ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍົກ​ ຢູ​ເຄຣນ ກ່າວໂດຍກົງ ຕໍ່ ທ່ານ Putin ວ່າ ທ່ານບໍ່​ສາມາດ ເອົາ​ຊະນະໄດ້ (ວີດີໂອ)

ນາຍົກ​ລັດຖະ​ມົນຕີຢູ​ເຄຣນ ທ່ານ Arseniy Yatsenyuk ຖະ​ແຫລ​ງ ທີ່​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ອົງການ​ສະຫະ
​ປະຊາ​ຊາດ.
ນາຍົກ​ລັດຖະ​ມົນຕີຢູ​ເຄຣນ ທ່ານ Arseniy Yatsenyuk ຖະ​ແຫລ​ງ ທີ່​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ອົງການ​ສະຫະ ​ປະຊາ​ຊາດ.

ນາຍົກ​ລັດຖະ​ມົນຕີຢູ​ເຄຣນ ທ່ານ Arseniy Yatsenyuk ​ໄດ້
​ຂໍ​ຮ້ອງ​ໃຫ້ປະຊາ​ຄົມ​ນາໆ​ຊາດ​ສືບຕໍ່ຮັກສາ​ການ​ລົງ​ໂທດ​ຕ່າງໆ
ຕໍ່ຣັດ​ເຊຍ ຈົນ​ກວ່າ Kyiv ສາມາດ​ “ເຂົ້າຄວບ​ຄຸມດິນແດນ​
ຂອງຕົນ​ທັງ​ໝົດ”  ຄືນ ລວມທັງ​ແຫຼມ Crimea ດ້ວຍ.

​ໃນ​ການຖະ​ແຫລ​ງ ທີ່​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ອົງການ​ສະຫະ
​ປະຊາ​ຊາດ ​ໃນຕອນ​ແລງ​ຂອງ​ວັນ​ພຸດ​ວານ​ນີ້ ທ່ານ Yatsenyuk
​ໄດ້​ກ່າວ​ຂໍ້ຄວາມ​ໂດຍ​ກົງເຖິງປະທານາທິບໍດີຣັດ​ເຊຍ ທ່ານ​
Vladimir Putin ວ່າ “ທ່ານ Putin ທ່ານ​ສາມາດເອົາ​ຊະນະ​
ການຕໍ່ສູ້​ຕ້ານກັບ​ທະຫານໄດ້​ ​ແຕ່​ທ່ານ​ຈະ​ບໍ່​ຊະນະ ໃນການ
ຕໍ່ສູ້​ຕ້ານກັບປະ​ເທດຊາດ ຄື​ປະ​ເທດຢູ​ເຄຣນ ທີ່ເປັນ
ເອກກະພາບ.”

ເບິ່ງວີດີໂອ ການລົງໂທດ ຕໍ່ຣັດເຊຍ:

ທ່ານ Yatsenyuk ກ່າວ​ຕໍ່​ໄປ​ວ່າ ຣັດ​ເຊຍ ​ໄດ້​ລະ​ເມີດ​ກົດໝາຍ​ສາກົນ​ຕ່າງໆ ດ້ວຍ​ການ​ຮຸກຮານດິນແດນບາງ​ສ່ວນ​ເຂດຂອງ​ຕົນ ຕິດ​ອາວຸດ​ໃຫ້​ແກ່​ພວກ​ກະບົດ​ນິຍົມຣັດ​ເຊຍ ​ແລະ ປະກາດຢຶດ​ເອົາ​ແຫຼມ Crimea ເຂົ້າເປັນດິນແດນສ່ວນນຶ່ງຂອງຕົນ ​ໃນ​ເດືອນ​ມີນາ​ທີ່ຜ່ານ​ມານັ້ນ.

ໃນຕອນເຊົ້າຂອງ​ວັນ​ພຸດວານ​ນີ້ ນາຍົກລັດຖະມົນຕີຢູ​ເຄຣນ​ໄດ້​ກ່າວ​ປາ​ໄສຢູ່​ສະພາຄວາມ ສຳພັນ​ຕ່າງ​ປະ​ເທດ​ໃນນະຄອນ​ນິວຢອກ.​ ທ່ານ ​ໄດ້​ກ່າວ​ສະ​ແດງ​ຄວາມ​ສົງໄສບໍ່ແນ່ໃຈ ກ່ຽວ​ກັບ​ຂໍ້​ຕົກລົງ​ຢຸດ​ຍິງ ກັບ​ພວກ​ກະ​ບົດ​ນິຍົມຣັດ​ເຊຍ ໂດຍເອີ້ນວ່າ ເປັນ​ຂໍ້​ຕົກລົງ​ທີ່​ບອບ​ບາງ ແລະສັ່ນ ຄອນທີ່​ສຸດ. ທ່ານ​ກ່າວ​ອີກ​ວ່າ ຢູ​ເຄຣນ ສາມາດ​ຍັບ​ຢັ້ງພວກ​ແບ່ງ​ແຍກ​ດິນ​ແດນ​ນິຍົມຣັດ​ເຊຍ ​ແລະ ຟື້ນຟູສັນຕິພາບ​ຢູ່ໃນ​ປະ​ເທດ ​ໄດ້​ຢ່າງ​ງ່າຍດາຍ. ​ແຕ່​ທ່ານ​ກ່າວ​ວ່າ ກອງ​ກຳລັງ​ຂອງ​ຢູເຄຣນ ບໍ່​ສາມາດ​ຕໍ່ສູ້​ຕ້ານກັບ​ກອງທັບຣັດ​ເຊຍ​ທີ່​ພ້ອມພຽງ​ດ້ວຍ​ການ​ເຝິກແອບ ​ແລະອຸບປະ ກອນທີ່ທັນສະໄໝນັ້ນ.

XS
SM
MD
LG