ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປີ 2019 ນີ້ ເປັນ​ປີ ທີ່​ຂຶ້ນໆ ລົງໆ ຂອງສາຍ​ສຳພັນ ລະ​ຫວ່າງ ສະ​ຫະ​ລັດ ແລະ ຈີນ


Yearender US China
please wait
Embed

No media source currently available

0:00 0:03:37 0:00

ເຊີນ​ຊົມ​ ວີ​ດີ​ໂອ ລາຍ​ງານນີ້ ເປັນ​ພາ​ສາ​ອັງ​ກິດ

ຈາກ​ສົງ​ຄາມ​ການ​ຄ້າ ຈົນ​ເຖິງ​ຄວາມ​ຂັດ​ແຍ້ງ​ຕ່າງ​ໆ ​ຢູ່ຮົງ​ກົງ ແລະ​ເລື້ອງ​ສິດ​ທິ​ມະ​ນຸດ ພ້ອມ​ດ້ວຍສາຍ​ສຳ​ພັນ ​ລະ​ຫວ່າງ ສະ​ຫະ​ລັດ ກັບ ຈີນ ​ເປັນ​ເລື້ອງ​ທີ່​ໄດ້ຖືກທົດ​ສອບ​ຢ່າງ​ເອົາ​ຈິງ​ເອົາ​ຈັງມາ​ແລ້ວ​ໃນ​ປີ 2019 ນີ້. ແລະ​ເຖິງ​ແມ່ນ​ວ່າ ​ມີການ​ຕົກ​ລົງກັນ ເມື່ອບໍ່​ດົນ​ມານີ້ ກ່ຽວ​ກັບຂັ້ນທຳ​ອິດ ຂອງ​ສົນ​ທິ​ສັນ​ຍາ​ດ້ານ​ການ​ຄ້າ ທີ່​ຈະ​ຫລີກ​ເວັ້ນ ການ​ວາງ​ມາດ​ຕະ​ການເກັບ​ພາ​ສີ ​ຕໍ່​ສິນ​ຄ້າ​ຂອງ​ກັນ​ແລະ​ກັນ ​ທີ່​ຈະສືບ​ຕໍ່​ໄປ​ອີກ​ນັ້ນ ຊຶ່ງ​ບັນ​ດາ​ນັກ​ວິ​ເຄາະ​ບາງ​ສ່ວນ ກ່າວ​ວ່າ ບັນ​ຫາ​ຕ່າງໆ​ຂອງວໍ​ຊິງ​ຕັນ ກັບ​ປັກ​ກິ່ງ ແມ່ນຍາກ​ທີ່​ຈະ​ຄວບ​ຄຸມຫຼື​ຮັບ​ມືໄດ້. ​ນັກ​ຂ່າວ​ວີ​ໂອ​ເອ ​ປະ​ຈຳ​ກະ​ຊວງ​ການ​ຕ່າງ​ປະ​ເທດ ນິ​ກ​ກີ ຈິງ ມີ​ລາຍ​ງານ​ກ່ຽວ​ກັບ​ເລື້ອງນີ້ ຊຶ່ງ​ໄຊ​ຈະ​ເລີນ​ສຸກ ຈະ​ນຳ​ມາ​ສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.


ຂັ້ນ​ທີ​ນຶ່ງ​ຂອງ​ຂໍ້​ຕົກ​ລົງ ​ໃນ​ເວ​ລານີ້ ໝາຍຄວາມ​ວ່າ ສະ​ຫະ​ລັດ ແລະ ຈີນ ຈະ​ບໍ່​ວາງ​ມາດ​ຕະ​ການ​ເກັບ​ພາ​ສີ​ໃໝ່ ຕໍ່​ສິນ​ຄ້າ​ຂອງ​ກັນ​ແລະ​ກັນ.

ຂໍ້​ຕົກ​ລົງ​ໄດ້​ອອກ​ມາ ຫຼັງ​ຈາກ​ມີ​ການ​ຕອບ​ໂຕ້​ກັນ ກັບ​ໄປ​ກັບ​ມາຫຼາຍ​ເດືອນ ລະ​ຫວ່າງ​ສອງ​ປະ​ເທດ​ທີ່ ​ມີ​ເສດ​ຖະ​ກິດ​ລະ​ດັບນຳ​ໜ້າ​ຂອງ​ໂລກ.

​ທ່ານ​ນາງບອນ​ນີ ແກ​ລ​ເຊີ ຜູ້​ອຳ​ນວຍ​ການ​ຂອງ​ໂຄງ​ການແສນ​ຍາ​ນຸ​ພາບ​ຂອງ​ຈີນ ຈາກ​ສູນ​ກາງ​ເພື່ອ​ການ​ສຶກ​ສາ​ດ້ານ​ຍຸດ​ທະ​ສາດ ແລະ​ຕ່າ​ງ​ປະ​ເທດ ຫຼື CSIS ຢູ່ໃນ​ນະ​ຄອນຫຼວງວໍ​ຊິງ​ຕັນຂອງ​ສະ​ຫະ​ລັດ ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຄຶດ​ວ່າ ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ເມື່ອ​ປີ​ກາຍນີ້ ໄດ້​ບອກ​ໃຫ້​ພວກ​ເຮົາ​ຮູ້​ວ່າ ສະ​ຫະ​ລັດ ມີ​ຄວາມ​ເປັນ​ຫ່ວງ ຫຼາຍ​ຂຶ້ນ ກ່ຽວ​ກັບ​ພຶດ​ຕິ​ກຳ​ຕ່າງ​ໆ​ຂອງ​ຈີນ ແລະມີ​ຄວາມ​ສົງ​ໄສ ​ກ່ຽວ​ກັບ​ວ່າ ໂດຍແທ້​ຈິງ​ແລ້ວ ບໍ່​ແມ່ນສະ​ຫະ​ລັດ ​ທີ່​ສາ​ມາດ​ມີ​ອິດ​ທິ​ພົນ​ຕໍ່​ພຶດ​ຕິ​ກຳ​ນັ້ນ ​ເພື່ອ​ໃຫ້​ປັບ​ນະ​ໂຍ​ບາຍຕ່າງໆ​ຂອງ​ຈີນ ​ໃນ​ການ​ກ້າວ​ໄປ​ຂ້າງ​ໜ້າ.”

ຄວາມ​ເປັນ​ຫ່ວງ​ອີກອັນ​ນຶ່ງຂອງ​ຈີນ ໃນ​ປີ 2019 ກໍ​ແມ່ນ​ເລື້ອງ​ຂອງ​ການ​ປະ​ຕິ​ບັດ​ຕໍ່​ພວກ​ຊາວ​ມຸ​ສ​ລິມ​ກຸ່ມ​ນ້ອຍຊົນ​ເຜົ່າ​ວີ​ເກີ ​ຢູ່ໃນ​ເຂດ​ຊິນ​ຈຽງ.

​ສະ​ຫະ​ລັດ ໄດ້​ກ່າວ​ວ່າ ຈີນ ກຳ​ລັງທຳ “ການ​ລະ​ເມີດ​ຢ່າງ​ຮ້າຍ​ແຮງ” ຕໍ່​ພວກ​ຊາວ​ວີ​ເກີ ແລະໄດ້​ເປີດ​ເຜີຍເອກ​ກະ​ສານ​ພາຍ​ໃນ​ຕ່າງໆຂອງ​ຈີນ​ ​ຊຶ່ງກໍ​ໄດ້ຢືນ​ຢັນໃນ​ສິ່ງ​ທີ່​ພວກ​ຄົນ​ບາງ​ຄົນ​ເອີ້ນ​ວ່າ ເປັນ​ການ​ກົດ​ຂີ່​ຂົ່ມ​ເຫັງ​ຢ່າງ​ໂຫດຮ້າຍນັ້ນ.”

​ທ່ານ​ໄມ​ຄ໌ ພອມ​ພຽວ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ກ່າວ​ວ່າ “​ລາຍ​ງານ​ທັງຫຼາຍ​ເຫຼົ່າ​ນີ້ ແມ່ນ​ສອດ​ຄ່ອງ​ກັບຫຼັກ​ຖານ​ຕົວ​ຈິງ​ທີ່​ອອກ​ມາ​ເລື້ອຍໆ ຢ່າງ​ຖ້ວມ​ລົ້ນ ​ທີ່​ວ່າ ພັກ​ຄອມ​ມິວ​ນິ​ສ​ຂອງ​ຈີນ ກຳ​ລັງ​ທຳ​ການ​ລະ​ເມີດ​ສິດ​ທິ​ມະ​ນຸດ ແລະລ່ວງ​ລະ​ເມີດ​ສິດທິສ່ວນ​ບຸກ​ຄົນ ໃນ​ການ​ກັກ​ຂະ​ໜາດ​ໃຫຍ່.”

ຢູ່​ໃນ​ຮົງ​ກົງ ບັນ​ດາ​ພົນ​ລະ​ເມືອງ ພາ​ກັນ​ຮ້ອງ​ເພງ​ຊາດ​ຂອງ​ອາ​ເມ​ຣິ​ກາ ໃນ​ທ້າຍ​ເດືອນ​ພະ​ຈິກ​ຜ່ານ​ມາ ເພື່ອ​ເປັນ​ການ​ຂອບ​ອົກ​ຂອບ​ໃຈ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ ສ​ະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ຫຼັງ​ຈາ​ກ​ທີ່​ທ່ານ​ໄດ້​ລົງ​ນາມ​ໃນ​ຮ່າງ​ກົດ​ໝາຍຂອງທັງ​ສອງ​ພັກ​ການ​ເມືອງ ​ທີ່​ສະ​ໜັບ​ສະ​ໜຸນ ຂະ​ບວນ​ການ​ເພື່ອ​ປະ​ຊາ​ທິ​ປະ​ໄຕ ຢູ່​ໃນ​ອະ​ດີດ​ອາ​ນາ​ນິ​ຄົມ​ຂອງ​ອັງ​ກິດ. ຊຶ່ງ​ຈີນ​ໄດ້​ປະ​ຕິ​ຍານ​ວ່າ ຈະ​ຕອບ​ໂຕ້​ຄືນ.

ທ່ານ​ນາງ ຫົວ ຈຸນ​ຍິງ ໂຄ​ສົກ ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ ກ່າວ​ວ່າ “ໃນ​ການ​ຕອບ​ໂຕ້​ຕໍ່​ພຶດ​ທິ​ກຳ​ທີ່ບໍ່​ມີ​ເຫດ​ຜົນ​ຂອງ​ສະ​ຫະ​ລັດ ລັດ​ຖະ​ບານ​ຂອງຈີນ ໄດ້​ຕັດ​ສິນ​ໃຈ ທີ່​ຈະ​ໂຈະ​ການ​ທົບ​ທວນ​ຄືນ ເອກ​ກະ​ສານ​ທີ່​ຍື່ນ​ຂໍ​ຢ້ຽມ​ຢາມ​ຮົງ​ກົງ ໂດຍ​ກຳ​ປັ່ນ​ລົບ ແລະ​ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ​ ຂອງກອງ​ທັບ​ສະ​ຫະ​ລັດ ເລີ້ມ​ຕົ້ນ​ແຕ່​ວັນ​ຈັນນີ້ໄປ.”

ທ່ານ​ນາງ ບອນ​ນີ ແກ​ລ​ເຊີ ຈາກ​ສູນ​ກາງ CSIS ໄດ້​ກ່າວ​ວ່າ ການ​ປະ​ເຊີນ​ໜ້າ​ ​ດ້ານການ​ຄ້າ ເລື້ອງ​ໃນ​ເຂດ​ຊິນ​ຈຽງ ແລະ​ຮົງ​ກົງ ​ເປັນ​ການ​ສະ​ທ້ອນ​ໃຫ້​ເຫັນ​ບັນ​ຫາ​ທີ່​ຝັງ​ເລິກຫຼາຍກວ່ານັ້ນ.

ທ່ານ​ນາງ​ແກ​ລ​ເຊີ ກ່າວຕື່ມ​ວ່າ “ຍັງ​ມີ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບ ຈີນ ໃນ​ບັນ​ຫາ​ຕ່າງໆ​ທີ່ກວ້າງ​ກວ່ານີ້. ພວກ​ເຮົາ​ບໍ່ເບິ່ງ​ພຽງ​ແຕ່​ ທະ​ຫານ ເສດຖະ​ກິດ ແລະ​ບັນ​ຫາ​ດ້ານ​ການ​ທູດ​ເທົ່າ​ນັ້ນ. ພວກ​ເຮົາ​ເບິ່ງ ຢ່າງກວ້າງ​ຂວາງ​ໃນ​ສິ່ງ​ຕ່າງໆ ເຊັ່ນ ການ​ແຊກ​ແຊງ​ດ້ານ​ການ​ເມືອງ​ຂອງ​ຈີນ.”

ພາກ​ສ່ວນອື່ນໆ ເຊື່ອ​ວ່າ ຄວາມ​ເຄັ່ງ​ຕຶງ​ໃນ​ສາຍ​ສຳ​ພັນ​ລະ​ຫວ່າງ ວໍ​ຊິງ​ຕັນ ແລະ​ປັກ​ກິ່ງ ​ຍັງ​ເປັນ​ຍ້ອນ​ລະ​ບົບຄ່າ​ນິ​ຍົມທີ່​ແຕກ​ຕ່າງ​ກັນ​ນັ້ນ.

ທ່ານ​ອາ​ລີ ໄວ​ນ໌ ນັກ​ວິ​ເຄາະດ້ານ​ນະ​ໂຍ​ບາຍ ​ຢູ່ ​ບໍ​ລິ​ສັດແຣນ ກ່າວ​ວ່າ “ໂດຍ​ພື້ນ​ຖານ​ແລ້ວມັນ​ມີ​ຄວາມ​ແຕກ​ຕ່າງ​ກັນ​ໃນ​ຄ່າ​ນິ​ຍົມ ລະ​ຫວ່າງ ສະ​ຫະ​ລັດ ແລະ​ ຈີນ ຄວາມ​ແຕກ​ຕ່າງ​ໂດຍ​ພື້ນ​ຖານ​ດ້ານແນວ​ຄວາມ​ຄິດ ເໜືອກວ່າ​ສິ່ງ​ທີ່​ຖື​ວ່າ ເປັນ​ສິດ​ທິ​ມະ​ນຸດ ສິ່ງ​ທີ່​ຄວນ​ເປັນ​ສາຍ​ສຳ​ພັນ​ລະ​ຫວ່າງ ລັດ​ຖະ​ບານ ລະ​ຫວ່າງ ​ຜູ້​ປົກ​ຄອງ ແລະ​ຜູ້​ຖືກ​ປົກຄອງ. ​ແມ່ນ​ຫຍັງ​ທີ່​ຄວນ​ເປັນທັດ​ສະ​ນະ​ຄະ​ຕິຕໍ່ ສາ​ສະ​ໜາ​ກຸ່ມ​ນ້ອຍ ແລະຊົນ​ກຸ່ມ​ນ້ອຍ. ​ສະ​ນັ້ນ ຍັງ​ມີ​ກົດ​ເກນ​ຂອງ​ຄວາມ​ແຕກ​ຕ່າງທີ່​ສຳ​ຄັນຈຳ​ນວນ​ນຶ່ງ.”

ເປັນ​ຄັ້ງ​ທຳ​ອິດ​ໃນຫຼາຍ​ປີ​ຜ່ານ​ມານີ້ ຊຶ່ງ​ການ​ເຈ​ລະ​ຈາ ລະ​ດັບ​ສູງ ລະ​ຫວ່າງ ສະ​ຫະ​ລັດ​ກັບ​ຈີນ ​ໃນດ້ານ​ການ​ທູດ ແລະ​ເລື້ອງ​ຄວາມ​ໝັ້ນ​ຄົງ ໄດ້​ເກີດ​ຂຶ້ນ​ເປັນ​ປະ​ຈຳ ຢູ່​ໃນ ​ວໍ​ຊິງ​ຕັນ ຫຼື ປັກ​ກິ່ງ ແຕ່​ໃນ​ປີ​ນີ້ ​ບໍ່​ໄດ້​ເກີດ​ຂຶ້ນ​ເລີຍ.

ບັນ​ດາ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ຍັງ​ມີ​ຄວາມ​ສົງ​ໄສ​ກ່ຽວ​ກັບ​ວ່າ ການ​ພົວ​ພັນ​ຂອງ​ສະ​ຫະ​ລັດ ກັບ ຈີນ ນັ້ນ ຈະໄດ້​ຮັບ​ຜົນ​ຢ່າງ​ແທ້​ຈິງ ແລະ​ຈະ​ປ່ຽນ​ແປງ​ພຶດ​ຕິ​ກຳ​ຂອງ​ຈີນ ຫຼືບໍ່.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

From a trade war to disagreements on Hong Kong and human rights, the ties between the United States and China were seriously tested in 2019. And despite the recent agreement on phase one of the trade pact that averts the imposition of further tariffs against each other, some analysts say Washington's issues with Beijing are more intractable. State Department correspondent Nike Ching has the story.

Phase one of the deal means for now, the United States and China will not be imposing new tariffs on each other's products.

It comes after months of back and forth between the world's two leading economies.

(Bonnie Glaser, CSIS )
"I think that what has happened over the last year has told us that the United States has more concerns about Chinese behavior and doubts about whether or not the United States can actually influence that behavior to shape China's policies going forward."

One such concern in 2019 was China's treatment of the ethnic-Muslim Uighur minority in Xinjiang.

The U.S. has said China is committing "very significant abuses" against the Uighurs, and leaked Chinese internal documents confirm what some are calling a brutal repression.

(Mike Pompeo, US Secretary of State )
"These reports are consistent with an overwhelming and growing body of evidence that the Chinese Communist Party is committing human rights violations and abuses against individuals in mass detention."

In Hong Kong, residents sang the American national anthem in late November to thank U.S. President Donald Trump, after he signed into law two bipartisan bills that support pro-democracy movements in the former British colony. China vowed to retaliate.

(Hua Chunying, Spokesperson, Chinese Foreign Ministry)
"0015 In response to the unreasonable behavior of the U.S., the Chinese government has decided to suspend reviewing applications to visit Hong Kong by U.S. military ships and aircraft starting Monday." 0023"

Bonnie Glaser from CSIS said the clash over trade, Xinjiang, and Hong Kong is a reflection of deeper problems.


(Bonnie Glaser, CSIS )
"There's also concern about China on a broader number of issues.We're not just looking at military, economic and diplomatic problems.We're looking more broadly at things like Chinese political interference."

Others believe the tense relationship between Washington and Beijing is also a result of diverging value systems.

XS
SM
MD
LG