ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ຫ້າມນຳເຂົ້າ ພະລັງງານ ຣັດເຊຍ


US Banning Russian Energy Imports
please wait

No media source currently available

0:00 0:02:49 0:00

ລາຄານໍ້າມັນໃນ​ທົ່ວໂລກ ໄດ້ຖີບສູງຂຶ້ນ ໃນວັນອັງຄານທີ່ຜ່ານມາ ໃນຂະນະທີ່ປະທານາທິບໍດີໂຈ ໄບເດັນ ໄດ້ປະກາດວ່າ ສະຫະລັດ ຈະຫ້າມການນຳເຂົ້າພະລັງງານຂອງ ຣັດເຊຍ, ເປັນການເຄື່ອນໄຫວ ທີ່ອາດສົ່ງຜົນກະທົບຢ່າງຫຼວງຫຼາຍ ໃນການກົດດັນລະບອບການປົກຄອງຂອງປະທານາທິບໍດີ ຣັດເຊຍ ທ່ານ ວລາດີເມຍ ປູຕິນ ສຳລັບການບຸກລຸກ ຢູເຄຣນ ຂອງເຂົາເຈົ້າ. ນັກຂ່າວວີໂອເອ ປະຈຳທຳນຽບຂາວ ແພັດຊີ ວິດາຄຸສວາຣາ ມີລາຍງານນີ້, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.

ລາຄານໍ້າມັນໄດ້ເພີ່ມຂຶ້ນສູງໃນ ສະຫະລັດ. ໃນລັດ ຄາລິຟໍເນຍ ຄົນຂັບລົດແມ່ນໄດ້ຈ່າຍຄ່ານໍ້າມັນປະມານ 30 ເປີເຊັນ ຫຼາຍກວ່ານຶ່ງປີທີ່ຜ່ານມາ.

ແລະ ມັນກຳລັງຈະຮ້າຍແຮງກວ່າເກົ່າ.

ປະທານາທິບໍດີ ໂຈ ໄບເດັນ ກ່າວວ່າ “ສະຫະລັດ ແມ່ນກຳລັງແນເປົ້າໃສ່ເສັ້ນ ທາງຫຼັກ ໃນເສດຖະກິດຂອງ ຣັດເຊຍ. ພວກເຮົາຈະຫ້າມ ການນຳເຂົ້ານໍ້າມັນ, ແກັສ ແລະ ພະລັງງານທັງໝົດຂອງ ຣັດເຊຍ. ນັ້ນກໍໝາຍຄວາມວ່າພວກເຮົາຈະບໍ່ຮັບເອົານໍ້າມັນ ຣັດເຊຍ ຢູ່ທ່າເຮືອ ສະຫະລັດ ອີກຕໍ່ໄປ ແລະ ປະຊາຊົນ ອາເມຣິກັນ ຈະຮັບມືກັບຜົນກະທົບທີ່ຮຸນແຮງຕໍ່ເຄື່ອງຈັກສົງຄາມຂອງທ່ານ ປູຕິນ.”

ໃນຂະນະທີ່ທ່ານປະທານາທິບໍດີ ປະກາດການຫ້າມນັ້ນ, ສະຫະຣາຊະອານາຈັກ ອັງກິດ ໄດ້ກ່າວວ່າ ເຂົາເຈົ້າຈະສິ້ນສຸດ ການນຳເຂົ້ານໍ້າມັນ ຣັດເຊຍ ໃນປີນີ້. ສະຫະພາບ ຢູໂຣບ ໄດ້ກ່າວວ່າ ເຂົາເຈົ້າຈະຫຼຸດຜ່ອນ ການຮຽກຮ້ອງ ສຳລັບ ແກັສທຳມະຊາດຂອງ ຣັດເຊຍ ລົງເປັນສອງສ່ວນສາມ ໃນປີນີ້.

ດ້ວຍການຂາດແຄນພະລັງງານ ແລະ ການຂຶ້ນລາຄານັ້ນ, ບັນດານັກວິເຄາະກ່າວວ່າ ລາຍໄດ້ຈາກພະລັງງານຂອງ ມົສກູ ອາດບໍ່ສົ່ງຜົນກະທົບ ຢ່າງຫຼວງ ຫຼາຍໃນໄລຍະສັ້ນ. ແຕ່ໃນທີ່ສຸດ, ການຫ້າມດັ່ງກ່າວແມ່ນຄາດວ່າຈະສ້າງຄວາມເສຍຫາຍ, ເໜືອຜົນກະທົບຈາກການຂວໍ້າບາດ ດ້ານການເງິນຕໍ່ ມົສກູ.

ທ່ານນາງ ຄຣີສທີນ ເບີຊີນາ, ກ່າວວ່າ “ມັນຍາກທີ່ຈະຄາດວ່າ ມັນຈະກະທົບຢູ່ໃສແທ້ ເພາະວ່າມັນຈະກ່ຽວຂ້ອງ ກັບລາຄານໍ້າມັນ ແລະ ອາຍແກັສ ໃນຊ່ວງເວລາທີ່ສະເພາະເຈາະຈົງໃດນຶ່ງ. ແຕ່ການຫຼຸດລົງຢ່າງຫຼວງຫຼາຍ ໃນຍອດຂາຍ ນໍ້າມັນ ແລະ ແກັສ ຫຼື ຖ່ານຫີນ ຣັດເຊຍ ຈະສົ່ງຜົນເສຍຫາຍ ຕໍ່ເສດຖະກິດຂອງ ຣັດເຊຍ ເພາະວ່າ ການຂຶ້ນລາຄາຫົວໜ່ວຍຂອງສິນຄ້າທີ່ວ່ານີ້ ຈະບໍ່ຊົດເຊີຍສຳລັບການປ່ຽນແປງຢ່າງຫຼວງຫຼາຍ ໃນເສດຖະກິດ ສະຫະລັດ ແລະ ຢູໂຣບ.”

ການນຳເຂົ້າຂອງ ສະຫະລັດ ຈາກ ຣັດເຊຍ ແມ່ນເທົ່າກັບພຽງ 8 ເປີເຊັນຂອງການສະໜອງພະລັງງານຂອງ ອາເມຣິກາ ເທົ່ານັ້ນ, ໃນຂະນະທີ່ ສະຫະພາບ ຢູໂຣບ ເພິ່ງພາອາໄສອາຍແກັສທຳມະຊາດຂອງ ຣັດເຊຍ 40 ເປີເຊັນ ແລະ ນໍ້າມັນຂອງເຂົາເຈົ້າ 27 ເປີເຊັນ.

ຮອງນາຍົກລັດຖະມົນຕີ ຣັດເຊຍ ທ່ານ ອາເລັກແຊນເດີ ໂນວັກ ໄດ້ລົມກັບອົງການຂ່າວ AP ອີງຕາມຂໍ້ຫ້າມການລາຍງານຄວາມຂັດແຍ້ງຂອງ ຣັດເຊຍ.

ທ່ານ ອາເລັກແຊນເດີ ໂນວັກ ກ່າວວ່າ “ມັນເປັນໄປບໍ່ໄດ້້ ທີ່ຈະທົດແທນຂະໜາດນໍ້າມັນຂອງ ຣັດເຊຍ ໃນຕະຫຼາດ ຢູໂຣບ ຢ່າງວ່ອງໄວ. ມັນຈະໃຊ້ເວລາດົນກວ່ານຶ່ງປີ, ແລະ ພ້ອມກັນນັ້ນ, ມັນຈະແພງຫຼາຍກວ່າເກົ່າສຳລັບຜູ້ບໍລິໂພກ ຢູໂຣບ.”

ທ່ານ ໄບເດັນ ໄດ້ກຳນົດການຫ້າມ ລຸນຫຼັງການກົດດັນ ທີ່ເຄັ່ງຕຶງຈາກບັນດາສະມາຊິກສະພາສັງກັດພັກເດໂມແຄຣັດ ແລະ ຣີພັບບລີກັນ. ທ່ານໄດ້ອະນຸມັດການປ່ອຍນໍ້າມັນ 30 ລ້ານຖັງ ອອກຈາກຄັງສຳຮອງຍຸດທະສາດຂອງ ສະຫະ ລັດ, ແລະ ພວກເຈົ້າໜ້າທີ່ຂອງທ່ານແມ່ນກຳລັງຕິດຕໍ່ຫາຜູ້ຜະລິດນໍ້າມັນ ເວເນຊູເອລາ ແລະ ຊາອຸດີ ອາຣາເບຍ ເພື່ອຊົດເຊີຍການສູນເສຍ ແຫຼ່ງນໍ້າມັນຂອງ ຣັດເຊຍ.

