ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດ​ເຊຍ​ໂຈມ​ຕີ ແລະຍຶດ​ກຳ​ປັ່ນ​ລົບຂອງ​ຢູ​ເຄ​ຣນ ສາມ​ລຳ


ເຮືອ​ບິນ​ລົບ​ຣັດ​ເຊຍ ບິນ​ຂ້າມ​ກຳ​ປັ່ນ​ລ​ົບ​ຢູ​ເຄ​ຣນ ຢູ່​ກ້ອງ​ຂົວ​ທີ່​ເຊື່ອມ​ຕໍ່​ແຜ່ນ​ດິນ​ໃຫຍ່​ຣັດ​ເຊຍ ກັບ​ແຫຼມຄ​ຣາຍເມຍ ໃນວັນ​ທີ 25 ພະ​ຈິກ 2018.
ເຮືອ​ບິນ​ລົບ​ຣັດ​ເຊຍ ບິນ​ຂ້າມ​ກຳ​ປັ່ນ​ລ​ົບ​ຢູ​ເຄ​ຣນ ຢູ່​ກ້ອງ​ຂົວ​ທີ່​ເຊື່ອມ​ຕໍ່​ແຜ່ນ​ດິນ​ໃຫຍ່​ຣັດ​ເຊຍ ກັບ​ແຫຼມຄ​ຣາຍເມຍ ໃນວັນ​ທີ 25 ພະ​ຈິກ 2018.

ຣັດ​ເຊຍ​ໄດ້​ຍິງກຳ​ປັ່ນ​ລົບ​ຢູ​ເຄ​ຣນ​ສອງ​ລຳ ແລະແລ່ນ​ຕຳກຳ​ປັ່ນລຳ​ທີ​ສາມຢູ່​ໃນ​ລະ​ເລ​ດຳ
​ໃນ​ວັນ​ອາ​ທິດ​ວານ​ນີ້ ຍຶດ​ເອົາ​ກຳ​ປັ່ນ ແລ​ະ​ກ່າວ​ຫາວ່າລ່ວງລໍ້າ​ເຂົ້າ​ມາ​ນ່ານ​ນ້ຳ​ຢ່າງ​ຜິດ​
ກົດ​ໝາຍ.

ພວກ​ເຈົ້າ​ໜ້າ​ທີ່​ຢູ​ເຄ​ຣນ​ກ່າວ​ວ່າ ລູກ​ເຮືອ​ຢ່າງ​ໜ້ອຍ​ຫົກຄົນໄດ້​ຮັບ​ບາດ​ເຈັບ ແລະໄດ້
ປະ​ຕິ​ເສດ​ວ່າ​ ບໍ່​ໄດ້​ກະ​ທຳ​ຄວາມ​ຜິດ​ໃດໆ​ ກ່າວ​ຫາ​ກອງ​ທັບຣັດ​ເຊຍ​ວ່າທທຳການ
ຮຸກ​ຮານ.

ກະຊວງການ​ຕ່າງ​ປ​ະ​ເທດ​ຢູ​ເຄ​ຣນກ່າວ​ວ່າ “ການ​ປະ​ຕິ​ບັດ​ດັ່ງ​ກ່າວ​ເປັນ​ການ​ຂົ່ມ​ຂູ່​ຕໍ່
ຄວາມ​ປອດ​ໄພ ໃຫ້​ແກ່ບັນ​ດາປະ​ເທດທັງ​ໝົດ ທີ່​ຢູ່​ໃນ​ຂົງ​ເຂດທະ​ເລ​ດຳ ແລະ​ເພະ
​ສະ​ນັ້ນ ຈຶ່ງຈຳເປັນຕ້ອງໄດ້ມີ​ການ​ຕອບ​ໂຕ້​ທີ່​ແຈ້ງ​ຂາວ​ຈາກປະ​ຊາ​ຄົມ​ສາ​ກົນ.”

ສະ​ຫະ​ພັນ​ຄວາມ​ໝັ້ນຄົງ​ຂອງລັດຖະບານກາງ​ຣັດ​ເຊຍ (FSB) ໄດ້​ກ່າວ​ຫາ​ຢູ​ເຄ​ຣນ
​ວ່າ​ ມີເຈດຕະນາເກາະຜິດ.

ຖະ​ແຫຼງ​ການສະບັບນຶ່ງຂອງ FSB ກ່າວ​ວ່າ “ອາ​ວຸດ​ຕ່າງໆ​ໄດ້​ໃຊ້ແນ​ໃສ່ເພື່ອບັ​ງ​ຄັບ​
ກຳ​ປັ່ນ​ລົບ​ຢູ​ເຄ​ຣນ​ໃຫ້​ຢຸດ. ດ້ວຍ​ສາ​ເຫດ​ດັ່ງ​ກ່າວ ກຳ​ປັ່ນ​ລົບ​ຢູ​ເຄ​ຣນທັງ​ສາມ​ລຳ​ ຈຶ່ງ
ໄດ້​ຖືກ​ຍຶດ​ໄວ້​ ຢູ່​ໃນ​ນ່ານ​ນ້ຳ ຂອງສະ​ຫະ​ພັນ​ຄວາມ​ໝັ້ນ​ຄົງ​ຂອງຣັດ​ເຊຍ ໃນ​ທະ​ເລ​ດຳ.”

ອຸ​ບັດ​ເຫດ​ຂອງວັນ​ອາ​ທິດ​ວານນີ້ ໄດ້​ເລີ້ມ​ເກີດ​ຂຶ້ນ​ເວ​ລາ​ເຮືອ​ພ່ວງ​ຂອງ​ຢູ​ເຄ​ຣນ​ລ່ອງ
ອອກ​ໄປ ເພື່ອ​ຕິດ​ຕາມກຳ​ປັ່ນ​ລົບ​ສອງ​ລຳ​ຈາກ​ໂອ​ແດ​ສ​ສາ ຢູ່​ໃນ​ທະ​ເລ​ດຳ ຜ່ານ​ສ່ອງ
​ແຄບ​ເຄີດ​ຣ​ຈ໌ ໄປ​ຫາ​ທ່າ​ເຮືອ​ຢູ​ເຄ​ຣນ​ຂອງ​ມາ​ຣີ​ອູ​ໂພ​ລ ຢູ່​ທະ​ເລ​ອາ​ຊອ​ຟ.

ສ່ອງ​ແຄບ​ເຄິດ​ຣ​ຈ໌ ແມ່ນ​ທາງ​ຜ່ານ​ແຫ່ງ​ດຽວ​ ລະ​ຫວ່າງ​ສອງ​ທະ​ເລດັ່ງກ່າວ.

ຢູ​ເຄ​ຣນກ່າວ​ວ່າ​ ກຳ​ປັ່ນ​ຍາມ​ຝັ່ງ​ຢູ​ເຄ​ຣນຖືກ​ຕຳ ແລະ​ເຮືອ​ພ່ວງໄດ້​ຮັບ​ຄວາມ​ເສຍ​
ຫາຍ ແລະກຳ​ປັ່ນ​ອີກ​ສອງ​ລຳໄດ້​ຖືກ​ຍິງ​. ພວກ​ເຮືອ​ຍາມ​ຝັ່ງຣັດ​ເຊຍ ໄດ້​ພາ​ກັນ​ຂຶ້ນ​
ມາ​ໃນ​ກຳ​ປັ່ນ​ສາມ​ລຳນັ້ນ ແລ້ວຍຶດ​ເອົາ.

ຢູ​ເຄ​ຣນ​ກ່າວ​ວ່າ​ຣັດ​ເຊຍ​ໃຊ້​ກຳ​ປັ່ນ​ຂົນ​ສົ່ງ​ນໍ້​າມັນ​ຕັນ​ທາງ​ອອກ​ໄປ​ສູ່​ສ່​ອງ​ແຄບ
​ເຄິດຣຈ໌​ ຊຶ່ງ​ຕາມ​ພາຍ​ໃຕ້​ສົນ​ທິ​ສັນ​ຍາ​ແມ່ນວ່າ ເປັນເຂດນໍ້າແດນດິນທີ່ໃຊ້ຮ່ວມກັນ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG