ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂໍ້​ຕົກ​ລົງ ສ​ຕາຍ​ນ໌​ມີ​ເອີ ​ຖືກ​ຕຳ​ໜິຢູ່​ໃນ ຢູ​ເຄ​ຣນ ແຕ່ຜັດ​ໄດ້​ຮັບ ​ການ​ສະ​ໜັບ​ສະ​ໜຸນ ຢູ່​ໃນ​ມົ​ສ​ກູ


ຝູງ​ຄົນ​ອອກ​ໄປ​ເຕົ້າ​ໂຮມ​ກັນປະ​ທ້ວງ​ໃຫ້ການ​ອະ​ນຸ​ມັດແກ່​ສິ່ງ​ທີ່​ເອີ້ນ​ວ່າ ສູດສ​ຕາຍ​ນ໌​ມີ​ເອີ ຫລື Steinmeier Formula ນັ້ນ ຢູ່​ນະ​ຄອ​ນ​ຫລວງ​ກີ​ຢີບ, ວັນ​ທີ 2 ຕຸ​ລາ, 2019
ຝູງ​ຄົນ​ອອກ​ໄປ​ເຕົ້າ​ໂຮມ​ກັນປະ​ທ້ວງ​ໃຫ້ການ​ອະ​ນຸ​ມັດແກ່​ສິ່ງ​ທີ່​ເອີ້ນ​ວ່າ ສູດສ​ຕາຍ​ນ໌​ມີ​ເອີ ຫລື Steinmeier Formula ນັ້ນ ຢູ່​ນະ​ຄອ​ນ​ຫລວງ​ກີ​ຢີບ, ວັນ​ທີ 2 ຕຸ​ລາ, 2019

ການ​ສະ​ໜັບ​ສະ​ໜຸນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ​ຕໍ່​ຂໍ້​ຕົກ​ລົງ​ກັບ​ພວກ​ກະ​ບົດ​ທີ່​ສະ​ໜັບ​ສະ​ໜຸນ​ຣັດ​ເຊຍ​ທີ່ສະ​ເໜີ​ສະ​ຖາ​ນະ​ພາບ​ພິ​ເສດ​ໃຫ້​ແກ່​ຂົງ​ເຂດ​ທີ່​ແຍກອອກ​ ​ຈາກ​ຢູ​ເຄ​ຣນໄປນັ້ນ​ ໄດ້​ຮັບ​ທັງ​ຄວາມ​ໂກດ​ແຄ້ນ ແລະ​ສັນ​ລະ​ເສີນຈາກ​ປວງ​ຊົນ​ທົ່ວ​ປະ​ເທດ​ໃນ​ວັນ​ພຸດ​ວານນີ້.

ອີງ​ຕາມ​ຄຳ​ແນະ​ນຳ​ ທີ່​ເອີ້ນ​ວ່າ ສູດສ​ຕາຍ​ນ໌​ມີ​ເອີ ຫລື Steinmeier Formula, ທີ່​ໄດ້​ຖືກ​ເຊັນ​ກັນໃນ​ວັນ​ອັງ​ຄານ​ຜ່ານ​ມາ​ນີ້ ຜູ້​ໄກ່​ເກ່ຍ​ບັນ​ຫາ​ຂອງກີ​ຢິບ, ຣັດ​ເຊຍ ແລະຂອງຢູ​ໂຣບ​ໄດ້​ສັນ​ຍາ​ວ່າຈະ​ຈັດ​ໃຫ້​ມີ​ການ​ເລືອກ​ຕັ້ງໃນ​ທ້ອງ​ຖິ່ນ​ຂຶ້ນຢູ່​ໃນ​ເຂດ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ​ທີ່​ຖືກ​ຄວບ​ຄຸມ​ໂດຍ​ພວກ​ກະ​ບົດ ຊຶ່ງ​ເປັນ​ບ່ອນ​ທີ່ມີສົງ​ຄາມແກ່​ຍາວມາ​ເປັນ​ເວ​ລາ 5 ປີ ແລ້ວລະ​ຫວ່າງ​ພວກ​ແບ່ງ​ແຍກ​ດິນ​ແດນ​ກັບທະ​ຫານ​ຂອງຢູ​ເຄ​ຣນ​ທີ່​ໄດ້​ເຮັດ​ໃຫ້​ຫລາຍກວ່າ 13,000 ຄົນ​ເສຍ​ຊີ​ວິດໄປ​ນັບ​ແຕ່ປີ 2014 ເປັນ​ຕົ້ນ​ມາ.

​ເຖິງ​ແມ່ນ​ວ່າ ການ​ປະ​ກາດ​ດັ່ງ​ກ່າວ​ສ່ວນ​ໃຫຍ່ໄດ້ມີ​ການຮັບ​ເອົາຢູ່​ໃນ​ເຂົງ​ເຂດ​ທີ່ ຄວບ​ຄຸມ​ໂດຍ​ພວກ​ແບ່ງ​ແຍກ​ດິນ​ແດນ​ທີ່​ສະ​ໜັບ​ສະ​ໜຸນ​ຣັດ​ເຊຍ​ກໍ​ຕາມ, ພວກ​ຫົວ​ຊາດ​ນິ​ຍົມ​ຂົວ​ຈັດພາ​ກັນ​ລົງ​ໄປ​ເຕົ້າ​ໂຮມ​ຢູ່​ຈະ​ຕຸ​ລັດ​ເອ​ກະ​ລາດ​ຢູ່​ໃຈ​ກາງ​ຂອງ​ນະ​ຄອນ​ຫລວງ​ກີ​ຢິບຊຶ່ງ​ເປັນ​ຈຸດ​ສູນ​ກາງ​ທີ່​ສຳ​ຄັນ​ຂອງ​ການ​ປະ​ຕິ​ວັດມາຍ​ແດນ ປີ 2014 ຂອງ​ຢູ​ເຄ​ຣນ​ທີ່​ໄດ້​ໂຄ່ນ​ລົ້ມ​ປະ​ທາ​ນາ​ທິ​ບໍ​ດີ ວິກ​ຕໍ ຢູ​ໂນ​ກົ​ຟ​ວິກ (Viktor Yanukovych) ທີ່​ໜຸນ​ຫລັງ​ໂດຍຣັດ​ເຊຍ ແລະ​ໄດ້​ເຂົ້າ​ຮ່ວ​ມ​ໃນ​ການ​ເອົາ​ແຫລມໄຄ​ຣ​ເມຍ (Crimea) ເຂົ້າ​ເປັນ​ຂອງ​ຣັດ​ເຊຍນັ້ນ—​ກໍໄດ້​ຖື​ປ້າຍ ແລະ​ຄຳ​ຂັວນ​ທີ່​ຂ​ຽນ​ວ່າ "ບໍ່​ມີ​ການຍອມ​ຈຳ​ນົນ".

ແຜນ​ການ​ດັ່ງ​ກ່າວ ທຳ​ອິດ​ໄດ້​ຖືກ​ສະ​ເໜີ​ໂດຍ ປະ​ທາ​ນາ​ທິ​ບໍ​ດີ​ເຢຍ​ຣະ​ມັນ, ທ່ານ Frank-Walter Steinmeier ທີ່​ແນ​ໃສ່​ເອົາ​ສອງ​ຝ່າຍ​ໃຫ້​ຕົກ​ລົງ​ນຳ​ກັນ​ຕໍ່​ຂໍ້​ກຳ​ນົດ​ຕ່າງ​ໆ ຊຸດ​ນຶ່ງທີ່​ໄດ້​ວາງ​ອອກ​ຢູ່​ໃນ​ສັນ​ຍາມິນ​ສ​ຄ໌ (Minsk) ປີ 2014 ແລະ 2015 ໂດຍ​ເປັນ​ວິ​ທີ​ນຶ່ງ​ເພື່ອ​ໃຫ້​ເລີ້ມ​ຕົ້ນ​ໃຫ້​ມີ​ການ​ເຈ​ລະ​ຈາ​ເພື່ອ​ແກ້​ໄຂ​ບັນ​ຫາ​ໄດ້.

ພວກ​ທີ່​ຕຳ​ໜິ​ຂໍ້​ຕົກ​ລົງ​ນີ້​ໄດ້​ເວົ້າ​ວ່າ​ມັນ​ເຮັດ​ໃຫ້​ມີ​ການ​ສົມ​ຍອມທີ່​ເຮັດ​ໃຫ້​ຣັດ​ເຊຍ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຫລາຍ​ໂພດ ໂດຍ​ການ​ເຮັດ​ໃຫ້​ເຂດ ດອນ​ບາ​ສ໌ທີ່​ສະ​ໜັບ​ສະ​ໜຸນ​ຣັດ​ເຊຍ ມີ​ສິ​ດ​ປົກ​ຄອງ​ຕົນ​ເອງ​ຫລາຍ​ຂຶ້ນ ຊຶ່ງ​ເປັນ​ສິ່ງ​ນຶ່ງ​ທີ່​ຣັດ​ເຊຍ​ໄດ້​ຫາ​ສຽງ​ສະ​ໜັບ​ສະ​ໜຸນ​ມາ​ໄດ້​ດົນ​ນານ​ແລ້ວ ໃນ​ຂະ​ນະ​ທີ່​ພວກ​ສະ​ໜັບ​ສະ​ໜຸນ​ກັບ​ເຫັນ​ວ່າ ມັນ​ອາດ​ເປັນ​ບາດ​ກ້າວ​ສຳ​ຄັນ​ໃນ​ການ​ກ້າວ​ໄປ​ສູ່​ການ​ຍຸ​ຕິ​ການກໍ່​ຄວາມ​ຮຸນ​ແຮງ ແລະ​ກ້າວ​ໄປ​ສູ່​ການ​ແກ້​ໄຂ​ບັນ​ຫາ​ທີ່​ກ້​ວາງກວ່າ​ເກົ່າ​ຂອງ​ສົງ​ຄາມ​ທີ່​ແກ່​ຍາວ​ມາ​ໄດ້ 5 ປີ​ແລ້ວນັ້ນ.

ອ່ານ​ຂ່າວນີ້ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG