ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະ​ມົນ​ຕີ​ຢູ​ເຄ​ຣນ ກ່າວ​ຕໍ່​ ສ​ະ​ຫະ​ປະ​ຊາ​ຊາດວ່າ 'ຣັດ​ເຊຍ​ ຈະ​ບໍ່​ຢຸດ​ເຊົາ ຢູ່​ທີ່​ປະ​ເທດ​ຢູ​ເຄ​ຣນ'


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຢູ​ເຄ​ຣນ ທ່ານ​ດະ​ມີ​ໂຕ​ຣ ກູ​ເລ​ບາ ກ່າວ​ຄຳ​ປາ​ໄສ​ຕ​ໍ່​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ເມື່ອ​ວັນ​ພຸດ ທີ 23 ກຸມ​ພາ 2022 ທີ່​ສຳ​ນັກ​ງານ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທີ່​ນະ​ຄອນ​ນິວຢອກ.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຢູ​ເຄ​ຣນ ທ່ານ​ດະ​ມີ​ໂຕ​ຣ ກູ​ເລ​ບາ ກ່າວ​ຄຳ​ປາ​ໄສ​ຕ​ໍ່​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ເມື່ອ​ວັນ​ພຸດ ທີ 23 ກຸມ​ພາ 2022 ທີ່​ສຳ​ນັກ​ງານ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທີ່​ນະ​ຄອນ​ນິວຢອກ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຢູ​ເຄ​ຣນ ໄດ້​ຮຽກ​ຮ້ອງ​ໃນ​ວັນ​ພຸດ​ວານນີ້ຕໍ່​ປະ​ຊາ​ຄົມ​ນາໆ​ຊາດໃຫ້​ເອົາ “ມາດ​ຕະ​ການຢ່າງວ່ອງ​ໄວ ໜັກ​ແໜ້ນ ແລະເດັດ​ດ່ຽວ” ເພື່ອຊ່ວຍ​ປົກ​ປັກ​ຮັກ​ສາ​ ປະ​ເທດ​ຂອງ​ທ່ານ ຈາກ​ການ​ຮຸກ​ຮານ​ທາງ​ທະ​ຫານ​ຂອງ​ຣັດ​ເຊຍ.

ທ່ານ​ດະ​ມີ​ໂຕ​ຣ ກູ​ເລ​ບາ ກ່າວ​ຕໍ່​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫ​ຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ວ່າ “ຣັດ​ເຊຍ​ຈະ​ບໍ່​ຢຸດ​ເຊົາ​ທີ່​ປະ​ເທດ​ຢູ​ເຄ​ຣນ.” ທ່ານ​ກ່າວ​ຕື່ມ​ວ່າ ສົງ​ຄາມ​ເຕັມ​ອັດ​ຕາ​ຕໍ່​ປະ​ເທດ​ຢູ​ເຄ​ຣນ ຈະ​ເຮັດ​ໃຫ້​ເປັນ​ການ​ສິ້ນ​ລົງກົດ​ລະ​ບຽບ​ຂອງ​ໂລກດັ່ງທີ່​ພວກ​ເຮົາ​ຮູ້​ກັນ.

ທ່ານ​ເຕືອນ​ວ່າ “ຣັດ​ເຊຍ​ໄດ້​ສະ​ແດງ​ຮ່ອງ​ຮອຍ​ໃຫ້​ເຫັນ​ວ່າ ​ພ້ອມ​ແລ້ວ​ທີ່​ຈະ​ເພີ້​ມ​ທະ​ວີ​ການ​ຮຸກ​ຮານ​ຂອງ​ພວກ​ເຂົາຕໍ່​ຢູ​ເຄ​ຣນ ແລະ​ພວກ​ເຮົາ​ມີ​ເວ​ລາ​ທີ່​ຈຳ​ກັດ​ເພື່ອຈະ​ຢຸດ​ເຊົາ ສະ​ກັດ​ກັ້ນ ແລະ​ຄວບ​ຄຸມ​ມັນ. ທຸກໆ​ຊົ່ວ​ໂມງ​ທີ່​ບໍ່​ມີ​ການ​ເຄື່ອນ​ໄຫວໃນ​ເວ​ລານີ້ ແມ່ນ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ຊາວ​ຢູ​ເຄ​ຣນບໍ່​ແມ່ນ​ແຕ່​ທະຫານ ພົນ​ລະ​ເຮືອນ​ກໍ​ເຊັ່ນ​ດຽວ​ກັນ ຮວມ​ທັງ​ແມ່​ຍິງ​ ແລະ​ເດັກ​ນ້ອຍ. ນີ້​ແມ່ນ​ໄພ​ຂົ່ມຂູ່​ຕໍ່​ຄວາມ​ໝັ້ນ​ຄົງ​ຮ່ວມ​ກັນ​ຂອງ​ໂລກ​ແລະ​ອິດ​ສະ​ຫຼະ​ພາບ​ຂອງ​ພວກ​ເຮົາ.”

ໃນ​ວັນ​ຈັນ​ທີ່​ຜ່ານ​ມາ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ທີ່​ໄດ້​ສັ່ງ​ໃຫ້​ເຕົ້າ​ໂຮມ​ກຳ​ລັງ​ທະ​ຫານ 150,000 ຄົນ​ຢູ່​ຕາມ​ຊາຍ​ແດນ​ຂອງ​ຢູ​ເຄ​ຣນ ໄດ້​ລົງ​ນາມ​ໃນ​ຄຳ​ປະ​ກາດ​ຮັບ​ຮູ້​ເຂດ​ໂດ​ແນັດແລະ​ລູ​ຮານ ທີ່​ແຍກ​ໂຕ​ອອກ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ ເປັນ​ປະ​ເທດ​ເອກ​ກະ​ລາດ. ຫຼັງ​ຈາກນັ້ນ ທ່ານ​ກໍ​ໄດ້ສັ່ງ​ໃຫ້​ທະ​ຫານ​ຣັດ​ເຊຍ​ເຂົ້າ​ໄປ​ໃນ​ເຂດ​ດັ່ງ​ກ່າວ ໂດຍ​ເວົ້າ​ວ່າ ຈຸດ​ປະ​ສົງ​ກໍ​ແມ່ນ​ເພື່ອ​ປົກ​ປ້ອງ​ພົນ​ລະ​ເຮືອນ.

ການ​ເຄື່ອນ​ໄຫວ​ທີ່​ວ່ານີ້ ແມ່ນ​ໄດ້​ຖືກ​ປະ​ນາມ​ຢ່າງກວ້​າ​ງຂວາງວ່າ​ເປັນ​ການ​ລະ​ເມີດ​ອະທິ​ປະ​ໄຕ​ຂອງ​ຢູ​ເຄ​ຣນ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ ແລະ​ຄວາມ​ເປັນ​ເອກ​ກະ​ລາດ​ທາງ​ດ້ານ​ການ​ເມືອງ ຕະ​ຫລອດ​ທັງ​ເປັນ​ການ​ລະ​ເມີດ​ຕໍ່​ກົດ​ໝາຍ​ຂອງ​ລະ​ຫວ່າງ​ປະ​ເທດ ກົດ​ບັດ​ຂອງ​ສະ​ຫະ​ປະ​ຊາ​ຊາດ ຂໍ້​ຕົກ​ລົງ​ແຮ​ລ​ຊິງ​ກິ ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ບູ​ດາ​ເປັດ ແລະ​ຂໍ້​ຕົກ​ລົງ​ມິງ​ຄ໌.

ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ​ວັນ​ພຸດ​ວານນີ້ ໄດ້​ວາງແຜນ​ລ່ວງ​ໜ້າ​ໄວ້​ແລ້ວເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ຖາ​ນະ​ການ​ໃນ​ແຫຼມ​ໄຄ​ຣ​ເມຍຢູ່​ໃນ​ພາກ​ໃຕ້​ຂອງ​ປະ​ເທດ​ຢູ​ເຄ​ຣນ ຊຶ່ງ​ຣັດ​ເຊຍ​ໄດ້​ປະ​ກາດ​ໂຮມ​ເຂົ້າ​ເປັນ​ສ່ວນ​ນຶ່ງຂອງ​ປະ​ເທດ​ຕົນ​ໃນ​ປີ 2014. ຍັງ​ບໍ່​ມີ​ປະ​ເທດ​ໃດ ​ຮັບ​ຮູ້​ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ ແລະ​ກອງ​ປະ​ຊຸມ​ແມ່ນ​ເປັນ​ທີ່​ຮູ້​ກັນ​ໃນ​ຊື່ “ສະ​ຖາ​ນະ​ການ ​ຢູ່​ໃນ​ເຂດ​ຢຶດ​ຄອງຊົ່ວ​ຄາວ​ຂອງ​ດິນ​ແດນ​ຢູ​ເຄ​ຣນ” ຢູ່​ໃນ​ຫົວ​ຂໍ້​ປະ​ຊຸມ​ຂອງ​ສະ​ຫະ​ປະ​ຊາ​ຊາດ. ນີ້​ແມ່ນ​ເທື່ອ​ທີສີ່ ທີ່​ສະ​ມັດ​ຊາ​ໃຫຍ່​ອົ​ງ​ການ​ສະ​ຫະ​ປະ​ຊາ​ຊາ​ດ​ໄດ້​ຫາ​ລື​ກັນ ໃນ​ໄລ​ຍະ 8ປີ​ທີ່​ຜ່ານ​ມານີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG