ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າອົງການ ສປຊ ຕ້ອງການເງິນ 35 ຕື້ໂດລາ ເພື່ອຂະຫຍາຍ ການເຂົ້າເຖິງຢາວັກຊີນ COVID-19 ໃນທົ່ວໂລກ


ແກ້ວຢາຂະໜາດນ້ອຍທີ່ມີກາ "Vaccine COVID-19" ຕິດໃສ່ ແລະ ເຂັມສັກຢາ. 10 ເມສາ, 2020.
ແກ້ວຢາຂະໜາດນ້ອຍທີ່ມີກາ "Vaccine COVID-19" ຕິດໃສ່ ແລະ ເຂັມສັກຢາ. 10 ເມສາ, 2020.

ເລຂາທິການໃຫຍ່ສະຫະປະຊາຊາດໄດ້ຂໍຮ້ອງປະຊາຄົມນານາຊາດ ໃນວັນພຸດວານນີ້ສຳລັບເງິນ 35 ຕື້ໂດລາ ເພື່ອເປັນເງິນທຶນສຳລັບການເຂົ້າເຖິງການກວດຫາ, ຮັກສາບຳບັດ COVID-19, ແລະ ຢາວັກຊີນເວລາທີ່ມັນມີອອກມາໃນທົ່ວໂລກ ໃຫ້ເທົ່າທຽມກັນ ຢ່າງວ່ອງໄວ, ໃນຂະນະທີ່ການເສຍຊີວິດຍ້ອນໄວຣັສໂຄໂຣນາ ໄດ້ກາຍ 1 ລ້ານຄົນແລ້ວ.

ທ່ານ ແອນໂຕນີໂອ ກູເຕເຣສ ໄດ້ກ່າວໃນກອງປະຊຸມທາງວິດີໂອ ກ່ຽວກັບ ໂຄງການເລັ່ງການເຂົ້າຫາເຄື່ອງມື COVID-19 ຫຼື ACT-Accelerator, ທີ່ເປັນກົນໄກເຊິ່ງອົງການສະຫະປະຊາຊາດກຳລັງປະສານງານ ກ່ຽວກັບ ການຕອບຮັບຂອງເຂົາເຈົ້າ.

ໂຄງການ ACT-Accelerator ໄດ້ເລີ່ມຂຶ້ນ ໃນທ້າຍເດືອນເມສາທີ່ຜ່ານມາໃນຂະນະທີ່ລັດຖະບານ, ນັກວິທະຍາສາດ, ພາກເອກະຊົນ ແລະ ກຸ່ມສັງຄົມພົນລະເຮືອນໃນທົ່ວໂລກ ຮ່ວມມືກັນເພື່ອຢຸດໂຣກລະບາດ ດ້ວຍການຮັບປະກັນວ່າບໍ່ແມ່ນພຽງແຕ່ບັນດາປະເທດທີ່ຮັ່ງມີເທົ່ານັ້ນທີ່ໄດ້ຮັບເຄື່ອງມືທີ່ຈຳເປັນ, ລວມທັງ ຢາວັກຊີນ, ແຕ່ປະເທດທີ່ທຸກຍາກກໍຈະໄດ້ຮັບເຊັ່ນກັນ.

ໂຄງການດັ່ງກ່າວໄດ້ຮັບການຊ່ວຍເຫຼືອເບື້ອງຕົ້ນ 3 ພັນລ້ານໂດລາ ສຳລັບຂັ້ນຕອນການເລີ່ມຕົ້ນຂອງເຂົາເຈົ້າ ແລະ ຫົວໜ້າອົງການສະຫະປະຊາຊາດເວົ້າວ່າ ເຂົາເຈົ້າຕ້ອງການ 35 ຕື້ໂດລາຕື່ມອີກ ເຊິ່ງ 15 ຕື້ໂດລານັ້ນແມ່ນດ່ວນ ເພື່ອທີ່ຈະບັນລຸເປົ້າໝາຍຂອງເຂົາເຈົ້າ ໃນການຜະລິດຢາວັກຊີນ 2 ຕື້ໂດສ, ການປິ່ນປົວ 245 ລ້ານຄົນ ແລະ ອຸປະກອນການກວດໂຣກ 500 ລ້ານອັນ.

ທ່ານ ກູເຕເຣສ ໄດ້ກ່າວວ່າ “ແຫຼ່ງຊັບພະຍາກອນພວກນີ້ແມ່ນສຳຄັນໃນເວລານີ້ ເພື່ອຫຼີກລ່ຽງການສູນເສຍໂອກາດສຳລັບຂັ້ນຕອນທີ່ກ້າວໜ້າ ແລະ ການຜະລິດ, ເພື່ອສະສົມໄວ້ໃນຄັງ ຄຽງຄູ່ກັບການອອກລາຍເຊັນເພື່ອຂະຫຍາຍການຄົ້ນຄວ້າ ແລະ ເພື່ອຊ່ວຍເຫຼືອປະເທດຕ່າງໆກະກຽມການໃຊ້ຢາວັກຊີນໃໝ່ໃຫ້ເໝາະສົມ ເວລາທີ່ມັນມາຮອດ.”

ຂະແໜງຢາວັກຊີນຂອງໂຄງການດັ່ງກ່າວ, ເຊິ່ງເປັນຮູ້ຈັກກັນໃນຊື່ COVAX Facility ຫຼື ການຈັດຊື້ຢາວັກຊີນ COVID-19 ໃນໂລກ, ແມ່ນກຳລັງສະໜັບສະໜູນການພັດທະນາຢາວັກຊີນ 9 ຊະ ນິດ, ພ້ອມກັບອີກຫຼາຍອັນແມ່ນກຳລັງຖືກພັດທະນາຢູ່.

ຜູ້ຮ່ວມຈັດກອງປະຊຸມ, ລັດຖະມົນຕີການຕ່າງປະເທດ ອັງກິດ ທ່ານ ໂດມີນິກ ຣາບ ໄດ້ກ່າວວ່າ “ການຮ່ວມມືແມ່ນຄວາມຫວັງທີ່ດີທີ່ສຸດຂອງພວກເຮົາເພື່ອທີ່ຈະຄວບຄຸມໂຣກລະບາດ ແລະ ເປັນຄວາມຫວັງທີ່ດີທີ່ສຸດທີ່ຈະຮັກສາເສດຖະ ກິດ ແລະ ສັງຄົມຂອງພວກເຮົາໃຫ້ເປີດຄືເກົ່າ, ເຊິ່ງສາ ມາດຮັບປະກັນການຟື້ນຟູເສດຖະກິດສ່ວນຮວມໄດ້ຢ່າງແທ້ຈິງ.” ລັດຖະບານຂອງທ່ານ ແລະ ລັດ ຖະບານອື່ນໆລວມມີ ເຢຍຣະມັນ, ສວີເດັນ ແລະ ການາດາ ໄດ້ປະກາດການໃຫ້ເງິນຊ່ວຍເຫຼືອກືອບ 1 ພັນລ້ານໂດລາ ເພື່ອເປັນເງິນທຶນໃໝ່ສຳລັບໂຄງການດັ່ງກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG