ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສ​ປ​ຊ ຮຽກ​ຮ້ອງ​ການ​ສືບ​ສວນ ກ່ຽວ​ກັບ ຄວາມ​ເປັນ​ໄປ​ໄດ້ ຂອງ​ກາ​ນ​ລັກ​ເຈາະ ​ຂໍ້​ມູນ​ໂທ​ລະ​ສັບ​ຂອງ​ທ່ານ ເບ​ຊອ​ສ


ທ່ານ ເຈັ​ຟ ເບ​ຊັອ​ສ ຜູ້​ກໍ່​ຕັ້ງ​ບໍ​ລິ​ສັດ ອາ​ມາ​ຊອນ ທຳ​ການ​ສະ​ເໜີ​ສິນ​ຄ້າ​ໃນ​ເມືອງ ແຊນ​ຕາ ໂມ​ນິ​ກາ, ລັດ​ຄາ​ລິ​ຟໍ​ເນຍ. 6 ກັນ​ຍາ, 2012.
ທ່ານ ເຈັ​ຟ ເບ​ຊັອ​ສ ຜູ້​ກໍ່​ຕັ້ງ​ບໍ​ລິ​ສັດ ອາ​ມາ​ຊອນ ທຳ​ການ​ສະ​ເໜີ​ສິນ​ຄ້າ​ໃນ​ເມືອງ ແຊນ​ຕາ ໂມ​ນິ​ກາ, ລັດ​ຄາ​ລິ​ຟໍ​ເນຍ. 6 ກັນ​ຍາ, 2012.

ບັນ​ດາ​ນັກ​ສືບ​ສວນ​ສອບ​ສວນ​ສິດ​ທິ​ມະ​ນຸດ ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ກ່າວ​ວ່າ ຊາ​ອຸ​ດີ ອາ​ຣາ​ເບຍ ອາດ​ໄດ້​ລັກ​ເຈາະ​ຂໍ້​ມູນ​ໂທ​ລະ​ສັບ​ມື​ຖື ​ຂອງ​ຫົວ​ໜ້າ​ບໍ​ລິ​ສັດ ອາ​ມາ​ຊອນ ແລະ ເຈົ້າຂອງ ໜັງ​ສື​ພິມ ວໍ​ຊິງ​ຕັນ ໂພ​ສ​ທ໌ ທ່ານ ເຈັ​ຟ ເບ​ຊອ​ສ ໃນ​ການ​ພະ​ຍາ​ຍາມ​ທີ່​ຈະ​ສ້າງ​ຜົນ​ກະ​ທົບ ​ຕໍ່​ການ​ອອກ​ຂ່າວ​ຂອງ​ໜັງ​ສື​ພິມ​ດັ່ງ​ກ່າວ ກ່ຽວ​ກັບ ຊາ​ອຸ​ດີ ​ທີ່​ຕັ້ງ​ຢູ່ພາກ​ຕາ​ເວັນ​ອອກ​ກາງ​ນັ້ນ.

ບັນ​ດາ​ນັກ​ສືບ​ສວນ​ໄດ້​ສະ​ຫຼຸບ​ໃນ​ລາຍ​ງານ​ສະ​ບັບ​ນຶ່ງ ​ທີ່​ຖືກ​ເປີ​ດ​ເຜີຍ​ໃນ​ວັນ​ພຸດ​ວານນີ້​ວ່າ ວິ​ດີ​ໂອ ທີ່​ມີ​ໄວ​ຣັ​ສ​ຈາກ​ບັນ​ຊີ WhatsApp ຂອງ​ອົງ​ມົງ​ກຸດ ໂມ​ຮຳ​ເມັດ ບິນ ຊາ​ລ​ມານ ໄດ້​ຖືກ​ສົ່ງ​ໄປ​ໂທ​ລະ​ສັບ​ມື​ຖື​ຂອງ​ເສດ​ຖີ​ພັນ​ລ້ານ​ດັ່ງ​ກ່າວ.

ຜູ້​ຂຽນ​ລາຍ​ງານ​ພິ​ເສດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ນາງ ແອກ​ເນັ​ສ ຄາ​ລາ​ມາດ ແລະ ທ່ານ ເດ​ວິດ ເຄ​ເຢ ໄດ້​ກ່າວ​ໃນ​ນະ​ຄອນຫຼວງ ເຈ​ນີ​ວາ ວ່າ “ການ​ກ່າວ​ຫາ​ລັກ​ເຈາະ​ຂໍ້​ມູນ​ໂທ​ລະ​ສັບ​ຂອງ​ທ່ານ ເບ​ຊອ​ສ ແລະ ຄົນ​ອື່ນໆ, ຕ້ອງ​ໄດ້​ມີ​ການ​ສືບ​ສວນ​ສອບ​ສວນ​ຢ່າງ​ຮີບ​ດ່ວນ​ໂດຍ ສະ​ຫະ​ລັດ ແລະ ບັນ​ດາ​ເຈົ້າ​ໜ້າ​ທີ່ໆ​ສຳ​ຄັນ​ຄົນ​ອື່ນໆ.”

ບັນ​ດາ​ນັກ​ຊ່ຽວ​ຊານ​ນິ​ຕິ​ວິ​ທະ​ຍາ​ສາດ ດ້ານ​ລະ​ບົບ​ດິ​ຈິ​ຕອ​ລ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ ຜູ້​ທີ່​ໄດ້​ວິ​ເຄາະ​ໂທ​ລະ​ສັບ​ຂອງ​ທ່ານ ເບ​ຊອ​ສ ໃນ​ປີ 2019 ໄດ້​ກ່າວ​ວ່າ ສະ​ຖິ​ຕິ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ພາຍ​ໃນ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຂອງ​ການ​ໄດ້​ຮັບ​ວິ​ດີ​ໂອ​ດັ່ງ​ກ່າວ​ນັ້ນ, ມັນ​ໄດ້​ມີ​ການ​ປ່ຽນ​ແປງ​ທີ່ “ຜິດ​ປົກ​ກະ​ຕິ ແລະ ການ​ປ່ຽນ​ແປງ​ຢ່າງ​ຮຸນ​ແຮງ” ໃນ​ການ​ເຮັດ​ວຽກ​ຂອງ​ໂທ​ລະ​ສັບ,” ອີງ​ຕາມ​ບົດ​ລາຍ​ງານ.

ບັນ​ດາ​ນັກ​ຊ່ຽວ​ຊານ​ໄດ້​ກ່າວ​ຕື່ມ​ອີກວ່າ ຂໍ້​ມູນ​ຈຳ​ນວນຫຼາຍ​ຈາກ​ໂທ​ລະ​ສັບ​ຂອງ​ທ່ານ ເບ​ຊອ​ສ ໄດ້​ຖືກ​ສົ່ງ​ຕໍ່​ໃນ​ຫຼາຍ​ເດືອນ​ຕໍ່​ມາ.

ສະ​ຖານ​ທູດ ຊາ​ອຸ​ດີ ອາ​ຣາ​ເບຍ ໃນ​ ສະ​ຫະ​ລັດ ໄດ້​ປະ​ຕິ​ເສດ​ການ​ລັກ​ເຈາະ​ຂໍ້​ມູນ​ໂທ​ລະ​ສັບຢ່າງ​ຮຸນ​ແຮງ, ດ້ວຍ​ການ​ຂຽນ​ຂໍ້​ຄວາມ​ໃນ​ທວິດ​ເຕີ​ວ່າ ລາຍ​ງານ​ຂອງ​ສື່ມວນ​ຊົນທີ່ສະ​ເໜີ​ວ່າ ໄດ້ການ​ລັກ​ເຈາະ​ຂໍ້​ມູນເກີດ​ຂຶ້ນ​ນັ້ນ ແມ່ນ “ບໍ່​ເປັນ​ຄວາມ​ຈິງ.” ສະ​ຖານ​ທູດ​ດັ່ງ​ກ່າວ​ຍັງ​ໄດ້​ຮຽກ​ຮ້ອງ​ໃຫ້​ທຳ​ການ​ສືບ​ສວນ​ສອບ​ສວນ ກ່ຽວ​ກັບ ບັນ​ຫາ​ດັ່ງ​ກ່າວ “ສະ​ນັ້ນ​ພວກ​ເຮົາ​ຈຶ່ງ​ໄດ້​ຂໍ້​ມູນ​ທີ່​ແທ້​ຈິງ​ອອກ​ມາ.”

ລາຍ​ງານ​ດັ່ງ​ກ່າວ​ແມ່ນ​ເບິ່ງ​ຄື​ວ່າ ​ຈະ​ທຳ​ການ​ຍຸ​ແຍ່​ຕໍ່​ສາຍ​ພົວ​ພັນ​ລະ​ຫວ່າງ ລາ​ຊະ​ອາ​ນາ​ຈັກ ຊາ​ອຸ ກັບ​ທ່ານ ເບ​ຊອ​ສ, ເຊິ່ງ​ແມ່ນ​ຜູ້​ຊາຍ​ທີ່​ລວຍ​ທີ່​ສຸດ​ໃນ​ໂລກ.

ສາຍ​ພົວ​ພັນ​ຕ່າງ​ໆ​ໄດ້​ເລີ່ມຊຸດ​ໂຊມ​ລົງ ຫຼັງ​ຈາກ​ການ​ຄາດ​ຕະ​ກຳ​ທ່ານ ເຈມ​ສ໌ ຄາ​ຊອກ​ກີ, ຜູ້​ຄັດ​ຄ້ານ​ລັດ​ຖະ​ບານ ຊາ​ອຸ​ດີ ອາ​ຣາ​ເບຍ ​ທີ່ເປັນ​ນັກ​ຂ່າວ​ຂອງໜັງ​ສື​ພິມ ວໍ​ຊິງ​ຕັນ ໂພ​ສ​ທ໌.

United Nations human rights investigators say Saudi Arabia may have hacked the cell phone of Amazon boss and Washington Post owner Jeff Bezos in an attempt to impact the newspaper's news coverage of the Middle Eastern country.

The investigators concluded in a report released Wednesday that an infected video from the WhatsApp account of Crown Prince Mohammed bin Salman was sent to the billionaire's cell phone.

"The alleged hacking of Mr. Bezos' phone, and those of others, demands an immediate investigation by U.S. and other relevant authorities," UN Special Rapporteurs Agnes Callamard and David Kaye said in Geneva.

UN digital forensics experts who analyzed Bezos' phone in 2019 said records showed that within hours of receiving the video, there was "an anomalous and extreme change in phone behavior," according to the report.

The experts also said enormous amounts of data from Bezos' phone was transmitted in the following months.

The Saudi embassy in the U.S. vehemently denied hacking the phone, tweeting that media reports suggesting the hacking occurred "are absurd." The embassy also called for an investigation into the matter "so that we can have all the facts out." [[ https://twitter.com/SaudiEmbassyUSA/status/1219792870389035008 ]]

The report is likely to exacerbate relations between the Saudi kingdom and Bezos, the world's richest man.

Relations began to sour after the murder of James Khashoggi, a Saudi dissent columnist for the Washington Post.

Khashoggi was killed by Saudi agents inside the Saudi consulate in Turkey in October 2018, five months after Bezos' phone was infiltrated.

"The information we have received suggests the possible involvement of the Crown Prince in surveillance of Mr. Bezos, in an effort to influence, if not silence, the Washington Post's reporting of Saudi Arabia, the UN experts said.

The investigators said the timing and circumstances of the hacking are grounds to further investigate "allegations that the Crown Prince ordered, incited, or, at a minimum, was aware of planning for" the plot to kill Khashoggi.

XS
SM
MD
LG