ອົງການສະຫະປະຊາຊາດເຕືອນໃນວັນພຸດວານນີ້ວ່າ ໂລກໄດ້ປະສົບກັບຄວາມລົ້ມແຫຼວໃນການດຳເນີນຄວາມພະຍາຍາມເພື່ອລຶບລ້າງຄວາມອຶດຢາກ ໃນຂະນະທີ່ຍັງມີ 828 ລ້ານຄົນ ມີອາຫານບໍ່ກຸ້ມກິນ ໃນປີ 2021 ຄື 150 ລ້ານຄົນລື່ນໄລຍະກ່ອນເກີດໂຣກລະບາດໂຄວິດ-19 ໃນປີ 2019.
ລາຍງານກ່ຽວກັບສະພາບຄວາມໝັ້ນຄົງທາງດ້ານອາຫານ ແລະໂພຊະນາການ ທີ່ນຳອອກເຜີຍແຜ່ໃນວັນພຸດວານນີ້ ແມ່ນຄວາມພະຍາຍາມໃນການຮ່ວມມືຂອງ ຫ້າພະແນກການສະຫະປະຊາຊາດ ຮວມທັງອົງການອາຫານແລະກະເສດແລະໂຄງການອາຫານໂລກ. ຂໍ້ມູນສະແດງໃຫ້ເຫັນວ່າສິ່ງຜັກດັນສຳຄັນທີ່ພາໃຫ້ເກີດຄວາມບໍ່ໝັ້ນຄົງທາງດ້ານອາຫານ ແລະການຂາດແຄນສານອາຫານນັ້ນ ແມ່ນບັນຫາຂັດແຍ້ງ ການປ່ຽນແປງຂອງດິນຟ້າອາກາດ ແລະຄວາມຕື່ນຕົກໃຈທາງດ້ານເສດຖະກິດ ປະສົມປະສານກັບຄວາມບໍ່ສະເໝີພາບ ທີ່ນັບມື້ນັບເພີ້ມທະວີຂຶ້ນ.
ຜູ້ອຳນວຍການອົງການອາຫານແລະກະເສດສະຫະປະຊາຊາດ ທ່ານກູ ດົງຢູ ກ່າວລາຍງານ ຕໍ່ບັນດາປະເທດສະມາຊິກຂອງສະຫະປະຊາຊາດວ່າ “ສົງຄາມທີ່ກຳລັງດຳເນີນຢູ່ໃນປະເທດຢູເຄຣນ ພ້ອມກັບບັນຫາທີ່ແກ່ຍາວອື່ນໆຢູ່ໃນທົ່ວໂລກ ແມ່ນຍິ່ງພາໃຫ້ມີການລົບກວນຕ່ອງໂສ້ອຸບປະທານ ແລະເຮັດໃຫ້ລາຄາອາຫານ ອາຫານປະເພດເມັດ ຝຸ່ນວິທະຍາສາດ ແລະພະລັງງານແພງຂຶ້ນ ຊຶ່ງພາໃຫ້ເກີດການຂາດແຄນ ແລະລາຄາອາຫານສູງຂຶ້ນ.”
ມີປະມານ 2 ລ້ານ 3 ແສນຄົນບໍ່ໄດ້ຮັບອາຫານການກິນພຽງພໍໃນປີ 2021. ເມື່ອເວົ້າເຖິງຂົງເຂດຕ່າງໆແລ້ວ ຄວາມອຶດຢາກຍັງສືບຕໍ່ເພີ້ມທະວີຂຶ້ນຢູ່ໃນທະວີບອາຟຣິກາ ບ່ອນທີ່ 278 ລ້ານຄົນແມ່ນໄດ້ຮັບຜົນກະທົບ ສ່ວນຢູ່ທະວີບເອເຊຍມີ 425 ຄົນປະສົບກັບບັນຫານີ້ ແລະຢູ່ເຂດລາຕິນອາເມຣິກາແລະທະເລຄາຣິບບຽນ ມີ 56 ລ້ານ 5 ແສນຄົນໄດ້ຮັບຜົນກະທົບ.
ເກືອບ 3.1 ຕື້ຄົນ ບໍ່ສາມາດຊື້ອາຫານທີ່ມີຄຸນນະພາບມາກິນໄດ້ ໃນປີ 2020 ຊຶ່ງເພີ້ມຂຶ້ນ 112 ລ້ານຄົນຈາກປີ 2019. ພະແນກການຕ່າງໆຂອງສະຫະປະຊາຊາດແຈ້ງວ່າ ຈຳນວນດັ່ງກ່າວແມ່ນໄດ້ສະທ້ອນໃຫ້ເຫັນເຖິງລາຄາອາຫານທີ່ໄດ້ແພງຂຶ້ນ ທັງນີ້ກໍເນື່ອງມາຈາກຜົນກະທົບທາງດ້ານເສດຖະກິດ ທີ່ເກີດຈາກໂຣກລະບາດແລະມາດຕະການຕ່າງໆທີ່ນຳໃຊ້ເພື່ອຄວບຄຸມໂຣກດັ່ງກ່າວ.
ລາຍງານໄດ້ຮຽກຮ້ອງໃຫ້ລັດຖະບານຂອງປະເທດຕ່າງໆຈັດສັນໃໝ່ຊັບພະຍາກອນທີ່ມີຢູ່ຂອງເຂົາເຈົ້າ ໃຫ້ແກ່ພາກສ່ວນກະສິກຳຢ່າງມີປະສິດທິຜົນ ໂດຍໂຕ້ແຍ້ງວ່າ ຜົນຮັບທີ່ດີຂຶ້ນ ຈະຊ່ວຍໃຫ້ມີອາຫານການກິນ ທີ່ມີຄຸນນະພາບຫຼາຍຂຶ້ນ ຊຶ່ງບໍ່ຈຳເປັນຕ້ອງໄດ້ມີການລົງທຶນຫຍັງຕື່ມ. ນອກນັ້ນ ຕ້ອງໄດ້ມີການໃຫ້ຄວາມສົນໃຈຫຼາຍຂຶ້ນໃນດ້ານນະໂຍບາຍ ຮວມທັງໃນດ້ານການຄ້າ ແລະການຈຳກັດໃນດ້ານຕະຫຼາດ ຊຶ່ງສາມາດຂັດຂວາງຕໍ່ການເຂົ້າເຖິງອາຫານທີ່ມີຄຸນນະພາບໃນລາຄາທີ່ສາມາດຊື້ໄດ້.
ຮອງເລຂາທິການໃຫຍ່ສະຫະປະຊາຊາດ ອາມີນາ ໂມຮຳເໝັດ ກ່າວຕໍ່ກອງປະຊຸມວ່າ “ລັດຖະບານຂອງປະເທດຕ່າງໆຕ້ອງໄດ້ທົບທວນເບິ່ງການໃຫ້ຄວາມສະໜັບສະໜຸນທາງດ້ານອາຫານແລະກະສິກຳ ເພື່ອຫຼຸດຜ່ອນຄວາມອຶດຢາກ ຄວາມບໍ່ໝັ້ນຄົງທາງດ້ານອາຫານ ແລະການຂາດສານອາຫານໃນທຸກຮູບແບບ.”