ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບອາກາດ ຂອງຢູເຄຣນ ກ່າວວ່າ ຕົນໄດ້ທຳລາຍ ກຳປັ່ນລົບຂອງຣັດເຊຍ


ແຟ້ມພາບ - ໃນພາບຖ່າຍນີ້ ທີ່ໄດ້ນຳອອກເຜີຍແຜ່ໂດຍໜ່ວຍງານຂ່າວ ກະຊວງປ້ອງກັນປະເທດຂອງຣັດເຊຍ ເມື່ອວັນສຸກ ທີ 21 ກໍລະກົດ 2023, ສະແດງໃຫ້ເຫັນກອງເຮືອລົບຂອງຣັດເຊຍ ຢູ່ໃນທະເລດຳ ພວມແລ່ນຢູ່ໃນທະເລທຳ ອັນເປັນສ່ວນນຶ່ງຂອງການຊ້ອມລົບ.
ແຟ້ມພາບ - ໃນພາບຖ່າຍນີ້ ທີ່ໄດ້ນຳອອກເຜີຍແຜ່ໂດຍໜ່ວຍງານຂ່າວ ກະຊວງປ້ອງກັນປະເທດຂອງຣັດເຊຍ ເມື່ອວັນສຸກ ທີ 21 ກໍລະກົດ 2023, ສະແດງໃຫ້ເຫັນກອງເຮືອລົບຂອງຣັດເຊຍ ຢູ່ໃນທະເລດຳ ພວມແລ່ນຢູ່ໃນທະເລທຳ ອັນເປັນສ່ວນນຶ່ງຂອງການຊ້ອມລົບ.

ກອງທັບອາກາດຂອງຢູເຄຣນ ໄດ້ກ່າວໃນວັນອັງຄານມື້ນີ້ ວ່າ ຕົນໄດ້ທຳລາຍ​ກຳ​ປັ່ນ​ຍົກ​ພົນ ​ເຂົ້າ​ຈອດໃນແຫຼມຄຣາຍເມຍ ທີ່ເປັນສ່ວນນຶ່ງຂອງກອງເຮືອລົບທະເລດຳຂອງຣັດເຊຍ ແລະເປັນທີ່ສົງໄສວ່າ ກຳລັງບັນທຸກພວກເຮືອ ບິນບໍ່ມີຄົນຂັບ ຫຼື ໂດຣນ ທີ່ຜະລິດໂດຍອີຣ່ານ.

ຂໍ້ຄວາມທີ່ຂຽນລົງໃນເທເລແກຣາມ ຊຶ່ງກອງທັບອາກາດຂອງຢູເຄຣນ ໄດ້ລະບຸເຮືອລຳດັ່ງກ່າວຊື່ ໂນໂວເຊີຣຄາສຄ໌ (Novocherkask) ແລະໄດ້ກ່າວວ່າ ລູກສອນໄຟນຳວິຖີຫຼາຍລູກ ໂຈມຕີຖືກເຮືອລຳນັ້ນ ຢູ່ໃນຂົງເຂດ ເຟໂດເຊຍ.

ຜູ້ບັນຊາການກອງທັບອາກາດຂອງຢູເຄຣນ ທ່ານມິໂກລາ ໂອເລຊຊຸກ (Mykola Oleshchuk) ໄດ້ນຳເອົາວີດີໂອ ລົງໃນເທເລແກຣມ ທີ່ສະແດງໃຫ້ເຫັນ ການລະເບີດຂະໜາດໃຫຍ່ ຢູ່ໃນເຂດເຟໂດເຊຍ ຂອງແຫຼມຄຣາຍເມຍ.

ທ່ານໂອເລຊຊຸກ ໄດ້ເວົ້າວ່າ “ແລະກອງເຮືອລົບໃນຣັດເຊຍ ແມ່ນກຳລັງໜ້ອຍລົງ ແລະໜ້ອຍລົງກວ່າເກົ່າ.”

ກອງທັບຂອງຢູເຄຣນ ຍັງໄດ້ລາຍງານໃນວັນອັງຄານວານນີ້ອີກວ່າ ຍິງໂດຣນ 13 ລຳໃນຈຳນວນ 19 ລຳຕົກ ທີ່ຣັດເຊຍໄດ້ໃຊ້ໃນການໂຈມຕີໃນຕອນຂ້າມຄືນ. ຕົນໄດ້ກ່າວວ່າ ພວກໂຣດນທັງຫຼາຍ ໄດ້ຖືກທຳລາຍຢູ່ໃນຂົງເຂດຕ່າງໆເຊັ່ນ ໂອເດຊາ ເຄີສັນ ມິໂກລາ​ອິບ ແລະຄ໌ເມລນິຕສກີ.

Ukraine’s air force said Tuesday it destroyed a landing ship in Crimea that was part of Russia’s Black Sea fleet and suspected of carrying Iranian-made drones.

In a Telegram post, the Ukrainian air force identified the ship as the Novocherkask and said cruise missiles hit it in the Fedosia region.

Ukraine’s Air Force Commander Mykola Oleshchuk shared a video on Telegram showing a massive explosion in Fedosia in Crimea.

“And the fleet in Russia is getting smaller and smaller,” Oleshchuk said.

Ukraine’s military also reported Tuesday downing 13 of 19 drones that Russia used in attacks overnight. It said the drones were destroyed in the Odesa, Kherson, Mykolaiv and Khmelnytskyi regions.

XS
SM
MD
LG