ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ຢູເຄຣນ ກ່າວວ່າ ຕົນຄົ້ນພົບການສໍ້ໂກງຂະໜາດໃຫຍ່ທາງທະຫານ


ລາຍງານ: ການສໍ້ໂກງຄັ້ງໃຫຍ່ທາງທະຫານຂອງ ຢູເຄຣນ.

ເຈົ້າ​ໜ້າ​ທີ່​ຢູ​ເຄ​ຣນກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ຄົ້ນ​ພົບ​ການ​ສໍ້​ໂກງ​ຂະ​ໜາດ​ໃຫຍ່​ທາງ​ທະ​ຫານ​ ໃນ​ແຜນ​ການ​ທີ່​ພົວ​ພັນ​ກັບ​ເງິນ​ ຫຼາຍ​ສິບ​ລ້ານ​ໂດ​ລາກ່ຽວກັບການ​ແລກ​ປ່ຽນ​ອາ​ວຸດ ​ທີ່​ຍັງ​ບໍ່​ທັນ​ເກີດ​ຂຶ້ນ​ເທື່ອ. ການ​ຄົ້ນ​ພົບ​ດັ່ງ​ກ່າວ ມີ​ຂຶ້ນ​ລຸນຫລັງການ​ຕົກ ​ຂອງ​ເຮືອ​ບິນ​ຣັດ​ເຊຍທີ່​ກ່າວ​ວ່າ ​ບັນ​ທຸກຊະເລີຍເສິກຊາວ​ຢູ​ເຄ​ຣນ. ອາຣາສ ອາຣາບາຊາດີ (Arash Arabasadi) ນັກ​ຂ່າວ​ VOA ມີ​ລາຍ​ງານ​ກ່ຽວ​ກັບ​ເລື້ອງນີ້, ເຊິ່ງ ທິບສຸດາ ​ຈະ​ນຳ​ເອົາລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.

ທະຫານ​ທີ່ປະຕິບັດໜ້າທີ່​ປ້ອງ​ກັນໃກ້​ກັບ​ເມືອງບັກມຸດຂອງ​ຢູ​ເຄຣນ ຍິງ​ປືນ​ໃຫຍ່​ຖະ​ຫຼົ່ມຫລັງ​ຈາກ​ການບຸກໂຈມ​ຕີ​ຕອບ​ໂຕ້​ໃນ​ປີ​ກາຍ​ນີ້ ບໍ່​ສາມາດ​ເຈາະ​ຜ່ານ​ທີ່​ໝັ້ນທີ່​ມີ​ຄວາມ​ເຂັ້ມ​ແຂງ​ຂອງຣັດເຊຍ ​ເຊິ່ງຕັ້ງຢູ່ທາງ​ພາກ​ໃຕ້ແລະ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ.

ພວກເຂົາກ່າວວ່າ ສິ່ງດຽວທີ່ພວກເຂົາເຈົ້າຕ້ອງການແມ່ນລູກ​ປືນ​ໃຫຍ່​ໃນ​ປະ​ລິ​ມານເພີ້ມເຕີມ.

ນີ້ແມ່ນການຕໍ່ສູ້​ທີ່​ມີ​ຂຶ້ນ​ທ່າມ​ກາງ​ເບື້ອງ​ຫຼັງ ທີ່​ອົງ​ການ​ຮັກ​ສາຄວາມໝັ້ນຄົງຂອງຢູເຄຣນ ຫຼື SBU ໄດ້ປະກາດວ່າ ຕົນໄດ້ຈັບໂຕຜູ້ທີ່ກ່ຽວຂ້ອງ 5 ຄົນໃນຂໍ້ຫາລັກເງິນຈໍານວນ 40 ລ້ານໂດລາເພື່ອໃຊ້ຊື້ລູກປືນ​ຄົກ 100,000 ລູກ. ເມື່ອໄດ້ຮັບເງິນແລ້ວ, ​ລູກ​ປືນກໍບໍ່ເຄີຍມາຮອດເລີຍ.

​ການ​ປາບ​ປາມສໍ້​ລາດ​ບັງ​ຫຼວງ​ຢ່າງ​ຖອນ​ຮາກ​ຖອນ​ໂຄນ ​ຍັງແມ່ນ​ແລະ​ສືບ​ຕໍ່​ເປັນຫຼັກອັນສຳຄັນ ​ໃນ​ການ​ປະ​ຕິ​ບັດງານເພື່ອເຂົ້າ​ຮ່ວມອົງການ NATO ແລະ EU ຂອງຢູເຄຣນ, ໂດຍ​ເຈົ້າ​ໜ້າ​ທີ່​ຂອງ​ທັງ​ສອງ​ກຸ່ມ ​ຮຽກ​ຮ້ອງ​ໃຫ້ ກີຢິບ ຈົ່ງແກ້​ໄຂ​ການ​ສໍ້​ໂກງ​ພາຍ​ໃນປະເທດຕົນ.

ໃນ​ຂະ​ນະ​ດຽວ​ກັນ, ວັງເຄຣັມລິນກໍຍັງຄົງສືບ​ຕໍ່​ບຸກ​ໂຈມ​ຕີ​ເປົ້າ​ຫມາຍຕ່າງໆ ​ຢູ່ໃນ​ຢູເຄຣນ​ເຊັ່ນ​ ອາ​ຄານ​ທີ່​ຢູ່​ອາ​ໄສ ​ແລະ​ພື້ນ​ຖານ​ໂຄງ​ລ່າງຂອງ​ພົນ​ລະ​ເຮືອນ.

ແຕ່ພຽງ​ແຕ່​ບໍ່​ເທົ່າ​ໃດ​ມື້​ທີ່​ຜ່ານ​ມານີ້ ຢູ່ໃນນະຄອນ ເຊນ ປີເ​ຕີສ໌ເບີກ ສານ​ໄດ້​ຕັດ ສິນລົງ​ໂທດ ​ນາງດາຢາ ເທຣໂປວາ (Darya Trepova) ​ກ່ຽວກັບ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍ​ ຢູ່ເທິງດິນ​ແດນຣັດ​ເຊຍ ໃນ​ເດືອນ​ເມສາປີ 2023.

ນາງ ເທຣໂປວາ ຖືກກ່າວຫາວ່າ ສົ່ງອຸ​ປະ​ກອນ​ທີ່​ມີດິນລະເບີດໃຫ້​ແກ່​ນັກ​ຂຽນ​ຂ່າວບ​ລັອກ​ເກີ ທີ່ສະໜັບສະໜຸນສົງຄາມຊາວຣັດເຊຍ ໃນຂະນະທີ່ຜູ້ຊາຍຄົນນັ້ນ ກ່າວ​ໂຄ​ສະ​ນາຢູ່ທີ່ຮ້ານກາເຟທ້ອງຖິ່ນ. ນາງກ່າວວ່າ ທັງໝົດແມ່ນຖືກຈັດສາກຂຶ້ນມາ ໂດຍກ່າວວ່ານາງຄິດວ່ານາງກຳລັງເປັນຜູ້ສົ່ງເຄື່ອງ​ດັກຟັງສຽງແລະ ບໍ່ແມ່ນລະເບີດທີ່ສາມາດສັງຫານນາງໄດ້.

ນາງຖືກຕັດສິນໂທດຈໍາຄຸກເປັນເວລາ 27 ປີ.

ສິ່ງ​ທັງ​ໝົດ​ນີ້ ​ມີ​ຂຶ້ນ​ໃນ​ຂະນະ​ທີ່​ເຈົ້າ​ໜ້າ​ທີ່ສົງຄາມ​ໄດ້​ໂຕ້​ຖຽງ​ກັນ​ກ່ຽວ​ກັບ​ການ​ຕົກ​ຂອງ​ເຮືອບິນ​ທະຫານຣັດ​ເຊຍ ​ທີ່​ກ່າວ​ວ່າ ​ໄດ້​ບັນທຸກຜູ້ໂດຍສານ 74 ຄົນ, ເຊິ່ງ​ໃນ​ນັ້ນ​ມີ​ທະຫານ​ຢູ​ເຄຣນ 65 ຄົນ​ທີ່​ຖືກ​ຈັບ​ໂຕ​ໄປ, ​ໃນ​ຂະ​ນະ​ທີ່​ມີ​ການ​ສົ່ງໂຕໄປ​ທີ່ຄາດວ່າ ເພື່ອແລກປ່ຽນ​ນັກ​ໂທດ​ກັບຊະເລີຍເສິກ​ຊາວຣັດ​ເຊຍ.

ມົ​ສ​ກູ ໄດ້​ສະ​ໜອງ​ຫຼັກ​ຖານ​ພຽງ​ເລັກ​ນ້ອຍ ​ເພື່ອ​ສະ​ໜັບ​ສະ​ໜຸນ ​ການ​ກ່າວ​ອ້າງ​ຂອງຕົນທີ່​ວ່າ ຢູ​ເຄຣນ ໄດ້​ຍິງ​ເຮືອ​ບິນ​ຕົກ ຫຼື​ວ່າ​ທະ​ຫານທີ່​ຖືກ​ຈັບ​ໄດ້​ຢູ່​ເທິງ​ເຮືອ ບິນ. ຢູ​ເຄຣນກ່າວ​ວ່າ ມາ​ຮອດ​ປະຈຸ​ບັນນີ້ ຣັດ​ເຊຍ ກໍາລັງ​ສະກັດ​ກັ້ນ​ ການ​ສືບ ສວນ​ຂອງ​ສາກົນ ​ໃນ​ຂະນະ​ທີ່ ກີຢິບຍັງບໍ່​ສາມາດຢືນຢັນ ​ແລະ ບໍ່ສາມາດ​ປະຕິ​ເສດໄດ້​ວ່າ ມີ​ສ່ວນ​ກ່ຽວຂ້ອງ​ກັບ​ອຸບັດ​ເຫດ ​ເຮືອບິນ​ຕົກຫຼືບໍ່.

Ukrainian officials say they uncovered massive military fraud in a scheme that saw tens of millions of dollars exchanged for weapons that never materialized. The discovery follows the downing of a Russian plane said to be carrying Ukrainian POWs. VOA’s Arash Arabasadi has this story.

Soldiers holding defensive positions near the Ukrainian city of Bakhmut fire artillery rounds after last year’s counteroffensive failed to pierce heavily fortified Russian positions in the south and east of Ukraine.

They say the one thing they always need is more ammunition.

It is against this backdrop that the Security Service of Ukraine, or SBU, announced it charged five people with embezzling some 40 million dollars meant to buy 100-thousand mortar shells. The money changed hands. The weapons never came.

Rooting-out corruption was and remains a key pillar in Ukraine’s bid to join NATO and the EU, with officials from both groups demanding Kyiv address internal fraud.

Meanwhile, the Kremlin continues striking Ukrainian targets like residential buildings and civilian infrastructure.

But it was in Saint Petersburg just days ago that a court convicted Darya Trepova for a terror attack on Russian soil in April 2023.

Trepova was charged with delivering an explosive device to a pro-war Russian blogger as he gave a talk at a local café. She called it all a set up — saying she thought she was delivering a listening device and not a bomb that could have also killed her.

She was sentenced to 27 years.

All this comes as wartime officials disputed each other’s accounts of the downing of a Russian military plane said to be carrying 74 people – including 65 captured Ukrainian soldiers – en route to a supposed-prisoner swap for Russian POWs.

Moscow has provided little evidence to back its claims that Ukraine shot down the jet or that captured soldiers were onboard. Ukraine says Russia is so far blocking an international investigation while Kyiv neither confirms nor denies involvement in the crash.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG