ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ຢູເຄຣນ ໃກ້ຈະໄດ້ເຂົ້າຮ່ວມ ເປັນສະມາຊິກ ຂອງສະຫະພາບຢູໂຣບ


ລາຍງານ: ການເຂົ້າເປັນສະມາຊິກ EU ຂອງ ຢູເຄຣນ.

ຢູ​ເຄຣນ ໃກ້​ຈະ​ໄດ້ເຂົ້າຮ່ວມເປັນສະມາຊິກຂອງສະ​ຫະ​ພາບ​ຢູໂຣບ ຫຼື EU ໃນ​ຂະ​ນະ​ທີ່​ບັນ​ດາ​ຜູ້​ນຳ​ເຫັນ​ດີ​ຈະ​ເລີ້ມ​ການ​ເຈ​ລະ​ຈາກກັບບັນດາ​ສະ​ມາ​ຊິກ. ​ແຕ່​ເງິນ​ເພື່ອ​ສະ​ໜັບ​ສະ​ໜຸນ​ແບບ​ຍືນ​ຍົງ​ໃນການ​ຕໍ່ສູ້​ຕ້ານ​ການ​ຮຸກ​ຮານ​ຂອງ ຣັດ​ເຊຍ ​ໄດ້​ພົບ​ກັບ​ທາງ​ທີ່​ຄຸ້ນ​ເຄີຍ ​ຍ້ອນພັນທະ​ມິດ​ ຂອງ​ປະທານາທິບໍດີ ຣັດ​ເຊຍ ​ໃນສະຫະພາບຢູໂຣບ. ນັກຂ່າວ VOA ອາຣາສ ອະຣາບາຊາດີ (Arash Arabasadi) ມີ​ລາຍ​ງານ​ກ່ຽວ​ກັບ​ເລື້ອງນີ້, ເຊິ່ງ ທິບສຸດາ ມີລາຍລະອຽດ ມາ ສະເໜີທ່ານ.

ບັນດາ​ເຈົ້າ​ໜ້າ​ທີ່​ກູ້​ໄພພາກັນ​ຕໍ່ສູ້​ກັບ​ໄຟ​ໄໝ້​ຢູ່​ໃນພາກພື້ນໂອເດຊາຂອງ​ຢູ​ເຄຣນ ລຸນຫລັງເຮືອບິນ​ບໍ່​ມີ​ຄົນ​ຂັບ​ທີ່​ຖືກ​ຍິງ​ຕົກ ​ໄດ້​ເກີດ​ໄຟ​ໄໝ້​ຢູ່​ໃນຄຸ້ມ​ທີ່ຢູ່​ອາ​ໄສຂອງປະຊາຊົນ ເຊິ່ງ​ເຮັດ​ໃຫ້​ມີ​ພົນລະ​ເຮືອນ​ເສຍຊີວິດຢ່າງ​ໜ້ອຍນຶ່ງ​ຄົນ​. ກອງທັບ​ອາ ກາດ​ຢູ​ເຄຣນກ່າວ​ວ່າ ຕົນ​ໄດ້​ທຳລາຍ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ຂອງ ຣັດ​ເຊຍ 20 ລຳ​ໃນຕອນກາງ​ຄືນ​ຜ່ານ​ມາ. ​ແລະ​ຜູ້​ປົກ​ຄອງ​ພາກພື້ນ​ກ່າວ​ວ່າ ມັນ​ເປັນ​ການ​ໂຈມ​ຕີ​ທາງ​ອາກາດ​ຄັ້ງ​ທີ​ສາມ​ຂອງ ຣັດ​ເຊຍ​ ໃນ​ຊ່ວງອາທິດທີ່​ຜ່ານ​ມາ.

ໃນຂະນະ​ທີ່ ຢູ​ເຄຣນ ກຽມພ້ອມ​ສູ້​ຮົບ​ກັບ ຣັດ​ເຊຍ ​ໃນ​ລະດູ​ໜາວ​ອີກ​ຄັ້ງ​ນຶ່ງ, ບັນດາຜູ້ນຳ​ຢູ​ໂຣບ​ໄດ້​ພົບ​ປະ​ກັນ​ໃນ​ທ້າຍ​ອາທິດແລ້ວນີ້ຢູ່ທີ່​ນະຄອນຫຼວງ​ຂອງປະເທດເບລຈ້ຽມ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ຮຽກຮ້ອງຂອງ ຢູເຄຣນ ໃນການ​ເຂົ້າ​ເປັນ​ສະມາຊິກຂອງສະຫະພາບຢູໂຣບ.

ປະທານສະພາຢູໂຣບ ທ່ານຊາຣ໌​ລ ​ມີ​ແຊ​ລ (Charles Michel) ກ່າວຕໍ່ອົງ ການຂ່າວ AP ວ່າ:

“ປະ​ເທດ​ສະ​ມາ​ຊິກທັງ 26 ປະ​ເທດ ໄດ້​ຕັດ​ສິນ​ໃຈທີ່ຈະ​ສະ​ໜັບ​ສະ​ໜຸນ ຕໍ່​ຂໍ້​ສະ​
ເໜີ​ກ່ຽວກັບ​ການ​ທົບ​ທວນ​ຄືນຂອງ​ຂອບປະຈໍາປີຫຼາຍໆອັນລວມກັນ. 26 ປະ ເທດ ແມ່ນບໍ່ພຽງພໍເພື່ອດໍາເນີນການຕັດສິນໃຈຜູກມັດທາງກົດໝາຍ.”

ສະຫະພາບ​ຢູໂຣບ ​ປະກອບ​ມີ 27 ປະ​ເທດ​ສະມາຊິກ. ທັງໝົດ 27 ປະ​ເທດ​ຕ້ອງ​ເຫັນ​ດີ​ເປັນ​ເອກະພາບ​ກັນ ເພື່ອເຮັດໃຫ້​ປະ​ເທດ​ອື່ນ​ເຂົ້າມາ​ຮ່ວມໄດ້.

ຜູ້ດຽວທີ່ຍັງຄົງຖ່ວງດຶງການເຂົ້າເປັນສະມາຊິກຂອງຢູເຄຣນ ​ຍັງ​ຄົງ​ເປັນ​ນາຍົກ ລັດຖະມົນຕີຂອງປະເທດຮັງກາຣີ ທ່ານວິກເຕີ້ ອໍບານ (Viktor Orban), ເຊິ່ງຖື​ວ່າ​ເປັນ​ພັນທະ​ມິດ​ທີ່​ເຂັ້ມ​ແຂງ​ທີ່​ສຸດ​ຂອງ​ປະທານາທິບໍດີ ​ຣັດ​ເຊຍ ທ່ານວະລາດີເມຍ ປູຕິນ ຢູ່ໃນ EU.

ລຸນຫຼັງສິ່ງດັ່ງກ່າວ ໄດ້ຖືກອະທິບາຍວ່າ ເປັນການຖ່ວງດຶງກັນໃນນະຄອນຫຼວງ ບຣັສເຊີລສ໌, ນາຍົກລັດຖະມົນຕີເຢຍຣະມັນ ທ່ານໂອລາຟ ໂຊລສ໌ (Olaf Scholz) ກ່າວວ່າ ທ່ານ "ໄດ້ສະແດງໃຫ້ເຫັນວ່າ ທ່ານອໍບານ" ອອກຈາກຫ້ອງປະຊຸມໄປ ໃນຂະນະທີ່ອີກ 26 ປະເທດ ໄດ້ຫາລືກັນກ່ຽວກັບການຊ່ວຍເຫຼືອຊຸດໃໝ່ຈໍານວນ 50 ຕື້ຢູໂຣໃຫ້ແກ່ຢູເຄຣນ. ເປັນບາງສິ່ງທີ່ ທ່ານອໍບານ ໄດ້ປະຕິເສດ ທີ່ຈະສະຫນັບສະຫນຸນໃນປັດຈຸບັນນີ້.

ທ່ານ ອໍບານ ສະແດງຄໍາເຫັນຢູ່ໃນສື່ສັງຄົມອອນລາຍໃນທັນທີ ເພື່ອເອີ້ນການຕັດສິນໃຈດັ່ງກ່າວວ່າ "ບໍ່ມີສະຕິ, ບໍ່ມີເຫດຜົນ, ແລະຜິດພາດ" ໂດຍກ່າວຕື່ມວ່າ "ຮັງກາຣີ ບໍ່ປ່ຽນແປງສະຖານະພາບຂອງຕົນ."

ເຖິງວ່າ​ຈະ​ບໍ່​ບັນລຸ​ເງື່ອນ​ໄຂ​ດ້ານ​ການ​ເງິນ ​ກ່ຽວກັບ​ກອງ​ປະຊຸມ​ຢູ່​ນະຄອນຫຼວງ ບຣັສເຊີລສ໌, ບັນດາຜູ້ນຳ​ຂອງຢູໂຣບ ກໍໄດ້​ສະ​ແດງ​ຄວາມ​ຫວັງ​ຕໍ່​ອະນາຄົດ​ກ່ຽວກັບ​ສົງຄາມທໍາລາຍລ້າງ ຢູ່ໃນ​ຢູເຄຣນ.

ປະທານຄະນະກໍາມະການຂອງສະຫະພາບຢູໂຣບ ທ່ານນາງເອີຊູລາ ວອນ ເດີ ເລເຢັນ ກ່າວຕໍ່ອົງການຂ່າວ AP ວ່າ:

“ແນ່ນອນ, ພວກເຮົາເຮັດວຽກໜັກຫຼາຍ ເພື່ອໃຫ້ບັນລຸຜົນ ການຕົກລົງເຫັນດີຂອງບັນດາ 27 ປະເທດສະມາຊິກ. ແຕ່ຂ້າພະເຈົ້າຄິດວ່າ ມັນຍັງມີຄວາມຈໍາເປັນທີ່ຈະເຮັດວຽກຢູ່ໃນທາງເລືອກທີ່ມີປະສິດທິພາບ ເພື່ອແກ້ໄຂການດໍາເນີນງານ ໃນກໍລະນີທີ່ມີການຕົກລົງເຫັນດີໂດຍ 27 ປະເທດ, ດັ່ງນັ້ນ ຄວາມເປັນເອກະພາບກັນ ແມ່ນເປັນໄປບໍ່ໄດ້ເລີຍ."

ກອງປະຊຸມສຸດຍອດໃນນະຄອນຫຼວງບຣັສເຊີລສ໌ ມີຂຶ້ນໃນອາທິດດຽວກັບທ່ານ ປູຕິນ ໄດ້ຈັດກອງປະຊຸມຖະແຫຼງຂ່າວ ປະຈໍາທ້າຍປີ ໃນນະຄອນຫຼວງມົສກູ. ປະທານາທິບໍດີຣັດ​ເຊຍ ຜູ້​ທີ່​ປະກາດ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ ​ທ່ານ​ຈະພະຍາຍາມຢູ່ໃນວັງເຄຣັມລິນ ຕື່ມ​ອີກສະໄໝນຶ່ງກ່າວ​ວ່າ ການ​ໃຫ້ການ​ຊ່ວຍ​ເຫຼືອລ້າ ​ດ້ານ​ການ​ເງິນແກ່ ຢູເຄຣນ​ ​ຈະ​ສິ້ນ​ສຸດ​ລົງ​ໃນ​ອີກບໍ່ດົນ​ນີ້, ຄາດການ​ວ່າ ​ຈະ​ເກີດ​ການ​ແຕກ​ຫັກ ​ໃນ​ສະຫະພາບ​ຢູໂຣບ ​ແລະ​ສະພາ​ສູງ​ຂອງ​ຂອງສະຫະລັດ.

ທ່ານປູຕິນ ຍັງ​ໄດ້​ສະ​ແດງ​ຄວາມ​ເຕັມ​ໃຈ ​ທີ່​ຈະ “ບັນລຸ​ຂໍ້​ຕົກລົງ” ກັບ​ສະຫະລັດ ກ່ຽວ​ກັບ​ການ​ສົ່ງພວກ​ນັກ​ໂທດປະ​ເທດ​ຕາ​ເວັນ​ຕົກຄືນ ​ໂດຍປາສະຈາກການເປີດ ເຜີຍລາຍລະອຽດໃດໆ.

ໃນຂະນະທີ່ບັນດາຜູ້ນໍາໂລກອະພິປາຍກ່ຽວກັບຊຸດການຊ່ວຍເຫຼືອ ແລະອະນາ ຄົດ ການເຂົ້າເປັນສະມາຊິກ EU ຂອງ ຢູເຄຣນ ຢູ່ທີ່ກອງປະຊຸມ, ເບິ່ງຄືວ່າ ການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ ໃນເດືອນມັງກອນ ຢູ່ໃນພາກພື້ນ ເຄີຊອນ ຂອງຢູເຄຣນ ເປັນຄໍາເຕືອນວ່າ ສົງຄາມລະດູໜາວກໍາລັງຈະມີຂຶ້ນອີກຄັ້ງ ເຖິງ
ຈະ​ມີອຸປະກອນສະໜັບສະໜຸນ ຫຼື ບໍ່ມີ​ກໍ​ຕາມ.

Ukraine moves closer to joining the European Union as leaders agree to start membership talks. But money to sustain its war effort against invading Russia hit a familiar roadblock with an ally of the Russia president in the EU. VOA’s Arash Arabasadi the story.

Rescue workers fight flames in Ukraine’s Odesa region after a downed drone starts a fire in a residential area killing at least one civilian. Ukraine’s air force said it destroyed 20 Russian drones overnight. And the regional governor said it was the third Russian airstrike in the past week.

As Ukraine readies for another winter at war with Russia, European leaders met late last week in the Belgian capital to discuss Ukraine’s bid to join the EU.

European Council President Charles Michel as provided by the European Union and carried by AP

“Twenty-six member states decided to support the proposal of review of the multi-annual framework. Twenty-six is not enough to make a legally binding decision.”

The European Union consists of 27 member states. All 27 must unanimously approve other nations joining the fold.

The lone holdout to Ukraine’s accession remains Hungarian Prime Minister Viktor Orban, considered Russian President Vladimir Putin’s strongest ally in the EU.

After what’s been described as a stalemate in Brussels, German Chancellor Olaf Scholz says he “suggested (that Orban)” leave the room while the other 26 nations discussed a 50-billion-euro aid package to Ukraine. Something Orban so far refuses to support.

Orban promptly took to social media to call the decision “senseless, irrational, and wrong” adding that “Hungary is not changing its position.”

Despite failing to reach financial terms of support at the meeting in Brussels, European leadership expressed hope for the future of war-torn Ukraine.

European Commission President Ursula von der Leyen as provided by the European Union and carried by AP

“We are working very hard, of course, to have a result of where there is an agreement of 27 member states. But I think it is now also necessary to work on potential alternatives to have an operational solution in case that an agreement by 27, so unanimity is not possible.”

The Brussels summit came in the same week that Putin held his annual year-end marathon news conference in Moscow. The Russian president, who recently announced he’d seek another term in the Kremlin, said Ukraine’s free ride of financial aid would soon come to an end, predicting fractures in the EU and a hyper-partisan U.S. Congress.

Putin also expressed a willingness to “reach an agreement” with the U.S. on returning Western detainees without revealing many details.

As world leaders debate aid packages and the future of Ukraine’s EU membership at meetings — likely in January — a drone strike in Ukraine’s Kherson region serves as a reminder that another winter at war is coming, with or without material support.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG