ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢູ​ເຄ​ຣນ ກ່າວ​ຫາ ຣັດ​ເຊຍ ໃນການ​ລະ​ດົມ​ຍິງ​ໃສ່​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍອີກ​ຄັ້ງ


ທະ​ຫານ​ໃສ່​ຊຸດ​ຕິດ​ທຸງ​ຊາດ ຣັດ​ເຊຍ ຢືນ​ຍາມ​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ ຊາ​ໂປ​ຣິ​ສ​ເຊຍ ໃນ​ເມືອງ ເອ​ເນີ​ໂຮ​ດາ ທີ່​ຖືກ​ຄວບ​ຄຸມ​ໂດຍ ຣັດ​ເຊຍ, ພາກ​ພື້ນ ຊາ​ໂປ​ຣິ​ສ​ເຊຍ, ຢູ​ເຄ​ຣນ, 4 ສິງ​ຫາ, 2022.
ທະ​ຫານ​ໃສ່​ຊຸດ​ຕິດ​ທຸງ​ຊາດ ຣັດ​ເຊຍ ຢືນ​ຍາມ​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ ຊາ​ໂປ​ຣິ​ສ​ເຊຍ ໃນ​ເມືອງ ເອ​ເນີ​ໂຮ​ດາ ທີ່​ຖືກ​ຄວບ​ຄຸມ​ໂດຍ ຣັດ​ເຊຍ, ພາກ​ພື້ນ ຊາ​ໂປ​ຣິ​ສ​ເຊຍ, ຢູ​ເຄ​ຣນ, 4 ສິງ​ຫາ, 2022.

ຢູ​ເຄ​ຣນ ໄດ້​ກ່າວ​ຫາ ຣັດ​ເຊຍ ອີກ​ຄັ້ງນຶ່ງ​ໃນ​ວັນ​ອາ​ທິດ​ວານນີ້ ກ່ຽວ​ກັບ ການ​ຖິ້ມ​ລະ​ເບີດ​ໃສ່​ໂຮງ​ງານ​ໄຟ​ຟ້າ​ນິວ​ເຄ​ລຍ​ທີ່​ໃຫຍ່​ທີ່​ສຸດ​ຂອງ ຢູ​ໂຣບ, ເຊິ່ງ​ແມ່ນ​ໂຮງງ​ການ​ໄຟ​ຟ້າ ນິວ​ເຄ​ລຍ ຊາ​ໂປ​ຣິ​ສ​ເຊຍ, ແລະ ​ກ່າວ​ຫາ​ວ່າ ມົ​ສ​ກູ ໄດ້​ພົວ​ພັນ​ໃນ “ການ​ກໍ່​ການ​ຮ້າຍ​ດ້ານ​ນິວ​ເຄ​ລຍ.”

ບໍ​ລິ​ສັດ​ພະ​ລັງ​ງານ​ນິວ​ເຄ​ລຍ​ຂອງ​ລັດ​ຖະ​ບານ ຢູ​ເຄ​ຣນ ໄດ້​ກ່າວ​ວ່າ​ ກອງ​ກຳ​ລັງ ຣັດ​ເຊຍ ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ລະ​ບົບ​ເຊັນ​ເຊີ​ກຳ​ມັນ​ຕະ​ລັງ​ສີ​ສາມ​ອັນ​ຢູ່​ໂຮງ​ງານ​ດັ່ງ​ກ່າວ​ ໃນ​ການ​ໂຈມ​ຕີ​ເມື່ອ​ຄືນ​ວັນ​ເສົາ​ທີ່​ຜ່ານ​ມາ ແລະ ໄດ້​ເຮັດ​ໃຫ້​ພະ​ນັກ​ງານ​ຄົນ​ນຶ່ງ​ບາດ​ເຈັບ​ດ້ວຍ​ສະ​ເກັດ​ລະ​ເບີດ.

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ຂຽນ​ໃນ​ທວິດ​ເຕີ​ວ່າ “ກາ​ນ​ກໍ່​ການ​ຮ້າຍ​ດ້ານ​ນິວ​ເຄ​ລຍ​ຂອງ ຣັດ​ເຊຍ ຮຽກ​ຮ້ອງ​ໃຫ້​ມີການ​ຕອບ​ໂຕ້​ທີ່​ຮຸນ​ແຮງກວ່າ​ເກົ່າ​ ຈາກ​ມາດ​ຕະ​ການ​ລົງ​ໂທດ​ຂອງ​ປະ​ຊາ​ຄົມ​ສາ​ກົນ​ຕໍ່​ອຸດ​ສາ​ຫະ​ກຳ​ນິວ​ເຄ​ລຍ ຣັດ​ເຊຍ ແລະ ພະ​ລັງ​ງານ​ນິວ​ເຄ​ລຍ.”

ໂຮງ​ງານ​ດັ່ງ​ກ່າວ, ໃນ​ເຂດ​ແດ​ນ​ທີ່​ຖືກ​ຄວບ​ຄຸມ​ໂດຍ ຣັດ​ເຊຍ, ​ກໍຖືກ​ໂຈມ​ຕີ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ. ມົ​ສ​ກູ ໄດ້​ຖິ້ມ​ໂທດ​ໃສ່​ກອງ​ກຳ​ລັງ ຢູ​ເຄ​ຣນ ສຳ​ລັບ​ການ​ໂຈມ​ຕີ​ຕ່າງໆ.

ໂຮງ​ງານ ຊາ​ໂປ​ຣິ​ສ​ເຊຍ ​ຖືກ​ເຂົ້າ​ຍຶດ​ໂດຍ ຣັດ​ເຊຍ ໃນ​ຕົ້ນ​ເດືອນ​ມີ​ນາ​ທີ່​ຜ່ານ​ມາ​ໃນ​ໄລ​ຍະ​ຕົ້ນໆ​ຂອງ​ການ​ບຸກ​ລຸກ​ຂອງ ຢູ​ເຄ​ຣນ, ແຕ່​ໂຮງ​ງານ​ດັ່ງ​ກ່າວ ​ຍັງ​ດຳ​ເນີນ​ໂດຍ​ນັກ​ເຕັກ​ຊິກ​ຊາວ ຢູ​ເຄ​ຣນ.

ບໍ​ລິ​ສັດ ນິວ​ເຄ​ລຍ ຢູ​ເຄ​ຣນ ເອ​ເນີ​ໂກ​ອາ​ຕອມ ໄດ້​ກ່າວ​ວ່າ​ການ​ໂຈມ​ຕີ​ດ້ວຍ​ຈະຫຼວດ​ຂອງ ຣັດ​ເຊຍ ເມື່ອ​ວັນ​ເສົາ​ທີ່​ຜ່ານ​ມາ​ ໄດ້​ຕົກ​ຖືກ​ສະ​ຖານ​ທີ່​ເກັບ​ຮັກ​ສາ, ບ່ອນ​ທີ່​ເຊື້ອ​ໄຟ​ນິວ​ເຄ​ລຍ​ທີ່​ຖືກ​ໃຊ້​ແລ້ວ 174 ຕູ້​ໄດ້​ຖືກ​ເກັບ​ໄວ້​ໃນ​ສະ​ຖານ​ທີ່​ເປີດ.

ເຂົາ​ເຈົ້າ​ໄດ້​ກ່າວ​ວ່າ “ດັ່ງ​ນັ້ນ, ການກວດ​ພົບ​ ແລະ ຕອບ​ສະ​ໜອງ​ທັນ​ເວ​ລາໃນ​ເຫດ​ການ​ຂອງ​ການ​ເສື່ອມ​ສະ​ພາບ ໃນສະ​ຖາ​ນະ​ການ​ດ້ານ​ກຳ​ມັນ​ຕະ​ພາບລັງ​ສີ ຫຼື ການ​ຮົ່ວ​ໄຫຼ​ຂອງ​ສານ​ກຳ​ມັນ​ຕະ​ພາບ​ລັງ​ສີ​ຈາກ​ຕູ້​ເກັບ​ເຊື້ອ​ໄຟ​ນິວ​ເຄ​ລຍ ​ທີ່​ຖືກ​ໃຊ້ ​ແມ່ນບໍ່​ມີ​ຄວາມ​ເປັນ​ໄປ​ໄດ້​ເທື່ອ.”

ຫ້ອງ​ການ​ໃນ​ເມືອງ​ ເອ​ເນີ​ໂຮ​ດາ ທີ່​ຖືກ​ຄວບ​ຄຸມ​ໂດຍ ຣັດ​ເຊຍ, ບ່ອນ​ທີ່​ພະ​ນັກ​ງານ​ຂອງ​ໂຮງ​ງານ​ດັ່ງ​ກ່າວ​ອາ​ໄສ​ຢູ່​ນັ້ນ, ໄດ້​ກ່າວ​ວ່າ ຢູ​ເຄ​ຣນ ໄດ້​ໂຈມ​ຕີ​ດ້ວຍ​ການ​ໃຊ້​ລະ​ບົບ​ຍິງ​ຈະຫຼວດຫຼາຍ​ລູກ ​ຊື່​ວ່າ Uragan 220-ມມ.

ພວກເຂົາ​ໄດ້​ກ່າວ​ວ່າ “ຕຶກ​ຂອງ​ຫ້ອງ​ການ​ດັ່ງ​ກ່າວ ແລະ ເຂດ​ແດນ​ທີ່​ຢູ່​ກົງ​ກັນ​ຂ້າມ​ຂອງ​ສະ​ຖານ​ທີ່​ເກັບ​ຮັກ​ສາ​ດັ່ງ​ກ່າວ ​ແມ່ນ​ໄດ້​ຮັບ​ຄວາມ​ເສຍ​ຫາຍ.”

ຫຼັງ​ຈາກ​ການ​ໂຈມ​ຕີ​ຄັ້ງ​ທຳ​ອິດ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ, ຫົວ​ໜ້າ​ຂອງ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ປະ​ນູ​ສາ​ກົນໄດ້​ກ່າວ​ວ່າ ການ​ລະ​ດົມ​ຍິງນັ້ນ​ ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສ່ຽງ​ຂອງ​ໄພ​ພິ​ບັດ​ດ້ານ​ນິວ​ເຄ​ລຍ. ການ​ລະ​ດົມ​ຍິງ​ທີ່​ວ່າ​ນັ້ນ​ໄດ້​ຖືກ​ສາຍ​ໄຟ​ຟ້າ​ພະ​ລັງ​ງານ​ສູງ, ກໍ່​ໃຫ້​ບັນ​ດາ​ຜູ້​ປະ​ຕິ​ບັດ​ງານ​ຂອງ​ໂຮງ​ງານ​ດັ່ງ​ກ່າວ​ຕ້ອງ​ຕັດ​ການ​ເຊື່ອມ​ຕໍ່​ຂອງ​ເຕົາ​ປະ​ຕິ​ກອນ ເຖິງ​ແມ່ນ​ວ່າ​ການ​ຮົ່ວ​ໄຫຼ​ຂອງ​ສານ​ກຳ​ມັນ​ຕະ​ພາບລັງ​ສີ​ແມ່ນບໍ່​ໄດ້​ຖືກກວດ​ພົບ​ກໍ່​ຕາມ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG