ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກແມ່ຍິງ ແລະເດັກນ້ອຍຊາວຢູເຄຣນ ພາກັນໃຊ້ເວຫຼາຍມື້ ຢູ່ໃນຖະໜົນ ເພື່ອຊອກຫາບ່ອນລີ້ໄພທີ່ປອດໄພ


ແມ່ຍິງຄົນນຶ່ງ ກອດເດັກນ້ອຍຄົນນຶ່ງຢູ່ໃນຈຸດຜ່ານແດນ, ເຊິ່ງເປັນການລີ້ໄພຂອງຊາວອົບພະຍົບອັນເນື່ອງມາຈາກການບຸກລຸກຂອງ ຣັດເຊຍ, ໃນເມືອງ ເມດີກາ (Medyka), ປະເທດໂປແລນມ ວັນທີ 3 ມີນາ 2022.
ແມ່ຍິງຄົນນຶ່ງ ກອດເດັກນ້ອຍຄົນນຶ່ງຢູ່ໃນຈຸດຜ່ານແດນ, ເຊິ່ງເປັນການລີ້ໄພຂອງຊາວອົບພະຍົບອັນເນື່ອງມາຈາກການບຸກລຸກຂອງ ຣັດເຊຍ, ໃນເມືອງ ເມດີກາ (Medyka), ປະເທດໂປແລນມ ວັນທີ 3 ມີນາ 2022.

ອີງຕາມລາຍງານຂອງອົງການສະຫະປະຊາຊາດ, ມີຜູ້ອົບພະຍົບຫຼາຍກວ່າ​ຫ້າແສນຄົນທີ່ພາກັນໜີອອກມາຈາກ ຢູເຄຣນ, ໂດຍມີປະຊາຊົນຫຼາຍພັນຄົນທີ່ຕ້ອງໜີອອກຈາກປະເທດຂອງພວກເຂົາເຈົ້າໃນແຕ່ລະມື້. ລີເຊຍ ບາກາເລັດທ໌ (Lesia Bakalets) ໄດ້ເວົ້າລົມນໍາພວກແມ່ຍິງແລະເດັກນ້ອຍບາງຄົນ
ທີ່ພາກັນ​ຫຼົບໜີຈາກການຮຸກຮານຂອງຣັດເຊຍ. ແອນນາ ໄຣສ (Anna Rice) ໃຫ້ການບັນຍາຍກ່ຽວກັບເລື້ອງນີ້ ເຊິ່ງ ທິບສຸດາ ຈະນໍາເອົາລາຍລະອຽດມາສະ ເໜີທ່ານ ໃນອັນດັບຕໍ່ໄປ.

4 ມື້ທີ່ຢູ່ໃນຫົນທາງ.

ຈາກນະຄອນຫຼວງກີຢິບ ເຖິງເມືອງ ຊິໂຕເມຍຣ໌ (Zhitomyr), ຈາກນັ້ນ ກໍໄປເຖິງເມືອງຣິບ​ນີ (Rivne) ແລະໄປເຖິງເຂດຊາຍແດນ ຂອງປະເທດໂປແລນ ເຊິ່ງມີລົດເປັນສາຍຍາວ 100 ກິໂລແມັດ ແລະຜູ້ຄົນແບກກະເປົາເຄື່ອງພາກັນຍ່າງຢູ່ຕາມແຄມຖະໜົນດັ່ງກ່າວ.

ນັ້ນ ຄືສິ່ງທີ່ເກີດຂຶ້ນກັບ ສນິສຊານາ (Snizhana) ເມື່ອນາງອອກຈາກນະຄອນ ຫຼວງກິຢິບໃນວັນທີ 25 ກຸມພາ ເພື່ອເດີນທາງໄປປະເທດເຢຍຣະມັນ ເຊິ່ງເປັນບ່ອນທີ່ນາງມີຍາດພີ່ນ້ອງຢູ່ແຖວນັ້ນ.

ນາງສນິສຊານາ, ຜູ້ອົບພະຍົບຊາວຢູເຄຣນ ກ່າວເປັນພາສາຣັດເຊຍຜ່ານທາງຊູມວ່າ:

“ພວກເຮົາຈໍາເປັນຕ້ອງໄດ້ຍ້າຍໄປຕາມເຂດຊາຍແດນບ່ອນອື່ນ, ບ່ອນນຶ່ງແມ່ນເຂດຊາຍແດນ ກັບສະໂລວາເກຍ ບ່ອນນັ້ນຍັງມີລົດຕິດຍາວເປັນສາຍເຖິງ 6 ກິໂລແມັດ, ແຕ່ວ່າ ຢ່າງນ້ອຍມັນກໍດີກວ່າ 100 ກິໂລແມັດ.”

ຫຼັງຈາກທີ່ນາງໄດ້ຈູບກັບສາມີເພື່ອອໍາລາກັນ, ນາງໄດ້ຂຶ້ນລົດໂດຍສານ ແລະຂ້າມມາຊາຍແດນສະໂລວາເກຍ. ສ່ວນສາມີຂອງນາງແມ່ນກັບຄືນໄປນະຄອນ ຫຼວງກີຢິບ, ໂດຍນາງສນິສຊານາ ກ່າວເປັນພາສາຣັດເຊຍຜ່ານທາງຊູມວ່າ:

“ພວກເຮົາມາພົບກັນຢູ່ເຂດຊາຍແດນ ຈາກນັ້ນກໍພາກັນໄປຢູ່ໂຮງຮຽນ ເຊິ່ງເປັນບ່ອນທີ່ພວກເຮົາໄດ້ຮັບຄວາມອົບອຸ່ນ, ຫາຫຍັງກິນ ແລະກໍໄດ້ດື່ມນໍ້າແດ່. ຈາກນັ້ນ ໝູ່ຂອງພີ່ນ້ອງພວກເຮົາ ກໍໄດ້ມາຮັບພວກເຮົາຢູ່ທີ່ນັ້ນ ແລ້ວກໍພາພວກເຮົາໄປຊອກຫາບ່ອນພັກເຊົາສໍາລັບຍາມມື້ແລງ. ຕໍ່ຈາກນັ້ນ ພວກເຮົາກໍເດີນທາງຕໍ່ໄປປະເທດເຢຍຣະມັນ.”

ໃນມື້ທີສອງຂອງການບຸກລຸກຢູເຄຣນນັ້ນ ໂອລກາ (Olga) ກໍໄດ້ໜີອອກຈາກຢູເຄຣນເຊັ່ນກັນ, ໂດຍນາງໄດ້ໜີອອກໄປພ້ອມກັບລູກຊາຍໃນໄວ 1 ປີຂອງລາວ ທ້າວທາຣາສ (Taras). ປັດຈຸບັນນີ້ ພວກເຂົາຢູ່ໃນປະເທດໂປແລນ ແລະກໍປອດໄພແລ້ວ.

ນາງໂອລກາ ເຊີເຣີເມັດທ໌ (Olga Sheremet), ຜູ້ອົບພະຍົບຊາວຢູເຄຣນກ່າວເປັນພາສາຣັດເຊຍຜ່ານທາງຊູມວ່າ:

“ປັດຈຸບັນນີ້ ຂ້ອຍອາໄສຢູ່ກັບເອື້ອຍຂອງສາມີຂ້ອຍ ພວກເຮົາໜີອອກຈາກເມືອງເອີປິນ (Irpin), ພວກເຮົາໄດ້ຍິນສຽງລູກປືນ ແລະການຕໍ່ສູ້ກັນຢູ່ໃນເມືອງໂຮສໂຕແມລ (Hostomel). ແລະຄວາມຈິງແລ້ວແມ່ນສອງຊົ່ວໂມງ ລຸນຫຼັງທີ່ພວກເຮົາໄດ້ອອກມາແລ້ວນັ້ນ ລົດຖັງຂອງຣັດເຊຍກໍໄດ້ເຂົ້າໄປໃນເມືອງເອີປິນ, ບູຈາ (Bucha) ແລະເມືອງໂວແຊລ (Vorzel).”

ສາມີຂອງນາງແຄັດເທີຣິນາ ອີລເຊັນໂກ (Katerina Ilchenko) ເປັນຄົນອາເມຣິກັນ. ເປັນເວລາຫຼາຍອາທິດແລ້ວທີ່ສາມີຂອງລາວແລະຄົນໃນຄອບຄົວໄດ້ພະຍາຍາມຂໍຮ້ອງ ໃຫ້ລາວເດີນທາງອອກຈາກຢູເຄຣນ.

ນາງແຄັດເທີຣິນາ ອີລເຊັນໂກ, ຊາວຢູເຄຣນ ໄດ້ກ່າວເປັນພາສາຣັດເຊຍໂດຍຜ່ານທາງຊູມວ່າ:

“ຂ້ອຍບອກພວກເຂົາເຈົ້າວ່າ ຂ້ອຍຈະບໍ່ໄປທາງໃດໝົດ, ເຈົ້າຮູ້ບໍວ່າຍ້ອນຫຍັງ? ຍ້ອນວ່າຂ້ອຍຍັງສ້ອມແປງອາພາດທ໌ເມັນຂ້ອຍຍັງບໍ່ແລ້ວເທື່ອ! ຂ້ອຍສ້ອມແປງເຮືອນຄົວຮຽບຮ້ອຍແລ້ວ ແຕ່ຫ້ອງນອນຂອງພວກຂ້ອຍແມ່ນຍັງແປງບໍ່ທັນແລ້ວເລີຍ.”

ໃນພາບ ທີ່ເປີດເຜີຍໃຫ້ເຫັນອາຄານທີ່ພັກອາໄສຂອງປະຊາຊົນ ໄດ້ຖືກທໍາລາຍຫຼ້າສຸດຈາກການຍິງຂອງຣັດເຊຍ, ໃນຂະນະທີ່ການຮຸກຮານ ຢູເຄຣນ ຂອງ ຣັດເຊຍ ຍັງຄົງດໍາເນີນຢູ່, ໃນເມືອງ ເອີປິນ ໃນຂົງເຂດຂອງນະຄອນຫຼວງກີຢິບ, ວັນທີ 3 ມີນາ 2022.
ໃນພາບ ທີ່ເປີດເຜີຍໃຫ້ເຫັນອາຄານທີ່ພັກອາໄສຂອງປະຊາຊົນ ໄດ້ຖືກທໍາລາຍຫຼ້າສຸດຈາກການຍິງຂອງຣັດເຊຍ, ໃນຂະນະທີ່ການຮຸກຮານ ຢູເຄຣນ ຂອງ ຣັດເຊຍ ຍັງຄົງດໍາເນີນຢູ່, ໃນເມືອງ ເອີປິນ ໃນຂົງເຂດຂອງນະຄອນຫຼວງກີຢິບ, ວັນທີ 3 ມີນາ 2022.

ລຸນຫຼັງທີ່ກະຊວງການຕ່າງປະເທດຂອງສະຫະລັດໄດ້ຮຽກຮ້ອງຢ່າງແຂງ​ຂັນໃຫ້ປະຊາຊົນຊາວອາເມຣິກັນ ອອກຈາກຢູເຄຣນ, ນາງແຄັດເທີຣິນາ ກໍ່ຍອມເຮັດຕາມຄໍາຮ້ອງຂໍຂອງຄົນໃນຄອບຄົວ. ຄອບຄົວດັ່ງກ່າວພາກັນອອກຈາກນະຄອນ ຫຼວງກີຢິບ ແລະກໍ່ມຸ້ງໜ້າໄປທາງທິດຕາເວັນຕົກຂອງປະເທດນຶ່ງອາທິດກ່ອນທີ່ ຣັດເຊຍຈະບຸກເຂົ້າໄປ. ປັດຈຸບັນນີ້ ພວກເຂົາວາງແຜນທີ່ຈະໜີອອກນອກປະ ເທດ.

ນາງແຄັດເທີຣິນາ ອີລເຊັນໂກ, ປະຊາຊົນຊາວຢູເຄຣນ ກ່າວເປັນພາສາຣັດເຊຍຜ່ານທາງຊູມວ່າ:

“ພວກເຮົາບໍ່ສາມາດໄປໄກເທົ່າທີ່ເຮົາຢາກໄປ ເນື່ອງຈາກວ່າ ຂ້ອຍບໍ່ຢາກໜີອອກຈາກຢູເຄຣນ. ແຕ່ແນວໃດກໍຕາມ, ມັນກໍຍັງດີກວ່າທີ່ເຮົາຈະຍັງຢູ່ທີ່ເຮືອນ ເພາະວ່ານຶ່ງໃນສະຖານທີ່ທີ່ໄດ້ຮັບຜົນກະທົບຈາກລູກສອນໄຟນັ້ນ ເປັນບໍລິເວນທີ່ພວກເຮົາອາໄສຢູ່.”

ມີປະຊາຊົນຫຼາຍກວ່າເຄິ່ງລ້ານ ທີ່ຕົກ​ຢູ່​ໃນ​ສະ​ພາບຄືກັນກັບແຄດເທີຣິນາ, ໂອລ ກາ ແລະສນິສຊານາ ກໍໄດ້ຫລົບໜີອອກຈາກຢູເຄຮນໄປແລ້ວ, ອີງຕາມລາຍງານຂອງອົງການສະຫະປະຊາຊາດ, ຈໍານວນໂຕເລກດັ່ງກ່າວ ແມ່ນເພີ້ມຂຶ້ນເລື້ອຍໆ.

ຜູ້ຊ່ຽວຊານກ່າວວ່າ ຍັງມີຊາວຢູເຄຣນອີກຈໍານວນຫຼາຍທີ່ຕ້ອງພັດຖິ່ນ.

ທ່ານແຟຣັງຄ໌ ດູແວລ (Franck Duvell), ຈາກສະຖາບັນການຍົກຍ້າຍຖິ່ນຖານນານາຊາດ ກ່າວຜ່ານທາງຊູມວ່າ:

“ປະຊາຊົນຜູ້ພັດຖິ່ນ 660,000 ຄົນ ແມ່ນຢູ່ຕ່າງປະເທດ, ໃນປະເທດຕ່າງໆ, ແລະຜູ້ພັດຖິ່ນອີກ 1,500,000 ຄົນ ຢູ່ໃນຢູເຄຣນເອງ. ດັ່ງນັ້ນ ຈໍານວນໂດຍ ລວມແມ່ນ 2,200,000 ຄົນ ເຊິ່ງຄິດເປັນ 4 ເປີເຊັນຂອງຈໍານວນປະຊາກອນ, ນັ້ນແມ່ນເປັນໂຕເລກສໍາຄັນທີ່ສາມາດເຫັນໄດ້ ແລະມັນກໍເປັນພຽງໂຕເລກຫຼັງຈາກ 5 ມື້ເທົ່ານັ້ນ.”

ນີ້ ແມ່ນວິກິດການຊາວຜູ້ອົບພະຍົບທີ່ໃຫຍ່ທີ່ສຸດຢູ່ໃນຢູໂຣບ ທີ່ເກີດຂຶ້ນແທ້ນະເວລານີ້.

ທ່ານນາງຊິນເທຍ ບັກ​ລີ (Cynthia Buckley), ສາດສະດາຈານທາງດ້ານສັງຄົມວິທະຍາແຫ່ງມະຫາວິທະຍາໄລອີລີນອຍ ກ່າວຜ່ານທາງຊູມວ່າ:

“ຖ້າຫາກບໍ່ມີການປ້ອງກັນໃດໆທາງອາກາດ, ຖ້າຫາກບໍ່ມີການສະໜັບສະໜຸນໃດໆໂດຍຜູ້ສະໜັບສະໜຸນຊາວຢູເຄຣນ ຫຼືກອງກໍາລັງທະຫານຢູເຄຣນ, ມັນເປັນການດີທີ່ມີຄວາມສາມາດຂັດຂວາງລູກສອນໄຟເຫຼົ່ານັ້ນທີ່ຈະໄປຕໍາໃສ່ເປົ້າໝາຍທີ່ແນໄວ້, ຂ້າພະເຈົ້າຂໍຖຽງຄືນ, ມັນເປັນກໍລະນີຂອງສະຖານະການທີ່ຮ້າຍແຮງ ເຊິ່ງພວກເຮົາອາດຈະພົບວ່າ ມີຜູ້ອົບພະຍົບພຽງແຕ່ 2-5 ລ້ານຄົນຂອງ ຈໍານວນປະຊາກອນຢູເຄຣນ 44.1 ລ້ານຄົນ.”

ແຕ່ວ່າ ປະຊາຊົນຊາວຢູເຄຣນເຫຼົ່ານັ້ນບອກກັບ VOA ວ່າ ພວກເຂົາເຈົ້າບໍ່ຕ້ອງການມີສະຖານະພາບເປັນຊາວອົບພະຍົບ, ພວກເຂົາເຈົ້າມີແຜນທີ່ຈະກັບຄືນເມືອ​ບ້ານເຮືອນຂອງພວກເຂົາເຈົ້າ.

ນາງແຄັດເທີຣີນາ ອີລເຊັນໂກ, ປະຊາຊົນຊາວຢູເຄຣນ ກ່າວເປັນພາສາຣັດເຊຍຜ່ານທາງຊູມວ່າ:

“ສິ່ງທີ່ຂ້ອຍຢ້ານທີ່ສຸດໃນການກັບມານະຄອນຫຼວງກີຢິບກໍຄື: ກີຢິບຈະບໍ່ເປັນທີ່ຮັບຮູ້ອີກຕໍ່ໄປ. ຈາກສິ່ງທີ່ຂ້ອຍເຫັນຢູ່ໃນຕອນນີ້ ແລະພະຍາຍາມທີ່ຈະບໍ່ຄິດໄປຫຼາຍ, ຈາກສິ່ງເລັກໆນ້ອຍໆຢູ່ທີ່ນີ້ ແລະທີ່ນັ້ນ ຂ້ອຍສາມາດເຫັນໄດ້ ໃນສິ່ງທີ່ພວກເຂົາປະຕິບັດກັບກີຢິບ, ແຕ່ຂ້ອຍກໍຈະຍັງຮັກກີຢິບໃນທຸກໆສະຖານະ. ຂ້ອຍຈະກັບຄືນເມືອກີຢິບ, ຂ້ອຍຈະໄຂກະແຈຂອງປະຕູອະພາດເມັນຂ້ອຍດ້ວຍລູກກະແຈຂອງຂ້ອຍເອງ, ຂ້ອຍຈະເຂົ້າໄປ ແລະດໍາເນີນການສ້ອມແປງຫ້ອງນອນຂອງພວກເຮົາຕໍ່, ແລະກໍບໍ່ຮັບຮູ້ ຕໍ່ທຸກໆສິ່ງທີ່ອາດຈະເປັນໄປໄດ້.”

XS
SM
MD
LG