ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກທະຫານຂອງຢູເຄຣນ ມີປະຕິກິລິຍາ ຕໍ່ຄວາມເປັນໄປໄດ້ ຂອງການປົດນາຍພົນຂັ້ນສູງອອກຈາກຕຳແໜ່ງ


ແຟ້ມພາບ - ຜູ້ບັນຊາການສູງສຸດຂອງເຫຼົ່າທັບຢູເຄຣນ ນາຍພົນ ວາເລີຣີ ໍຊາລູສນີ ຈັດກອງປະຊຸມຖະແຫລງຂ່າວ, ທ່າມກາງ ການບຸກລຸກຂອງຣັດເຊຍ ໃນຢູເຄຣນ, ທີ່ນະຄອນຫຼວງກີຢິບ, ວັນທີ 26 ທັນວາ 2023.
ແຟ້ມພາບ - ຜູ້ບັນຊາການສູງສຸດຂອງເຫຼົ່າທັບຢູເຄຣນ ນາຍພົນ ວາເລີຣີ ໍຊາລູສນີ ຈັດກອງປະຊຸມຖະແຫລງຂ່າວ, ທ່າມກາງ ການບຸກລຸກຂອງຣັດເຊຍ ໃນຢູເຄຣນ, ທີ່ນະຄອນຫຼວງກີຢິບ, ວັນທີ 26 ທັນວາ 2023.

ພວກທະຫານຂອງຢູເຄຣນ ທີ່ກຳລັງຕໍ່ສູ້ຢູ່ເຂດແນວໜ້າ ທາງພາກຕາເວັນອອກໄດ້ມີປະຕິກິລິຍາກັບຄວາມເຫັນຕ່າງໆໃນແງ່ລົບ ໂດຍປະທານາທິບໍດີ ໂວໂລດີເມຍ ເຊເລນສກີ ໃນການບົ່ງບອກກ່ຽວກັບຄວາມເປັນໄດ້ ທີ່ຈະມີການປ່ຽນແປງໃນຕຳແໜ່ງຂັ້ນສູງຕ່າງໆຂອງການນຳພາ ລວມທັງກອງທັບນຳດ້ວຍ.

ໃນການໃຫ້ສຳພາດຫຼາຍຮອບທີ່ດຳເນີນງານໂດຍອົງການຂ່າວຣອຍເຕີສ໌, ຜູ້ບັນຊາການກອງກຳລັງບາງສ່ວນ ຢູ່ພາກພື້ນດິນ ໄດ້ກ່າວວ່າ ເປັນໄປໄດ້ທີ່ນາຍພົນ ວາເລີຣີ ຊາລູສນີ ຈະຖືກປົດອອກນັ້ນ ເປັນເລື້ອງທີ່ບໍ່ເໝາະສົມໃນເວລານີ້. ທ່ານຊາລູສນີ ເປັນຜູ້ບັນຊາການກອງທັບຂັ້ນສູງຂອງຢູເຄຣນ.

“ເປັນຜູ້ບັນຊາການທີ່ໄດ້​ຮັບ​ຄວາມນິຍົມຫຼາຍທີ່ສຸດ ໃນຈຳພວກຜູ້ທີ່ຢູ່ນະທີ່ນີ້ແລະ ຜູ້ທີ່ຕໍ່ສູ້ຄຽງບ່າຄຽງໄຫລ່ພວກທະຫານໜຸ່ມນ້ອຍ ຜູ້ທີ່ນັ່ງຢູ່ໃນຂຸມສະໜາມລົບ” ຜູ້ບັນຊາການໜ່ວຍຕໍ່ຕ້ານລົດຖັງ ອາຍຸ 31 ປີ ໄດ້ກ່າວ ຜູ້ທີ່ຂໍໃຫ້ແນະນຳຕົວຂອງຜູ້ກ່ຽວດ້ວຍຊື່ແຝງວ່າ ໄທເກີ ຫຼື ເສືອ.

ທ່ານເສືອ ໄດ້ກ່າວຕື່ມວ່າ ຜູ້ໃດກໍຕາມ ໄດ້ເຂົ້າມາບັນຊາການ ຄວນຮັບປະກັນວ່າ ນຳເອົາພວກທະຫານຊຸດໃໝ່ໆ ມາຊັບປ່ຽນພ້ອມ ແລະການສະໜອງພວກເຮືອບິນໂດຣນຫຼາຍກວ່ານີ້ ຊຶ່ງທັງສອງຢ່າງນັ້ນ ທ່ານຊາລູສນີໄດ້ສະແຫວງຫາ.

ທະຫານອີກຄົນນຶ່ງໄດ້ກ່າວວ່າ “ຖ້າລັດຖະບານຂອງພວກເຮົາ ຢາກຈະປ່ຽນຜູ້ໃດຜູ້ນຶ່ງ ການປ່ຽນທັງຫຼາຍນີ້ ຄວນພຽງແຕ່ເຮັດໃຫ້ສິ່ງຕ່າງໆ ດີຂຶ້ນກວ່າເກົ່າ ແລະບໍ່ແມ່ນຂີ້ຮ້າຍລົງ.”

Ukrainian soldiers fighting on the eastern front reacted with skepticism to comments by President Volodymyr Zelenskyy, hinting of a possible shakeup in top leadership positions, including the military.

In a series of interviews conducted by the Reuters news agency, some unit commanders on the ground said that a possible dismissal of General Valerii Zaluzhnyi would not be appropriate at this time. Zaluzhnyi is Ukraine’s top military commander.

"The most popular (commanders) are those who are here, and who fight alongside the lads, who sit in the trenches," said a 31-year-old anti-tank unit commander who asked to be introduced by his call sign, Tiger.

Tiger added that whoever was in charge should ensure the arrival of fresh replacement troops and a larger supply of drones — both of which Zaluzhnyi has sought.

Another soldier said, "If our government wants to change someone, these changes should only make things better, and not worse."

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG