ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະທານາທິບໍດີ​ຢູ​ເຄຣນ ຂໍ​ຮ້ອງ​ໃຫ້ ​ຜູ້ນຳ​ ​ແລະ​ຜູ້​ບໍລິຫານ​ທຸລະ​ກິດ​ ຂອງ​ໂລກ​ຊ່ວຍເຮັດ​ໃຫ້​ຣັດ​ເຊຍ​ຖືກ​ໂດດ​ດ່ຽວ


Ukraine’s President Asks Davos Global Elite to Help Isolate Russia 
please wait

No media source currently available

0:00 0:02:55 0:00

ປະທານາທິບໍດີ​ຢູ​ເຄຣນ, ທ່ານໂວ​ໂລ​ດິ​ເມຍ​ເຊ​ເລັນ​ສ໌​ກີ ຂໍ​ຮ້ອງ​ໃຫ້ບັນດາ​ຜູ້ນຳ​ໂລກ ​ແລະ​ຜູ້​ບໍລິຫານ​ທຸລະ​ກິດ​ຂອງ​ໂລກ​ເຮັດ​ໃຫ້​ຣັດ​ເຊຍ​ຖືກ​ໂດດ​ດ່ຽວ

ປະທານາທິບໍດີ​ຢູ​ເຄຣນ, ທ່ານໂວ​ໂລ​ດິ​ເມຍ ​ເຊ​ເລັນ​ສ໌​ກີ ກ່າວ​ຕໍ່​ບັນດາ​ຜູ້ນຳ​ໂລກ ​ແລະ​ຜູ້​ບໍລິຫານ​ທຸລະ​ກິດ ​ທີ່​ກອງ​ປະ​ຊຸ​ມ​ເສດຖະກິດ​ໂລກ ທີ່​ນະຄອນດາວົສປະ​ເທດ​ສະ​ວິດເຊີ​ແລນ ​ໃນ​ວັນ​ຈັນວານ​ນີ້ ​ວ່າພວກ​ເຂົາ​ເຈົ້າ​ໄດ້​ປະ​ເຊີນ​ໜ້າ​ກັບ​ຈຸດ​ຫັນປ່ຽນ​ ຫລັງ​ຈາກ​ການ​ບຸກ​ລຸກ​ຂອງຣັດ​ເຊຍ​ເຂົ້າໄປ​ປະ​ເທດ​ຂອງ​ທ່ານ - ​ແລະ​ເຖິງ​ເວລາ​ແລ້ວ ​ທີ່​ຈະ​ເພີ້ມ​ມາດ​ຕະການ​ລົງ​ໂທດ​ຕໍ່ມົ​ສ​ກູໃຫ້ຫຼາຍ​ຂຶ້ນຕື່ມ.

ມັນເປັນຄັ້ງທຳອິດຂອງໂລກ ແລະຜູ້ນຳທຸລະກິດ ໄດ້ເຕົ້າໂຮມກັນທີ່ນະ​ຄອນ ດາ​ວົ​ສຕັ້ງແຕ່ເດືອນມັງກອນ 2020 ກ່ອນການລະບາດຂອງ​ໄວ​ຣັ​ສ​ໂຄ​ໂຣນາ ເປັນ​ຕົ້ນ​ມາ. ປັດຈຸ​ບັນ ​ເຂົາ​ເຈົ້າ​ດຳ​ເນີນ​ການ​ຢູ່​ໃນ​ໂລກ​ທີ່​ມີ​ການ​ປ່ຽນ​ແປງ​ຢ່າງ​ຫຼວງ​ຫຼາຍ ​ທີ່​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ: ສົງຄາມ​ໃນ​ຢູ​ເຄ​ຣນ, ວິ​ກິດ​ການ​ເສດຖະກິດ ​ແລະ​ການ​ຂາດ​ແຄນ​ສະບຽງ​ອາຫານ.

ໂດຍ​ທີ່ບໍ່​ໄດ້​ນຸ່ງ​ເຄື່ອງ​ແບບ​ນັກ​ທຸ​ລະ​ກິດ​ຊົນ​ຊັ້ນ​ສູງຂອງ​ນະ​ຄອນດາ​ວົ​ສ ແຕ່ຢູ່​ໃນຊຸດ​ທະ​ຫານທີ່​ເບິ່ງ​ຄື​ອິດ​ເມື່​ອຍ​ ຂອງ​ການ​ເປັນ​ຜູ້​ນຳ​ໃນ​ລະ​ຫວ່າງ​ສົງ​ຄາມ, ປະ​ທາ​ນາ​ທິ​ບໍ​ດີຢູ​ເຄຣນ ໄດ້​ກ່າວ​ຄຳ​ປາ​ໄສ​ຕໍ່​ພວກ​ຜູ້​ແທນເຂົ້າ​ຮ່ວມກອງ​ປະ​ຊຸມ​ຜ່ານການ​ເຊື່ອມ​ຕໍ່​ທາງ​ວິ​ດີ​ໂອ ​ຈາກນະ​ຄອນ​ຫລວງກີ​ຢິບ. ທ່ານ​ໄດ້​ຮຽກຮ້ອງໃຫ້​ມີ “ການ​ລົງ​ໂທດ​ທີ່​ໜັກ​ສຸດ” ຕໍ່ຣັດ​ເຊຍ.

“ການ​ຫ້າມ​ບໍ່​ໃຫ້ຊື້​ນ້ຳມັນ​ຣັດ​ເຊຍ, ການ​ປິດ​ກັນທະນາຄານ​ທັງ​ໝົດ​ຂອງຣັດ​ເຊຍໄວ້, ​ໂດຍ​ບໍ່​ມີ​ຂໍ້​ຍົກ​ເວັ້ນ. ການລະຖິ້ມຂະແຫນງໄອ​ທີ (IT) ທັງຫມົດ ຂອງຣັດເຊຍ ແລະການຢຸດເຊົາເຮັດການຄ້າ ກັບຜູ້ຮຸກຮານຢ່າງສິນ​ເຊີງ ... ຢ່າໄດ້ລໍຖ້າ​ໃຫ້ຣັດ​ເຊຍນໍາໃຊ້ອາວຸດພິເສດ, ເຄມີ, ຊີວະພາບ, ພະເຈົ້າຫ້າມ, ອາ​ວຸດນິວເຄລຍ,” ນັ້ນ​ຄື​ຄຳ​ເວົ້າ​ຂອງ ​ທ່ານ​ເຊ​ເລັນ​ສ໌​ກີທີ່ຮຽກຮ້ອງໃຫ້ຜູ້ຮັບ​ຟັງ​ໃນ​ນະ​ຄອນດາວົ​ສປະ​ຕິ​ບັດ.

"ທ່ານຈໍາເປັນຕ້ອງໄດ້ກໍານົດແບບຢ່າງ ເພື່ອການເອົາທຸລະກິດຕ່າງປະເທດ ອອກຈາກຕະຫຼາດຣັດເຊຍທັງຫມົດ ເພື່ອເຮັດ​ໃຫ້ຍີ່ຫໍ້ຂອງທ່ານບໍ່ໄປກ່ຽວພັນ ກັບອາດຊະຍາກໍາສົງຄາມ ແລະບໍ່​ໃຫ້ອາດຊະຍາກອນສົງຄາມໃຊ້ຫ້ອງການ, ບັນຊີ ແລະສິນຄ້າຂອງທ່ານ ເພື່ອຜົນປະໂຫຍດທີ່​ເຕັມ​ໄປ​ດ້ວຍເລືອດ ຂອງພວກເຂົາ."

ທ່ານ Robert Habeck, ​ຮອງ​ນາ​ຍົກ ແລະ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ເສດ​ຖະ​ກິດ ແລະ​ດິນ​ຟ້າອ​ກາດຂອງ​ເຢຍ​ຣະ​ມັນ ເຂົ້າ​ຮ່ວນ​ການ​ສົນ​ທະ​ນາ​ຂອງ​ຄະ​ນະຜູ້​ແທນ​ໃນ​ກອງ​ປະ​ຊຸມ​ເສດ​ຖະ​ກິດ​ໂລກໃນ​ນະ​ຄອນ Davos, ວັນ​ທີ 23 ພຶດ​ສະ​ພາ, 2022.
ທ່ານ Robert Habeck, ​ຮອງ​ນາ​ຍົກ ແລະ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ເສດ​ຖະ​ກິດ ແລະ​ດິນ​ຟ້າອ​ກາດຂອງ​ເຢຍ​ຣະ​ມັນ ເຂົ້າ​ຮ່ວນ​ການ​ສົນ​ທະ​ນາ​ຂອງ​ຄະ​ນະຜູ້​ແທນ​ໃນ​ກອງ​ປະ​ຊຸມ​ເສດ​ຖະ​ກິດ​ໂລກໃນ​ນະ​ຄອນ Davos, ວັນ​ທີ 23 ພຶດ​ສະ​ພາ, 2022.

ຢູ​ເຄ​ຣນໄດ້​ສົ່ງ​ຄະນະ​ຜູ້​ແທນ​ໃຫຍ່​ ໄປ​ຍັງນະ​ຄອນດາ​ວົ​ສ, ລວມທັງ​ເຈົ້າ​ຄອງ​ນະຄອນຫລວງກີ​ຢິບ, ທ່ານວິ​ຕາ​ລີ ຄ​ລິ​ສ​ໂກ (Vitali Klitschko). ທ່ານ ຄ​ລິ​ສ​ໂກ ກ່າວໃນວັນຈັນວານນີ້ວ່າ "ທຸກທ່ານໃນ​ນີ້ຕ້ອງເຂົ້າໃຈ: ພວກເຮົາກຳ ລັງປົກປ້ອງທ່ານໃນທາງສ່ວນ ຕົວ, ພວກເຮົາກຳລັງຕໍ່ສູ້ເພື່ອຄ່ານິ​ຍົ​ມ. ຂ້າພະ ເຈົ້າຫວັງວ່າ ມັນ​ເປັນຄ່ານິ​ຍົມ​ອັນດຽວກັນ, ຄ່ານິ​ຍົມປະຊາທິປະໄຕ."ຖ້ອຍ​ຄຳ​ຈາກ​ຄະນະ​ຜູ້​ແທນ​ຢູ​ເຄ​ຣນ​ ໄດ້​ຮັບ​ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ. ​ແຕ່​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງກີ​ຢິບ​ໃນ​ການ​ຂວ້ຳ​ບາດ​ດ້ານ​ພະລັງງານ ​ແລະການ​ຄ້າ​ກັບຣັດ​ເຊຍ ​ແມ່ນ​ຍັງ​ໄກຫລາຍ ​ທີ່​ຈະ​ສາມາດ​ບັນລຸ​ໄດ້.ຫຼາຍ​ປະ​ເທດໃນຢູ​ໂຣບ, ​ໃນ​ນັ້ນ​ມີ​ເຢຍຣະ​ມັນ ຍັງສືບ​ຕໍ່​ນຳ​ເຂົ້າ​ນ້ຳມັນ ​ແລະ ອາຍ​ແກັສຂອງຣັດ​ເຊຍ. ຮັງ​ກາຣີ ພວມ​ຕ້ານ​ຄືນການ​ດຳ​ເນີນ​ຄວາມ​ພະຍາ ຍາມທີ່​ແນ​ໃສ່​ສະກັດ​ກັ້ນ​ການ​ນຳ​ເຂົ້າ​ນ້ຳມັນ​ຂອງອີ​ຢູ (EU) ຢ່າງ​ເຕັມ​ສ່ວນ​ຈາກຣັດເຊຍ.

ຜູ້​ຄົນ​ໄປ​ເຕົ້າ​ໂຮມ​ກັນ​ຢູ່​ຕໍ່​ໜ້າ​ເຮືອນທີ່​ເອີ້ນ​ວ່າ Russian War Crimes House ຫລື​ເຮືອນ​ອາດ​ຊະ​ຍາ​ກຳ​ສົງ​ຄາມຂະ​ນະ​ທີ່​ມີ​ກອງ​ປະ​ຊຸມເສດ​ຖະ​ກິດ​ໂລກ​ຈັດ​ຂຶ້ນ​ໃນ​ Davos, ສະ​ວິດ​ເຊີ​ແລນ, 22 ພຶດ​ສະ​ພາ, 2022.
ຜູ້​ຄົນ​ໄປ​ເຕົ້າ​ໂຮມ​ກັນ​ຢູ່​ຕໍ່​ໜ້າ​ເຮືອນທີ່​ເອີ້ນ​ວ່າ Russian War Crimes House ຫລື​ເຮືອນ​ອາດ​ຊະ​ຍາ​ກຳ​ສົງ​ຄາມຂະ​ນະ​ທີ່​ມີ​ກອງ​ປະ​ຊຸມເສດ​ຖະ​ກິດ​ໂລກ​ຈັດ​ຂຶ້ນ​ໃນ​ Davos, ສະ​ວິດ​ເຊີ​ແລນ, 22 ພຶດ​ສະ​ພາ, 2022.

ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ​ເຢຍ​ຣະ​ມັນ ແລະ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີໂຣ​ເບີດ ແຮ​ເບັກ (Robert Habeck) ໄດ້​ຮຽກ​ຮ້ອງ​ໃຫ້​ຮັງກາ​ຣີເຂົ້າ​ຮ່ວມເຮັດ​ຕາມ​ບັນ​ດາ​ຄູ່​ພາ​ຄີ​ຂອງ EU.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG