງຫຼາຍນັ້ນ ໂລກແມ່ນຢູ່ໃນເສັ້ນທາງແຫ່ງຄວາມຫາຍະນະໄປສູ່ການມີອຸນຫະພູມຄວາມຮ້ອນສູງເຖິງ 2.7 ອົງສາແຊລເຊີສ ແທນທີ່ຈະເປັນ 1.5 ແຊລເຊິສ ພວກເຮົາທັງໝົດເຫັນດີຕົກລົງວ່າ ຄວນຈຳກັດມັນໄວ້.” ທ່ານກ່າວຕໍ່ໄປວ່າ “ວິທະຍາສາດບອກພວກເຮົາວ່າ “ອັນໃດທີ່ສູງກວ່າ 1.5 ອົງສາ ກໍຈະເປັນໄພພິບັດ.”

ເພື່ອທີ່ຈະໃຫ້ຢູ່ໃນລະດັບ 1.5 ອົງສາ ອົງການສະຫະປະຊາຊາດ ກ່າວວ່າ ພວກປະເທດທີ່ຮັ່ງມີຕ້ອງໄດ້ປະກອບສ່ວນຫຼາຍຂຶ້ນ 100 ຕື້ໂດລາຕໍ່ປີ ແຕ່ນີ້ ຫາ 2025.

ການປ່ອຍແກັສເຮືອນແກ້ວຍັງຕ້ອງຖືກຕັດລົງໃຫ້ໄດ້ໃນເກືອບເຄິ່ງນຶ່ງ ພາຍໃນປີ 2030 ເພື່ອທີ່ຈະສາມາດເຮັດໃຫ້ບັນດາປະເທດທັງຫຼາຍບັນລຸເປົ້າໝາຍສະພາບການປ່ອຍຄາບອນໄດອັອກໄຊ ໃຫ້ເຫຼືອຢູ່ລະດັບສູນ ພາຍໃນປີ 2050. ອັນນີ້ລວມເຖິງວຽກງານທີ່ຫຍຸ້ງຍາກຂອງການເຮັດໃຫ້ບັນດາປະເທດທັງຫຼາຍຢຸດເຊົາການນຳໃຊ້ຖ່ານຫີນຢູ່ໃນໂຮງງານຕ່າງໆທີ່ສ້າງມົນລະພິດ.

ທ່ານກູແຕເຣສ ໄດ້ກ່າວຕື່ມວ່າ “ບ່ອນທີ່ຂ້າພະເຈົ້າເຊື່ອວ່າ ເສັ້ນທາງແມ່ນຍັງຢູ່ຍາວໄກນັ້ນ ແມ່ນພົວພັນກັບການຫລຸດຜ່ອນການປ່ອຍມົນລະພິດ.”

ເກືອບ 80 ເປີເຊັນຂອງການປ່ອຍມົນລະພິດນັ້ນ ແມ່ນມາຈາກພວກປະເທດໃນກຸ່ມປະເທດທີ່ມີເສດຖະກິດໃຫຍ່ທີ່ສຸດຂອງໂລກ ຫຼືກຸ່ມ G-20.

ໃນເດືອນພະຈິກ ບັນດາປະເທດທັງຫຼາຍ ຈະພົບປະກັນໃນນະຄອນແກລສໂກ ຂອງສະກັອດແລນ ສຳລັບກອງປະຊຸມກ່ຽວກັບສະພາບອາກາດທີ່ສຳຄັນເພື່ອທົບທວນຄືນຄວາມຄືບໜ້າໃນດ້ານຄວາມໝັ້ນໝາຍ ນັບຕັ້ງແຕ່ຂໍ້ຕົກລົງປາຣີ ປີ 2015 ກ່ຽວກັບສະພາບອາກາດ.

ໃນວັນຈັນວານນີ້ ທ່ານກູແຕເຣສ ຊຶ່ງເປັນເຈົ້າພາບຮ່ວມກັບນາຍົກລັດຖະ ມົນຕີຂອງອັງກິດ ທ່ານບໍຣິສ ຈອນສັນ ກໍໄດ້ພົບປະກັນໃນກອງປະຊຸມນ້ອຍຮ່ວມກັບບັນດາປະເທດທີ່ສຳຄັນຈຳນວນນຶ່ງ ສຳລັບນຶ່ງໃນການໂຮມຊຸມນຸມຂັ້ນສຸດທ້າຍ ກ່ອນໜ້າກອງປະຊຸມໃຫຍ່.

ທ່ານກູແຕເຣສ ແລະທ່ານຈອນສັນ ຕ່າງກໍຢ້ຳເຕືອນວ່າ ກອງປະຊຸມເພື່ອທົບທວນຄືນນີ້ ທີ່ຮູ້ຈັກກັນຄື COP26 ບໍ່ສາມາດລົ້ມແຫຼວໄດ້ ແລະວ່າ ຕ້ອງມີຄຳໝັ້ນໝາຍທີ່ທະເຍີທະຍານ.

“ຂ້າພະເຈົ້າຄຶດວ່າ ແກລສໂກ - COP26 ນີ້ ເປັນຈຸດຫັນປ່ຽນສໍາລັບໂລກ” ທ່ານຈອນສັນ ໄດ້ກ່າວຕໍ່ບັນດານັກຂ່າວ. ທ່ານກ່າວອີກວ່າ “ມັນເປັນຊ່ວງເວລາ ທີ່ພວກເຮົາຕ້ອງໄດ້ເປັນຜູ້ໃຫຍ່ ແລະຮັບເອົາຄວາມຮັບຜິດຊອບຂອງພວກເຮົາ.”

ອົງການສະຫະປະຊາຊາດ ກ່າວວ່າ ເຄິ່ງນຶ່ງຂອງທຶນສະໜັບສະໜຸນຈາກສາທາລະນະດ້ານສະພາບອາກາດ ມູນຄ່າ 100 ຕື້ໂດລາຕໍ່ປີ ຈະຕ້ອງນຳ ໄປໝຸນໃຊ້ໃນປະເທດທີ່ກຳລັງພັດທະນາທັງຫຼາຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Leaders to Gather at UN Against COVID-19 Backdrop
please wait

No media source currently available

0:00 0:04:03 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG