ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ​ຮຽກຮ້ອງ ​ໃຫ້ມຽນມາ ​ແກ້​ໄຂ ເລື່ອງສັນຊາດ ຂອງ ຊາວໂຮຣິງຢາ​


ສະຫະປະຊາຊາດ ກ່າວວ່າ ຍັງ​ມີ 140,000 ຄົນ​ ບໍ່​ມີ​ບ່ອນ​ພັກ​ພາ​ອາ​​
ໄສ ​ຢູ່ໃນ​ລັດ Rakhine ທາງ ພາກ​ຕາ​ເວັນ​ຕົກ​ຂອງມຽນມາ.
ສະຫະປະຊາຊາດ ກ່າວວ່າ ຍັງ​ມີ 140,000 ຄົນ​ ບໍ່​ມີ​ບ່ອນ​ພັກ​ພາ​ອາ​​ ໄສ ​ຢູ່ໃນ​ລັດ Rakhine ທາງ ພາກ​ຕາ​ເວັນ​ຕົກ​ຂອງມຽນມາ.
ສະຫະ​ປະຊາ​ຊາດ​ຮຽກຮ້ອງ​ໃຫ້ມຽນມາ ​ແກ້​ໄຂຖານະ​ການໄດ້​
ຮັບ​ສັນຊາດ​ແລະ ​ຄວາມຈຳ​ເປັນ ໃນ​ໄລຍະ​ຍາວ​ອື່ນໆ ສຳລັບ​
ພວກຊົນ​ກຸ່ມ​ນ້ອຍມຸສລິ​ມ​ໂຣຮິງ​ຢາ ຊຶ່ງ​ຫລາຍ​ສິບ​ພັນ​ຄົນ​ຍັງພາ
ກັນອາ​ໄສຢູ່ຕາມ​ສູນ​ອົບ​ພະ​ຍົບຕ່າງໆລຸນ​ຫລັງ​ທີ່​ໄດ້​ ຄວາມ​ຮຸນ
​ແຮງ​ລະຫວ່າງ​ຊຸມຊົນ.

ອົງການບັນ​ເທົາທຸກ​ດ້ານ​ມະນຸດສະ​ທໍາ ສະຫະ​ປະຊາ​ຊາດ ກ່າວ
​ໃນ​ວັນ​ອັງຄານ ມື້​ນີ້​ວ່າ ຍັງ​ມີ 140,000 ຄົນ​ ບໍ່​ມີ​ບ່ອນ​ພັກ​ພາ​ອາ
ໄສ​ຢູ່ໃນ​ລັດ Rakhine ທາງ ພາກ​ຕາ​ເວັນ​ຕົກ​ຂອງປະ​ເທດ ນຶ່ງ​
ປີ​ຫລັງ​ຈາກ​ໄດ້​ເກີດ​ການ​ປະ​ທະ​ກັນ​ລະຫວ່າງ ຊາວ​ພຸດແລະ
​ມຸສລິ​ມ ທີ່ເຮັດ​ໃຫ້​ມີຜູ້​ເສຍ​ຊີວິດ​ປະ​ມານ 200 ຄົນແລະສ່ວນ​
ໃຫຍ່ ​ຂອງຂົງ​ເຂດ​ດັ່ງກ່າວ​ ໄດ້​ມີ​ການແບ່ງ​ແຍກທາງ​ດ້ານ​ເຊື້ອຊາດເຜົ່າ​ພັນແລະດ້ານ
ສາສະໜາ.

ລາຍ​ງານ​ກ່າວ​ວ່າ ການ​ເພີ້​ມການໃຫ້ຊ່ວຍ​ເຫຼືອທາງດ້ານ​ມະນຸດສະ​ທໍາ ​ໄດ້ຊ່ວຍ ​ແກ້​ໄຂ
ຄວາມ​ຈຳ​ເປັນອັນ​ຮີບ​ສຳລັບປະຊາ​ຄົມ​ພວກ​ອົບ​ພະຍົບຫຼົບ​ໄພ. ລາຍ​ງານ​ກ່າວ​ວ່າ ປັດ
ຈຸບັນ​ນີ້ ອາຫານ​ແມ່ນ​ໄດ້​ມີ​ການ​ແຈກ​ຢາຍເປັນ​ປະ​ຈໍາ​ໃຫ້​ແກ່​ບັນດາ​ຜູ້​ທີ່​ຕ້ອງການ ສ້ວມ
​ຖ່າຍປະມານ 3000 ຫ້ອງ​ແມ່ນ​ມີ​ໄວ້​ໃຫ້​ໃຊ້ ​ແລະ​ທີ່​ພັກ​ພາ​ອາໄສ​ຊົ່ວ​ຄາວສຳລັບ
71,000 ຄົນ ໄດ້​ມີ​ການສ້າງ​ຂື້ນ.

​ແຕ່​ອົງການບັນ​ເທົາ​ທຸກ​ສະຫະ​ປະຊາ​ຊາດ ​ໄດ້​ກ່າວ​ຢ່າງລະມັດລະວັງວ່າ ມາດ​ຕະການ
ເຫຼົ່ານີ້​ເປັນ​ພຽງມາດ​ຕະການ​ຊົ່ວຄາວ​ເທົ່າ​ນັ້ນ ​ແລະ​ເຕືອນ​ວ່າ​ຮາກ​ຖານ​ຂອງ​ສາ​ເຫດ​
ຄວາມເຄັ່ງ​ຕຶງ ຕ້ອງ​ໄດ້​ມີ​ການ​ແກ້​ໄຂ​ເພື່ອ​ຟື້ນຟູສັນຕິ​ພາບ​ແລະ​ການ ​ຢູ່​ຮ່ວມ​ກັນ​ແບບ
​ຍືນ​ຍົງ.

​ອົງການ​ດັ່ງກ່າວ​ຂອງ​ສະຫະ​ປະຊາ​ຊາດ ​ແມ່ນຮຽກຮ້ອງຢ່າງ​ເປັນການສະ​ເພາະ​ ​ໃຫ້​
ແກ້​ໄຂ ​ເລື່ອງການ​ໃຫ້​ສັນຊາດ​ແກ່ຊາວມຸສລິ​ມໂຣຮິງຢາ 80.000 ຄົນ​ຢູ່ໃນ ລັດ
Rakhine. ລາຍ​ງານ​ກ່າວ​ອີກ​ວ່າ “ຜົນ​ທີ່​ຕິດຕາມ​ມາ ກ່ຽວ​ກັບ​ພວກ​ມຸສລິ​ມ ທີ່ບໍ່​ມີ
ປະ​ເທດ ຢູ່​ໃນ​ລັດ Rakhine ຍັງສືບ​ຕໍ່​ເປັນ​ຜົນກະທົບ​ໂດຍ​ກົງຕໍ່​ການ​ເຄົາ ລົບ​ນັບຖື​
ສິດທິ​ພື້ນຖານ​ຂອງມະນຸດ ຕະຫຼອດທັງ​ການ​ພັດທະນາ​ທາງ​ດ້ານສັງຄົມ ​ແລະເສດ
ຖະກິດ” ຢູ່​ໃນມຽນມາ.
XS
SM
MD
LG