ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານບ​ລິງ​ເກັນ ກ່າວ​ຕໍ່​ທ່ານ​ລາວ​ຣອບ​ວ່າ ສະ​ຫະ​ລັດ ຈະ​ສືບ​ຕໍ່​ ໃຫ້​ການ​ສະ​ໜັບ​ສະ​ໜຸນ ​ແກ່​ຢູ​ເຄ​ຣນ


​ແຟ້ມ - ທະ​ຫານ​ອາ​ກາດ ສົ່ງ​ອຸບ​ປະ​ກອນ​ໄປ​ໃຫ້​ຢູ​ເຄ​ຣນ ໂດຍ​ເຮືອ​ບິນ​ຊູ​ເປີ້​ກາ​ແລັກ​ຊີ C-5 ທີ່​ຖານ​ທັບ​ຮ່ວມ​ຊາ​ຣ​ລ໌​ຕັນ ໃນ​ລັດ​ຄາ​ໂຣ​ໄລ​ນາ​ໃຕ້ ເມື່ອ​ວັນ​ທີ 31 ມັງ​ກອນ 2023.
​ແຟ້ມ - ທະ​ຫານ​ອາ​ກາດ ສົ່ງ​ອຸບ​ປະ​ກອນ​ໄປ​ໃຫ້​ຢູ​ເຄ​ຣນ ໂດຍ​ເຮືອ​ບິນ​ຊູ​ເປີ້​ກາ​ແລັກ​ຊີ C-5 ທີ່​ຖານ​ທັບ​ຮ່ວມ​ຊາ​ຣ​ລ໌​ຕັນ ໃນ​ລັດ​ຄາ​ໂຣ​ໄລ​ນາ​ໃຕ້ ເມື່ອ​ວັນ​ທີ 31 ມັງ​ກອນ 2023.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ໃນ​ວັນ​ພະ​ຫັດ​ວານນີ້ ໄດ້​ກ່າວ​ຢ່າງ​ກົງ​ໄປ​ກົງ​ມາ ​ກັບ​ຄູ່​ຕຳ​ແໜ່ງ​ຝ່າຍ​ຣັດ​ເຊຍ ທ່ານ​ເຊີ​ເກ ລາວ​ຣອບວ່າ ສະ​ຫະ​ລັດ​ມີ​ແຜນ​ການ ​ທີ່​ຈະ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ແກ່​ຢູ​ເຄ​ຣນ “ຕາບ​ໃດ​ທີ່​ປະ​ເທດ​ດັ່ງ​ກ່າວຍັງ​ມີ​ຄວາມ​ຕ້ອງ​ການ​ຢູ່” ​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ​ຕ້ານ​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ ທີ່​ດຳ​ເນີນ​ມາ​ໄດ້​ນຶ່ງ​ປີ​ແລ້ວນັ້ນ.

ກະ​ຊວ​ງ​ການ​ຕ່າງ​ປະ​ເທດ​ກ່າວ​ວ່າ ຫົວ​ໜ້າ​ນັກ​ການ​ທູດ​ຂອງ​ສອງ​ປະ​ເທດ​ມະ​ຫາ​ອຳ​ນາດ ໄດ້​ໂອ້​ລົມ​ກັນ​ເປັນ​ເວ​ລາ 10 ນາ​ທີ ຢູ່​ຂ້າງນອກກອງ​ປະ​ຊຸມ​ຂອງ ​ກຸ່ມ 20 ປະ​ເທດ​ທີ່​ຈະ​ເລີນ​ທາ​ງ​ດ້ານ​ອຸດ​ສາ​ຫະ​ກຳ ຢູ່​ປະ​ເທດ​ອິ​ນ​ເດຍ. ນີ້​ແມ່ນ​ການ​ຫາ​ລື​ຄັ້ງ​ທຳ​ອິດ ນັບ​ແຕ່​ການ​ພົບ​ປະ​ຂອງ​ພວກ​ທ່ານ​ທີ່​ນະ​ຄອນ​ເຈ​ນີ​ວາ ໃນ​ເດືອນ​ມັງ​ກອນ​ປີ​ກາຍ ນຶ່ງ​ເດືອນ​ກ່ອນ​ທີ່​ຣັດ​ເຊຍ​ເປີດ​ສາກ​ບຸກ​ໂຈມ​ຕີ​ເຂົ້າ​ໄປ​ໃນ​ປະ​ເທດ​ຢູ​ເຄ​ຣນ.

ການ​ເອົາ​ທ່າ​ທີ​ຂອງ​ສະ​ຫະ​ລັດ​ຕໍ່​ຢູ​ເຄ​ຣນ​ບໍ່​ແມ່ນ​ເລື້ອງ​ໃໝ່ ໂດຍ​ທີ່​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ໄດ້​ປະ​ກາດ​ຢ່າງ​ເປັນ​ການ​ເປີດ​ເຜີຍ​ເລື້ອຍໆ​ວ່າ ຈະ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ທາງ​ທະ​ຫານ​ແກ່​ຢູ​ເຄ​ຣນ ຕ້​ານ​ຢັນ​ກຳ​ລັງ​ຣັດ​ເຊຍ ແລະ​ກ່າວ​ປະ​ນາມປະ​ທາ​ນາ​ທິ​ບໍ​ດີວ​ລາ​ດີ​ເມຍ ປູ​ຕິນ​ໃນ​ການ​ຮຸກ​ຮານ​ດັ່ງ​ກ່າວ​ແລະ​ປະ​ຕິ​ເສດ ບໍ່​ຍອມ​ຢຸດ​ເຊົາ. ແຕ່​ຫົວ​ໜ້າ​ນັກ​ການ​ທູດ​ຂອງ​ປະ​ເທ​ດ​ທັງ​ສອງ​ບໍ່​ໄດ້​ໂອ້​ລົມ​ກັນ ຈົນ​ທ່ານບ​ລິງ​ເກັນ​ໄດ້​ພົບ​ປະ​ກັບ​ທ່ານ​ລາວ​ຣອບ​ໃນ​ວັນ​ພະ​ຫັດ​ວານນີ້ ໃນ​ການ​ໂອ້​ລົມ​ກັນ​ເປັນ​ເວ​ລາ​ສັ້ນໆ.

ຍັງ​ບໍ່​ທັນ​ມີ​ປະ​ຕິ​ກິ​ລິ​ຍາ​ໃດໆ​ຈາກ​ຣັດ​ເຊຍ​ເທື່ອ ໂດຍ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດຣັດ​ເຊຍ​ແມ່ນ​ກະ​ທັງ​ໄດ້​ປະ​ຕິ​ເສດ​ວ່າ ການ​ພົບ​ປະ​ດັ່ງ​ກ່າວ​ບໍ່​ໄດ້​ເກີດ​ຂຶ້ນ​ເລີຍ.

ທ່ານບ​ລິງ​ເກັນ​ກ່າວ​ຕໍ່​ທ່ານ​ລາວ​ຣອບ​ວ່າ ການ​ຕົກ​ລົງ​ກັນ​ກ່ຽວ​ກັບ​ສົງ​ຄາມ​ຄວນ​ມີ​ຂຶ້ນ​ ໂດຍ​ໃຫ້​ເປັນ​ການສອດ​ຄ່ອງ ​ກັບ​ຂໍ້​ກຳ​ນົດ​ຂອງ​ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດທີ່​ໃຫ້​ການ​ເຄົາ​ລົບ​ຕໍ່​ອະ​ທິ​ປະ​ໄຕ​ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ. ທ່ານບ​ລິງ​ເກັນ​ເວົ້າ​ວ່າ ສະ​ຫະ​ລັດ​ແລະ​ຢູ​ເຄ​ຣນ​ຢາກ​ຍຸ​ຕິ​ສົງ​ຄາມ​ບົນ​ພື້ນ​ຖານ​ດັ່ງ​ກ່າວ ແຕ່​ເຈົ້າ​ໜ້າ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ ​ເວົ້າ​ວ່າ “ສິ່ງ​ທີ່​ອາດ​ພາດ​ໂອ​ກາດ​ ກໍ​ແມ່ນ​ການ​ຕັດ​ສິນ​ໃຈ​ທີ່​ຄ້າຍ​ຄື​ກັນ​ຈາກ​ມົ​ສ​ກູ.”

ການ​ສູ້​ລົບ​ກັນ​ຢ່າງ​ໜັກ​ຍັງ​ດຳ​ເນີນ​ຕໍ່​ໄປ​ໃນ​ແຕ່​ລະ​ວັນ​ເພື່ອ​ການ​ຄວບ​ຄຸມ​ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ ແລະ​ຣັດ​ເຊຍ​ຍັງ​ສາ​ມາດ​ຄວບ​ຄຸມ​ແຫຼມ​ໄຄ​ຣ​ເມຍ​ຂອງ​ຢູ​ເຄ​ຣນ ຊຶ່ງ​ປະ​ເທດ​ດັ່ງ​ກ່າວ​ໄດ້​ຢຶດ​ເອົາ​ໃນ​ປີ 2014 ຊຶ່ງ​ເປັນ​ການ​ຢຶດ​ຄອງ​ທີ່​ບໍ່​ມີ​ການ​ຮັບ​ຮູ້​ຢ່າງກວ້າງ​ຂວາງ​ຈາກ​ໂລກ​ປານ​ໃດ.

ກະ​ຊວງ​ການ​ຕ່າງ​ປະ​ເທດ ​ກ່າວ​ວ່າ ນອກນັ້ນແລ້ວ ​ທ່ານບ​ລິງ​ເກັນຍັງ​ບອກ​ທ່ານ​ລາວ​ຣອບ​ວ່າ ຣັດ​ເຊຍ​ຄວນ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​ຄວບ​ຄຸມ​ອາ​ວຸດ START ສະ​ບັບ​ໃໝ່ຄືນ ຊຶ່ງ​ຣັດ​ເຊຍ​ໄດ້​ຖອນ​ໂຕເມື່ອ​ໄວໆ​ມານີ້ ແລະ​ປະ​ຕິ​ບັດ​ຕາມ​ເງື່ອນ​ໄຂ ທີ່​ຈະ​ຈຳ​ກັດ​ການ​ເກັບ​ສະ​ສົມ​ຫົວ​ລະ​ເບີດ​ນິວ​ເຄ​ລຍ 1,550 ລູກ ແລະ​ອະ​ນຸ​ຍາດ​ໃຫ້​ມີ​ການກວດ​ກາ​ໂດຍ​ທັງ​ສອງ​ປະ​ເທດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG