ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອູການດາ ບໍ່ໄດ້ກັງວົນວ່າ ຈີນ ຈະຍຶດຊັບ ສົມບັດ ຍ້ອນໜີ້ສິນ ທີ່ຖີບໂຕສູງຂຶ້ນ


ປະທານາທິບໍດີ ອູການດາ ທ່ານ ໂຢເວຣີ ກາກູຕາ ມູເຊເວນີ ຂ້າງຊ້າຍ ຈັບມືກັບ ປະທານປະເທດຈີນ ທ່ານ ສີ ຈິ່ນຜິງ ໃນພິທີລົງນາມ ທີ່ສາລາປະຊາຊົນ ໃນນະຄອນຫຼວງປັກກິ່ງ ວັນທີ 31 ມີນ່ໍາ 2015.
ປະທານາທິບໍດີ ອູການດາ ທ່ານ ໂຢເວຣີ ກາກູຕາ ມູເຊເວນີ ຂ້າງຊ້າຍ ຈັບມືກັບ ປະທານປະເທດຈີນ ທ່ານ ສີ ຈິ່ນຜິງ ໃນພິທີລົງນາມ ທີ່ສາລາປະຊາຊົນ ໃນນະຄອນຫຼວງປັກກິ່ງ ວັນທີ 31 ມີນ່ໍາ 2015.

ລັດຖະມົນຕີກະຊວງການເງິນ ອູການດາ ໄດ້ປະຕິເສດ ບໍ່ຍອມຮັບວ່າ ປະເທດດັ່ງ
ກ່າວ ຈະສູນເສຍຊັບສິນ ຂອງປະເທດໃຫ້ແກ່ຈີນ ຕາມເງື່ອນໄຂທີ່ຜູກມັດໃສ່ກັບການ
ກູ້ຢືມເງິນລາຍໃຫຍ່ໆ. ປະເທດ ອູການດາ ໄດ້ຢືມເງິນປະມານສາມພັນລ້ານໂດລາ ຈາກທະນາຄານແຫ່ງລັດຂອງຈີນ ເພື່ອໂຄງການພັດທະນາຕ່າງໆ ນັບຕັ້ງແຕ່ການ
ສ້າງທາງຫຼວງ ໄປຫາການຜະລິດພະລັງງານ ໄປຫາການຊອກຄົ້ນຫາບໍ່ນໍ້າມັນ ດັ່ງທີ່
ຮາລີມາ ອັດທູມານີ ລາຍງານມາໃຫ້ຊາບ ຈາກກຳປາລາ ຊຶ່ງສາລີຈະນຳສະເໜີທ່ານ ໃນອັນດັບຕໍ່ໄປ.

ລິງໂດຍກົງ

ໃນສັບປະດານີ້ ທ່ານ ມາເຕຍ ກາໄຊຈາ ລັດຖະມົນຕີ ກະຊວງການເງິນ ອູການດາ
ໄດ້ຢືນຢັດວ່າ ໜີ້ສິນທີ່ພວມໃຫຍ່ຂຶ້ນ ຂອງຕົນ ແມ່ນຍັງພໍທົນໄຫວຢູ່ ແລະປະເທດ
ຂອງຕົນ ຈະບໍ່ໄດ້ສ່ຽງຕໍ່ການສູນເສຍຊັບສົມບັດອັນໃດໃຫ້ແກ່ປະເທດຈີນ.

ໃນລາຍງານທີ່ອອກເຜີຍແພ່ ໃນເດືອນນີ້ ເອກອະທິບໍດີ ດ້ານການກວດກາບັນຊີແຫ່ງ
ລັດ ໄດ້ເຕືອນວ່າ ໜີ້ສິນຂອງຫຼວງ ຕັ້ງແຕ່ເດືອນມິຖຸນາປີ 2017 ຫາປີ 2018 ໄດ້ເພີ້ມ
ຂຶ້ນຈາກ 9 ພັນ 1 ຮ້ອຍລ້ານ ຫາ 11 ພັນ 1 ຣ້ອຍລ້ານໂດລາ.

ລາຍງານດັ່ງກ່າວ ໂດຍທີ່ບໍ່ໄດ້ເອີ່ຍເຕື້ອງໃສ່ປະເທດຈີນ ໄດ້ເຕືອນເຖິງເງື່ອນໄຂຕ່າງໆ
ທີ່ຜູກມັດ ໃສ່ກັບເງິນກູ້ຢືມລາຍໃຫຍ່ໆ ວ່າເປັນໄພຂົ່ມ ຂູ່ຕໍ່ຊັບສົມບັດຂອງອະທິປະໄຕ ອູການດາ.

ລາຍງານດັ່ງກ່າວເວົ້າວ່າ ສຳລັບເງິນກູູ້ຢືມບາງອັນ ອູການດາ ໄດ້ຕົກລົງວ່າ ຈະມອບ
ຊັບສິນບາງຢ່າງໃຫ້ແທນ ຖ້າບໍ່ສາມາດຈ່າຍຄືນໄດ້ ຊຶ່ງເປັນສິ່ງທີ່ທ່ານ ກາໄຊຈາໄດ້ປິ
ຕິເສດໄປ ໂດຍເວົ້າວ່າ

“ຈີນຈະເອົາຊັບສົມບັດໄປບໍ? ຂ້າພະເຈົ້າບໍ່ຮູ້. ຂ້າພະເຈົ້າໄດ້ຍິນຢູ່. ແຕ່ວ່າຢູ່ໃນ ອູການ
ດາ ຂ້າພະເຈົ້າໄດ້ບອກທ່ານວ່າ ຕາບໃດພວກເຮົາບາງຄົນ ຍັງບໍລິຫານຢູ່ ນອກຈາກວ່າ ມັນມີໄພພິບັດແທ້ໆ ຊຶ່ງຂ້າພະເຈົ້າບໍ່ມອງເຫັນເລີຍ ຊຶ່ງມັນຈະເຮັດໃຫ້ເສດຖະກິດນີ້ກັບ
ຄືນໄປທາງຫຼັງ ດັ່ງນັ້ນຂ້າພະເຈົ້າຈຶ່ງບໍ່ຄິດ ແລະກໍບໍ່ກັງວົນວ່າ ປະເທດຈີນຈະມາເອົາຊັບ
ສິນ. ເຂົາເຈົ້າອາດຈະໄປເຮັດຢູ່ບ່ອນອື່ນໄດ້ ຂ້າພະເຈົ້າບໍ່ຮູ້. ແຕ່ວ່າຢູ່ໜີ້ ຂ້າພະເຈົ້າບໍ່
ຄິດວ່າມັນຈະເກີດຂຶ້ນ.”

ປະເທດຈີນ ແມ່ນເປັນເຈົ້າໜີ້ລາຍໃຫຍ່ທີ່ສຸດປະເທດນຶ່ງຂອງ ອູການດາ ໂດຍມີໜີ້ສິນ 3 ພັນລ້ານໂດລາສຳລັບໂຄງການພັດທະນາ ໂດຍຜ່ານເງິນກູ້ຈາກທະນາຄານຂອງລັດ.

ທະນາຄານເອັກຊິມຂອງຈີນ ໄດ້ລົງທຶນ ປະມານ 85 ເປີເຊັນ ໃສ່ໂຄງການພະລັງງານ
ໃຫຍ່ໆສອງແຫ່ງ ຄືໂຄງການເຂື່ອນນໍ້າຕົກ ກາຣູມາ ກັບ ເຂື່ອນ ອິຊິມບາ.

ນອກນັ້ນ ຈີນຍັງໄດ້ລົງທຶນແລະສ້າງທາງດ່ວນ ເອັນເຕັບເບ ເປັນເງິນ 476 ລ້ານໂດລາ ໄປຍັງສະໜາມບິນ ຊຶ່ງຕັດເວລາຂອງການເດີນລົດລົງ ເປັນຫຼາຍກວ່າເຄິ່ງນຶ່ງ.

ບໍລິສັດນໍ້າມັນນອກຟັ່ງຂອງຈີນ ບໍລິສັດ Total ຂອງຝຣັ່ງ ແລະບໍລິສັດ Tullow Oil
ຂອງອັງກິດ ກໍເປັນເຈົ້າຂອງຮ່ວມ ຂອງບໍ່ນໍ້າມັນ ທາງພາກຕາເວັນຕົກຂອງ ອູການດາ ຊຶ່ງຄາດວ່າຈະດູດນໍ້າມັນຂຶ້ນມາໃຊ້ ພາຍໃນປີ 2021.

ນັກເສດຖະສາດ ທ່ານ ເຟຣດ ມູຮູມູຊາ ກ່າວວ່າ ຕີນເບື້ອງນຶ່ງຂອງຈີນ ທີ່ຢຽບຢູ່ບໍ່ນໍ້າ
ມັນຂອງອູການດາ ກໍອາດຈະແມ່ນວິທີນຶ່ງ ທີ່ເຂົາຕັດສີນໃຈວ່າ ທີ່ເອົາໜີ້ເຂົາຄືນ ໂດຍ
ເວົ້າວ່າ

“ເພາະສະນັ້ນເຂົາກໍອາດໄດ້ບົ່ງລາຄາໄວ້ວ່າ ຈະຕົກເປັນເງິນກູ້ຢືມທໍ່ໃດ. ໂດຍການ
ເອົາຕີນໄປຢຽບໄວ້ຢູ່ຫັ້ນ ພວກເຂົາອາດເວົ້າວ່າ ດີແລ້ວ ພວກເຮົາຈະຈ່າຍຄ່ານໍ້າມັນ
ໃຫ້ພວກເຈົ້າ. ຫາກແຕ່ວ່າ ແທນທີ່ຈະຈ່າຍ 60 ໂດລາຕໍ່ຖັງ ທີ່ພວກເຈົ້າຕິດໜີ້ພວກ
ເຮົາ ເຮົາຈະຈ່າຍ 55 ໂດລາ. ສ່ວນ 5 ໂດລາ ແມ່ນພວກເຈົ້າຊຳລະໜີ້ເກົ່າ. ແຕ່ວ່າ
ພວກເຮົາມາເຖິງລະດັບທີ່ພວກທ່ານ ບໍ່ມອງເຫັນວ່າ ນໍ້າມັນດັ່ງກ່າວ ຈະເປັນຄຳຕອບ
ໄດ້ ສຳລັບບັນຫາເລື້ອງໜີ້ໃນປັດຈຸບັນ.”

ຄວາມກັງວົນຂອງອູການດາກ່ຽວກັບວ່າ ຈີນຈະຍຶດຊັບສິນຂອງຊາດ ບໍ່ແມ່ນເລື້ອງທຳ
ອິດໃນອາຟຣິກາ.

ລາຍງານທີ່ຮົ່ວໄຫຼອອກມາໃນເດືອນທັນວາ ໃນເຄັນຍາ ສະແດງໃຫ້ເຫັນວ່າ ຈີນໄດ້ສັນ
ຍາວ່າ ເອົາບາງສ່ວນຂອງທ່າເຮືອ ມົມບາຊາ ເປັນສິ່ງຄໍ້າປະກັນເງິນກູ້ 3 ພັນລ້ານໂດລາ ທີ່ຕົນສ້າງໃຫ້ຈາກທ່າກໍ່າປັ່ນດັ່ງກ່າວ ໄປຫາ ໄນໂຣບີ. ທັງຈີນແລະພວກເຈົ້າໜ້າທີ່ເຄັນ
ຍາ ຕ່າງກໍປະຕິເສດວ່າ ການເປັນກຳມະສິດໃນທ່າກໍ່າປັ່ນດັ່ງກ່າວ ບໍ່ເປັນເລື້ອງສ່ຽງ.

ລາຍງານຕ່າງໆໃນເດືອນກັນຍາ ທີ່ວ່າຈີນ ໄດ້ຍຶດເອົາບໍລິສັດພະລັງງານຂອງແຊມເບຍ ຍ້ອນບໍ່ຈ່າຍຄ່າໜີ້ ແມ່ນໄດ້ແພ່ສະພັດໄປທົ່ວອາຟຣິກາ ເຖິງແມ່ນວ່າລັດຖະບານຈະໄດ້
ປະຕິເສດກໍຕາມ.

ແຕ່ວ່າ ຄວາມຢ້ານກົວກັນ ວ່າຈີນຈະຍຶດເອົາຊັບສົມບັດຂອງອະທິປະໄຕຂອງປະເທດ
ໃດປະເທດນຶ່ງ ຍ້ອນໜີ້ສິນ ແມ່ນເປັນເລື້ອງທີ່ຈະບໍ່ເຫືອດຫາຍໄປເອງ.

ການດີ້ນຮົນທີ່ຈະຈ່າຍຄືນ ໜີ້ສິຕ່າງໆ ແກ່ບໍລິສັດທີ່ລັດເປັນເຈົ້າຂອງ ອັນນຶ່ງກໍຄືໃນປີ
2017 ປະເທດສີລັງກາ ໄດ້ມອບທ່າກຳປັ່ນຍຸທະສາດແຫ່ງນຶ່ງຂອງຕົນໃຫ້.

ເຊີນອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG