ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູເຄຣນ ໄດ້ຮັບການສົ່ງເສີມ ໃນການເຂົ້າເປັນສະມາຊິກອີຢູ,​ ແຕ່ບໍ່ມີການຊ່ວຍເຫຼືອໃໝ່ຈາກຢູໂຣບ

ແຟ້ມພາບ - ຈາກຊ້າຍ, ປະທານຄະນະກຳມາທິການຂອງສະຫະພາບຢູໂຣບ ທ່ານນາງ ເອີຊູລາ ວອນ ເດີເລເຢັນ , ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລນສ໌ກີ ແລະ ປະທານສະພາຂອງຢູໂຣບ ທ່ານຊອຣສ໌ ມິໂຊລ ຍ່າງມາພ້ອມກັນ ໃນລະຫວ່າງກອງປະຊຸມສຸດຍອດຂອງອີຢູ ໃນນະຄອນ Brussels ວັນທີ 9 ກຸມພາ 2023.

ສະຫະພາບ​ຢູໂຣບ ​ບໍ່ປະສົບຜົນສຳເລັດ ໃນການຕົກລົງ ​ກ່ຽວ​ກັບ​ການ​ຊ່ວຍ​ເຫຼືອ​ດ້ານ​ການ​ເງິນ 54 ຕື້​ໂດ​ລາ ທີ່​ຢູ​ເຄຣນຕ້ອງການຢ່າງຍິ່ງ ໃນການຢູ່ລອດ, ​ເຖິງ​ແມ່ນ​ວ່າ​ກຸ່ມ​ດັ່ງກ່າວ​ ໄດ້​ຕັດສິນ​ໃຈ​ເປີດ​ການ​ເຈລະຈາ ​ເຂົ້າ​ເປັນ​ສະມາຊິກ​ກັບ​ປະ​ເທດ​ທີ່​ໄດ້ຮັບຄວາມເສຍຫາຍຈາກສົງຄາມກໍຕາມ, ອີງຕາມອົງການຂ່າວເອພີ. ການ​ຊ່ວຍ​ເຫຼືອ​ນີ້ ​ໄດ້ຖືກ​ຄັດຄ້ານ​ໂດຍ​ນາຍົກລັດຖະມົນຕີຮັງກາຣີ ທ່ານ ວິກເຕີ ອໍບານ (Viktor Orban). ມັນເປັນການໂຈມຕີທີ່ໜັກໜ່ວງອີກຄັ້ງນຶ່ງຕໍ່ປະທາ ນາທິບໍດີ ຢູເຄຣນ ທ່ານ ໂວໂລດີເມຍ ເຊເລນສ໌ກີ ຫຼັງຈາກທ່ານບໍ່ປະສົບຜົນ ສຳເລັດໃນອາທິດນີ້ ໃນການຊັກຊວນສະມາຊິກສະພາສະຫະລັດ ໃຫ້ອະນຸມັດເງິນຕື່ມອີກ 61 ຕື້ໂດລາ ໃຫ້ຢູເຄຣນ, ເຊິ່ງສ່ວນໃຫຍ່ ແມ່ນການຊື້ອາວຸດຈາກສະຫະລັດ. ຢູເຄຣນເພິ່ງພາເງິນກອງທຶນຂອງສະຫະພາບຢູໂຣບຢ່າງໜັກ ເພື່ອ ຊ່ວຍໃຫ້ເສດຖະກິດທີ່ເສຍຫາຍຂອງຕົນ ໃຫ້ຢູ່ລອດໄດ້ ໃນປີທີ່ຈະມາເຖິງ. ຢ່າງ ໃດກໍຕາມ, ປະທານສະພາຢູໂຣບ ໄດ້ເອີ້ນການຕັດສິນໃຈ ໃນວັນພະຫັດວານນີ້ ເພື່ອເປີດການເຈລະຈາ ເຂົ້າເປັນສະມາຊິກວ່າ ເປັນ "ສັນຍານແຫ່ງຄວາມຫວັງທີ່ຈະແຈ້ງ ສໍາລັບປະຊາຊົນຂອງພວກເຂົາເຈົ້າ ແລະທະວີບຂອງພວກເຮົາ."

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG