ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Ban ​​ຮຽກຮ້ອງ​ໃຫ້ ​ເປີດການ​ເຈລະຈາ ​ທາງ​ການ​ເມືອງ ​ລະຫວ່າງ ຣັດ​ເຊຍ ​ແລະ​ ຢູ​ເຄຣນ (ສະໄລດ໌/ວີດີໂອ)


ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ທ່ານ Ban Ki-moon ​
ໄດ້​ຮຽກຮ້ອງ​ໃຫ້​ເປີດ​ການ​ເຈລະຈາ​ທາງ​ການ​ເມືອງ ​ລະຫວ່າງ
​ຣັດ​ເຊຍ​ແລະ​ຢູ​ເຄຣນ ເພື່ອແກ້ໄຂ​ວິ​ກິດ​ການ​ໃນ​ຢູ​ເຄຣນ.

ທ່ານ Ban ​ໄດ້​ໃຫ້​ຄວາມເຫັນດັ່ງ​ກ່າວ ລະຫວ່າງ​ທີ່ຢຸດ​ແວ່ຢູ່
ນິວຊີ​ແລນ ​ໃນ​ວັນ​ອັງ​ຄານ​ມື້​ນີ້ ນຶ່ງ​ມື້ຫຼັງຈາກຜູ້ນຳແບ່ງ​ແຍກ​ດິນ
​ແດນນິຍົມ​ຣັດ​ເຊຍ ໃນຢູເຄຣນ ທ່ານ Andrei Purgin ກ່າວ​ວ່າ
ທ່ານ​ພ້ອມ​ແລ້​ວ ທີ່​ຈະ​ໂອ້ລົມກ່ຽວກັບການ​ຢຸດ​ຍິງ ​ແລະການ​ແລກ
ປ່ຽນ​ພວກຊະເລີຍ.

ທ່ານ Purgin ໄດ້ຖະ​ແຫລ​ງ ຢູ່​ທີ່ການ​ເຈລະຈາ​ສັນຕິພາບ​ຮອບ
​ທຳ​ອິດ ທີ່​ເປີດ​ຂຶ້ນ​ໃນ​ວັນ​ຈັນ​ວານ​ນີ້ ຢູ່​ນະຄອນຫລວງ Minsk ຂອງ​ເບ​ລາຣຸສ.

ຜູ້ນຳ​ ຂອງ​ເຂດທີ່ປະກາດຕົນເອງ ເປັນສາທາ​ລະນະ​ລັດ Donetsk ​ແລະພວກ​ແບ່ງ
​ແຍກ​ດິນ​ແດນ​ນິຍົມຣັດ​ເຊຍ ກ່າວ​ວ່າ ພວກຕົນເຕັມໃຈ ທີ່ຈະສືບຕໍ່​ເປັນ​ສ່ວນນຶ່ງ​ຂອງ​ຢູ​ເຄຣນຖ້າ​ພວກ​ເຂົາເຈົ້າໄດ້ຮັບສິດໃນການ ​ປົກຄອງ​ດ້ວຍ​ຕົນ​ເອງເພີ້ມຂຶ້ນ.

Ukraine Schools Resume Classes, Donate to Government Forces
please wait

No media source currently available

0:00 0:02:13 0:00

ໃນອີກດ້ານນຶ່ງນັ້ນ ​ເຈົ້າໜ້າ​ທີ່ຣັດ​ເຊຍ​ກ່າວ​ວ່າ​ ລາຍ​ງານ​ຂ່າວກ່ຽວກັບການໃຫ້ຄວາມເຫັນ ຂອງ​ປະທານາທິບໍດີ ທ່ານ Vladimir Putin ທີ່​ກ່າວວ່າ ຣັດ​ເຊຍ​ສາມາດຢຶດ​ເອົາ​ນະຄອນ ຫລວງ Kyiv ​ຂອງຢູ​ເຄຣນ ​ໄດ້​ພາຍ​ໃນ 2 ອາທິດນັ້ນ ​ແມ່ນ​ໄດ້​ຖືກ​ຕີ​ຄວາມໝາຍ​ຜິດ​ພ້ຽນ ໄປ. ທ່ານ Yuri Ushakov ທີ່​ປຶກສາຄົນສຳຄັນ​ຂອງ​ທ່ານ Putin ບອກ​ກັບ​ບັນດາ​ນັກ​ຂ່າວວ່າ ຄຳ​ເວົ້າຢູ່​ໃນ ໜັງສືພິມ La Republica ຂອງ​ອີ​ຕາ​ລີ ​ນັ້ນ ແມ່ນຕີ​ຄວາມ​ໝາຍ​ທີ່​
ຜິດພ້ຽນໄປຢ່າງສິ້ນເຊີງ.

ໜັງສືພິມ​ດັ່ງກ່າວ ​ໄດ້ລາຍ​ງານ​ໃນອາທິດ​ນີ້ ວ່າ ທ່ານ Putin ​ໄດ້​ບອກ ປະທານ​ຄະນະ​
ກຳມະການ​ຢູ​ໂຣບ ທ່ານ Jose Manuel Barroso ​ໃນ​ການ​ສົນທະນາ​ທາງ​ໂທ​ບະ​ສັບ
ວ່າ​ຖ້າ​ທ່ານ Putin ຕ້ອງການ ທ່ານ​ສາມາດ​ຍຶດເອົາ Kyiv ​ໄດ້​ພາຍ​ໃນ 2 ອາທິດ​ເທົ່າ​ນັ້ນ.

UKRAINE CNPK
please wait
Embed

No media source currently available

0:00 0:02:28 0:00

United Nations Secretary-General Ban Ki-moon has called for political dialogue between Russia and Ukraine as the solution to the crisis in Ukraine.

Mr. Ban made his remarks during a stop in New Zealand Tuesday, a day after Ukrainian separatist leader Andrei Purgin said he is ready to discuss a cease-fire and prisoner exchange.

Purgin spoke at the first round of peace talks that opened Monday in the Belarussian capital, Minsk.

The leader of the self-proclaimed republic in Donetsk, and the pro-Russian separatists said they are willing to remain part of Ukraine if they are granted more autonomy.

In other news, a Russian official said a reported comment by President Vladimir Putin that Russia could capture Ukraine's capital, Kyiv, in two weeks was taken out of context. Yuri Ushakov, a top aide to Mr. Putin, told journalists that the quote in Italy's La Repubblica newspaper had a totally different meaning.

That newspaper reported this week that Mr. Putin had told European Commission President Jose Manuel Barroso in a phone conversation that if he wanted, he could take Kyiv in two weeks.

On Monday, Ukrainian President Petro Poroshenko accused Russia of "open aggression" in his country.

NATO estimates at least 1,000 Russian troops are in Ukraine. Russia has repeatedly denied it has any troops there.

European leaders are accusing Russia of waging war against Ukraine.

XS
SM
MD
LG