ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

​ສານ​ອັງ​ກິດ ຈະ​ຮັບ​ຟັງ​ຄຳ​ຮຽກ​ຮ້ອງ​ຂອງ​ຊາວ​ວີ​ເກີ ເພື່ອຫ້າມ​ການ​ນຳເຂົ້າຝ້າຍ​ຈາກ​ຊິນ​ຈຽງ


ແຟ້ມພາບ: ພະ​ນັກ​ງານ​ຄົນ​ນຶ່ງ​ກຳ​ລັງ​ເບິ່ງ​ເຄື່ອງ​ຈັກ​ປັ່ນ​​ຝ້າຍ​ຢູ​່ໂຮງ​ງານ Huafu Fashion ໃນຂົງ​ເຂດ​ຊິນ​ຈຽງ, ວັນ​ທີ 20 ເມ​ສາ 2021
ແຟ້ມພາບ: ພະ​ນັກ​ງານ​ຄົນ​ນຶ່ງ​ກຳ​ລັງ​ເບິ່ງ​ເຄື່ອງ​ຈັກ​ປັ່ນ​​ຝ້າຍ​ຢູ​່ໂຮງ​ງານ Huafu Fashion ໃນຂົງ​ເຂດ​ຊິນ​ຈຽງ, ວັນ​ທີ 20 ເມ​ສາ 2021

ອົງ​ການ​ຈັດ​ຕັ້ງ​ວີ​ເກີ​ ແລະກຸ່ມປົກປ້ອງ​ສິດ​ທິ​ມະ​ນຸດ ກຳ​ລັງ​ນຳ​ເອົາ​ລັດ​ຖະ​ບານ​ອັງ​ກິດ​ຂຶ້ນ​ສານ ເພື່ອ​ທ້າ​ທາຍ​ຕໍ່ຄວາມ​ລົ້ມ​ແຫລວ​ຂອງ​ອັງ​ກິດ ໃນການກີດ​ກັ້​ນການນຳເຂົ້າ​ຜະ​ລິດ​ຕະ​ພັນສິນ​ຄ້າ​ຝ້າຍ ທີ່​ພົວ​ພັນ​ກັບ​ການ​ບັງ​ຄັບ​ໃຫ້ອອກ​ແຮງ​ງານ ແລະ​ການ​ລະເມີດ​ຕ່າງໆ ​ຢູ່​ຂົງ​ເຂດ​ຊິນ​ຈຽງ ທາງ​ພ​າກ​ຕາ​ເວັນ​ຕົກສຸດຂອງ​ປະ​ເທດ​ຈີນ.

ການ​ລາຍ​ງານ​ໃນ​ວັນ​ອັງ​ຄານ​ຢູ່​ສານ​ສູງ​ສຸດ ໃນ​ນະ​ຄອນ​ຫລວງ​ລອນດອນ ເປັນ​ທີ່​ເຊື່ອ​ວ່າ ​ເປັນ​ເທື່ອ​ທຳ​ອິດ​ທີ່​ສານ​ຕ່າງ​ປະ​ເທດ ຮັບ​ຟັງ​ການ​ໂຕ້​ຖຽງ​ດ້ານ​ກົດ​ໝາຍ ຈາກ​ຊາວ​ວີ​ເກີ ກ່ຽວ​ກັບ​ເລື້ອງການ​ບັງ​ຄັບ​ໃຫ້ອອກ​ແຮງ​ງານຢູ່​ໃນ​ຊິນ​ຈຽງ. ​ຂົງ​ເຂດ​ດັງ​ກ່າ​ວ​ເປັນແຫລ່ງ​ສະໜອງຝ້າຍ​ທີ່​ສຳ​ຄັນ​ຂອງ​ໂລກ ແຕ່​ບັນ​ດາ​ອົງ​ການ​ປົກປ້ອງສິ​ດທິ​ມະ​ນຸດ ໄດ້​ກ່າວ​ຫາ​ມາ​ເປັນ​ເວ​ລາ​ຍາວ​ນານວ່າ ຝ້າຍ​ແມ່ນ​ໄດ້ຖືກເກັບກ່ຽວ ແລະນຳໄປ​ດຳ​ເນີນຂັ້ນຕອນຕໍ່ໄປ​ໂດຍ​ຊາວ​ວີ​ເກີ​ຂອງຈີນ ແລະຊາວເທິກ​ມຸ​ສ​ລິມອື່ນໆ ​ທີ່​ເປັນ​ຊົນ​ເຜົ່າກຸ່ມ​ນ້ອຍ ຢ່າງແຜ່ຫຼາຍ ໃນລະ​ບົບການ ລົງໂທດທີ່ບັງຄັບໃຫ້ອອກແຮງງານ ຊຶ່ງດຳເນີນການໂດຍທາງການ.

​ຄະ​ດີ​ດັ່ງກ່າວ ໄດ້​ຖືກຟ້ອງຮ້ອງ​ໂດຍ ສ​ະ​ພາ​ວີ​ເກີ​ຂອງໂລກ ຫຼື World Uyghur Congress ທີ່​ມີ​ຫ້ອງ​ການ​ຕັ້ງຢູ່ໃນນະຄອນ​ມິວ​ນິກ ແລະ ເຄືອຂ່າຍ ການ​ປະ​ຕິ​ບັດ​ງານດ້ານກົດ​ໝາຍ​ໂລກ ຫຼື Global Legal Action Network ທີ່ເປັນອົງການ​ບໍ່ຫວັງ​ຜົນ​ກຳ​ໄລ ແມ່ນ​ນຶ່ງ​ໃນ​ການ​ທ້າ​ທາຍ​ດ້ານ​ກົດ​ໝາຍ​ທີ່​ຄ້າຍ​ຄື​ກັນ ຊຶ່ງແນ​ໃສ່​ເພື່ອກົດດັນ​ຕໍ່​ອັງ​ກິດ ແລະ​ບັນ​ດາ​ລັດ​ຖະ​ບ​ານຂອງສະຫະພາບ​ຢູ​ໂຣ​ບ ໃຫ້ປະຕິບັດຕາມ​ການ​ນຳ​ພາ​ຂອງສະ​ຫະ​ລັດ ບ່ອນ​ທີ່​ກົດ​ໝາຍ​ມີ​ຜົນ​ງບັງຄັບໃຊ້​ປີ​ນີ້ ໃນ​ການ​ຫ້າມຜະ​ລິ​ຕະ​ພັນຝ້າຍທັງ​ໝົດ​ ທີ່​ສົງ​ໄສວ່າ​ເຮັດ​ຢູ່ໃນນ​ຊິນ​ຈຽງ.

​ພວກ​ນັກ​ຄົ້ນ​ຄວ້າ​ກ່າວ​ວ່າ ຊິນ​ຈຽງ​ຜະ​ລິດຝ້າຍ ​85 ເປີ​ເຊັນ ​ທີ່​ປູກ​ຢູ່​ໃນ​ປະ​ເທດ​ຈີນ ທີ່​ຄິດເປັນນຶ່ງ​ສ່ວນຫ້າຂອງ​ຝ້າຍ​ໃນໂລກ. ​ບັນ​ດາ​ກຸ່ມ​ສິດ​ທິ​ມະ​ນຸດ​ໂຕ້​ຖຽງ​ວ່າ ລະ​ດັບ​ການ​ລະ​ເມີດ​ສິດ​ທິ​ມະ​ນຸດ​ຂອງຈີນໃນ​ຊິນ​ຈຽງ ​ຊຶ່ງ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ ອາດ​ເພີ້ມ​ຂຶ້​ນ​ເປັນ “ອາດ​ຊະ​ຍາ​ກຳ​ຕ້ານ​ມະ​ນຸດ​ຊາດ” ​ໝາຍ​ຄວາມ​ວ່າ ຍີ່​ຫໍ້​ແຟ​ຊັນສາ​ກົນ​ຫລາຍໆ​ແຫ່ງ ​ຕົກຢູ່​ໃນ​ຄວາມ​ສ່ຽງ​ສູງ ຂອງ​ການ​ໃຊ້​ຝ້າຍ​ທີ່ມີ​ຮອຍ​ດ່າງ​ຈາກ​ການ​ບັ​ງ​ຄັບໃຫ້ອອກ​ແຮງ​ງານ ແລະ​ການ​ລະເມີດສິທິ​ຕ່າງໆ.

A Uyghur organization and a human rights group are taking the U.K. government to court to challenge Britain’s failure to block the import of cotton products associated with forced labor and other abuses in China’s far western Xinjiang region.

Tuesday’s hearing at the High Court in London is believed the first time a foreign court hears legal arguments from the Uyghurs over the issue of forced labor in Xinjiang. The region is a major global supplier of cotton, but rights groups have long alleged that the cotton is picked and processed by China’s Uyghurs and other Turkic Muslim minorities in a widespread, state-sanctioned system of forced labor.

The case, brought by the Munich-based World Uyghur Congress and the Global Legal Action Network, a nonprofit, is one of several similar legal challenges aimed at putting pressure on the U.K. and European Union governments to follow the lead of the United States, where a law took effect this year to ban all cotton products suspected of being made in Xinjiang.

Researchers say Xinjiang produces 85% of cotton grown in China, constituting one-fifth of the world’s cotton. Rights groups argue that the scale of China’s rights violations in Xinjiang – which the U.N. says may amount to “crimes against humanity” – means that numerous international fashion brands are at high risk of using cotton tainted with forced labor and other rights abuses.

XS
SM
MD
LG