ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຢູ​ເຄ​ຣນ ຈະ​ເຊັນ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ​ທີ່​ສຳ​ຄັນ​ ຂອງ ອາ​ຊຽນ


ໝາ​ດົມ​ກິ່ນກວດ​ຫາ​ລະ​ເບີດ​ໃນ​ລະ​ຫວ່າງ​ການກວດ​ກາ​ຢູ່​ໂຮງ​ແຮມ​ແຫ່ງ​ນຶ່ງ ດັ່ງ​ກັບ​ພາກ​ສ່ວນ​ນຶ່ງ​ຂອງ​ມາດ​ຕະ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ສຳ​ລັບ​ກອງ​ປ​ະ​ຊຸມ​ສຸດຍອດ ອາ​ຊຽນ ທີ່​ໃກ້​ຈະ​ມາ​ຮອດນີ້​ຢູ່​ນະ​ຄອນຫຼວງ ພະ​ນົມ​ເປັນ, ກຳ​ປູ​ເຈຍ, 7 ພະ​ຈິກ 2022.
ໝາ​ດົມ​ກິ່ນກວດ​ຫາ​ລະ​ເບີດ​ໃນ​ລະ​ຫວ່າງ​ການກວດ​ກາ​ຢູ່​ໂຮງ​ແຮມ​ແຫ່ງ​ນຶ່ງ ດັ່ງ​ກັບ​ພາກ​ສ່ວນ​ນຶ່ງ​ຂອງ​ມາດ​ຕະ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ສຳ​ລັບ​ກອງ​ປ​ະ​ຊຸມ​ສຸດຍອດ ອາ​ຊຽນ ທີ່​ໃກ້​ຈະ​ມາ​ຮອດນີ້​ຢູ່​ນະ​ຄອນຫຼວງ ພະ​ນົມ​ເປັນ, ກຳ​ປູ​ເຈຍ, 7 ພະ​ຈິກ 2022.

ຢູ​ເຄ​ຣນ ແມ່ນ​ກຳ​ລັງ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຂອງ​ເຂົາ​ເຈົ້າ ​ກັບ​ບັນ​ດາ​ປະ​ເທດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້, ດ້ວຍ​ການ​ເຊັນ​ຂໍ້​ຕົກ​ລົງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ທີ່​ສຳ​ຄັນ​ສະ​ບັບ​ນຶ່ງ ​ກັບ​ສະ​ມາ​ຄົມ​ປະ​ຊາ​ຊາດ​ແຫ່ງ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ຫຼື ASEAN ໃນ​ທ້າຍ​ອາ​ທິດນີ້ ​ໃນ​ນະ​ຄອນຫຼວງ ພະ​ນົມ​ເປັນ, ປະ​ເທດ ກຳ​ປູ​ເຈຍ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຢູ​ເຄ​ຣນ ທ່ານ ດ​ມິ​ໂຕ​ຣ ກູ​ເລ​ບາ ແມ່ນ​ຄາດ​ວ່າ​ຈະ​ເຊັນ​ຂໍ້​ຕົກ​ລົງນັ້ນ​ດ້ວຍ​ຕົນ​ເອງ, ທີ່​ເອີ້ນ​ວ່າ ເຄື່ອງ​ມື​ເພື່ອ​ການ​ເຂົ້າ​ຫາ​ສົນ​ທິ​ສັນ​ຍາ ກ່ຽວ​ກັບ ໄມ​ຕີ​ຈິດ ແລະ ການ​ຮ່ວມ​ມື​ກັບ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ຫຼື TAC ແລະ ເຂົ້າ​ຮ່ວມ​ບາງ​ງານ​ຂອງ​ສະ​ມາ​ຄົມ ອາ​ຊຽນ.

TAC ແມ່ນ​ສົນ​ທິ​ສັນ​ຍາ​ສັນ​ຕິ​ພາບ​ທີ່​ຖືກ​ສ້າງ​ຂຶ້ນ​ໃນ​ປີ 1976 ໂດຍ​ບັນ​ດາ​ສະ​ມາ​ຊິກ​ຜູ້​ກໍ່​ຕັ້ງ​ ອາ​ຊຽນ ທີ່​ໄດ້​ປົກ​ປ້ອງ​ກົດ​ເກນ​ພື້ນ​ຖານ​ຕ່າງໆ​ເຊັ່ນ ການ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ​ສຳ​ລັບ​ອຳ​ນາດ​ອະ​ທິ​ປະ​ໄຕ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ ແລະ ເອ​ກະ​ລັກ​ແຫ່ງ​ຊາດ​ຂອງ​ບັນ​ດາ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ໃນ​ສົນ​ທິ​ສັນ​ຍາ.

