ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ອາຣັບ ເອເມີເຣັສ ກ່າວວ່າ ບັນດິດ ຊາວອັງກິດ ທີ່ມີຄວາມຜິດ ຖານເປັນສາຍລັບ ອາດຈະຖືກປ່ອຍໂຕ


ເອກອັກຄະລັດຖະທູດ ຂອງ UAE ປະຈຳ ນະຄອນຫຼວງ ລອນດອນ ທ່ານ ຊູໄລມານ ຮາມິດ ອາລມັສຣຸຍ ກ່າວຖະແຫລງ ກ່ຽວກັບ ຄະດີສາຍລັບ ຕໍ່ທ່ານ ແມັດຕີວ ເຮດເຈັສ ອາຍຸ 31 ປີ ທີ່ເປັນນັກສຶກສາປະລິນຍາເອກ, ຢູ່ສະຖານທູດ ຂອງ UAE ໃນນະຄອນຫຼວງ ລອນດອນ, ວັນສຸກ ທີ 23 ພະຈິກ 2018.
ເອກອັກຄະລັດຖະທູດ ຂອງ UAE ປະຈຳ ນະຄອນຫຼວງ ລອນດອນ ທ່ານ ຊູໄລມານ ຮາມິດ ອາລມັສຣຸຍ ກ່າວຖະແຫລງ ກ່ຽວກັບ ຄະດີສາຍລັບ ຕໍ່ທ່ານ ແມັດຕີວ ເຮດເຈັສ ອາຍຸ 31 ປີ ທີ່ເປັນນັກສຶກສາປະລິນຍາເອກ, ຢູ່ສະຖານທູດ ຂອງ UAE ໃນນະຄອນຫຼວງ ລອນດອນ, ວັນສຸກ ທີ 23 ພະຈິກ 2018.

ສະຫະລັດ ອາຣັບ ເອເມີເຣັສ ຫຼື ເອີ້ນຫຍໍ້ວ່າ UAE ໄດ້ກ່າວໃນວັນສຸກວານນີ້ ວ່າ ຕົນ
ກຳລັງພິຈາລະນາເບິ່ງ ຄຳຮ້ອງຂໍໃຫ້ປ່ອຍໂຕ ບັນດິດຊາວອັງກິດ ຜູ້ທີ່ ໄດ້ຖືກຕັດສິນ
ລົງໂທດຈຳຄຸກຕະຫຼອດຊີວິດ ໃນຖານເປັນສາຍລັບ.

ເອກອັກຄະລັດຖະທູດຂອງ UAE ປະຈຳນະຄອນຫຼວງ ລອນດອນ ໄດ້ກ່າວວ່າ ຄຳຮ້ອງ
ເພື່ອຂໍອະໄພຍະໂທດ ໄດ້ສົ່ງມາຈາກ ຄອບຄົວຂອງ ທ່ານ ແມັດຕີວ ເຮດເຈັສ ຜູ້ທີ່ເປັນ
ນັກສຶກສາປະລິນຍາເອກ ທີ່ໄດ້ຖືກຈັບກຸມ ໃນວັນທີ 5 ພຶດສະພາຜ່ານມາ ໃນນະຄອນ
ດູບາຍ ໃນຂະນະທີ່ ການເດີນທາງໄປສຶກສາຄົ້ນຄວ້າ ຢູ່ໃນ ສະຫະລັດ ອາຣັບ ເອເມີເຣັສ
ໄດ້ສິ້ນສຸດລົງ.

ທ່ານ ເຮດເຈັສ ໄດ້ຖືກຕັດສິນລົງໂທດ ໃນວັນພຸດທີ່ຜ່ານມານີ້ ໃນຂໍ້ຫາເປັນ ສາຍລັບ
ໃຫ້ແກ່ລັດຖະບານອັງກິດ.

“ຂໍ້ຫາທາງອາຍາ ຕໍ່ທ່ານ ເຮດເຈັສ ນັ້ນ ແມ່ນຮ້າຍແຮງແທ້ໆ” ເອກອັກຄະລັດຖະທູດ
ຂອງ UAE ທ່ານ ຊູໄລມານ ຮາມິດ ອາລມັສຣຸຍ ໄດ້ກ່າວຕໍ່ບັນດານັກ ຂ່າວ ໃນນະຄອນ
ຫຼວງ ລອນດອນ​. ທ່ານກ່າວຕໍ່ໄປ ວ່າ “ສຳລັບ UAE ແລ້ວ ຄືກັນກັບ ປະເທດທັງໝົດ
ການປົກປ້ອງ ຄວາມໝັ້ນຄົງແຫ່ງຊາດ ຂອງພວກເຮົາ ຕ້ອງເປັນບູລິມະສິດ ອັນດັບ
ນຶ່ງ ຂອງພວກເຮົາ.”

ທ່ານເອກອັກຄະລັດຖະທູດ ໄດ້ກ່າວອີກວ່າ ທ່ານໄດ້ປຶກສາຫາລື ກ່ຽວກັບຄະດີ ນີ້ ກັບ
ບັນດາເຈົ້າໜ້າທີ່ ຂອງອັງກິດ ຊຶ່ງມັນເປັນໄພຂົ່ມຂູ່ ທີ່ສົ່ງຜົນໃຫ້ສາຍສຳພັນ ລະຫວ່າງ
ທັງສອງປະເທດພັນທະມິດ ມີຄວາມເຄັ່ງຕຶງ.

