ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູເຄຣນ ເຊີນບັນດານັກຊ່ຽວຊານຂອງ ສ​ປ​ຊ ເພື່ອໄປກວດກາເບິ່ງຊິ້ນສ່ວນເຮືອບິນບໍ່​ມີ​ຄົນ​ຂັບ ຫຼືໂດຣນ ຂອງອີຣ່ານ


ແຟ້ມພາບ - ຮູບທີ່ບໍ່ໄດ້ລະບຸວັນເວລານີ້ ໄດ້ຖືກເປີດເຜີຍໂດຍ ຜູ້ອຳນວຍການດ້ານການສື່ສານຍຸດທະສາດຂອງກອງທັບຢູເຄຣນ ທີ່ສະແດງໃຫ້ເຫັນຊິ້ນສ່ວນ ຂອງອັນທີ່ກີຢິບໄດ້ອະທິບາຍວ່າ ເປັນໂດຣນ ຊາເຮັດ ຂອງອີຣ່ານ ທີ່ໄດ້ຕົງລົງໃກ້ເມືອງ ກູປຽນສຄ໌ (Kupiansk) ຂອງຢູເຄຣນ.
ແຟ້ມພາບ - ຮູບທີ່ບໍ່ໄດ້ລະບຸວັນເວລານີ້ ໄດ້ຖືກເປີດເຜີຍໂດຍ ຜູ້ອຳນວຍການດ້ານການສື່ສານຍຸດທະສາດຂອງກອງທັບຢູເຄຣນ ທີ່ສະແດງໃຫ້ເຫັນຊິ້ນສ່ວນ ຂອງອັນທີ່ກີຢິບໄດ້ອະທິບາຍວ່າ ເປັນໂດຣນ ຊາເຮັດ ຂອງອີຣ່ານ ທີ່ໄດ້ຕົງລົງໃກ້ເມືອງ ກູປຽນສຄ໌ (Kupiansk) ຂອງຢູເຄຣນ.

ຢູເຄຣນໄດ້ເຊື້ອເຊີນບັນດານັກຊ່ຽວຊານຈາກອົງການສະຫະປະຊາຊາດ ເພື່ອໃຫ້ໄປກວດກາເບິ່ງຊິ້ນສ່ວນ ຈາກອັນທີ່ຕົນກ່າວວ່າ ເປັນເຮືອບິນບໍ່ມີຄົນຂັບ ຫຼືໂດຣນຜະລິດໂດຍອີຣ່ານ ທີ່ໄດ້ຂາຍໃຫ້ແກ່ຣັດເຊຍ ຊຶ່ງເປັນການລະເມີດຕໍ່ມາດຕະການລົງໂທດຂອງສາກົນ ແລະໄດ້ຖືກນຳໃຊ້ໃນການໂຈມຕີເມືອງໃຫຍ່ແລະນ້ອຍຕ່າງໆຂອງຢູເຄຣນ.

ໃນໜັງສືສະບັບນຶ່ງ ທີ່ສົ່ງໄປຫາປະທານສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ແລະໄດ້ເຫັນໂດຍວີໂອເອ, ເອກອັກຄະລັດຖະທູດຂອງຢູເຄຣນ ກ່າວວ່າ ອີງຕາມຂໍ້ມູນສາທາລະນະ ຣັດເຊຍໄດ້ຮັບການສົ່ງສິນຄ້າຕ້ອງຫາມຈາກອີຣ່ານ ນັບຕັ້ງແຕ່ເດືອນມັງກອນ ປີ 2016 ເປັນ​ຕົ້ນ​ມາ.

“ໂດຍສະເພາະ ໃນທ້າຍເດືອນສິງຫາ ປີ 2022, ຍານບໍ່ມີຄົນຂັບ ຫຼື UAV ລຸ້ນ ໂມຮາເຈີ ແລະຊາເຮັດ ໄດ້ຖືກໂອນຈາກອີຣ່ານໄປໃຫ້ຣັດເຊຍ” ເອກອັກຄະລັດຖະທູດ ເຊີກີ ຄີສລິສຢາ (Sergiy Kyslytsya) ໄດ້ກ່າວໃນໜັງສືສະ ບັບດັ່ງກ່າວ. ທ່ານກ່າວອີກວ່າ “ຢູເຄຣນ ປະເມີນວ່າ ອັນນີ້ ເປັນໄປໄດ້ສູງ ແຜນການສ່ວນນຶ່ງຂອງອີຣ່ານ ເພື່ອສົ່ງຍານບໍ່ມີຄົນຂັບຫຼາຍຮ້ອຍລຳໄປຣັດເຊຍ.”

ເມື່ອບໍ່ເທົ່າໃດອາທິດຜ່ານມານີ້ ຢູເຄຣນ ໄດ້ລາຍງານຊ້ຳແລ້ວຊ້ຳອີກວ່າ ຣັດເຊຍໂຈມຕີເມືອງຕ່າງໆຂອງຕົນ ໂດຍນຳໃຊ້ເຮືອບິນໂດຣນ ຊາເຮັດ-136 ຂອງອີຣ່ານ. ອີຣ່ານ ປະຕິເສດວ່າ ບໍ່ໄດ້ຈັດສົ່ງໂດຣນຂອງຕົນ ໃຫ້ຣັດເຊຍ.

ທ່ານຄີສລິສຢາ ໄດ້ໃຫ້ຂໍ້ສັງເກດວ່າ ທັງໂດຣນ ໂມຮາເຈີ ແລະຊາເຮັດ ແມ່ນຖືກຜະລິດໂດຍ ບໍລິສັດການບິນ ຄອດສ໌ (Qods Aviation), ຊຶ່ງເປັນບໍລິສັດທີ່ໄດ້ຖືກກັກຊັບສິນລະຫວ່າງປະເທດພາຍໃຕ້ມະຕິເລກທີ 2231 ຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ.

ສະ​ພາ​ຄວາມ​ໝັ້ນ​ຄົງ​ດັ່ງກ່າວ ​ໄດ້​ຮັບ​ຮອງ​ເອົາ​ມະ​ຕິ ໃນ​ປີ 2015 ໂດຍຄວາມເປັນ​ລະ​ບຽບ ​ກ່ຽວ​ກັບ​ຂໍ້​ຕົກ​ລົ​ງ​ລະ​ຫວ່າງ​ປະ​ເທດ ​ທີ່​ໄດ້​ຈຳ​ກັດ​ໂຄງ​ການ​ນິວ​ເຄ​ລຍ​ຂອງ​ອີ​ຣ່ານ ເພື່ອ​ເປັນ​ການ​ແລກ​ປ່ຽນ​ກັບ​ການ​ບັນ​ເທົາ​ໃນ​ການ​ລົງ​ໂທດ ແຕ່ຂໍ້ຈຳກັດບາງຢ່າງຍັງຄົງຮັກສາໄວ້ຢູ່ຄືເກົ່າ.

ມະຕິຕົກລົງເລກ 2231 ອະນຸຍາດໃຫ້ໂອນສິ່ງຂອງຕ້ອງຫາມໄປ ຫຼືຈາກ ອີຣ່ານໄດ້ ກໍຕໍ່ເມື່ອ ໄດ້ຮັບການອະນຸມັດ ເປັນແຕ່ລະກໍລະນີ ໂດຍສະພາຄວາມໝັ້ນຄົງເທົ່ານັ້ນ. ບໍ່ໄດ້ມີການອະນຸມັດເຊັ່ນນັ້ນເລີຍ ທີ່ໄດ້ຖືກຮ້ອງຂໍ.

“ເພາະສະນັ້ນ ການໂອນຈາກອີຣ່ານ ໄປໃຫ້ຣັດເຊຍ ຄວນຖືກຖືວ່າ ເປັນການລະເມີດຂອງມະຕິ ເລກທີ 2231 ຂອງສະພາຄວາມໝັ້ນຄົງອົງການສະຫະປະ ຊາຊາດ (UNSCR 2231)” ທ່ານຄີສລິສຢາ ໄດ້ຂຽນໃນໜັງສື.

ໃນວັນຈັນຜ່ານມານີ້ ວໍໍຊິງຕັນ ໄດ້ກ່າວວ່າ ການກະທຳຂອງອີຣ່ານ ລະເມີດຕໍ່ມະຕິເລກທີ 2231.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG