ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຊາວ ອູການດາ ວິໄຈການນຳໃຊ້ ແມງໄມ້ ເປັນອາຫານ ປະສຸສັດ


Uganda Experiments with Using Insects for Livestock Feed
please wait

No media source currently available

0:00 0:02:35 0:00

Votantes tienen que respetar los marcadores de distanciamiento social ubicados en los colegios electorales durante las elecciones presidenciales en La Paz, Bolivia, el 18 de octubre de 2020.

ການຜະລິດອາຫານປະສຸສັດ ທີ່ກຳລັງຈະເລີນໂຕບໂຕຂຶ້ນ, ເຊັ່ນໝາກຖົ່ວເຫຼືອງ, ໄດ້
ກວມກິນທີ່ດິນອຸດສາຫະກຳທີ່ມີຄຸນຄ່າຫຼາຍ ແລະ ຫຼາຍຂຶ້ນເລື້ອຍໆ ເຊິ່ງມັນສາມາດ
ໃຊ້ເພື່ອປູກອາຫານຂອງຄົນ. ສະນັ້ນ ບັນດາຊາວນາໃນປະເທດ ອູການດາ ແມ່ນໄດ້
ຮັບການສະໜັບສະໜູນໃຫ້ໃຊ້ແມງໄມ້ເປັນອາຫານປະສຸສັດ, ແລະ ບາງຄົນກໍໄດ້
ຫັນປ່ຽນການປະຕິບັດດັ່ງກ່າວນັ້ນເປັນທຸລະກິດ. ນັກຂ່າວວີໂອເອ ເຟທ ລາປີດັສ
“Faith Lapidus” ມີລາຍງານເພີິ່ມເຕີມ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາ
ສະເໜີທ່ານ ໃນອັນດັບຕໍ່ໄປ.

ມະຫາວິທະຍາໄລ ມາເຄເຣເຣ ໄດ້ສະໜອງໂຄງການຝຶກອົບຮົມໃຫ້ແກ່ບັນດາຊາວນາ
ຜູ້ທີ່ຢາກຮຽນຮູ້ວິທີເພາະພັນແມງໄມ້ ສຳລັບໃຊ້ເປັນອາຫານປະສຸສັດ. ອາຈານ ໂຈນ
ນາກິເຢັມບາ ກ່າວວ່າ ຂະບວນການດັ່ງກ່າວແມ່ນລຽບງ່າຍ ແລະມັນກໍມີຄວາມສົນໃຈ
ເພີ່ມຂຶ້ນໃນການລ້ຽງແມງໄມ້ດັ່ງກ່າວນັ້ນ.

ລາວໄດ້ສອນໃນຫ້ອງຮຽນມາເປັນເວລາ 5 ປີແລ້ວ, ສຳລັບນັກຮຽນຜູ້ທີ່ມາຈາກທົ່ວປະ
ເທດ. ຫຼາຍຄົນໄດ້ເລີ່ມທຸລະກິດ ເພາະພັນແມງໄມ້ຂອງເຂົາເຈົ້າເອງ ເພື່ອເຮັດໃຫ້ບັນ
ດາຊາວນາມີທາງເລືອກອື່ນທີ່ມີລາຄາຖືກກວ່າສຳລັບອາຫານຄື ອາຫານປາ.

ທ່ານນາງ ໂຈນ ນາກີເຢັມບາ, ຜູ້ເພາະພັນແມງໄມ້ ກ່າວວ່າ “ຈຸດປະສົງຂອງໂຄງການ
ນີ້ກໍແມ່ນເພື່ອທົດແທນ ຫຼື ສັບປ່ຽນອາຫານປາ. ເພາະວ່າ ສິ່ງທີ່ອາຫານປາມີ, ເຊິ່ງ
ແມ່ນທາດໂປຣຕີນນັ້ນ, ແມ່ນສິ່ງທີ່ພວກເຮົາມີເຈຕະນາທີ່ຈະນຳມາທົດແທນ, ບໍ່ແມ່ນ
ສາລີບົດ, ສາລີບົດແມ່ນຍັງຈະຢູ່ໃນສັດສ່ວນຂອງພວກມັນ ເພາະວ່າມັນສະໜອງສິ່ງ
ອື່ນໃຫ້, ເຊິ່ງແມ່ນພະລັງງານ, ທາດຄາໂບໄຮເດຣດ ແລະ ແຄລຊຽມ. ມັນຈະເປັນສິ່ງ
ທີ່ຍັງຢູ່ໃນອັດຕາສ່ວນຄືເກົ່າ.”

ແມງວັນທະຫານດຳໂຕນຶ່ງ ສາມາດວາງໄຂ່ໄດ້ລະຫວ່າງ 500 ແລະ 1,500 ຟອງ. ຫຼັງ
ຈາກ 4 ຫາ 5 ມື້, ໄຂ່ກໍຈະເບາະເປັນໂຕໜອນທີ່ເຕັມໄປດ້ວຍທາດໂປຣຕີນ ທີ່ຮູ້ຈັກກັນ
ວ່າແມ່ນໂຕດ້ວງ ເຊິ່ງມັນຈະກິນເສດອາຫານປອດສານພິດທີ່ກຳລັງເໜົ່າເປື່ອຍ.

ທ່ານນາງ ໂຈນ ນາກິເຢັມບາ ກ່າວວ່າ “ຢ່າງໜ້ອຍແມງວັນທຸກໂຕ, ມັນຈະບໍ່ໄດ້ມີໂອ
ກາດວາງໄຂ່ຂອງມັນຢູ່ເທິງພື້ນດິນອີກ. ມັນຕ້ອງໄດ້ວາງໄຂ່ໃສ່ບ່ອນໃດບ່ອນນຶ່ງທີ່ມັນ
ແນ່ໃຈວ່າ ໃນເວລາທີ່ໂຕນ້ອຍເບາະອອກມາ, ມັນຈະມີອາຫານໃຫ້ກິນ. ສະນັ້ນມັນຈຶ່ງ
ແມ່ນເຫດຜົນທີ່ຂ້າພະເຈົ້າເອົາແປ້ນກະດານເສດອາຫານເໜົ່າພວກນີ້ມາປະໄວ້ ເພື່ອ
ດຶງດູດແມງວັນຊຸມນີ້ໃຫ້ມາ ແລະ ໄຂ່ໃສ່.”

ໂຕດ້ວງແຫ້ງ ຫຼື ຍັງມີຊີວິດຢູ່ສາມາດນຳໄປເກືອປະສຸສັດຫຼາຍຊະນິດໄດ້, ນັບຈາກໄກ່,
ໝູ ແລະ ປາ.

ດຣ. ເອັມມາ ນາລູຢີມາ ແມ່ນຜູ້ທີ່ຮຽນຈົບໂຄງການຝຶກອົບຮົບເພາະພັນແມງໄມ້ຂອງ
ມະຫາວິທະຍາໄລ ມາເຄເຣເຣ. ລາວເກືອປາດຸກດ້ວຍໂຕດ້ວງ ແລະ ຂີ້ກະເດືອນ,
ແລະ ລາວເວົ້າວ່າ ມັນຊ່ວຍໃນການຫຼຸດຜ່ອນຄ່າໃຊ້ຈ່າຍຂອງລາວ ສຳລັບອາຫານສັດ
ປະມານສາມສ່ວນສີ່.