ການຢັ່ງຫາງສຽງຂອງມະຫາວິທະຍາໄລ ຄວິນນີເພັກ ທີ່ຖືກເປີດເຜີຍໃນວັນຈັນທີ່ຜ່ານມາ ໄດ້ສະແດງໃຫ້ເຫັນວ່າ ຜູ້ຕອບການສອບຖາມຊາວ ອາເມຣິກັນ 71 ເປີເຊັນສະໜັບສະໜູນການຫ້າມນໍ້າມັນ ຣັດເຊຍ, ແມ່ນກະທັ້ງທີ່ເຂົາເຈົ້າຂຶ້ນລາ ຄານໍ້າມັນກໍຕາມ.

ນາງ ແຈັກຄລິນ ເຊ້ນ ແອນ, ຜູ້ອາໄສຢູ່ນະຄອນ ລອສ ແອນເຈີລິສ ກ່າວວ່າ “ຂ້າພະເຈົ້າຂໍເອົາລາຄານໍ້າມັນສູງຢູ່ພີ້ ແທນທີ່ຈະເອົາລະບອບການປົກຄອງຜະເດັດການໃນ ຢູເຄຣນ ດີກວ່າ.”

ທ້າວ ເອຣິກ ແລັກສ໌ ຜູ້ອາໄສຢູ່ນະຄອນ ລອສ ແອນເຈີລິສ ກ່າວວ່າ “ມັນແມ່ນການເສຍສະຫຼະ ເພື່ອເຮັດໃນສິ່ງທີ່ຖືກຕ້ອງ.”

ການຫ້າມ​ນຳ​ເຂົ້າ ພະລັງງານ ຣັດເຊຍ ແລະ ວິກິດການທີ່ກຳລັງດຳເນີນຢູ່ ໃນ ຢູເຄຣນ ໄດ້ເຮັດໃຫ້ລາຄານໍ້າມັນໃນທົ່ວໂລກເພີ່ມຂຶ້ນຢ່າງຫຼວງຫຼາຍ, ດ້ວຍນໍ້າມັນດິບ Brent ເຊິ່ງແມ່ນລາຄາມາດຕະຖານສຳລັບນໍ້າມັນດິບໃນໂລກນັ້ນ, ໄດ້ເພີ່ມຂຶ້ນສູງກວ່າ 132 ໂດລາ ຕໍ່ນຶ່ງຖັງ ໃນວັນອັງຄານທີ່ຜ່ານມາ.

Global oil prices soared Tuesday as President Joe Biden announced that the United States will ban imports of Russian energy — a move that could have a dramatic impact in punishing Russian President Vladimir Putin’s regime for its invasion of Ukraine. White House Bureau Chief Patsy Widakuswara has this report.

Gas prices are skyrocketing in the U.S. In California, drivers are paying about 30% more than a year ago.

And it’s about to get worse.

“The United States is targeting the main artery of Russia's economy. We're banning all imports of Russian oil and gas and energy. That means Russian oil will no longer be acceptable at U.S. ports and the American people will deal another powerful blow to Putin's war machine.”

As President Joe Biden announced the ban,

the United Kingdom said it would phase out imports of Russian oil this year. The European Union said it would reduce demand for Russian natural gas by two-thirds this year.

With a supply shortage and a price increase, analysts say Moscow’s energy revenue may not be greatly impacted in the short term. But ultimately, the ban is expected to be very damaging, beyond the impact financial sanctions are having on Moscow.

“It's slightly hard to anticipate the exact hit that it will take because it's going to be related to the oil and gas price at any particular moment. But a significant reduction in Russian oil and gas or coal sales is going to hurt the Russian economy because just increasing unit costs of these commodities is not going to fully make up for such a dramatic turnaround in the (U.S. and European) economies.”

U.S. imports from Russia make up only 8% of America's energy supply, while the EU depends on Russia for 40% of its natural gas and 27% of its oil.

Russian Deputy Prime Minister Alexander Novak spoke to the Associated Press according to Russia's conflict reporting restrictions.

"It is impossible to quickly replace the volume of Russian oil on the European market. It will take more than one year, and also, it will be much more expensive for European consumers.”

Biden imposed the ban following intense pressure from both Democratic and Republican lawmakers. He has authorized the release of 30 million barrels of oil from the U.S. strategic reserves, and his officials are reaching out to oil producers Venezuela and Saudi Arabia to offset loss of Russian supply.

A Quinnipiac University poll released Monday shows 71 percent of American respondents backed a Russian oil ban, even if it increased gas prices.


"I would rather have high gas prices here than an authoritarian regime in the Ukraine.”


"It's a price to pay for doing the right thing."

The Russian energy ban and ongoing crisis in Ukraine have sharply increased world oil prices, with Brent crude – a price benchmark for global crude -- jumping above $132 per barrel on Tuesday.

XS
SM
MD
LG