ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ກ່າວຫາ ກອງທັບ ມຽນມາ ກ່ຽວກັບ ການຂ້າລ້າງ ເຊື້ອຊາດ ຊາວໂຣຮິງຢາ


A Question of Genocide? The Rohingya Crisis One Year On
please wait

No media source currently available

0:00 0:29:00 0:00

ເຊີນຊົມລາຍການ Plugged In With Greta Van Susteren ກ່ຽວກັບ ວິກິດການ ໂຣຮິງຢາ.

ບັນດານັກສືບສວນສອບສວນອົງການສະຫະປະຊາຊາດ ໄດ້ກ່າວຫາບັນດາເຈົ້າໜ້າ
ທີ່ລະດັບສູງຂອງກອງທັບ ມຽນມາ ກ່ຽວກັບ ການຂ້າລ້າງເຊື້ອຊາດ ແລະ ການລ່ວງລະ
ເມີດສິດທິມະນຸດອື່ນໆ ຕໍ່ຊົນກຸ່ມນ້ອຍ ໂຣຮິງຢາ ຂອງປະເທດ. ຜູ້ຈັດລາຍການ
Plugged In ຂອງວີໂອເອ, ເກຣຕາ ແວນ ຊັສເຕີເຣັນ ແລະ ແຂກຮັບເຊີນຂອງລາວ
ໃນສັບປະດານີ້ໄດ້ລົມກັນ ກ່ຽວກັບ ການກ່າວຫາທີ່ວ່ານັ້ນ ໃນລາຍການດັ່ງກ່າວ. ນັກ
ຂ່າວວີໂອເອ ເຮຊຸສເມັນ ໂອນີ ມີລາຍງານເພີ່ມເຕີມ ເຊິ່ງ ພຸດທະສອນ ຈະນຳລາຍລະ
ອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.

ຄະນະກຳມະການຂອງບັນດານັກສືບສວນສອບສວນ ອົງການສະຫະປະຊາຊາດ ໃນ
ວັນຈັນທີ່ຜ່ານມາ, ໄດ້ອອກມາຮຽກຮ້ອງເປັນຄັ້ງທຳອິດ ໃຫ້ຮ້ອງຟ້ອງບັນດາຜູ້ນຳກອງ
ທັບຂອງ ມຽນມາ ກ່ຽວກັບ ການກໍ່ອາຊະຍາກຳສົງຄາມ ແລະ ການຂ້າລ້າງເຊື້ອຊາດ.

ລາຍງານຂອງອົງການສະຫະປະຊາຊາດໄດ້ຖືກເປີດເຜີຍນຶ່ງປີ ຫຼັງຈາກການປາບປາມ
ທີ່ໂຫດຮ້າຍຂອງກອງທັບຕໍ່ຊາວມຸສລິມ ໂຣຮິງຢາ ໃນປະເທດ ມຽນມາ, ທີ່ໄດ້ສົ່ງຜົນ
ໃຫ້ອົບພະຍົບ 700,000 ຄົນຕ້ອງຫຼົບໜີໄປຫາຄວາມປອດໄພຢູ່ໃນປະເທດ ບັງກລາ
ແດັສ ທີ່ຢູ່ໃກ້ຄຽງ.

ທ່ານ ດິກ ເດີບິນ ສະມາຊິກສະພາສູງ ສັງກັດພັກເດໂມແຄຣັດ ຈາກລັດ ອີລີນອຍ ກ່າວ
ວ່າ “ນີ້ແມ່ນຄຳເວົ້າທີ່ຄວນຖືກເວົ້າໃຫ້ດັງໆ. ມັນແມ່ນຄວາມພະຍາຍາມທີ່ມີເຈຕະນາ
ຂັບໄລ່, ຄາດຕະກຳ ແລະ ຂົ່ມຂືນບຸກຄົນພວກນີ້. ຖ້າມັນບໍ່ແມ່ນການຂ້າລ້າງເຊື້ອຊາດ,
ມັນກໍຈະບໍ່ມີສິ່ງອື່ນທຽບເທົ່າກັບມັນໄດ້.”

ອີງຕາມລາຍງານດັ່ງກ່າວ, ຄວາມຮຸນແຮງ, ເຊິ່ງເປັນການແກ້ແຄ້ນຂອງກອງທັບຕໍ່ການ
ໂຈມຕີຂອງພວກກະບົດ ໂຣຮິງຢາ ໃນເດືອນສິງຫາປີກາຍນີ້, ແມ່ນ “ບໍ່ສົມສ່ວນກັນ
ເປັນຢ່າງຍິ່ງ.”

ທ່ານ ເຄຣີ ເຄັນເນດີ, ນັກເຄື່ອນໄຫວເພື່ອສິດທິມະນຸດ ກ່າວວ່າ “ພວກເຮົາໄດ້ຍິນເລື່ອງ
ທີ່ເປັນຕາຢ້ານ. ແມ່ຍິງຄົນນຶ່ງ ແລະ ອີກຫຼາຍໆຄົນໄດ້ເວົ້າ ກ່ຽວກັບວ່າ ລາວຖືກຂົ່ມຂືນ
ໂດຍທະຫານຂອງກອງທັບຫຼາຍຄົນ, ໄດ້ເຫັນແອນ້ອຍຖືກແກວ່ງເຂົ້າໃນກອງໄຟ,
ພວກເຮົາໄດ້ຍິນ ກ່ຽວກັບ ຕຳຫຼວດເອົາປືນຍິງເດັກນ້ອຍ ໃນເວລາທີ່ເຂົາເຈົ້າແລ່ນໜີ,
ເຊິ່ງມັນແມ່ນຄວາມໂຫດຫ້ຽມທີ່ເປັນຕາຢ້ານແທ້ໆ.”

ທ້າວ ຄາຣິມ, ອົບພະຍົບ ໂຣຮິງຢາ ຈາກປະເທດ ມຽນມາ ໄດ້ເວົ້າວ່າ ຄວາມຮຸນແຮງ
ນັ້ນແມ່ນມີເຈຕະນາເຮັດ.

ທ້າວ ຄາຣິມ ອົບພະຍົບ ໂຣຮິງຢາ ແລະ ເປັນນັກເຄື່ອນໄຫວ ໄດ້ເວົ້າວ່າ “ມັນແມ່ນ
ການຈຳແນກປະຊາຊົນ ໂຣຮິງຢາ ແລະ ເຂົາເຈົ້າໄດ້ມີແຜນທີ່ຈະຂັບໄລ່ຊາວ ໂຣຮິງ
ຢາ ອອກໄປຈາກປະເທດ.”

ມຽນມາ ໄດ້ປະຕິເສດການກ່າວຫາຕ່າງໆ ກ່ຽວກັບ ການກວາດລ້າງຊົນເຜົ່າຢ່າງເປັນ
ລະບົບ.

ທ່ານ ອູ ອອງ ລິນ ເອກອັກຄະລັດຖະທູດ ມຽນມາ ປະຈຳ ສະຫະລັດ ໄດ້ກ່າວວ່າ “ຈາກ
ເລີ່ມຕົ້ນເລີຍ ພວກເຮົາໄດ້ປະຕິເສດພາລະກິດຫາຂໍ້ເທັດຈິງ ທີ່ຖືກແຕ່ງຕັ້ງຂຶ້ນມາໂດຍ
ຄະນະກຳມາທິການສິດທິມະນຸດ ອົງການສະຫະປະຊາຊາດ. ຂ້າພະເຈົ້າສາມາດບອກ
ທ່ານໄດ້ວ່າ ກອງທັບ ໄດ້ເຮັດສິ່ງທີ່ເຂົາເຈົ້າຄວນເຮັດ, ອີງຕາມກົດເກນ.”

ເຈົ້າຂອງລາງວັນໂນແບລ ຂະແໜງສັນຕິພາບ ທ່ານນາງ ອອງ ຊານ ຊູ ຈີ, ທີ່ປຶກສາ
ແຫ່ງລັດ ມຽນມາ, ກໍໄດ້ຖືກວິພາກວິຈານ ສຳລັບການມິດງຽບຢູ່ບໍ່ອອກມາເວົ້າຫຍັງ
ກ່ຽວກັບ ຊະຕາກຳຂອງຊາວ ໂຣຮິງຢາ.

ທ່ານ ດິກ ເດີບິນ ກ່າວວ່າ “ຂ້າພະເຈົ້າສາມາດບອກທ່ານໄດ້ຢ່າງແນ່ນອນວ່າ ຄວາມ
ປະທັບໃຈຂອງພວກເຮົາຫຼາຍຄົນ ທີ່ມີຕໍ່ທ່ານນາງ ແລະ ຄວາມກ້າຫານຂອງເພິ່ນ ໃນ
ເວລາທີ່ເພິ່ນໄດ້ຖືກຄຸມຂັງໂດຍກອງທັບ ມຽນມາ ນັ້ນ ໄດ້ປ່ຽນໄປຢ່າງຫຼວງຫຼາຍ ຍ້ອນ
ວິກິດການ ໂຣຮິງຢາ ນີ້. ພວກເຮົາຫວັງວ່າ ເພິ່ນຈະລຸກຂຶ້ນ ແລະ ຢ່າງໜ້ອຍກໍເວົ້າຕໍ່
ຕ້ານຄວາມໂຫດຫ້ຽມນີ້.”

ລັດຖະບານທ່ານ ທຣຳ ໄດ້ອອກມາດຕະການລົງໂທດຕໍ່ຜູ້ບັນຊາການກອງທັບ ມຽນມາ
ບາງຄົນ, ແຕ່ບັນດານັກເຄື່ອນໄຫວເວົ້າວ່າ ມັນບໍ່ພຽງພໍ.

ທ່ານ ຮີນາ ຊູເບຣີ ຈາກອົງການ Burma Task Force ເວົ້າວ່າ “ພວກເຮົາຕ້ອງຢ້ອນ
ກັບໄປເຮັດໃນສິ່ງທີ່ໄດ້ຜົນ. ມາດຕະການລົງໂທດແບບເຕັມທີ່ ແມ່ນໄດ້ຜົນດີໃນອະດີດ
ແຕ່ໃນເວລານັ້ນ ເລື່ອງນີ້ ແມ່ນບໍ່ໄດ້ເກີດຂຶ້ນ. ພວກເຮົາເຊື່ອວ່າ ສະຫະລັດ ຈະຕ້ອງ
ການມາດຕະການລົງໂທດຢ່າງເຕັມທີ່ ຕໍ່ລັດຖະບານ ພະມ້າ.

ເຖິງແມ່ນຈະມີສະພາບການທີ່ຫຍຸ້ງຍາກຢູ່ໃນສູນອົບພະຍົບຫຼາຍແຫ່ງໃນປະເທດ
ບັງກລາແດັສ ກໍຕາມ, ແຕ່ບັນດານັກເຄື່ອນໄຫວ ກໍໄດ້ເວົ້າວ່າ ແນວໂນ້ມຂອງຄວາມ
ຢ້ານກົວ ໄດ້ປ້ອງກັນພວກອົບພະຍົບບໍ່ໃຫ້ເດີນທາງກັບຄືນໄປຫາສິ່ງທີ່ພວກເຂົາເຈົ້າ
ໄດ້ປະຖິ້ມໄວ້ ຢູ່ໃນບ້ານຂອງເຂົາເຈົ້າ ຢູ່ໃນປະເທດ ມຽນມາ.

UN investigators are accusing top military officials in Myanmar of genocide and other human rights abuses against the country's Rohingya minority. VOA contributor, Greta Van Susteren and her guests discuss those allegations on this week's Plugged In. VOA's Jesusemen Oni has more.

A UN panel of investigators -for the first time, Monday -calling for Myanmar's military leaders to be prosecuted for war crimes and genocide.

The UN report comes one year after the brutal military crackdown against Rohingya Muslims in Myanmar, that resulted in about 700,000 refugees fleeing for their safety into neighboring Bangladesh,.

"That is a word that should not be used lightly. There was a conscious effort to displace, murder and rape these individuals. If it isn't a genocide, nothing qualifies."

According to the report, the violence -- a military retaliation to attacks by Rohingya rebels last August, was "grossly disproportionate."

"We heard terrifying stories. One woman after the other talked about being raped by multiple members of the military, seeing babies thrown onto burning bonfires, we heard about police shooting children as they ran away, just absolutely horrendous atrocities."

Karim, a Rohingya refugee from Myanmar says the violence was intentional.

"It's discrimination to the Rohingya people and they're planning to drive out Rohingya from the country."

Myanmar has denied accusations of systematic ethnic cleansing.

"From the beginning we have rejected the fact finding mission that is mandated by the United Nations Human Rights Commission.I can tell you that military is doing what they should do, according to the code of conduct."

Nobel Peace laureate Aung San Suu Kyi, the country's moral authority and de facto leader, has also come under fire for her silence on the plight of the Rohingya.

"I can certainly tell you that the impression many of us had of her and her courage when she was confined by the Myanmar military has changed dramatically because of this Rohingya crisis. We expected her to step up and at least speak out against this atrocity."

The Trump administration has issued sanctions against some of Myanmar's military commanders, but activists say it's not enough.

"We need to go back to what worked. Full sanctions worked before this did not happen then.We believe we the United States needs full sanctions against the Burmese government.

Despite difficult conditions in many of the refugee camps in Bangladesh, activists say a climate of fear prevents many refugees from returning to what is left of their homes in Myanmar.

XS
SM
MD
LG