ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂປແລນ ແລະ ຢູເຄຣນ ເນັ້ນຢ້ຳເຖິງແນວໂຮມທີ່ມີຮ່ວມກັນ ທັງໃນການຕໍ່ຕ້ານຣັດເຊຍ


ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ພົບປະກັບນາຍົກລັດຖະມົນຕີຂອງໂປແລນ ທ່ານດໍໂນລ ທັສຄ໌, ທ່າມກາງການໂຈມຕີຂອງຣັດເຊຍ ຕໍ່ຢູເຄຣນ, ໃນນະຄອນຫຼວງກີຢິບ ຂອງຢູເຄຣນ ເມື່ອວັນທີ 22 ມັງກອນ 2024.
ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ພົບປະກັບນາຍົກລັດຖະມົນຕີຂອງໂປແລນ ທ່ານດໍໂນລ ທັສຄ໌, ທ່າມກາງການໂຈມຕີຂອງຣັດເຊຍ ຕໍ່ຢູເຄຣນ, ໃນນະຄອນຫຼວງກີຢິບ ຂອງຢູເຄຣນ ເມື່ອວັນທີ 22 ມັງກອນ 2024.

ບັນດາຜູ້ນຳຂອງໂປແລນ ແລະຢູເຄຣນ ໄດ້ປະຕິຍານ ໃນວັນຈັນວານນີ້ ທີ່ຈະເສີມຂະຫຍາຍການເປັນພັນທະມິດຂອງພວກເຂົາເຈົ້າ ເພື່ອຕໍ່ຕ້ານການບຸກລຸກຂອງຣັດເຊຍໃນຢູເຄຣນ ໂດຍລະເວັ້ນຄວາມເຫັນທີ່ແຕກຕ່າງກັນ ກ່ຽວກັບການກີດກັ້ນບໍ່ໃຫ້ພວກລົດບັນທຸກຂອງຢູເຄຣນທີ່ພະຍາຍາມເຂົ້າໄປໃນສະຫະພາບຢູໂຣບນັ້ນ ຜ່ານປະເທດ.

ໃນການເດີນທາງໄປ​ຍັງນະຄອນຫຼວງກີຢິບຄັ້ງທຳອິດຂອງທ່ານ ນັບຕັ້ງແຕ່ໄດ້ຖືກເລືອກ ໃຫ້ເປັນນາຍົກລັດຖະມົນຕີຂອງໂປແລນ, ທ່ານດໍໂນລ ທັສຄ໌ ໄດ້ອະທິບາຍເຖິງສົງຄາມໃນການບຸກໂຈມຕີຂອງຢູເຄຣນ ເພື່ອຕໍ່ຕ້ານການຮຸກຮານຂອງຣັດເຊຍນັ້ນ ວ່າ “ການສູ້ລົບ” ລະຫວ່າງ “ຄວາມດີ ແລະຄວາມຊົ່ວຮ້າຍ” ທ່ານກ່າວຕື່ມວ່າ “ໂປແລນ ຈະເຮັດທຸກສິ່ງທຸກຢ່າງເພື່ອເພີ້ມໂອກາດຕ່າງໆໃຫ້ຢູເຄຣນ ໄດ້ຮັບໄຊຊະນະໃນສົງຄາມຄັ້ງນີ້.”

“ຄວາມໝັ້ນຄົງຂອງປະເທດໂປແລນ ແລະລັດຂອງປະ​ຊາ​ຊົນໂປ​ແລນ ຍັງເປັນການເດີມພັນໃນການຕໍ່ສູ້ຄັ້ງນີ້” ທ່ານທັສຄ໌ ໄດ້ກ່າວຢູ່ທີ່ກອງປະຊຸມ​ຮ່ວມ ຕໍ່ສື່ມວນຊົນ ກັບປະທານາທິບໍດີຢູເຄຣນ ໂວໂລດີເມຍ ເຊເລັນສກິ.

ຄວາມສຳພັນລະຫວ່າງທັງສອງປະເທດໄດ້ຊຸດໂຊມເມື່ອບໍ່ເທົ່າໃດເດືອນມໍ່ໆມານີ້ ເນື່ອງຈາກການກີດກັ້ນ ບໍ່ໃຫ້ພວກລົດບັນທຸກຂອງຢູເຄຣນ ຢູ່​ທີ່ຊາຍແດນ.

ສ່ວນພວກຄົນຂັບລົດບັນທຸກຂອງໂປແລນ ກໍໄດ້ນຳໃຊ້ການກີດກັ້ນ ຈາກເດືອນພະຈິກ ຈົນເຖິງອາທິດແລ້ວນີ້ ໃນການປະທ້ວງ ບໍ່​ໃຫ້ພວກລົດບັນທຸກຢູເຄຣນ ແລ່ນ​ຜ່ານ​ໄປ​ຍັງ​ປະ​ເທດ​ອີ​ຢູ​ອື່ນໆ ໂດຍບໍ່ຕ້ອງມີໃບອະນຸຍາດ.

Polish and Ukrainian leaders pledged Monday to bolster their alliance against Russia’s invasion of Ukraine, putting aside differences over the recent Polish blockade of Ukrainian trucks trying to enter the European Union.

In his first visit to Kyiv since being elected prime minster of Poland, Donald Tusk described Ukraine’s defensive war against the Russian invasion as a “battle” between "good and evil," adding, "Poland will do everything to increase Ukraine’s chances of victory in this war."

"The security of the Polish nation and the Polish state is also at stake in this fight," Tusk said at a joint media briefing with Ukrainian President Volodymyr Zelenskyy.

Relations between the two countries had soured in recent months because of Polish blockades against Ukrainian trucks at the border.

Polish truckers enforced the blockade from November until last week, protesting Ukrainian truckers' permit-free access into the EU.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG