ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສົງຄາມ ຢູເຄຣນ ເພີ່ມຄວາມຕຶງຄຽດ ຕໍ່ອຸດສາຫະກຳລົດຍົນ ທົ່ວໂລກ


ການ​ຂາດ​ແຄນ​ໄມ​ໂຄ​ຣ​ຊິບ​ທົ່ວ​ໂລກ​ແມ່ນ​ພຽງ​ພາກ​ສ່ວນ​ນຶ່ງ​ຂອງ​ອຸດ​ສາ​ຫະ​ກຳ​ລົດ​ຍົນ​ທີ່​ປັ່ນ​ປ່ວນ​ໃນ​ທົ່ວ​ໂລກ. ໃນ​ຂະ​ນະ​ທີ່​ຄົນ​ຂັບ​ລົດຫຼາຍ​ກວ່າ​ເກົ່າ​ໄດ້​ກັບຄືນ​ໄປ​ເຮັດ​ວຽກ​ ເວ​ລາ​ທີ່​ຂໍ້​ຫ້າມ​ໂຣກ​ລະ​ບາດ​ໄດ້​ຜ່ອນ​ເບົາ​ລົງ ກໍ່​ໃຫ້​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ສຳ​ລັບ​ລົດ​ໃໝ່​ມີຫຼາຍ​ຂຶ້ນ ແລະ ຄັງ​ສິນ​ຄ້າ​ແມ່ນ​ຂາດ​ແຄນ. ນັກ​ຂ່າວ​ວີ​ໂອ​ເອ ເຄນ ຟາ​ຣາ​ໂບ ມີ​ລາຍ​ງານ​ເພີ່ມ​ເຕີມ​ຈາກ​ນະ​ຄອນຊິ​ຄາ​ໂກ, ເຊິ່ງ​ພຸດ​ທະ​ສອນ​ຈະ​ນຳ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ມາ​ຮອດ​ຈຸດນີ້​ຂອງ​ປີ, ທ່ານ ບິ​ລ ວອ​ລ​ຊ໌ ຈູ​ເນຍ ຫວັງ​ວ່າ​ຈະ​ໄດ້​ເຫັນ​ເຄືອ​ຂ່າຍ​ຮ້ານ​ຂາຍ​ລົດ​ຍົນ 27 ແຫ່ງ ​ທີ່​ລາວ​ຄວບ​ຄຸມນັ້ນກັບ​ຄືນ​ມາ​ສູ່​ສະ​ພາບ​ປົກ​ກະ​ຕິ.

ທ່ານ ບິ​ລ ວອ​ລ​ຊ໌ ຈູ​ເນຍ ກ່າວ​ວ່າ “ປົກ​ກະ​ຕິ​ແລ້ວ​ພວກ​ເຮົາ​ມີ​ລົດ 2,000 ຄັນ​ໃນ​ສາງ, ໂດຍ​ສະ​ເພາະ​ເວ​ລານີ້​ຂອງ​ປີ​ທີ່​ເຂົ້າ​ສູ່​ລະ​ດູ​ບານ​ໃໝ່. ພວກ​ເຮົາ​ມີ 600 ຄັນ.”

ລົດ​ທີ່​ມີ​ຢູ່​ໃນ​ຄັງ​ຂອງ​ທ່ານ ວອ​ລ​ຊ໌ ແມ່ນ​ໄດ້​ຫຼຸດ​ລົງຫຼາຍກວ່າ 65 ເປີ​ເຊັນ​ໃນ​ເວ​ລາ​ທີ່​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ສຳ​ລັບ​ລົດ​ໄດ້​ເພີ່ມ​ຂຶ້ນ. ສ່ວນ​ນຶ່ງ​ຂອງ​ບັນ​ຫາ​ສຳ​ລັບ​ຜູ້​ຜະ​ລິດ​ແມ່ນ​ການ​ຂາດ​ແຄນ ເຊ​ມີ​ຄອນ​ດັກ​ເຕີ ຫຼື ໄມ​ໂຄ​ຣ​ຊິບ ທີ່​ຕ້ອງ​ການ​ສຳ​ລັບ​ລະ​ບົບ​ອີ​ເລັກ​ໂທ​ຣ​ນິກ​ໃນ​ລົດ​ໃໝ່​ສ່ວນຫຼາຍ. ໃນ​ຂະ​ນະ​ທີ່​ການ​ຂາດ​ແຄນ​ນັ້ນ​ແມ່ນ​ມາ​ຈາກ​ການ​ຂາດ​ການ​ຜະ​ລິດ​ໃນ​ລະ​ຫວ່າງ​ໂຣກ​ລະ​ບາດ, ທ່ານ​ວອ​ລ​ຊ໌ ກ່າວ​ວ່າ ​ມັນ​ໄດ້​ຮ້າຍ​ແຮງ​ຂຶ້ນກວ່າ​ເກົ່າ​ຍ້ອນ​ຫຼາກ​ຫຼາຍ​ສະ​ຖາ​ນະ​ການ​ນັບ​ຕັ້ງ​ແຕ່​ນັ້ນ​ມາ.

ທ່ານ ບິ​ລ ວອ​ລ​ຊ໌ ຈູ​ເນຍ ກ່າວ​ວ່າ “ເຈົ້າ​ມີ​ບັນ​ຫາ​ການ​ຂາດ​ແຄນ​ແຮງ​ງານ, ເຈົ້າ​ມີ​ບັນ​ຫາ​ການ​ສັນ​ຈອນ, ແລະ ຕອນນີ້​ເຈົ້າ​ມີ​ໄພ​ພິ​ບັດ​ທຳ​ມະ​ຊາດ.”

ການ​ປິດ​ລົງ​ຂອງ​ເສັ້ນ​ທາງ​ການ​ຂົນ​ສົ່ງ​ໃນ​ຄອງ ຊູ​ເອ​ສ ເປັນ​ເວ​ລາຫຼາຍ​ອາ​ທິດ​ໃນ​ປີ 2021 ແມ່ນ​ອີກ​ນຶ່ງ​ປັດ​ໃຈ. ແລະ ຕອນນີ້ກໍ​ແມ່​ນ​ສົງ​ຄາມ​ໃນ​ຢູ​ເຄ​ຣນ.

ທ່ານ​ ຮາ​ນີ ມາມ​າ​ສ​ຊາ​ນີ, ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ ນອດ ເວັ​ສ​ເທິນ ກ່າວ​ວ່າ “ປາ​ກົດ​ວ່າ​ມັນ​ຈະ​ເປັນ​ການ​ເຊື່ອມ​ຕໍ່​ສາຍ​ໄຟ​ຟ້າ. ຢູ​ເຄ​ຣນ​ແມ່ນ​ນຶ່ງ​ໃນ​ຜູ້​ຜະ​ລິດ​ທີ່​ສຳ​ຄັນ​ທີ່​ສຸດ.”

ສາ​ສະ​ດາ​ຈານ ຮາ​ນີ ມາ​ມາ​ສ​ຊາ​ນີ ແມ່ນ​ປະ​ທານ​ກິ​ຕິ​ມະ​ສັກ​ຂອງສູນ​ກາງ​ການ​ຂົນ​ສົ່ງ ຮັບ​ຜິດ​ຊອບ​ກ່ຽວ​ກັບ ການ​ຂົນ​ສົ່ງ ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ນອດ​ທ໌ ເວັ​ສ​ເຕິນ (North Western University) ໃນ​ລັດ​ອີ​ລີ​ນອຍ.

ທ່ານ ຮາ​ນີ ມາ​ມາ​ສ​ຊາ​ນີ ກ່າວ​ວ່າ “ຕ່ອງ​ໂສ້​ການ​ສະ​ໜອງ​ສິນ​ຄ້າ​ຂອງ​ພວກ​ເຮົາ​ແມ່ນ​ໄດ້​ກາຍ​ເປັນ​ທົ່ວ​ໂລກ ແລະ ກ່ຽວ​ພັນ​ກັນຫຼາຍ, ຖ້າ​ມີ​ບ່ອນ​ນຶ່ງ​ໃນ​ນັ້ນ​ມີ​ບັນ​ຫາ​ເຈົ້າ​ກໍ​ຈະ​ເຫັນ​ຜົນ​ສະ​ທ້ອນ​ໄປ​ທົ່ວ.”

ທ່ານ ມາ​ມາ​ສ​ຊາ​ນີ ກ່າວ​ວ່າອຸດ​ສາ​ຫະ​ກຳ​ລົດ​ຍົນ​ໄດ້​ໃຊ້​ເວ​ລາ 20 ປີເພື່ອ​ພະ​ຍາ​ຍາມ​ທີ່​ຈະ​ເພີ່ມ​ປະ​ສິດ​ທິ​ພາບ​ຕໍ່​ຕ່ອງ​ໂສ້​ການ​ສະ​ໜອງ​ສິນ​ຄ້າ ​ແລະ ໃນ​ຂະ​ນະ​ດຽວ​ກັນ​ຕັດ​ລາ​ຄາ​ລົງ.

ທ່ານ ຮາ​ນີ ມາ​ມາ​ສ​ຊາ​ນີ ກ່າວ​ວ່າ “ພວກ​ເຮົາ​ໄດ້​ເພີ່ມ​ປະ​ສິດ​ທິ​ພາບ​ຕ່ອງ​ໂສ້​ການ​ສະ​ໜອງ​ສິນ​ຄ້າຫຼາຍ​ເກີດ​ໄປ, ແລະ ນັ້ນ​ກໍ​ໝາຍ​ຄວາມ​ວ່າ​ມັນ​ຈະ​ມີ​ຄວາມ​ຝືດ​ເຄືອງ​ເຫຼືອ​ພຽງ​ເລັກ​ນ້ອຍ. ແລະ ເວ​ລາ​ທີ່​ເຈົ້າ​ບໍ່​ມີ​ຄວາມ​ຝືດ​ເຄືອງ, ເຈົ້າ​ຈະ​ບໍ່​ສາ​ມາດ​ຮັບ​ມື​ກັບ​ການ​ຢຸດ​ຊະ​ງັກ​ໄດ້​ດີ. ແລະ​ສະ​ນັ້ນ​ພວກ​ເຮົາ​ໄດ້ອອກ​ແບບເພື່ອ​ຄ່າ​ໃຊ່​ຈ່າຍທີ່​ຕ່ຳ ແລະ ເພື່ອ​ຄວາມ​ມີ​ປະ​ສິດ​ທິ​ພາບ, ແລະ​ດ້ວຍ​ການ​ເຮັ​ດ​ແບບ​ນັ້ນ, ພວກ​ເຮົາ​ໄດ້​ສູນ​ເສຍ​ຄວາມ​ຍືດ​ຢຸ່ນ.”

ແລະ ເງິນ. ແອ​ຟ​ເນັດ ຊີ​ລີ​ຄາ (Avnet Silica), ເຊິ່ງ​ແມ່ນ​ພະ​ແນກ​ນຶ່ງ​ຂອງ​ບໍ​ລິ​ສັດ​ຢູ​ໂຣບ​ທີ່​ຈຳ​ໜ່າຍ​ອົງ​ປະ​ກອບ​ເຄື່ອງ​ອີ​ເລັກ​ໂທ​ຣ​ນິກນັ້ນ, ໄດ້​ກ່າວ​ວ່າ​ຜູ້​ຜະ​ລິດ​ລົດ​ຍົນ​ໄດ້​ສູນ​ເສຍຫຼາຍກວ່າ 500 ຕື້​ໂດ​ລາ​ໃນ​ລາຍ​ໄດ້​ນັບ​ຕັ້ງ​ແຕ່​ຕອນ​ເລີ່ມ​ຕົ້ນ​ຂອງ​ໂຣກ​ລະ​ບາດ. ເຊິ່ງ​ໄດ້​ແຜ່​ໄປ​ສູ່​ຕົວ​ແທ​ນ​ຈຳ​ໜ່າຍ​ຄື​ຂອງ​ທ່ານ ວອ​ລ​ຊ໌.

ທ່ານ ບິ​ລ ວອ​ລ​ຊ໌ ກ່າວ​ວ່າ “ພວກ​ເຮົາ​ໄດ້​ເຫັນ​ຄົງ​ຈະ​ປະ​ມານ 200 ຫົວ​ໜ່ວຍ​ຖືກ​ເອົາ​ອອກ​ຈາກ​ຍອດ​ຂາຍ​ທັງ​ໝົດ​ຂອງ​ພວກ​ເຮົາ.”

ທ່ານ ວອ​ລ​ຊ໌ ກ່າວ​ວ່າ​ຜູ້​ຜະ​ລິດ​ທີ່​ສະ​ໜອງ​ສິນ​ຄ້າ​ໃຫ້​ບໍ​ລິ​ສັດ​ຂອງ​ລາວ​ໄດ້​ເຕືອນ​ວ່າ​ບັນ​ຫາ​ຈະ​ບໍ່​ສິ້ນ​ສຸດ​ລົງ​ໃນ​ໄວໆ​ນີ້, ແມ່ນ​ກະ​ທັ້ງ​ທີ່​ເຂົາ​ເຈົ້າ​ພະ​ຍາ​ຍາມ​ທີ່​ຈະ​ດັດ​ແປງ​ຕ່ອງ​ໂສ້​ການ​ສະ​ໜອງ​ສິນ​ຄ້າ​ກໍ່​ຕາມ.

ທ່ານ ບິ​ລ ວອ​ລ​ຊ໌ ກ່າວ​ວ່າ “ມັນ​ຂຶ້ນ​ກັບ​ຜູ້​ຜະ​ລິດ.. ປີ 2023, 2024, 2025 ແລະ ຢ່າ​ຄາດ​ເລີຍ​ວ່າ​ມັນ​ຈະ​ມີ​ສິນ​ຄ້າ​ຢູ່​ຄັງ​ໃນ​ລະ​ດັບ​ທີ່​ເຈົ້າ​ມີ​ກ່ອນ​ໂຄວິດ.”

ຜູ້​ທີ່​ອາດ​ເປັນ​ລູກ​ຄ້າ​ຈະ​ຕ້ອງ​ໄດ້​ລໍ​ຖ້າ​ສຳ​ລັບ​ສິນ​ຄ້າ ແລະ ເຂົາ​ເຈົ້າ​ຈະ​ໄດ້​ຈ່າຍ​ເງິນຫຼາຍ​ຂຶ້ນ​ເວ​ລາ​ທີ່​ເຂົາ​ເຈົ້າ​ພົບ​ລົດ​ທີ່​ເຂົາ​ເຈົ້າ​ຕ້ອງ​ການ. ມັນ​ບໍ່​ແມ່ນ​ພຽງ​ລາ​ຄາ​ໂດຍ​ລວມ​ໃນ ສະ​ຫະ​ລັດ ເທົ່າ​ນັ້ນ​ທີ່ໄດ້​ເພີ່ມ​ຂຶ້ນ, ອັດ​ຕາ​ດອກ​ເບ້ຍ​ສຳ​ລັບ​ການ​ກູ້​ຢືມ​ເງິນ​ຊື້​ລົດ​ທ່າມ​ກາງ​ພາ​ວະເງິນ​ເຟີ້​ທີ່​ສູງ​ທີ່​ສຸດ​ໃນ​ຮອບ 40 ປີ​ນັ້ນກໍ​ໄດ້​ເພີ່ມ​ຂຶ້ນ​ເຊັ່ນ​ກັນ.

By this point in the year, Bill Walsh Jr. hoped to see inventory on the lots of the 27 automotive franchises he oversees back to normal.

“We typically have 2,000 vehicles in stock, especially at this time of the year going into the spring. We’re at 600.”

Walsh’s available inventory is down more than 65 percent at a time when demand for vehicles is up. Part of the problem for manufacturers is a shortage of semiconductors or “chips” needed for the electronic systems in most new vehicles. While that shortage stems from a lack of production during the pandemic, Walsh says it’s been compounded by a perfect storm of circumstances since then.

“You’ve got labor-shortage problems, you’ve got transportation problems, you’ve got now natural disasters.

A shutdown of the shipping lanes in the Suez Canal for weeks in 2021 is another contributing factor. And now, the war in Ukraine.

“Wire harnesses apparently - Ukraine is the one of the most important producers."

Professor Hani Mahmassani is the William A. Patterson distinguished chair in transportation at Northwestern University in Illinois.

“Our supply chains have become so globalized and interrelated, that if one sort of spot in there is struggling you are going to see repercussions across the board.”

Mahmassani says the automotive industry spent 20 years trying to optimize supply chains while cutting costs.

“We have hyper-optimized supply chains, and that means there is very little slack left. And when you have no slack, you are not able to deal with disruptions very well. And so we’ve designed for low cost essentially and for efficiency, and by doing so, we have lost resilience.”

And money. Avnet Silica, a division of a European company that distributes electronic components, reports that automotive manufacturers lost more than $500 billion in revenue since the start of the pandemic // which has trickled down to dealers like Walsh.

“We have seen probably 200 units a month taken out of our total sales.”

Walsh says the manufacturers who supply his dealerships are warning the problems won’t end anytime soon, even as they try to retool supply chains.

“Depending on the manufacturer... 2023, 2024, 2025, and don’t ever anticipate having the inventory levels that you had pre-COVID.”

Potential customers wait for inventory, and they will pay more once they find a vehicle they want. Not only are overall prices in the U.S. increasing, so are interest rates for auto loans amid the highest inflation figures in 40 years.

XS
SM
MD
LG