ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວຢູເຄຣນ ກຽມພ້ອມ ຟືນດັງໄຟ, ທຽນໄຂ ເພື່ອຮັບມືກັບລະດູໜາວ ທ່າມກາງການໂຈມຕີຕໍ່ເຄືອຂ່າຍພະລັງ ງານ ຂອງຣັດເຊຍ


ທ້າວອາຣເຕມ ຢາເຣມາ ອາຍຸ, 13 ປີ ຜ່າຟືນໃນຂະນະທີ່ແມ່ຂອງລາວ ຍານາງເຕເຕຍນາ ຢາເຣມາ, ອາຍຸ 48 ຢືນຢູ່ໜ້າບ້ານຂອງຄອບຄົວລາວ ໃນເມືອງມອສຈຸນ ໃກ້ກັບນະຄອນຫຼວງກີຢິບຂອງຣັດເຂຍ, ວັນທີ 10 ຕຸລາ 2023.
ທ້າວອາຣເຕມ ຢາເຣມາ ອາຍຸ, 13 ປີ ຜ່າຟືນໃນຂະນະທີ່ແມ່ຂອງລາວ ຍານາງເຕເຕຍນາ ຢາເຣມາ, ອາຍຸ 48 ຢືນຢູ່ໜ້າບ້ານຂອງຄອບຄົວລາວ ໃນເມືອງມອສຈຸນ ໃກ້ກັບນະຄອນຫຼວງກີຢິບຂອງຣັດເຂຍ, ວັນທີ 10 ຕຸລາ 2023.

ການໂຈມຕີຂອງ ຣັດເຊຍ ໃສ່ໂຮງໄຟຟ້າແຫ່ງຕ່າງໆໃນສົງຄາມຢູເຄຣນ ໄດ້ສົ່ງຜົນກະທົບຕໍ່ຄວາມສາ ມາດໃນການສະໜອງໄຟຟ້າເກືອບເຄິ່ງນຶ່ງຂອງປະເທດ ເມື່ອລະດູໜາວປີກາຍນີ້ ອີງຕາມອົງການຂ່າວເອພີ. ນັ້ນໄດ້ກົດດັນໃຫ້ ຊາວຢູເຄຣນຫຼາຍລ້ານຄົນ ຮຽນຮູ້ເພື່ອການເຮັດວຽກ, ການດຳລົງຊີວິດ ແລະ ຫ້າງຫາສິ່ງຈຳເປັນພື້ນຖານໃນຍາມບໍ່ມີໄຟຟ້າ.

ຊາວຢູເຄຣນຫຼາຍຄົນ ຄາດກັນວ່າ ຈະເປັນສະຖານະການແບບດຽວກັນ ຫຼື ຮ້າຍແຮງກວ່າ ໃນລະດູໜາວທີ່ຈະມາເຖິງນີ້ ແລະໄດ້ໃຊ້ເວລາຫຼາຍເດືອນໃນການກະກຽມ ລວມທັງການເກັບຟືນດັງໄຟມ້ຽນໄວ້. ການຂາຍເຄື່ອງປັ່ນໄຟຟ້າໄດ້ຂາຍດິບຂາຍດີ. ພົນລະເມືອງໃນບາງຄຸ້ມບ້ານ ຜູ້ທີ່ສາມາດຊື້ມັນ ກໍໄດ້ລົງທຶນໃນແຜ່ນໄຟຟ້າແສງຕາເວັນ. ສ່ວນຄົນອື່ນໆ ກໍໄດ້ພາກັນຊື້ ທຽນໄຂ, ຖ່ານໄຟຟ້າ, ໄຟສາຍ ແລະຕະກຽງໄຟຟ້າທີ່ຖືໄປມາໄດ້ ໃນຂະນະດຽວກັນ ກໍພາກັນສະສົມນ້ຳມັນເຊື້ອໄຟໃສ່ຖັງນ້ຳມັນຂະໜາດນ້ອຍໄວ້ຢ່າງຫຼວງຫຼາຍ.

Russian strikes on power plants in the war in Ukraine impacted almost half the country's energy capacity last winter. That forced millions of Ukrainians to learn to work, live and cover basic needs without electricity. Many Ukrainians are expecting the same or worse this coming winter and have spent months preparing, including collecting firewood. Sales of generators have exploded. Some residents who can afford it have invested in solar panels. Others have been purchasing candles, batteries, flashlights, and portable lanterns while stocking up on compact gas canisters.

XS
SM
MD
LG