ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສປຊ ລາຍງານວ່າ ມຽນມາ ຕັ້ງໃຈ ຂັບໄລ່ ຊາວໂຣຮິງຢາ ອອກຈາກປະເທດ


ພວກຊາວໂຣຮິງຢາ ມຸສລິມ ຈາກມຽນມາ ທີ່ຫາກໍໄປຮອດ ໃໝ່ໆ ກຽມພ້ອມ ທີ່ຈະອອກໄປຈາກພື້ນທີ່ ທີ່ພວກເຂົາເຈົ້າໃຊ້ເປັນເຂດຂ້າມຜ່ານ ໄປຍັງທີ່ພັກອາໄສຊົ່ວຄາວ ຢູ່ໃນເມືອງ Shahparirdwip ຂອງ Bangladesh, ວັນຈັນ ທີ 2 ຕຸລາ 2017.
ພວກຊາວໂຣຮິງຢາ ມຸສລິມ ຈາກມຽນມາ ທີ່ຫາກໍໄປຮອດ ໃໝ່ໆ ກຽມພ້ອມ ທີ່ຈະອອກໄປຈາກພື້ນທີ່ ທີ່ພວກເຂົາເຈົ້າໃຊ້ເປັນເຂດຂ້າມຜ່ານ ໄປຍັງທີ່ພັກອາໄສຊົ່ວຄາວ ຢູ່ໃນເມືອງ Shahparirdwip ຂອງ Bangladesh, ວັນຈັນ ທີ 2 ຕຸລາ 2017.

ອົງການສະຫະປະຊາຊາດກ່າວວ່າ ຄວາມຮຸນແຮງທີ່ເກີດຂຶ້ນ ຢູ່ລັດ Rakhine ທາງພາກ
ຕາເວັນຕົກຂອງມຽນມາ ນັ້ນ ແມ່ນເປັນສ່ວນນຶ່ງ ຂອງການປະຕິບັດການ “ປະສານສົມທົບ
ແລະ ເປັນລະບົບ”
ໂດຍກອງກຳລັງຂອງລັດຖະບານ ເພື່ອຈະຂັບໄລ່ ພວກຊາວມຸສລິມ
ໂຣຮິງຢາ ອອກໄປຈາກຂົງເຂດດັ່ງກ່າວ ຢ່າງເປັນການຖາວອນ.

ບົດລາຍງານສະບັບນຶ່ງ ທີ່ໄດ້ນຳອອກເຜີຍແຜ່ ເມື່ອວັນພຸດວ່ານນີ້ ທີ່ນະຄອນ Geneva
ໂດຍຫ້ອງການສິດທິມະນຸດ ຂອງອົງການສະຫະປະຊາຊາດ ໄດ້ກ່າວຫາ ພວກທະຫານ
ມຽນມາ ທີ່ຮ່ວມສົມທົບໂດຍກຸ່ມຊາວພຸດຕິດອາວຸດ ວ່າ ບໍ່ພຽງແຕ່ທຳການໂຈມຕີ ບ້ານ
ເຮືອນ ແລະ ຄຸ້ມບ້ານຕ່າງໆຂອງຊາວໂຣຮິງຢາ ແລ້ວ ແຕ່ຍັງພະຍາຍາມທີ່ຈະ “ລຶບລ້າງ
ສັນຍາລັກຕ່າງໆ ຊຶ່ງເປັນສິ່ງເຕືອນຄວາມຊົງຈຳ ຢ່າງສິ້ນເຊີງ”
ຢູ່ໃນພື້ນທີ່ຂອງຊາວ
ໂຣຮິງຢາເພື່ອເຮັດໃຫ້ສະຖານ ທີ່ເຫຼົ່ານີ້ ເບິ່ງບໍ່ອອກຄືແຕ່ເກົ່າ.

ພວກອົບພະຍົບ ຊາວໂຣຮິງຢາ ລຽນຄິວ ເພື່ອຂໍການຊ່ວຍເຫຼືອ ຢູ່ທີ່ເມືອງ Cox's Bazar ຂອງ Bangladesh, ວັນທີ 26 ກັນຍາ 2017.
ພວກອົບພະຍົບ ຊາວໂຣຮິງຢາ ລຽນຄິວ ເພື່ອຂໍການຊ່ວຍເຫຼືອ ຢູ່ທີ່ເມືອງ Cox's Bazar ຂອງ Bangladesh, ວັນທີ 26 ກັນຍາ 2017.

ພວກອົບພະຍົບ ຫຼາຍກວ່າ ເຄິ່ງລ້ານຄົນ ໄດ້ພາກັນຫລົບໜີອອກຈາກມຽນມາ ໄປຍັງ
ເມືອງ Cox’s Bazar ໃນບັງກລາແດັສ ເລີ້ມຕັ້ງແຕ່ວັນທີ 25 ສິງຫາ ເປັນຕົ້ນມາ ຫຼັງຈາກ
ການໂຈມຕີປ້ອມຕ່າງໆຂອງກຳລັງຮັກສາຄວາມປອດໄພມຽນມາ ໂດຍພວກຫົວຮຸນແຮງ
ໂຣຮິງຢາ ຈຶ່ງໄດ້ກໍ່ໃຫ້ເກີດການປາບປາມຢ່າງຮຸນແຮງດັ່ງກ່າວນັ້ນ. ແຕ່ລາຍງານຂອງ
ອົງການສະຫະປະຊາຊາດ ໄດ້ອ້າງອີງເຖິງການສຳພາດ 65 ຄັ້ງ ກັບພວກອົບພະຍົບ
ໂຣຮິງຢາຫຼາຍຮ້ອຍຄົນ ເຊິ່ງບົດລາຍງານນີ້ ກ່າວວ່າ ອັນທີ່ເອີ້ນວ່າ “ການປະຕິບັດ ການກວດລ້າງ” ຢູ່ໃນລັດ Rakhine ໄດ້ເລີ້ມຕົ້ນຂຶ້ນ ເກືອບນຶ່ງເດືອນກ່ອນໜ້ານີ້.

ທ່ານນາງ Karin Friedrich (ຊ້າຍ) ແລະ ທ່ານ Thomas Hunecke ເຂົ້າຮ່ວມກອງປະຊຸມ ຖະແຫລງຂ່າວ ກ່ຽວກັບບົດລາຍງານ ຂອງຄະນະກຳມາທິການ ຈາກສຳນັກງານອົງການສະຫະປະຊາຊາດ ເພື່ອສິດທິມະນຸດ ປະຈຳເອເຊຍຕາເວັນອອກສຽງໃຕ້ (OHCHR) ເລື່ອງພາລະກິດການຕອບສະໜອງ ຢ່າງວອງໄວ ແກ່ເມືອງ Cox's Bazaar ຂອງ Bangladesh, ສຳລັບ ວິກິດການ ຕໍ່ຊາວໂຣຮິງຢາ ໃນມຽນມາ, ຢູ່ທີ່ອົງການສະຫະປະຊາຊາດ ໃ ນະຄອນ Geneva ຂອງ Switzerland, ວັນທີ 11 ຕຸລາ 2017.
ທ່ານນາງ Karin Friedrich (ຊ້າຍ) ແລະ ທ່ານ Thomas Hunecke ເຂົ້າຮ່ວມກອງປະຊຸມ ຖະແຫລງຂ່າວ ກ່ຽວກັບບົດລາຍງານ ຂອງຄະນະກຳມາທິການ ຈາກສຳນັກງານອົງການສະຫະປະຊາຊາດ ເພື່ອສິດທິມະນຸດ ປະຈຳເອເຊຍຕາເວັນອອກສຽງໃຕ້ (OHCHR) ເລື່ອງພາລະກິດການຕອບສະໜອງ ຢ່າງວອງໄວ ແກ່ເມືອງ Cox's Bazaar ຂອງ Bangladesh, ສຳລັບ ວິກິດການ ຕໍ່ຊາວໂຣຮິງຢາ ໃນມຽນມາ, ຢູ່ທີ່ອົງການສະຫະປະຊາຊາດ ໃ ນະຄອນ Geneva ຂອງ Switzerland, ວັນທີ 11 ຕຸລາ 2017.

ພວກອົບພະຍົບ ໄດ້ບອກບັນດານັກສືບສວນສະຫະປະຊາຊາດ ວ່າ ກ່ອນໜ້າ ແລະ
ໃນລະຫວ່າງ ການໂຈມຕີ ນັ້ນ ພວກກຳລັງຮັກສາຄວາມປອດໄພໄດ້ໃຊ້ ເຄື່ອງກະຈາຍ
ສຽງ ເພື່ອເຕືອນພວກຊາວບ້ານໃຫ້ຫລົບໜີໄປບັງກລາແດັສ ຫຼືບໍ່ ດັ່ງນັ້ນ “ພວກເຮົາກໍ
ຈະເຜົາເຮືອນຊານຂອງພວກເຈົ້າ ແລະສັງຫານເຈົ້າ.”
ພວກເຂົາເຈົ້າ ຍັງໄດ້ທົບທວນ
ເລື່ອງລາວຕ່າງໆ ຂອງກຳລັງຮັກສາຄວາມປອດໄພທີ່ຍິງປືນໃສ່ພວກຊາວບ້ານຢ່າງບໍ່
ເລືອກໜ້າ ແລະການຂົ່ມຂືນຊຳເລົາແບບເປັນໝູ່ຄະນະ ຕໍ່ພວກຍິງສາວ ທີ່ມີອາຍຸຍັງ
ນ້ອຍເຖິງ 5 ປີ ໂດຍພວກຜູ້ຊາຍທີ່ຢູ່ໃນເຄື່ອງແບບ.

The United Nations says the violence in Myanmar's western Rakhine state is part of a "coordinated and systematic" campaign by government forces to permanently drive the Rohingya Muslims out of the region.

A report issued Wednesday in Geneva by the U.N. human rights office accused Myanmar soldiers, joined by armed Buddhist mobs, of not only attacking Rohingya homes and villages, but also trying to "effectively erase signs of memorable landmarks" in Rohingya areas to make them unrecognizable.

More than half-a-million refugees have fled Myanmar for Bangladesh's Cox's Bazar since August 25, when attacks on Myanmar security outposts by Rohingya militants triggered a violent crackdown.But the U.N. report, based on a series of 65 interviews with hundreds Rohingya refugees, says the so-called "clearance operations" in Rakhine began almost a month earlier.

The refugees told U.N. investigators that even before and during attacks, security forces used megaphones to warn villagers to flee to Bangladesh, or "we will torch your houses and kill you."They also recounted stories of security forces firing at villagers at random, and gang rapes of girls as young as five years by uniformed men.

U.N. human rights chief Zeid Ra'ad al-Hussein has previously described the treatment of the Rohingyas as "a textbook example of ethnic cleansing."

Myanmar officials had no immediate reaction to the latest U.N. report.

The stateless Rohingya minority have long been denied basic rights in Buddhist-majority Myanmar, which views them as immigrants from Bangladesh, despite the fact that many families have lived there for generations

XS
SM
MD
LG