ປະເທດສະຫະລັດ ອາຣັບ ເອເມີເຣັສ ຊຶ່ງມີຈຸດຕັ້ງທີ່ເປັນຍຸດທະສາດຢູ່ແຄມຝັ່ງທະເລ
ທາງທິດຕາເວັນອອກ ຂອງແຫຼມອາຣັບນັ້ນ ຈະທຳການຝຶກຊ້ອມລົບ ທາງທະຫານ ຮ່ວມ
ກັບອັງກິດ. ປະເທດທັງສອງ ຍັງໄດ້ຕົກລົງເຂົ້າຮ່ວມ ລົງນາມໃນສັນຍາດ້ານປ້ອງກັນ
ປະ​ເທດທີ່ມີກຳໄລງາມ ຫຼາຍສະບັບ ຊຶ່ງມີຄວາມສຳຄັນ ເປັນຢ່າງສູງ ຕໍ່ບັນດາບໍລິສັດ
ຂອງອັງກິດ.

ນາງ ແດນີລລາ ເຕຮາດາ ພັນລະຍາຂອງທ່ານ ແມັດຕີວ ເຮດເຈັສ ອ່ານຖະແຫລງການສະບັບນຶ່ງ ແກ່ສື່ມວນຊົນ ໃນຂະນະທີ່ ອອກມາຈາກ ກະຊວງການຕ່າງປະເທດ ຫຼັງຈາກທີ່ໄດ້ພົບປະກັບ ລັດຖະມົນຕີວ່າການ ຕ່າງປະເທດ ທ່ານ ເຈີເຣີມີ ຮັ້ນ ໃນນະຄອນຫຼວງ ລອນດອນ, ວັນພະຫັດ ທີ 22 ພະຈິກ 2018.
ນາງ ແດນີລລາ ເຕຮາດາ ພັນລະຍາຂອງທ່ານ ແມັດຕີວ ເຮດເຈັສ ອ່ານຖະແຫລງການສະບັບນຶ່ງ ແກ່ສື່ມວນຊົນ ໃນຂະນະທີ່ ອອກມາຈາກ ກະຊວງການຕ່າງປະເທດ ຫຼັງຈາກທີ່ໄດ້ພົບປະກັບ ລັດຖະມົນຕີວ່າການ ຕ່າງປະເທດ ທ່ານ ເຈີເຣີມີ ຮັ້ນ ໃນນະຄອນຫຼວງ ລອນດອນ, ວັນພະຫັດ ທີ 22 ພະຈິກ 2018.


ທ່ານ ອາລມັສຣຸຍ ໄດ້ປະຕິເສດ ຕໍ່ການກ່າວອ້າງ ຈາກພັນລະຍາ ຂອງທ່ານ ເຮດເຈັສ
ທີ່ວ່າ ທ່ານ ເຮດເຈັສ ອາຍຸ 31 ປີ ທ່ານນີ້ ໄດ້ໄປປາກົດໂຕ ຕໍ່ສານເພື່ອການພິຈາລະນາ
ພຽງ 5 ນາທີເທົ່ານັ້ນ ກ່ອນຈະຖືກຕັດສິນວ່າມີຄວາມຜິດ.

ຄອບຄົວຂອງທ່ານ ເຮດເຈັສ ຊຶ່ງໃຫ້ຄຳອະທິບາຍກ່ຽວກັບທ່ານວ່າ ເປັນນັກຄົ້ນຄວ້າ
ທີ່ມີຝີມືຄົນນຶ່ງ ຜູ້ທີ່ໄດ້ປະສົບກັບບັນຫາ ໃນລະບົບຍຸຕິທຳ ຂອງປະເທດ UAE ນັ້ນ
ໄດ້ກ່າວວ່າ ຫລັກຖານທີ່ໄດ້ຖືກນຳສະເໜີ ຕໍ່ທ່ານນັ້ນ ປະກອບດ້ວຍ ຂໍ້ຄວາມທີ່ໄດ້ຂຽນ
ບັນທຶກໄວ້ ຈາກການຄົ້ນຄວ້າສຳລັບບົດວິທະຍານິພົນ ຂອງທ່ານ.

ສ່ວນ UAE ກໍໄດ້ສະແດງໃຫ້ເຫັນວ່າ ທ່ານ ແຮດເຈັສ ທີ່ເປັນສາຍລັບຂອງອັງກິດ ແມ່ນ
ໄດ້ຮັບການດຳເນີນຄະດີ ທີ່ເປັນທຳແລ້ວ.


ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

The United Arab Emirates said Friday it is considering a request to free a British academic who was sentenced to life in prison for spying.

UAE's ambassador to London said the request for clemency came from the family of Matthew Hedges, a doctoral student who was arrested on May 5 in Dubai as his research trip to the UAE was ending.

Hedges was sentenced Wednesday on charges of spying for the British government.

"The crimes against Mr. Hedges are extremely serious," UAE ambassador Sulaiman Hamid Almazroui told reporters in London. " For the UAE, like all countries, protecting our national security must be our first priority."

The ambassador said he discussed the case, which threatens to strain relations between the two allies, with British officials.

The UAE, which is strategically positioned on the east coast of the Arabian Peninsula, conducts joint military training exercises with Britain. The countries have also entered into lucrative defense contracts that are vital to British companies.

Almazroui denied claims from Hedges' wife that the 31-year-old Hedges appeared at a five-minute court hearing before being convicted.

Hedges' family, which describes him as a talented researcher who encountered trouble with the UAE's justice system, said the evidence presented against him consisted of notes from his dissertation research.

The UAE has cast Hedges as a British spy who received a fair trial.

XS
SM
MD
LG