ໄຕ້ຝຸ່ນທີ່ຮ້າຍແຮງຫົວນຶ່ງ ມີການທຳນາຍວ່າ ຈະນຳເອົານ້ຳຝົນສູງເຖິງສອງຟິດ
ແລະລົມທີ່ສ້າງຄວາມເສຍຫາຍໄປສູ່ເຂດນະຄອນຫຼວງໂຕກຽວໃນທ້າຍອາທິດນີ້
ແລະລັດຖະບານຍີ່ປຸ່ນໄດ້ເຕືອນຜູ້ຄົນ ໃນວັນສຸກມື້ນີ້ໃຫ້ສະສົມເຄື່ອງຂອງຕ່າງໆ
ແລະຍົກຍ້າຍອອກໜີ ກ່ອນທີ່ຈະເປັນອັນຕະລາຍຮ້າຍແຮງເກີນໄປ.
ການແຂ່ງຂັນກິລາຣັກບີຊິງຂັນໂລກ ແລະພິທີຕ່າງໆໄດ້ຖືກຍົກເລີກໃນວັນເສົາມື້
ອື່ນນີ້ ແລະການບໍລິການຂອງສາຍການບິນ ແລະລົດໄຟໄດ້ຖືກໂຈະໄວ້ ອີງຕາມ
ລາຍງານຂອງອົງການຂ່າວເອພີ.
ຫົວໜ້າອົງການພະຍາກອນອາກາດ ທ່ານຢາຊູຊິ ກາຈີຮາຣາ ໄດ້ກ່າວຢູ່ກອງປະຊຸມ
ນັກຂ່າວວ່າ “ເພື່ອເປັນການປ້ອງກັນຊີວິດຂອງທ່ານເອງ ແລະຜູ້ທີ່ທ່ານຮັກຫອມ
ນັ້ນ ກະລຸນາເລີ້ມຍົກຍ້າຍແຕ່ຫົວທີ ກ່ອນມັນມືດ ແລະພາຍຸຮ້າຍແຮງ
ຂຶ້ນ.”
ທ່ານກາຈີຮາຣາ ກ່າວວ່າ ໄຕ້ຝຸ່ນຮາຈີບິສ (Hagibis) ມີລັກສະນະຄ້າຍຄືກັນກັບ
ໄຕ້ຝຸ່ນ ທີ່ໄດ້ພັດຖະຫລົ່ມເຂດນະຄອນຫຼວງໂຕກຽວໃນປີ 1958 ດ້ວຍລົມແຮງ
ແລະເຮັດໃຫ້ເຮືອນຊານຫຼາຍກວ່າຫ້າແສນຫຼັງ ຖືກນ້ຳຖ້ວມ. ຫຼາຍກວ່າ 1,200
ຄົນໄດ້ເສຍຊີວິດຍ້ອນພາຍຸດັ່ງກ່າວ.
ຄະນະລັດຖະບານຂອງນາຍົກລັດຖະມົນຕີ ທ່ານຊິນໂຊະ ອາເບະ ຈະຈັດກອງປະ
ຊຸມຄຸ້ມຄອງໄພພິບັດ ໃນວັນສຸກມື້ນີ້.
ລັດຖະມົນຕີຄຸ້ມຄອງໄພພິບັດ ທ່ານຣີໂຢຕາ ຕາເກດະ ກ່າວຕໍ່ບັນດານັກຂ່າວ
ແລະໄດ້ຮຽກຮ້ອງໃຫ້ຜູ້ຄົນພາກັນກະກຽມແຕ່ຫົວທີ ແລະຊອກຫາອາຫານ ແລະ
ນ້ຳໄວ້.
ສ່ວນລັດຖະມົນຕີເສດຖະກິດ ທ່ານອິສຊູ ຊູກາວາຣະ ໄດ້ຮຽກຮ້ອງໃຫ້ບັນດາໂຮງ
ໝໍ ແລະສະຖານທີ່ສາທາລະນະຕ່າງໆໃຫ້ພາກັນກວດເບິ່ງພະລັງງານສຳລອງຂອງ
ເຂົາເຈົ້າ.
ໄຕ້ຝຸ່ນຮາຈີບິສ ທີ່ພວມພັດຢູ່ມະຫາສະໝຸດປາຊິຟິກ ມຸ່ງໜ້າໄປທາງເໜືອ ທາງ
ຕາເວັນຕົກສຽງເໜືອ ໄປສູ່ແຜ່ນດິນໃຫຍ່ຂອງຍີ່ປຸ່ນ ໂດຍມີລົມແຮງເຖິງ 180
ກິໂລແມັດຕໍ່ຊົ່ວໂມງ ແລະແຮງສຸດເຖິງ 250 ກິໂລແມັດຕໍ່ຊົ່ວໂມງ ໃນວັນສຸກມື້
ນີ້ ອີງຕາມອົງການພະຍາກອນອາກາດໄດ້ກ່າວ. ເປັນທີ່ຄາດກັນວ່າ ໄຕ້ຝຸ່ນຫົວ
ນີຈະອ່ອນກຳລັງລົງ ກ່ອນພັດຂຶ້ນຝັ່ງ ໃນວັນເສົາມື້ອື່ນນີ້.
ມີການທຳນາຍວ່າ ຈະມີຝົນຕົກໜັກຫຼາຍເຖິງ 800 ມິນລີແມັດ ຢູ່ທາງພາກໃຕ້
ແລະທາງພາກຕາເວັນຕົກ ຂອງນະຄອນໂຕກຽວ ໃນຂະນະທີ່ຂົງເຂດນະຄອນ
ຫຼວງອາດຈະມີຝົນຕົກເຖິງ 600 ມິນລີແມັດ ໃນຕອນເຊົ້າວັນເສົາມື້ອື່ນນີ້. ມີ
ການທຳນາຍວ່າ ໄຕ້ຝຸ່ນຫົວໜີຈະພັດອອກໄປສູ່ທະເລໃນຕອນທ່ຽງວັນອາທິດ
ຈະມາເຖິງນີ້.
A powerful typhoon was forecast to bring 2 feet of rain and damaging winds to the Tokyo area this weekend, and Japan's government warned people Friday to stockpile supplies and evacuate before it's too dangerous.
The Rugby World Cup and other events were canceled for Saturday, and flights and train services halted.
"In order to protect your own life and your loved ones, please try to start evacuating early before it gets dark and the storm becomes powerful,'' Meteorological Agency forecast department chief Yasushi Kajihara told a news conference.
Kajihara said Typhoon Hagibis resembled a typhoon that hit the Tokyo region in 1958 with heavy rains and left a half-million houses flooded. More than 1,200 people died in that storm.
Prime Minister Shinzo Abe's Cabinet is to hold a disaster management meeting later Friday.
"The government is doing the utmost to prepare for the approaching typhoon,'' disaster management minister Ryota Takeda told reporters, and urged people to prepare early and obtain food and water.
Economy Minister Isshu Sugawara urged hospitals and other public facilities to check their backup power.
Typhoon Hagibis was in the Pacific advancing north-northwestward toward Japan's main island. Its winds were blowing 180 kilometers per hour with gusts to 250 kph at Friday, the weather agency said. It's expected to weaken before landfall Saturday.
Up to 800 millimeters of rain was forecast south and west of Tokyo, while the capital region may see 600 mm of rain from Saturday morning to Sunday morning. It's forecast to pass out to sea by Sunday afternoon.