ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູເຄຣນ ຈະ​ຊຸກ​ຍູ້ ໃຫ້ມີການເຊື້ອເຊີນ ເພື່ອເຂົ້າຮ່ວມອົງການ NATO ຢູ່ທີ່ກອງປະຊຸມສຸດຍອດໃນນະຄອນຫຼວງວິລນຽສ


Ukraine to Push for Invitation to NATO at Vilnius Summit
please wait

No media source currently available

0:00 0:03:24 0:00

ລາຍງານ: ຢູເຄຣນ ຜັກດັນໃຫ້ມີການເຊື້ອເຊີນ ເພື່ອເຂົ້າຮ່ວມ ອົງການ NATO.

ຢູ່ທີ່ກອງປະຊຸມສຸດຍອດຂອງອົງການ NATO ໃນນະຄອນວີລນຽສ ປະ ເທດລີທົວເນຍ ໃນອາທິດນີ້, ຄໍາຖາມຫຼັກຈະເວົ້າ ກ່ຽວກັບ ຢູເຄຣນສົມຄວນຈະ ເຂົ້າຮ່ວມພັນທະມິດ NATO ຫຼືບໍ່, ເຖິງແມ່ນຈະບໍ່ມີການລົງຄະແນນສຽງ ກ່ຽວກັບບັນຫາດັ່ງກ່າວກໍຕາມ. ສະຫະລັດ ແລະ ເຢຍຣະມັນ ມີຄວາມກັງວົນ ກ່ຽວກັບການອະນຸຍາດຂອງພວກເຂົາເຈົ້າອາດນໍາພາອົງການ NATO ປະເຊີນໜ້າກັບ ຣັດເຊຍ ໂດຍກົງ. ໃນຂະນະດຽວກັນ, ປະທານາທິບໍດີຂອງຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ແມ່ນມີແຜນທີ່ຈະເຂົ້າຮ່ວມ. ຫົວໜ້ານັກຂ່າວ VOA ປະຈໍາຢູໂຣບຕາເວັນອອກ ມີໂຣສລາວາ ກອນກາດເຊ (Myroslava Gongadze) ມີລາຍງານກ່ຽວກັບເລື້ອງນີ້, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ເນື່ອງຈາກການປະຊຸມສຸດຍອດປະຈໍາປີຂອງອົງການ NATO ມີກໍານົດ​ເລີ້ມຂຶ້ນໃນວັນອັງຄານວານນີ້ ຢູ່ນະຄອນຫຼວງວີລນຽສ ຂອງປະເທດລີທົວເນຍ, ປະທາ ນາທິບໍດີຂອງຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ໃນອາທິດແລ້ວນີ້ ໄດ້ໄປຢ້ຽມຢາມບັນດາປະເທດສະມາຊິກ ແລະໄດ້ເຊັນຂໍ້ຕົກລົງສອງຝ່າຍ ເພື່ອຂໍການສະໜັບສະໜຸນ ໃນ​ການສະເໜີໃຫ້ຢູເຄຣນ ໄດ້ເຂົ້າຮ່ວມໃນກຸ່ມພັນທະມິດ, ເຖິງແມ່ນວ່າ ຈະບໍ່ມີແຜນການໃນການລົງຄະແນນສຽງໃຫ້ ຢູເຄຣນເຂົ້າຮ່ວມກໍຕາມ.​ ໃນລະຫວ່າງຢຸດແວ່ຢູ່ປະເທດສາທາລະນະລັດເຊັກ, ທ່ານຍັງໄດ້ເນັ້ນຢໍ້າເຖິງບັນ ຫາການເປັນສະມາຊິກ, ໂດຍ ທ່ານເຊເລັນສກີ ກ່າວວ່າ:

“ບາງປະເທດ ຍັງຄົງເບິ່ງໄປທາງມົສກູ, ບາງປະເທດ ຍັງຄົງມີຄວາມຢ້ານກົວຕໍ່ ຣັດເຊຍ, ແຕ່ຂ້າພະເຈົ້າເຊື່ອວ່າ ອີກບໍ່ດົນກໍຈະພິສູດໃຫ້ເຫັນເຖິງຄວາມກ້າຫານ ແລະຄວາມສາມັກຄີ ຂອງບັນດາປະເທດພັນທະມິດ. ພວກເຮົາເວົ້າກ່ຽວກັບສັນ ຍານທີ່ແຈ່ມແຈ້ງ ແລະບາດກ້າວທີ່ເຂັ້ມແຂງ ໄປສູ່ການເຊື້ອເຊີນ.”

ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ ຂອງລີທົວເນຍ ທ່ານນາງຣາຊາ ຈຸກເນວິຊຽນ (Rasa Juknevičienė), ເຊິ່ງເປັນສະມາຊິກຂອງສະພາຢູໂຣບ ກ່າວວ່າ ບັນດາສະມາຊິກຂອງອົງການ NATO ຢູ່ໃນຢູໂຣບຕາເວັນອອກ ແມ່ນຜູ້ສະໜັບສະໜຸນທີ່ໃຫຍ່ທີ່ສຸດຂອງພວກເຂົາເຈົ້າ, ເຊິ່ງທ່ານນາງກ່າວວ່າ:

“ບັນດາປະເທດໃນຂົງເຂດທະເລບາລຕິກ, ປະເທດໂປແລນ ແລະສາທາລະນະລັດເຊັກ, ຂ້າພະເຈົ້າຢາກຈະເວົ້າວ່າ ທັງໝົດພາກສ່ວນທາງທິດຕາເວັນອອກ, ບັນດາປະເທດທີ່ເຂົ້າຮ່ວມອົງການ NATO ເຫຼົ່ານັ້ນ, ມີຄວາມເຂົ້າໃຈ ແລະດີໃຈໃນສິ່ງທີ່ພວກເຂົາເຈົ້າໄດ້ຮັບຈາກການເປັນສະມາຊິກ ພ້ອມທັງເຂົ້າໃຈດີທີ່ສຸດ.”

ໃນທາງກົງກັນຂ້າມກັນ, ປະເທດສະມາຊິກອົງການ NATO ຈໍານວນຫຼາຍເຊັ່ນ: ສະຫະລັດ ແລະເຢຍຣະມັນ ຄິດວ່າ ຢູເຄຣນຍັງບໍ່ພ້ອມທັງທາງດ້ານການເມືອງ ຫຼືການທະຫານເທື່ອ, ແລະພວກເຂົາເຈົ້າກໍມີຄວາມກັງວົນວ່າ ການຕ້ອນຮັບເອົາ ຢູເຄຣນ ເຂົ້າມາຮ່ວມກຸ່ມພັນທະມິດ, ໃນທີ່ສຸດ ອາດຈະດຶງເອົາປະເທດຕ່າງໆໃນກຸ່ມພັນທະມິດ ເຂົ້າຮ່ວມຂັດແຍ້ງກັບ ຣັດເຊຍ ໂດຍກົງ.

ການການເດີນທາງໄປຢູໂຣບໃນອາທິດນີ້, ທີ່ປຶກສາທາງດ້ານຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ ທ່ານເຈັກ ຊູລລີວານ ກ່າວວ່າ ຢູເຄຣນ ຍັງຄົງຈໍາເປັນທີ່ຈະສ້າງຄວາມໝັ້ນຄົງໃຫ້ແກ່ຕົນເອງ ກ່ອນທີ່ພວກເຂົາເຈົ້າຈະເຂົ້າຮ່ວມອົງການ NATO, ເຊິ່ງທ່ານໄດ້ກ່າວວ່າ:

“ວີລນຽສ ຈະເປັນຊ່ວງເວລາສໍາຄັນ ສໍາລັບເວທີ ທີ່ຈະກ້າວເຂົ້າເປັນສະມາຊິກ ເນື່ອງຈາກວ່າພັນທະມິດຂອງ ສະຫະລັດ ຫຼື ອົງການ NATO ຈະມີໂອກາດເພື່ອຫາລື ກ່ຽວກັບການຟື້ນຟູ ທີ່ຍັງມີຄວາມຈໍາເປັນສໍາລັບ ຢູເຄຣນ ເພື່ອໃຫ້ເຖິງມາດ​ຕະຖານຂອງອົງການ NATO.”

ອົງການ NATO ກ່າວວ່າ ພວກເຂົາເຈົ້າພ້ອມແລ້ວທີ່ຈະສະໜັບສະໜຸນການ​ປະ​ຕິ​ຮູບ ຂອງຢູເຄຣນ ​ທັງລະບົບການປ້ອງກັນ​ປະ​ເທດ ແລະຄວາມໝັ້ນຄົງຂອງພວກເຂົາເຈົ້າ.

ທ່ານອາເຊນີ ຢັດເຊັນຢຸກ (Arseniy Yatsenyuk) ອະດີດນາຍົກລັດຖະມົນຕີຂອງຢູເຄຣນ ກ່າວວ່າ:

“ໃນຄວາມຈິງແລ້ວ, ຢູເຄຣນ ເປັນຜູ້ປົດປະ​ຈຳ​ການກອງທັບ ຣັດເຊຍ, ກອງ​ກຳ​ລັງ​ທະ​ຫານ​, ດັ່ງນັ້ນ ອາດຈະຕ້ອງໃຊ້ເວລາອີກສິບປີ ສໍາລັບຣັດເຊຍຈະປັບປຸງ, ຟື້ນຟູ, ແລະ​ເສີມສ້າງກຳ​ລັງ​ທະ​ຫານຂອງພວກເຂົາຄືນໃໝ່ຢູ່ໃນຢູໂຣບ. ສະນັ້ນ, ປະສົບການຕ່າງໆ ແລະປະສົບການໃນການຕໍ່ສູ້ ທີ່ກອງທັບຂອງຢູເຄຣນມີ ຈຶ່ງເປັນເລື້ອງທີ່ໜ້າເຫຼືອເຊື່ອ. ດັ່ງນັ້ນ, ແນ່ນອນວ່າ ມັນແມ່ນຜົນປະໂຫຍດຂອງບັນດາປະເທດສະມາຊິກອົງການ NATO ທີ່ຈະຕ້ອງມີຢູເຄຣນ ເຂົ້າຮ່ວມໃນກຸ່ມພັນທະມິດດັ່ງກ່າວ.”

ການສໍາຫຼວດຄວາມຄິດເຫັນສະແດງໃຫ້ເຫັນວ່າ ມີຫຼາຍກວ່າ 80 ເປີເຊັນ ຂອງປະຊາຊົນຊາວຢູເຄຣນ ຕ້ອງການໃຫ້ປະເທດຂອງພວກເຂົາເຈົ້າ ເຂົ້າຮ່ວມອົງ ການ NATO. ທ່ານຢັດເຊັນຢຸກ ກ່າວວ່າ ຄວາມຄາດຫວັງຂອງພວກເຂົາເຈົ້າ ຢູ່ໃນກອງປະຊຸມສຸດຍອດອົງການ NATO ໃນນະຄອນຫຼວງວີລນຽສ ແມ່ນຈະ ແຈ້ງ, ເຊິ່ງທ່ານກ່າວວ່າ:

“ປະຊາຊົນຊາວຢູເຄຣນຄາດວ່າ ໃນລະຫວ່າງກອງປະຊຸມສຸດຍອດໃນນະຄອນ ຫຼວງວີລນຽສນີ້, ຢູເຄຣນ ຢ່າງໜ້ອຍຈະໄດ້ຮັບການເຊື້ອເຊີນ ໃຫ້ເຂົ້າຮ່ວມອົງ ການ NATO. ຂ້າພະເຈົ້າໝັ້ນໃຈວ່າຈະເປັນຄວາມຈິງ, ແລະຂ້າພະເຈົ້າກໍເຊື່ອວ່າ ບັນດາພາຄີຂອງອົງການ NATO ພວກເຮົາ ຈະພົບຊ່ອງທາງ ທາງການ ເມືອງ ທີ່ຈະບໍ່ເປັນບັນຫາສໍາລັບການປະກາດ ຢູ່ໃນຂໍ້ຄວາມທີ່ບໍ່ແນ່ນອນ ແລະບໍ່ແຈ່ມແຈ້ງ. ປະຕູແມ່ນເປີດຢູ່.”

ມີໂຣສລາວາ ກອນກາດເຊ, ຫົວໜ້ານັກຂ່າວ VOA ປະຈໍາຢູໂຣບຕາເວັນອອກກ່າວວ່າ ການປະຊຸມສຸດຍອດຂອງອົງການ NATO ອາດຈະເປັນຊ່ວງເວລາປະຫວັດສາດ ຂອງອົງການ NATO ຫຼື ບາງທີພາດໂອກາດ. ນັກວິເຄາະບາງຄົນກ່າວວ່າ ກຸ່ມພັນທະມິດດັ່ງກ່າວ ຈະຫາທາງອອກບົນພື້ນຖານທີ່ເປັນກາງ.

At the NATO summit in Vilnius, Lithuania, this week, a main question will be whether Ukraine should join the alliance, even though there will be no vote on the issue. The U.S. and Germany worry its admission could lead NATO into a direct confrontation with Russia. Meanwhile, Ukrainian President Volodymyr Zelenskyy plans to attend. VOA Eastern Europe Bureau Chief Myroslava Gongadze reports.]]

With the annual NATO summit set to start Tuesday in Vilnius, Lithuana, Ukrainian President Volodymyr Zelenskyy last week visited member states and signed bilateral agreements supporting Ukraine's bid to join the alliance, even though no vote on its candidacy is planned. At a stop in the Czech Republic, he addressed the membership issue.
Volodymyr Zelenskyy, Ukrainian President - MALE IN UKRAINIAN

“Some are still looking at Moscow, some are afraid of Russia, but I believe it is a moment to demonstrate bravery and unity of the alliance. We are talking about clear signals and concrete steps toward invitation."

Lithuania’s former Defense Minister Rasa Juknevičienė, a member of the European Parliament, says NATO’s members in Eastern Europe are its biggest proponents.

Rasa Juknevičienė, EU Parliament – FEMALE IN ENGLISH

“Baltic states, Poland, Czech Republic, I would say the whole eastern part, those who joined NATO and understand and enjoy what they got from that membership and understand very well.”

In contrast to many NATO member states, the US and Germany think Ukraine isn’t ready yet politically or militarily and are worried that welcoming Ukraine could eventually drag the alliance into a direct conflict with Russia.

Before departing for Europe this week, US national security adviser Jake Sullivan said Ukraine still needs to lay some groundwork before it can join NATO.

Jake Sullivan, US National Security Adviser – MALE IN ENGLISH
"Vilnius will be an important moment on that pathway towards membership because the United States or NATO allies and Ukraine will have the opportunity to discuss the reforms that are still necessary for Ukraine to come up to NATO's standard.”

NATO has said it is ready to support Ukraine’s reforms to its security and defense systems.

Former Ukrainian Prime Minister Arseniy Yatsenyuk argues that Ukraine is ready for membership, and that it will benefit NATO.

Arseniy Yatsenyuk, Former Prime Minister of Ukraine, MALE IN ENGLISH

“Ukraine practically demilitarized [the] Russian military, conventional troops, so it is going to take another decade for Russia just to revamp, restore and rebuild its conventional forces in Europe. So the skills, the experience, and the combat experience that the Ukrainian military has is just unbelievable. So it's definitely in the interest of the NATO member states to have Ukraine in.”

Polls show that more than 80 percent of Ukrainians want their country to join NATO. Yatsenyuk says their expectations of the NATO Vilnius Summit are clear.

Arseniy Yatsenyuk, Former Prime Minister of Ukraine, MALE IN ENGLISH

"The Ukranian people expect that during the Vilnius summit that Ukraine at least is to get an invitation to join NATO. I am quite realistic, and I do believe that our NATO partners will find the political will not just to issue another declaration with vague and ambiguous definitions. The door is open.”

Myroslava Gongadze, VOA Eastern Europe Bureau Chief

The two-day NATO summit could be either a historic moment for NATO or perhaps a missed opportunity. Some analysts say the alliance will find a middle-ground solution.

XS
SM
MD
LG