ກໍາລັງຮັກສາຄວາມປອດໄພ ໄດ້ຖອຍຫ່າງອອກຈາກຝູງຊົນ
ທີ່ທໍາການ ປະທ້ວງ ຢູ່ອ້ອມແອ້ມຈະຕຸລັດ ໃນໃຈກາງເມືອງ
ຫລວງຂອງ ຢູເຄຣນ ຫລັງຈາກໄດ້ມີການປະທະກັນໃນຕອນ
ກາງຄືນ ລະຫວ່າງຕໍາຫລວດ ແລະພວກປະທ້ວງທີ່ສະໜັບ
ສະໜູນ ສະຫະພາບຢູໂຮບ.
ການປະທະກັນລະຫວ່າງສອງກຸ່ມດັ່ງກ່າວ ໄດ້ເກີດຂື້ນໃນເຊົ້າ
ວັນພຸດມື້ນີ້ໃນຕຶກໂຮງການເມືອງ Kyiv ໃນເວລາທີ່ພວກຕໍາ
ຫລວດທີ່ຖືໄມ້ຄ້ອນ ພະຍາຍາມຂັບໄລ່ພວກນັກເຄຶ່ອນໄຫວ
ອອກຈາກຕຶກ.
ລາຍງານກ່າວວ່າ ພວກປະທ້ວງພາກັນຕໍ່ສູ້ຄືນໂດຍການສີດນໍ້າຈາກທໍ່ດັບເພີງ ໃສ່ກໍາລັງ
ຮັກສາຄວາມປອດໄພ. ຕໍ່ມາ ມີລາຍງານວ່າ ພວກ ລົດບັສຂອງຕໍາຫລວດ ໄດ້ເຄຶ່ອນຍ້າຍ
ອອກໄປຈາກບໍລິເວນດັ່ງກ່າວ.
ບໍ່ເທົ່າໃດຊົ່ວໂມງກ່ອນໜ້ານັ້ນ ຕໍາຫລວດໄດ້ເຂົ້າຖະຫລົ່ມ ຄ້າຍຂອງພວກປະທ້ວງ ຢູ່ໃນ
ບໍລິເວນຈະຕຸລັດ ແລະມ້າງເພເຕ້ນທັງຫລາຍທີ່ພວກປະທ້ວງໄດ້ຕັ້ງຂື້ນ.
ກະຊວງການຕ່າງປະເທດສະຫະລັດ ໄດ້ອອກຖະແຫລງການສະແດງຄວາມ “ບໍ່ພໍໃຈ
ຢ່າງສູງ” ນໍາການກະທໍາຂອງບັນດາເຈົ້າໜ້າທີ່ຢູເຄຣນ ທີ່ນໍາເອົາລົດດຸດ ແລະຕໍາຫລວດ
ປາບຈາລະຈົນ ໄປຍັງສະຖານທີ່ດັ່ງກ່າວ ເພື່ອທັບມ້າງຄ້າຍຂອງພວກປະທ້ວງ ແທນທີ່
ຈະປະຕິບັດ ໃນອັນທີ່ລັດຖະມົນຕີຕ່າງປະເທດ ທ່ານ John Kerry ໃຊ້ຄໍາເວົ້າ “ໃຫ້
ຄວາມນັບຖືແກ່ ສິດທິປະຊາທິປະໄຕ ແລະກຽດສັກສີຂອງມະນຸດ.”
ທ່ານ Kerry ກ່າວວ່າ “ການເຄົາລົບນັບຖືຫລັກການຕ່າງໆຂອງປະຊາທິປະໄຕ ຮວມທັງ
ເສຣີພາບໃນການເຕົ້າໂຮມກັນ” ນັ້ນແມ່ນທ່າທີຂອງສະຫະລັດ ກ່ຽວກັບຢູເຄຣນ.
ທ່ານກ່າວອີກວ່າ ຄ່ານິຍົມເຫລົ່ານີ້ ແມ່ນເປັນຂອງທົ່ວໂລກ ບໍ່ແມ່ນແຕ່ເປັນຂອງຊາວອາ
ເມຣິກັນ ແລະທ່ານ ໄດ້ຮຽກຮ້ອງໃຫ້ “ໃຊ້ຄວາມຍັບຍັ້ງຊັ່ງໃຈຢ່າງທີ່ສຸດ” ແລະກ່າວວ່າ
ຊີວິດມະນຸດຕ້ອງໄດ້ຮັບການປົກປ້ອງເອົາໄວ້.
ການປະທ້ວງໄດ້ເລີ້ມເກີດຂື້ນໃນທ້າຍເດືອນພະຈິກ ຫລັງຈາກ ປະທານາທິບໍດີ ຢູເຄຣນ
ໄດ້ຖອນອອກຈາກ ການເຊັນສັນຍາແລກປ່ຽນການຄ້າກັບສະຫະພາບຢູໂຣບ ທີ່ມີການລໍ
ຖ້າກັນມາເປັນເວລາດົນນານ ເພື່ອເລືອກເອົາການປົວແປງ ແລະປັບປຸງສາຍພົວພັນທາງ
ເສດຖະກິດ ແລະການເມືອງ ກັບຣັດເຊຍ.
ໃນວັນພຸດມື້ນີ້ ນາຍົກລັດຖະມົນຕີ ຢູເຄຣນ ທ່ານ Mykola Azarov ກ່າວວ່າ ຢູເຄຣນ
ກໍາລັງຮ້ອງຂໍເອົາການຊ່ວຍເຫລືອດ້ານການເງິນ ໃນມູນຄ່າ 27 ພັນ 500 ລ້ານໂດລ່າ
ຈາກສະຫະພາບຢູໂຣບ ກ່ອນຈະເຊັນສັນຍາຄົບຄ້າສະມາຄົມກັບກຸ່ມ 28 ປະເທດ ອີຢູນັ້ນ.
ວີດີໂອ: ລມຕ ຊ່ວຍວ່າການຕ່າງປະເທດສະຫະລັດ ວິກທໍເຣຍ ນິວແລນດ໌ ຢ້ຽມຢາມ Kyiv ພົບປະກັບ ປະທານາທິບໍດີຢູເຄຣນ ແລະເຕືອນຕໍ່ການໃຊ້ຄວາມຮຸນແຮງ: