ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກ​​ນັກ​ເຄື່ອນ​ໄຫວ ເພື່ອ​ປະ​ຊາ​ທິ​ປະ​ໄຕ 9 ຄົນ ໃນ​ຮົງ​ກົງ ຖືກ​ພົບ​ເຫັນ​ວ່າ ​ມີ​ຄວາມ​ຜິດ ໃນ​​​ການ​ປະ​ທ້ວງ ປີ 2014


ພວ​ກ​ຜູ້​ນຳ "Occupy Central", ຈາກ​ຊ້າຍ ຫາ​ຂວາ, ​ທັນ​ຍາ ແຈນ, ທ່ານ ແ​ຈນ ຄິນ​ແມນ, ທ່ານ​ເບັນ​ນີ ຕ້າຍ, ​ຄຸນ​ພໍ່ ຈູ ຢີ ມິງ ແລະ ລີ ຫວິງ Tat ​ພາ​ກັນ​ຮ້ອງ​ໂຮ​ຄຳ​ຂວັນ ໃນ​ຮົງ​ກົງ, 19 ພ​ະຈິກ 2018.
ພວ​ກ​ຜູ້​ນຳ "Occupy Central", ຈາກ​ຊ້າຍ ຫາ​ຂວາ, ​ທັນ​ຍາ ແຈນ, ທ່ານ ແ​ຈນ ຄິນ​ແມນ, ທ່ານ​ເບັນ​ນີ ຕ້າຍ, ​ຄຸນ​ພໍ່ ຈູ ຢີ ມິງ ແລະ ລີ ຫວິງ Tat ​ພາ​ກັນ​ຮ້ອງ​ໂຮ​ຄຳ​ຂວັນ ໃນ​ຮົງ​ກົງ, 19 ພ​ະຈິກ 2018.

ຜູ້​ສ້າງ​ຕັ້​ງຂະ​ບວນ​ການ​ຄັນ​ຮົ່ມ ຂອງຮົງ​ກົງ 3 ທ່ານ ໃນ​ປີ 2014 ​ແມ່ນ​ໄດ້​ຖືກ ​ພົບ​ເຫັນ​ວ່າ​
ມີ​ຄວາມ​ຜິດ​ໃນ​ວັນ​ອັງ​ຄານ​ມື​ນີ້ ໃນ​ບົດ​ບາດ​ຂອງ​ພວກ​ເພິ່ນ ທີ່​ນຳ​ພາ​ການ​ປະ​ທ້ວງນິ​ຍົມ​
ປະຊາ​ທິ​ປະ​ໄຕ ຂະ​ໜາດໃຫຍ່​ນັ້ນ.

ທ່ານ​ເບັນ​ນີ ຕ້າຍ ທ່ານ ແ​ຈນ ຄິນ​ແມນ ແລະ​ຄຸນ​ພໍ່ ຈູ ຢີ ມິງ ​ຕ່າງ​ກໍ​ໄດ້​ຖືກພົບ​ເຫັນ​ວ່າ​ມີ​
ຄວາມ​ຜິດ​ຕໍ່​ນຶ່ງ​ກະ​ທົງ ໃນ​ຖານສົມ​ຮູ້​ຮ່ວມ​ຄິດ ​ເພື່ອ​ກໍ່​ຄວາມ​ຫຍຸ້ງຍາກຕໍ່​ສາ​ທາ​ລະ​ນະ,
ໃນ​ຂະ​ນະ​ທີ່​ທ່າ​ນຕ້າຍ ແລະ​ທ່ານແຈນ ຖືກພົບ​ວ່າ ​ຍຸ​ຍົງ​ໃຫ້​ຄົນ​ອື່ນ​ກໍ່​ຄວາມ​ວຸ້ນ​ວາຍຕໍ່
​ສາ​ທາ​ລະ​ນະ. ຜູ້​ສ້າງ​ຕັ້​ງ​ຂະ​ບວນ​ການເຄື່ອນ​ໄຫວ Occupy Central ທັງ 3 ທ່ານໃນ​ປີ
2013 ​ກ່ອນ​ການ​ປະ​ທ້ວງທີ່ນຳພາໂດຍ ພວກ​ນັກ​ສຶກ​ສາ ທີ່​ໄດ້​ປິດຈຸດ​ສຳ​ຄັນ​ຫຼາຍໆ​ເຂດ
​ຂອງ​ຕົວ​ເມືອງ​ລົງ ເປັນ​ເວ​ລາ 79 ວັນ​ໃນ​ປີ​ຕໍ່​ມາ.

ການ​ຕັດ​ສິນ​ໂທດ ໃນ​ວັນ​ອັງ​ຄານ​ມື້​ນີ້ ​ຍັງ​ຮວມ​ທັງພວກນັກ​ເຄື່ອນ​ໄຫ​ວ​ອື່​ນໆ​ອີກ 6 ຄົນ ​
ປະ​ກອບ​ດ້ວຍ ສະ​ມາ​ຊິກ​ສະ​ພານິ​ຕິ​ບັນ​ຢັດທີ່​ຍັງດຳລົງ​ຕຳ​ແໜ່ງ​ໃນ​ເວ​ລາ​ນີ້ ກໍ​ຄື​ທ່ານ
ນາງທອນ​ຍາ ແ​ຈນ ແລະ​ທ່ານ Shiu Ka-chun, ​ອະດີດສະ​ມາ​ຊິກ​ສະ​ພາ​ນິ​ຕິ​ບັນ​ຢັດ
ທ່ານ Lee Wing-tat, ອະ​ດີດ​ຜູ້​ນຳ​ນັກ​ສຶກ​ສາ ທ່ານ​ທອມ​ມີ Cheung ແລະ​ທ່ານ
Eason Chung ແລະ​ນັກ​ເຄື່ອນ​ໄຫ​ວ​ການ​ເມືອງ ທ່ານ Raphael Wong ຊຶ່ງທັງ​ໝົດ
ຖືກ​ພົບ​ເຫັນ​ວ່າ ມີ​ຄວາມ​ຜິດ​ຢ່າງ​ນ້ອຍ​ນຶ່ງ​ກະທົງ ​ໃນ​ຖານ​ກໍ່​ຄວາມ​ວຸ້ນ​ວາຍ​ຕໍ່ສາ​ທາລະ​ນະ.

ຜູ້​ພິ​ພາກ​ສາ​ສານ ທ່ານຈອນ​ນີ ແຈນ ໄດ້​ຕັດ​ສິນ​ຄວາມ​ຜິດໃນ​ຄຳ​ພິ​ພາກ​ສາ​ຂ​ອງທ່ານ​ວ່າ
​ການປະ​ທ້ວງ​ທັງ​ຫຼາຍ ບໍ່​ໄດ້​ຖືກ​ປົກ​ປ້ອງໂດຍ​ກົດ​ໝາຍ​ທີ່​ຄຸ້ມ​ຄອງ​ສິດ​ເສ​ລິ​ພາບ​ໃນ​ການ
​ປາກ​ເວົ້າ​ຢ່າງ​ເສ​ລີ​ຂອງ​ຮົງ​ກົງ. ແຕ່​ລະ​ຄົນ​ຂອງ​ອັນ​ທີ່​ເອີ້ນ​ວ່າ “ສະ​ມາ​ຊິກຄັນ​ຮົມ​ທັງ 9”
ແມ່ນປະ​ເຊີນ​ກັບ​ໂທດ​ຕິດ​ຄຸກຫຼາຍໆ​ປີ ໃນ​ຂໍ້​ຫາ​ອື່ນໆ.

ການ​ປະ​ທ້ວງ​ຂອງຂະ​ບວນ​ການຄັນ​ຮົ່ມ ແມ່ນ​ໄດ້​ຖືກ​ຮຽກ​ຕາມ​ບັນ​ດາ​ຄັນ​ຮົ່ມ​ສີ​ເຫຼືອງ
ທີ່​ພວກ​ປະ​ທ້ວງ​ທັງ​ຫຼາຍ​ໄດ້​ພາ​ກັນ​ຖື​ນັ້ນ ເພື່ອ​ຄວາມ​ເປັນ​ນ້ຳ​ນຶ່ງ​ໃຈ​ດຽວ​ກັນ ທີ່​ໄດ້​ເລີ້ມ​ຂຶ້ນ​
ເພື່ອ​ຮຽກ​ຮ້ອງ​ໃ​ຫ້​ມີ​ການ​ເລືອກ​ຕັ້ງໂດຍ​ກົງ ເອົາ​ຜູ້​ນຳ​ສູງ​ສຸດ​ຂອງ​ເຂດ​ດັ່ງ​ກ່າວ ຫຼັງ​ຈາກ
​ທີ່​ຈີນບໍ່​ໄດ້​ເຮັດ​ຕາມ​ທີ່​ໄດ້​ສັນ​ຍາ​ໄວ້ທີ່​ຈະ​ໃຫ້​ມີ​ການປ່ອນ​ບັດ​ອອກ​ສຽງ ​ໃນ​ປີ 2017. ​
ການ​ປະ​ທ້ວງ​ທັງ​ຫຼາຍ ໄດ້ສິ້ນສຸດ​ລົງ ໂດຍ ​ປາດ​ສະ​ຈາກການ​ໄດ້​ຮັບ​ການ​ຜ່ອນ​ຜັນໃດ​ໆ
​ໃນການ​ຮຽກ​ຮ້ອງຂອງ​ພວກ​ເຂົາເຈົ້າ ​ຈາກ​ລັດ​ຖະ​ບານ​ຮົງ​ກົງ.

The three founders of Hong Kong's 2014 Umbrella Movement were convicted Tuesday for their roles in the massive pro-democracy demonstrations.

Benny Tai, Chan Kinman and Reverend Chu Yiu-ming were all found guilty of one count of conspiracy to commit public nuisance, while Tai and Chan were convicted of inciting others to commit public nuisance. The trio founded the Occupy Central movement in 2013 that preceded the student-led protests that shut down key parts of the city for 79 days the following year.

Also convicted Tuesday were six other Umbrella Movement activists, including current lawmakers Tanya Chan and Shiu Ka-chun, ex-lawmaker Lee Wing-tat, former student leaders Tommy Cheung and Eason Chung, and political activist Raphael Wong, who were all found guilty on at least one count of public nuisance.

Judge Johnny Chan ruled in his verdict that the protests were not protected by Hong Kong's free speech laws. Each of the so-called "Umbrella Nine" are facing several years in jail on the charges.

The Umbrella Movement protests, named after the yellow umbrellas the demonstrators carried as a sign of solidarity, were launched to demand the direct election of the city's top leader after China reneged on promises of universal suffrage by 2017. The protests ended without winning any concessions from the Hong Kong government on their demands.

XS
SM
MD
LG