ມັນ​ເປັນ​ການ​ເຄື່ອນໄຫວດ້ານ​ການ​ທູດ ​ທີ່​ຖືກວັ​ດ​ແທກ​ໂດຍ​ບັນ​ດາ​ສະ​ມາ​ຊິກ ອາ​ຊຽນ 10 ປະ​ເທດ ​ເພື່ອຕົກ​ລົງ​ກັນ ກ່ຽວ​ກັບ ການ​ເຂົ້າ​ຫາ​ຂອງ ຢູ​ເຄ​ຣນ ໃນ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ, ເຊິ່ງ​ແມ່ນ​ປະ​ເທດ ​ທີ່ບໍ່​ໄດ້​ຕັ້ງ​ຢູ່​ໃນ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້. ກຸ່ມ​ທີ່​ວ່າ​ນັ້ນ​ຈະ​ບໍ່​ຖືກ​ຮຽກ​ຮ້ອງ​ໃຫ້​ສະ​ໜອງວັດ​ຖຸ ຫຼື ການ​ຊ່ວຍ​ເຫຼືອທາງ​ດ້ານ​ການ​ເງິນ​ໃຫ້​ປະ​ເທດ​ທີ່​ຖືກ​ໂຈມ​ຕີ​ນັ້ນ.

ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ກຳ​ປູ​ເຈຍທ່ານ​ນຶ່ງ​ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ “ການ​ລົງ​ນາມ​ໃນ TAC ບໍ່​ໄດ້​ຮຽກ​ຮ້ອງ​ພັນ​ທ​ະ​ໃດໆ​ສຳ​ລັບ ອາ​ຊຽນ ເພື່ອ​ສະໜອງ​ການ​ຊ່ວຍ​ເຫຼືອໃຫ້​ຢູ​ເຄ​ຣນ. ສົນ​ທິ​ສັນ​ຍາ​ດັ່ງ​ກ່າວ​ແມ່ນ​ກົດ​ເກນ​ໃນ​ການ​ປະ​ຕິ​ບັດ​ສາຍ​ພົວ​ພັນ​ຕ່າງ​ປະ​ເທດ, ບໍ່​ແມ່ນ​ຂໍ້​ຕົກ​ລົງ​ເພື່ອ​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ໃຫ້​ໃຜ.”

ມາ​ຮອດ​ເດືອນ​ສິງ​ຫາ 2022, ມັນ​ມີ 49 ປະ​ເທດ​ທີ່​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ສັ​ນ​ຕິ​ພາບ​ດັ່ງ​ກ່າວ, ລວມ​ທັງ ຣັດ​ເຊຍ, ຈີນ, ສະ​ຫະ​ລັດ ແລະ ສະ​ຫະ​ພາບ​ຢູ​ໂຣບ.

ເອກ​ອັກ​ຄະ​ລັດ​ຖະ​ທູດ ກຳ​ປູ​ເຈຍ ປະ​ຈຳ ສະ​ຫະ​ລັດ ທ່ານ ແກ້ວ ເຈຍ ໄດ້​ກ່າວ​ຢູ່ກອງ​ປະ​ຊຸມ​ສຳ​ມະ​ນາ​ທີ່​ຖືກ​ຈັດ​ຂຶ້ນ​ໂດຍ​ສູນ​ກາງ​ເພື່ອ​ແຜນ​ຍຸດ​ທະ​ສາດ ແລະ ການ​ສຶກ​ສາ​ສາ​ກົນ​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ມີ​ຄວາມ​ຍິນ​ດີ​ທີ່​ຈະ​ເວົ້າ​ວ່າ​ພວກ​ເຮົາ​ໄດ້​ເຊື້ອ​ເຊີນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຢູ​ເຄ​ຣນ ມາ​ເຊັນ​ສົນ​ທິ​ສັນ​ຍາ TAC ໃນ​ນະ​ຄອນຫຼວງ ພະ​ນົມ​ເປັນ ໃນ​ໄລ​ຍະ​ສອງ​ອາ​ທິດ​ຂ້າງ​ໜ້າ​ຢູ່ນອກກອງ​ປະ​ຊຸມ ອາ​ຊຽນ.”

ກຳ​ປູ​ເຈຍ ເປັນ​ປະ​ທານ​ຂອງ​ກອງ​ປະ​ຊຸມສຸດຍອດ ອ​າ​ຊຽນ ແລະ ກອງ​ປະ​ຊຸມ​ສຸດຍອດ ເອ​ເຊຍ​ຕາ​ເວັນ​ອອກ​ໃນ​ປີນີ້. ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຣັດ​ເຊຍ ທ່ານ ເຊີ​ເກ ລາວ​ຣອ​ຟ ຈະ​ເດີນ​ທາງ​ໄປ​ພະ​ນົມ​ເປັນ ເພື່ອ​ເປັນ​ຕົວ​ແທນ​ໃຫ້​ປ​ະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ສຳ​ລັບ​ກອງ​ປະ​ຊຸມ​ສຸດ​ຍອດເອ​ເຊ​ຍ​ຕາ​ເວັນ​ອອກ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG