ລັດຖະມົນຕີກະຊວງປ້ອງກັນປະເທດຂອງຢູເຄຣນ ທ່ານໂອເລັກຊີ ເຣສນິຄັອບ ໄດ້ເດີນທາງໄປຢ້ຽມຢາມນະຄອນຫຼວງປາຣີ ເພື່ອການເຈລະຈາກັບບັນດາຜູ້ນຳຂອງຝຣັ່ງ ໃນວັນອັງຄານວານນີ້ ໃນການຊຸກຍູ້ໃຫ້ສົ່ງເຮືອບິນລົບອາຍພົ່ນ ເພື່ອຊ່ອຍກີຢິບ ໃນການຕໍ່ສູ້ຕ້ານຢັນການບຸກລຸກຂອງຣັດເຊຍ ທີ່ແກ່ຍາວ ມາເກືອບນຶ່ງປີ.
ບັນດາເຈົ້າໜ້າທີ່ຂອງຢູເຄຣນ ໄດ້ຮຽກຮ້ອງຕໍ່ບັນດາພັນທະມິດຕາເວັນຕົກທັງ ຫຼາຍ ໃຫ້ສົ່ງເຮືອບິນອາຍພົ່ນໄປຊ່ອຍ ເພື່ອທີ່ຈະຕອບໂຕ້ການໂຈມຕີຂອງຣັດເຊຍ ໄດ້ດີຂຶ້ນກວ່າເກົ່າ ແຕ່ມາເຖິງເວລານີ້ ຄຳຮຽກຮ້ອງເຫຼົ່ານັ້ນ ຍັງບໍ່ທັນໄດ້ຮັບການຕອບສະໜອງເທື່ອ ຍ້ອນຄວາມລະມັດລະວັງ.
ເມື່ອຖືກຖາມ ໂດຍບັນດານັກຂ່າວ ຖ້າວ່າ ຝຣັ່ງຈະພິຈາລະນາສົ່ງເຮືອບິນລົບອາຍພົ່ນໃຫ້ຢູເຄຣນ, ປະທານາທິບໍດີຂອງຝຣັ່ງ ທ່ານເອມມານູແອລ ມາກຣົງ ໄດ້ກ່າວໃນວັນຈັນຜ່ານມານີ້ວ່າ “ບໍ່ມີຫຍັງທີ່ຖືກຍົກເວັ້ນ” ແຕ່ກໍໄດ້ວາງເງື່ອນໄຂຫຼາຍຢ່າງອອກມາ ກ່ອນທີ່ບາດກ້າວເຊັ່ນນັ້ນ ອາດເກີດຂຶ້ນໄດ້. ສິ່ງເຫຼົ່ານັ້ນ ລວມມີ ອຸປະກອນນັ້ນ ຈະບໍ່ແຕະຕ້ອງພື້ນດິນຂອງຣັດເຊຍ, ຈະບໍ່ນຳໄປສູ່ການທະວີຄວາມເຄັ່ງຕຶງ ແລະຈະບໍ່ “ເຮັດໃຫ້ຄວາມອາດສາມາດຂອງກອງທັບບົກຂອງຝຣັງ ອ່ອນແອລົງ.”
ປະທານາທິບໍດີ ສະຫະລັດ ທ່ານໂຈ ໄບເດັນ ໄດ້ກ່າວໃນວັນຈັນຜ່ານມານີ້ ວ່າ ສະຫະລັດ ຈະບໍ່ສະໜອງເຮືອບິນລົບອາພົ່ນ F-16 ໃຫ້ແກ່ຢູເຄຣນ.
ຢ່າງໃດກໍຕາມ ຝຣັ່ງ ໄດ້ຕົກລົງທີ່ຈະສົ່ງປືນໃຫຍ່ ຊີຊາຣ (Caesar) ທີ່ລາກດ້ວຍລົດບັນທຸກ ຕື່ມອີກ 12 ກະບອກ ແລະອຸປະກອນປ້ອງກັນໄພທາງອາກາດໃໝ່ ໃຫ້ແກ່ຢູເຄຣນ ເພື່ອເສີມກຳລັງໃນການຕໍ່ສູ້ຕ້ານຣັດເຊຍ, ອີງຕາມການກ່າວຂອງທ່ານເຊແບສຕຽນ ເລີກໍນູ ລັດຖະມົນຕີກະຊວງປ້ອງກັນປະເທດ ທີ່ໄດ້ກ່າວໃນວັນອັງຄານວານນີ້ ຢູ່ປາຣີ. ພວກປືນໃຫຍ່ດັ່ງກ່າວ ບວກໃສ່ກັບປືນໃຫຍ່ 18 ກະບອກ ທີ່ໄດ້ສົ່ງໄປໃຫ້ແລ້ວນັ້ນ.
ການເຄື່ອນໄຫວນີ້ ມີຂຶ້ນໂດຍທີ່ຝຣັ່ງ ຍັງບໍ່ທັນໝັ້ນໝາຍທີ່ຈະສົ່ງລົດຖັງລົບຫຼັກ ເລີແຄລກ (Leclerc) ໃຫ້ຢູເຄຣນເທື່ອ ຫຼັງຈາກທີ່ໄດ້ໃຊ້ເວລາຫຼາຍອາທິດ ໃນການກົດດັນເບີລິນ ໃຫ້ສະໜອງລົດຖັງ ລຽວປາດ 2 ຂອງຕົນ ແລະອະນຸຍາດໃຫ້ບັນດາພັນທະມິດ ສົ່ງລົດຖັງທີ່ຜະລິດໂດຍເຢຍຣະມັນ ໄປໃຫ້ຢູເຄຣນ.
ຄຽງຄູ່ກັບປືນໃຫຍ່ເຄື່ອນທີ່ຂອງຝ່າຍຕາເວັນຕົກ ເຊັ່ນວ່າ ປານເຊີຮາວບິດສ໌ (Panzerhaubitze) 2000 ແລ້ວ, ຊີຊາຣ ກໍໄດ້ຮັບຄວາມເຊື່ອຖື ເມື່ອປີກາຍນີ້ ດ້ວຍການຊ່ອຍໃຫ້ຢູເຄຣນ ໂຈມຕີເປົ້າໝາຍຕ່າງໆເລິກເຂົ້າໄປໃນເສັ້ນແນວຫຼັງຂອງຣັດເຊຍ ຊຶ່ງບ່ອນທຳລາຍການບຸກໂຈມຕີຂອງມົສກູ.