ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ປະຊາຊົນຢູເຄຣນ ຕິດຕາມເບິ່ງການເລືອກຕັ້ງກາງສະໄໝ ​ໃນ ສ​ຫລ ໂດຍຫວັງວ່າ ລັດ​ຖະ​ສະ​ພາຊຸດໃໝ່ ຈະບໍ່ຕັດການຊ່ວຍເຫຼືອ ​ຕໍ່ຢູເຄຣນ


Ukrainians Watch US Election, Hope New Congress Will Not Cut Aid
please wait

No media source currently available

0:00 0:02:55 0:00

ລາຍງານກ່ຽວກັບ ຄວາມຫວັງຂອງປະຊາຊົນຢູເຄຣນວ່າ ​ລັດ​ຖະສະພາຊຸດໃໝ່ ຈະບໍ່ຕັດການຊ່ວຍເຫຼືອລົງ.

ການເລືອກຕັ້ງກາງສະໄໝຂອງສະຫະລັດ ອາດຈະສົ່ງຜົນກະທົບ ທີ່ສໍາຄັນຕໍ່ປະເທດຢູເຄຣນ, ເຊິ່ງການສະໜັບສະໜຸນຂອງສະຫະລັດມີຄຸນຄ່າທີ່ສຸດໃນຄວາມພະຍາຍາມຕໍ່ການເຮັດສົງຄາມ. ມີໂຣສະລາວາ ກອນເກດເຊ (Myroslava Gongadze) ມີລາຍງານເພີ້ມເຕີມຈາກພົນລະເຮືອນແລະບັນດາ ຜູ້ຊ່ຽວຊານຊາວຢູເຄຣນ ກ່ຽວກັບ ການປ່ອນບັດເລືອກຕັ້ງຂອງສະຫະລັດ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ຢູ່ໃນຖະໜົນຂອງນະຄອນຫຼວງກີຢິບ, ປະຊາຊົນບໍ່ພຽງແຕ່ມີຄວາມກັງວົນກ່ຽວກັບການໂຈມຕີຄັ້ງຕໍ່ໄປຂອງ ຣັດເຊຍ ເທົ່ານັ້ນ, ແຕ່ຍັງຄົງມີຄວາມກັງວົນກ່ຽວກັບການເລືອກຕັ້ງກາງສະໄໝຂອງສະຫະລັດ ວ່າຈະສົ່ງຜົນກະທົບແນວໃດ ຕໍ່ປະເທດຢູເຄຣນ.

ເຈົ້າໜ້າທີ່ ແລະພົນລະເຮືອນຂອງຢູເຄຣນຫວັງວ່າ ບໍ່ວ່າຈະເປັນຝ່າຍໃດກໍຕາມທີ່ເຂົ້າມາກໍາຄວບ​ຄຸມລັດ​ຖະສະພາ, ຄວາມຊ່ວຍເຫຼືອຈາກສະຫະລັດ ຕໍ່ຢູເຄຣນ ຈະຍັງຄົງດໍາເນີນຢູ່ຕໍ່ໄປ.

ທ່ານມີໂກລາ ດາວີ​ກຸກ (Mykola Davykiuk), ນັກວິເຄາະດ້ານການເມືອງ ທີ່ມີສູນກາງຢູ່ໃນນະຄອນຫຼວງກີຢິບ ກ່າວວ່າ:

“ພວກເຮົາບໍ່ມີພັກໃດທີ່ພວກເຮົາມັກເປັນພິເສດ ເພື່ອຢາກໃຫ້ເປັນຜູ້ຊະນະ. ເປົ້າໝາຍຫຼັກຂອງພວກເຮົາ ແມ່ນການສືບຕໍ່ເປັນພັນທະມິດເພື່ອຮັບການສະໜັບສະໜຸນດ້ານອາວຸດ, ເງິນ, ການເມືອງ, ພູມສາດການເມືອງ ແລະດ້ານການທູດ.”

ທ່ານໄດ້ເນັ້ນໜັກວ່າ ສໍາລັບຢູເຄຣນ ການມີສະຫະລັດເປັນພັນທະມິດທີ່ໝັ້ນຄົງ ແມ່ນມີຄວາມສໍາຄັນທີ່ສຸດ. ແລະ ທ່ານດາວີກຸກກໍຍັງໄດ້ກ່າວອີກວ່າ ທ່ານເຊື່ອວ່າຄໍາຖາມຂອງຊາວອາເມຣິກັນກ່ຽວກັບການສົ່ງຄວາມຊ່ວຍເຫຼືອໃຫ້ແກ່ຢູເຄຣນ ແມ່ນການໂຄສະນາຫາສຽງ ໂດຍພັກຣີພັບບຣິກັນ ແລະພັກເດໂມແຄຣັດ ຫຼາຍກວ່າວຽກງານທາງການເມືອງຂອງສະຫະລັດ.

ທ່ານມີໂກລາ ດາວີກຸກ ກ່າວວ່າ:

“ຂ້າພະເຈົ້າມີຄວາມໝັ້ນໃຈຫຼາຍວ່າ ການສະໜັບສະໜຸນດັ່ງກ່າວ ຈະຍັງຄົງດໍາເນີນຢູ່ຕໍ່ໄປ. ພວກເຮົາບໍ່ພຽງແຕ່ເປັນເພື່ອນທີ່ດີຕໍ່ກັນເທົ່ານັ້ນ, ແຕ່ພວກເຮົາຍັງແມ່ນພັນທະມິດທີ່ມີຄຸນຄ່າຮ່ວມກັນ. ພວກເຮົາທັງສອງເປັນຝ່າຍປະຊາທິປະໄຕຕາເວັນຕົກ ແລະພວກເຮົາກໍຕໍ່ສູ້ຕ້ານລະບອບຜະເດັດການ ແລະການປົກຄອງແບບຜະເດັດການ.”

ຢ່າງໃດກໍຕາມ, ເພື່ອນຮ່ວມງານຂອງ ທ່ານດາວີກຸກ ມອງວ່າ ເຫດຜົນຕ່າງໆອາດເປັນໄປໄດ້ດ້ວຍການຊ່ວຍເຫຼືອຈາກສະຫະລັດ.

ທ່ານໂວໂລດີເມຍ ເຟເຊັນໂກ (Volodymyr Fesenko), ນັກວິເຄາະດ້ານການເມືອງກ່າວເປັນພາສາຢູເຄຣນວ່າ:

“ພວກເຮົາອາດຈະຕ້ອງ ປະເຊີນກັບບັນຫາ ຖ້າພັກຣີພັບບຣິກັນ ຫາກເນັ້ນຢໍ້າການຂັດຂວາງຂອງພວກເຂົາເຈົ້າ, ແລະເອົາໃຈໃສ່ ກ່ຽວກັບຂໍ້ສະເໜີດ້ານງົບ ປະມານຂອງລັດຖະບານທ່ານໄບເດັນ. ດັ່ງທີ່ພວກເຂົາເຈົ້າໄດ້ກ່າວໄປແລ້ວວ່າ ‘ບໍ່ມີການ​ຂຽນ​ເຊັກ​ທີ່​ບໍ່​ໃສ່​ໂຕ​ເລກອີກຕໍ່ໄປ.’ ພວກເຂົາເຈົ້າຈະພະຍາຍາມຄວບຄຸມກ່ຽວກັບຂັ້ນຕອນຂອງງົບປະມານ ແລະການໃຊ້ຈ່າຍຕ່າງໆຫຼາຍຂຶ້ນ.”

ອີງຕາມຜົນການຕິດຕາມ ການສະໜັບສະໜຸນຢູເຄຣນ ຂອງສະຖາບັນ ຄີລ (Kiel), ຄໍາໝັ້ນສັນຍາໂດຍລວມຂອງສະຫະລັດ ສໍາລັບການຊ່ວຍເຫຼືອທາງດ້ານການທະຫານ, ການເງິນ ແລະດ້ານມະນຸດສະທໍາໃຫ້ແກ່ປະເທດຢູເຄຣນ ແມ່ນກາຍ 52 ຕື້ໂດລາ. ບັນດາປະເທດໃນສະຫະພາບຢູໂຣບ ແລະສະຖາບັນຕ່າງໆໄດ້ມອບໃຫ້ແລ້ວຫຼາຍກວ່າ 29 ຕື້ໂດລາ.

ປະຊາຊົນຊາວຢູເຄຣນທົ່ວໄປທີ່ອາໄສຢູ່ໃນນະຄອນຫຼວງກີຢິບ ສັງເກດວ່າ ການສະໜັບສະໜຸນຢູເຄຣນຂອງສະຫະລັດເປັນການຢືນຢັນຄວາມມຸ້ງໝັ້ນ ພ້ອມທັງເປັນຄວາມພະຍາຍາມຂອງພວກເຂົາເຈົ້າຕໍ່ຢູເຄຣນ ເພື່ອໄຊຊະນະ ແລະການຟື້ນຟູຈາກສົງຄາມ.

ແມ່​ຍິງ​ຄົນ​ນຶ່ງ ກ່າວເປັນພາສາຢູເຄຣນວ່າ:

“ຂ້ອຍຄິດວ່າການສະໜັບສະໜຸນຈະດໍາເນີນຕໍ່​ໄປ. ມັນມີຄວາມຈໍາເປັນອີຫຼີ, ແລະຂ້ອຍກໍຄິດວ່າ ພວກເຂົາເຈົ້າເຂົ້າໃຈກ່ຽວກັບເລື້ອງນີ້.”

ສ່ວນ​ແມ່​ຍິງ​ອີກ​ຄົນ​ນຶ່ງ​ກໍ​ກ່າວ​ວ່າ:

“ຂ້ອຍມີຄວາມກັງວົນຫຼາຍ. ຂ້ອຍຢາກໃຫ້ມີການສະໜັບສະໜຸນຕໍ່ໄປເລື້ອຍໆ. ພວກເຮົາຈະໄດ້ຮັບໄຊຊະນະໄວກວ່າ ຖ້າພວກເຂົາເຈົ້າຊ່ວຍສະໜັບສະໜຸນພວກເຮົາ. ພວກເຮົາຕ້ອງການກອງກໍາລັ ງທີ່ຈະຊ່ວຍໃຫ້ຢູເຄຣນ ໄດ້ຮັບໄຊ ຊະນະ ແລະ ດໍາເນີນການສະໜັບສະໜຸນຕໍ່ພວກເຮົາ ບໍ່ພຽງແຕ່ໃນຊ່ວງສົງ ຄາມເທົ່ານັ້ນ.”
ແລະ​ຜູ້​ຊາຍ​ຄົນ​ນຶ່ງ​ກ່າວ​ວ່າ:

“ຂ້ອຍຫວັງວ່າ ການສະໜັບສະໜຸນຈະດໍາເນີນຕໍ່ໄປ. ຖ້າບໍ່, ພວກເຮົາກໍຍັງຈະໄດ້ຮັບໄຊຊະນະ ດ້ວຍ​ວິ​ທີທາງຂອງພວກເຮົາເອງ.”

The U.S. midterm elections could have a significant impact on Ukraine, where U.S. support is invaluable in the war effort. VOA’s Myroslava Gongadze has more from Ukrainian citizens and experts on the U.S. vote.

On the streets of Kyiv, people worry not only about Russia’s next attack, but also about how the U.S. midterm elections will affect support for Ukraine.

Ukrainian officials and citizens hope no matter who takes control of Congress, that U.S. aid for Ukraine will continue.

Mykola Davykiuk is a political analyst based in Kyiv.

Mykola Davydiuk, Political Analyst, in English

“We don’t have favorites or the party that we would like it to win. Our main goal is to continue partnerships to receive weapons, money, and political, geopolitical, and diplomatic support.”

He emphasizes that for Ukraine, having the U.S. as a stable partner is crucial. And Davydiuk says he believes remarks by both Republicans and Democrats questioning America’s approach toward Ukraine is more about campaign rhetoric than U.S. policy shifts.

Mykola Davydiuk, Political Analyst. in English
“I am more than convinced the support will remain. We are not only good friends, but we are also partners with common values. We are both on the side of Western democracy and fight against autocracy and dictatorship.”

Davydiuk's colleagues see potential issues with continued support from the U.S., however.

Volodymyr Fesenko, Political Analyst, in Ukrainian

“We can face a problem if a Republican majority emphasizes their opposition and takes a more critical look at the budget proposals of the Biden administration. As they have already said, 'No more blank checks.' They will try to have more control over the budget process and control the spending.”

According to the Kiel Institute’s Ukraine Support Tracker, the U.S. total commitment in military, financial and humanitarian aid for Ukraine exceeds $52 billion. European Union countries and institutions have committed over $29 billion.

Ukrainians on the streets of Kyiv consider the U.S. support of Ukraine critical and voice hope for a firm U.S. commitment to Ukraine and its effort to win and recover from the war.

vox pop, woman, in Ukrainian

“I think the support will continue. It is really needed, and I think they understand it.”

vox pop, woman, In Ukrainian

“I am worried. I would like the support to continue. We will win faster if they support us. We would like the forces who support Ukraine to win and continue to support us not only during the war.”

vox pop, man, in Ukrainian

“I hope the support will continue. If not, we will win on our own anyway”

XS
SM
MD
LG