ທ່ານນາງ ເອັມມາ ນາລູຢີມາ, ຜູ້ປະກອບອາຊີບຊາວນາ ເວົ້າວ່າ “ເປົ້າໝາຍສຳລັບນໍ້າ
ໜັກປາຂອງພວກເຮົາແມ່ນ 1 ກິໂລພາຍໃນ 6 ເດືອນ, ແຕ່ໜ້າຕົກໃຈເມື່ອເຮົາເອົາໂຕ
ດ້ວງ ແລະ ຂີ້ກະເດືອນເກືອປາ, ໃນ 4 ເດືອນພວກເຮົາກໍໄດ້ 1 ນຶ່ງກິໂລ. ສະນັ້ນພວກ
ເຮົາໄດ້ຫຼຸດຄ່າໃຊ້ຈ່າຍຂອງການຜະລິດໃນແງ່ຂອງເງິນ ແລະ ແມ່ນກະທັ້ງໃນແງ່ຂອງ
ເວລາຫຼາຍ. ດັ່ງນັ້ນ ພວກເຮົາຈຶ່ງບັນລຸນໍ້າໜັກຕະຫຼາດໄດ້ໄວລ່ວງໜ້າຫຼາຍ.”

ນອກຈາກການເຮັດໃຫ້ຄ່າໃຊ້ຈ່າຍຖືກລົງ ແລະ ມີແຫຼ່ງສານໂປຣຕີນທີ່ໝັ້ນຄົງກວ່າ
ເກົ່າສຳລັບພວກຊາວນາແລ້ວ, ລາຍງານສະບັບນຶ່ງຂອງອົງການສະຫະປະຊາຊາດ
ໄດ້ສະເໜີວ່າ ການເພາະພັນແມງໄມ້ ສາ ມາດໃຫ້ຜົນປະໂຫຍດ ແກ່ສະມາຊິກທີ່ທຸກ
ຍາກ ແລະ ມີຄວາມສ່ຽງທີ່ສຸດຂອງສັງຄົມດ້ວຍ.

((INTRO))
[[The rising production of livestock feed, such as soy, gobbles up more and more valuable agricultural land that could be used to feed people.So farmers in Uganda are being encouraged to use insects as livestock feed, and some are turning the practice into a business.Faith Lapidus reports. (Reuters 3/9)]]

((NARRATOR))
Makerere University offers a training program for farmers who want to learn how to breed insects for livestock feed.Instructor Joan Nakiyemba says the process is simple and there is growing interest in insect breeding.

She has led classes for five years, for students who come from all over the country.Many have gone on to start their own insect breeding ventures to give farmers a cheaper alternative to feeds like fishmeal.

((JOAN NAKIYEMBA, INSECT BREEDER ))
"The purpose of this project is to replace or substitute fish meal.Because what fish meal is providing, that is protein, is what we are intending to be substituting, not maize bran, maize bran will still stay in its same portion because it provides something else, which is energy, carbohydrates and calcium - what will still stay in same proportion."

((NARRATOR))
A single Black Soldier Fly can lay between 500 and 1,500 eggs.After four to five days, the eggs will hatch into protein-rich larvae known as maggots which will feed on the beds of decomposing organic waste.

((JOAN NAKIYEMBA, INSECT BREEDER))
"At least all flies, they will never lay their eggs on bare ground.They have to lay somewhere they are sure that the moment my young ones come out, it will have food to feed on.So that is the reason why I put these cardboards in rotting matter to entice this fly to come and lay eggs."

((NARRATOR))
Dried or live maggots can be fed to a variety of livestock, from chickens to pigs to fish.

Dr. Emma Naluyima is a graduate of Makerere's insect breeding training program.She feeds her catfish maggots and earthworms, and says it has helped reduce her cost for animal feed by about three-quarters.

((EMMA NALUYIMA, FARMER))
"Our target weight for the fish is one kilo in six months, but surprisingly when we feed the maggots and earthworms to the fish, in four months we have a kilo.So we have reduced our costs of production in terms of money and even in terms of time so we reach market weight very early."

((NARRATOR))
In addition to providing a cheaper and more sustainable protein source for farmers, a U.N. report suggests insect breeding can benefit the poorest and most vulnerable members of society.

XS
SM
MD
LG