ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສົງຄາມຢູ່ໃນ ຢູເຄຣນ ໄດ້ເຮັດໃຫ້ຂໍ້ສະເໜີໃນການເຮັດການກະເສດແບບຍືນຍົງ ຂອງສະຫະພາບຢູໂຣບ ໄດ້ເລື່ອນເວລາອອກໄປ


ແຟ້ມຮູບ-ເຄື່ອງຈັກເກັບກ່ຽວ ກໍາລັງເຮັດວຽກຢູ່ທົ່ງດອກຕາເວັນ ໃນເຂດນອກເມືອງຂອງ ໂດເນສ໌, ທາງທິດຕາເວັນອອກຂອງປະເທດ ຢູເຄຣນ, ວັນທີ 20 ກັນຍາ 2014.
ແຟ້ມຮູບ-ເຄື່ອງຈັກເກັບກ່ຽວ ກໍາລັງເຮັດວຽກຢູ່ທົ່ງດອກຕາເວັນ ໃນເຂດນອກເມືອງຂອງ ໂດເນສ໌, ທາງທິດຕາເວັນອອກຂອງປະເທດ ຢູເຄຣນ, ວັນທີ 20 ກັນຍາ 2014.

ກໍາມາ​ທິການຢູໂຣບ (EC) ໄດ້ກໍານົດທີ່ຈະເລື່ອນ​ເວ​ລາ​ໃນການ​ພິມເຜີຍແຜ່ຂໍ້ສະເໜີ ກ່ຽວກັບການເຮັດກະເສດແບບທໍາມະຊາດ ແລະຍືນຍົງ ທີ່ໄດ້ມີການຄາດການວ່າ ຈະເກີດຂຶ້ນພາຍໃນອາທິດນີ້, ດ້ວຍຜົນກະທົບທີ່ເກີດຂຶ້ນຈາກສົງຄາມຢູ່ໃນ ຢູເຄນ ຕໍ່ກັບການຈັດຫາອາຫານ ອັນໄດ້ເຮັດໃຫ້ບາງປະເທດມີຄໍາຖາມເຖິງການຜັກດັນທາງດ້ານສິ່ງແວດລ້ອມຂອງສະຫະພາບຢູໂຣບ (EU). ອີງຕາມລາຍງານຂອງອົງການຂ່າວຣອຍເຕີ ຈາກນະຄອນບຣັສ​ເຊິລ​ສ໌ ເມື່ອວັນທີ 21 ມີນາ ມື້ວານນີ້.

“ຂໍ້ຕົກລົງສີຂຽວ” ຂອງສະຫະພາບຢູໂຣບ ກໍາລັງດໍາເນີນການປັບປຸງທຸກໆພາກ ສ່ວນ ລວມເຖິງທາງດ້ານການກະສິກໍາ, ດ້ວຍການປ່ອຍອາຍແກັສເຮືອນແກ້ວປະມານ 10 ເປີເຊັນ. ນະຄອນບຣັສ​ເຊິລ​ສ໌ ມີເປົ້າໝາຍທີ່ຈະຫຼຸດການນໍາໃຊ້ຢາຂ້າແມງໄມ້ລົງພາຍໃນປີ 2030 ແລະກໍາລັງຮ່າງເປັນຂໍ້ກົດໝາຍຂຶ້ນມາເພື່ອໃຫ້ມັນມີຜົນບັງຄັບໃຊ້ຢ່າງແທ້ຈິງ.

ກໍາມາ​ທິການຢູໂຣບ ມີກໍານົດທີ່ຈະ​ພິມເຜີຍແຜ່ຂໍ້ມູນຕໍ່ສາທາລະນະໃນວັນພຸດມື້ ອື່ນນີ້ ກ່ຽວກັບຂໍ້ສະເໜີໃໝ່ສອງຂໍ້ທີ່ມີເປົ້າໝາຍກ່ຽວຂ້ອງກັນ ເພື່ອຟື້ນຟູທໍາມະຊາດ ແລະກົດໝາຍກ່ຽວກັບການນໍາໃຊ້ຢາຂ້າແມງໄມ້ທີ່ຍືນຍົງນັ້ນ ເພີ້ມຂຶ້ນອີກ.

ຢ່າງໃດກໍຕາມ, ກໍາມາ​ທິການດ້ານການກະເສດແຫ່ງສະພາຢູໂຣບ ທ່ານຈານັສຊ໌ ໂວກຈ໌ຊິໂຊວສກີ (Janusz Wojciechowski) ໄດ້ກ່າວໃນມື້ວັນຈັນວານນີ້ວ່າ ທາງສະຫະພາບຢູໂຣບ ຈະບໍ່ຫາລືກ່ຽວກັບຢາຂ້າແມງໄມ້ຢູ່ໃນກອງປະຊຸມທີ່ຈະມີຂຶ້ນພາຍໃນອາທິດນີ້, ນັ້ນໝາຍຄວາມວ່າ ການນໍາສະເໜີຮ່່າງຍັດຕິດັ່ງກ່າວ ຈະຕ້ອງຖືກໂຈະ. ລາວບໍ່ໄດ້ໃຫ້ຄວາມສົນໃຈກ່ຽວກັບແຜນການຟື້ນຟູທໍາມະຊາດຄືນໃໝ່.

ກ່ອນໜ້ານີ້, ຄະນະກໍາມາ​ທິການທາງດ້ານອາຫານ ແລະສຸຂະພາບແຫ່ງສະພາຢູໂຣບ ທ່ານສເທລລາ ກີເຣຍຄາຍສ໌ (Stella Kyriakides) ກ່າວກັບລັດຖະ ມົນຕີກະຊວງກະສິກໍາແຫ່ງຊາດໃນນະຄອນ ບຣັສເຊິລ​ສ໌ ວ່າ ກຸ່ມປະເທດໄດ້ປ່ຽນໄປນໍາໃຊ້ຢາຂ້າແມງໄມ້ແບບຍືນຍົງ, ແຕ່ວ່າ ຍ້ອນວິກິດການໃນ ຢູເຄຣນ ທີ່ບໍ່ມີ “ຊ່ອງຫວ່າງທາງການເມືອງ” ສໍາລັບການປຶກສາຫາລືທີ່ເໝາະສົມນະເວ ລານີ້.

ກໍາມາ​ທິການຢູໂຣບ ຈະຊຸກຍູ້ມາດຕະການດັ່ງກ່າວນີ້ ເພື່ອຮັບມືກັບຜົນກະທົບທີ່ເກີດຂຶ້ນຈາກການຮຸກຮານຢູເຄຣນ ຂອງ ຣັດເຊຍ, ເຊິ່ງເຮັດໃຫ້ລາຄາຂອງເຂົ້າ ສາລີ ແລະເຂົ້າບາເລ້ເພີ້ມສູງຂຶ້ນ ອັນໄດ້ເຮັດໃຫ້ເພີ້ມຄວາມກັງວົນວ່າ ຈະມີອາ ຫານບໍ່ພຽງພໍຕໍ່ການສະໜອງ.

ຣັດເຊຍ ແລະ ຢູເຄຣນ ເຮັດການຄ້າເຂົ້າສາລີຄິດເປັນຈໍານວນ 30 ເປີເຊັນຢູ່ໃນໂລກ, ນໍ້າມັນດອກຕາເວັນຫຼາຍກວ່າ 50 ເປີເຊັນ, ລວມທັງເມັດພືດ ແລະອາຫານຕ່າງໆ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG