ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຢາວັກຊິນກັນໂຄວິດ-19 ສອງຊະນິດກ້າວເຂົ້າສູ່ການທົດລອງ ຕໍ່ມະນຸດໃນຂັ້ນສຸດທ້າຍ ແລ້ວ


ພະຍາບານ Kathe Olmstead (ຂວາ) ເອົາຢາວັກຊິນທີ່ອາດໃຊ້ຜົນໄດ້ສັກໃຫ້ແກ່ນາງ Melissa Harting ທີ່ເປັນອາສາສະໝັກໃຫ້ທົດລອງໃຊ້ຢາ, ໃນລັດນິວຢອກຢູ່ໃນການຄົ້ນຄວ້າຢາວັກຊິນກັນ COVID-19 ທີ່ພັດທະນາໂດຍ ສະຖາບັນ ໂຣກພູມແພ້ ແລະພະຍາດຕິດແປດແຫ່ງຊາດ ແລະບໍລິສັດ Moderna Inc ໃນວັນຈັນ ທີ 27 ກໍລະກົດ, 2020
ພະຍາບານ Kathe Olmstead (ຂວາ) ເອົາຢາວັກຊິນທີ່ອາດໃຊ້ຜົນໄດ້ສັກໃຫ້ແກ່ນາງ Melissa Harting ທີ່ເປັນອາສາສະໝັກໃຫ້ທົດລອງໃຊ້ຢາ, ໃນລັດນິວຢອກຢູ່ໃນການຄົ້ນຄວ້າຢາວັກຊິນກັນ COVID-19 ທີ່ພັດທະນາໂດຍ ສະຖາບັນ ໂຣກພູມແພ້ ແລະພະຍາດຕິດແປດແຫ່ງຊາດ ແລະບໍລິສັດ Moderna Inc ໃນວັນຈັນ ທີ 27 ກໍລະກົດ, 2020

ໃນວັນຈັນວານນີ້ ໄດ້ເລີ້ມການທົດລອງໃນລະດັບກວ້າງຂວາງຂອງຢາວັກຊິນ ກັນພະຍາດໂຄວິດ-19 ສອງຊະນິດທີ່ມີຄວາມເປັນໄປໄດ້ສູງ ຢູ່ໃນສະຫະລັດ ເພື່ອກໍານົດກ່ຽວກັບຄວາມປອດໄພ ແລະປະສິດທິພາບຂອງຢາດັ່ງກ່າວ.

ໃນຕອນເຊົ້າໆ ຂອງວັນຈັນວານນີ້ ຜູ້ອາສາສະໝັກຄົນນຶ່ງໃນເມືອງຊາວານາ, ລັດ ຈໍເຈຍໄດ້ຮັບຢາວັກຊິນທົດລອງຂະໜາດຫລື ດົສທໍາອິດ ທີ່ຜະລິດໂດຍ ບໍລິສັດບາຍໂອເທັກ ໂມເດິນນາ ທີ່ຕັ້ງຢູ່ໃນສະຫະລັດ ແລະໄດ້ຖືກພັດທະນາຂຶ້ນມາໂດຍບັນດານັກຄົ້ນຄວ້າ ທີ່ສະຖາບັນ ໂຣກພູມແພ້ ແລະພະຍາດຕິດແປດແຫ່ງຊາດ.

ຜູ້ອາສາສະໝັກດັ່ງກ່າວແມ່ນຄົນທໍາອິດໃນ 30 ພັນຄົນທີ່ມີສຸຂະພາບແຂງແຮງ ຢູ່ທົ່ວປະເທດທີ່ຈະໄດ້ຮັບຢາສອງດົສ ໃນໄລຍະຫລາຍໆອາທິດຂ້າງໜ້ານີ້ ຢູ່ໃນ ຂັ້ນຕອນທ້າຍຂອງການສຶກສາຄົ້ນຄວ້າເພື່ອເບິ່ງວ່າ ຄົນຈະຕິດເຊື້ອ ຫລືປ່ວຍ ຍ້ອນພະຍາດ COVID-19 ຫຼືບໍ່.

ຢູ່ໃນຂັ້ນຕົ້ນຂອງການສຶກສາຄົ້ນຄວ້ານັ້ນ ໄດ້ຄົ້ນພົບວ່າ ເຖິງຈະບໍ່ມີ ຜູ້ອາສາສະໝັກຄົນໃດທີ່ປະສົບກັບຜົນຂ້າງຄຽງ ທີ່ຮ້າຍແຮງຈາກຢາວັກຊິນ ຊະນິດໃໝ່ນີ້ ກໍຕາມ, ມີຄົນຫລາຍກວ່າເຄິ່ງນຶ່ງລາຍງານວ່າມີປະຕິກິລິຍາ ຕອບໂຕ້ໜ້ອຍນຶ່ງ ຫລືປານກາງ ເຊັ່ນເມື່ອຍ, ເຈັບຫົວ, ໜາວສັ່ນ, ປວດຕາມກ້າມເນື້ອ ແລະຮູ້ສຶກປວດຢູ່ບ່ອນສັກຢາ.

ດຣ. ອານໂຕນີ ຟາວຈິ ຫົວໜ້າສະຖາບັນໂຣກພູມແພ້ ແລະພະຍາດຕິດແປດ ແຫ່ງຊາດ ໄດ້ກ່າວຕໍ່ພວກນັກຂ່າວໃນວັນຈັນວານນີ້ວ່າ ຜົນຊຸດທໍາອິດຂອງ ການທົດລອງໃນໄລຍະທ້າຍຂອງຢາວັກຊິນນີ້ອາດຈະຮູ້ໄດ້ ໃນຕົ້ນເດືອນ ພະຈິກນີ້. ຖ້າ ການທົດລອງຫາກໄດ້ຮັບຜົນສໍາເລັດ, ບໍລິສັດບາຍໂອເທັກ ໂມເດິນນາ ຈະຜະລິດ 500 ລ້ານຂະໜາດຕໍ່ປີ, ໂດຍຫວັງວ່າຈະຜະລິດ 1 ຕື້ ຂະໜາດຫລືດົສ ຕໍ່ປີໃນປີ 2021 ນີ້.

ການພັດທະນາຢາວັກຊິນ Moderna/NIAI ເປັນສ່ວນນຶ່ງຂອງໂຄງການລິເລີ້ມ ປະຕິບັດງານຢ່າງວ່ອງໄວຂອງປະທານາທິບໍດີດໍໂນລ ທຣໍາ ທີ່ແນໃສ່ສະໜອງ ຢາ 300 ລ້ານຂະໜາດ ຫລືດົສ ທີ່ໄດ້ຮັບການອະນຸມັດໃນເດືອນມັງກອນ ຈະມາເຖິງນີ້. ບໍລິສັດໂມເດິນນາໄດ້ຮັບເງິນທຶນ 1 ຕື້ໂດລາ ຈາກໂຄງການ ດັ່ງກ່າວ ຊຶ່ງລວມມີ 472 ລ້ານໂດລາແມ່ນຫາກໍ່ເອົາໃຫ້ ໃນວັນອາທິດຜ່ານມາ ເພື່ອສະໜັບສະໜຸນທົດລອງໃນຂັ້ນຕອນທ້າຍດັ່ງກ່າວ.

ການທົດລອງຢາວັກຊິນຄັ້ງທີສອງທີ່ຜະລິດໂດຍບໍລິສັດ ພີຟິສເຊີ (Pfizer) ທີ່ຕັ້ງ ໃນສະຫະລັດຮ່ວມມືກັບບໍລິສັດ BioNTech SE ຂອງເຢຍຣະມັນ ກໍຈະເອົາ ຢາສັກໃຫ້ 30 ພັນຄົນຢູ່ທົ່ວສະຫະລັດ, ເບຣຊີລ, ອາເຈັນຕີນາ, ແລະເຢຍຣະມັນ. ບໍລິສັດ ພີຟິສເຊີ (Pfizer) ກໍາລັງທໍາການຄົ້ນຄວ້າຂອງຕົນ ແບບອິດສະຫລະ ຈາກໂຄງການປະຕິບັດງານຢ່າງວ່ອງໄວ ໄດ້ຮັບທຶນ 1.95 ຕື້ໂດລາ ເພື່ອສຸມໃສ່ ຜະລິດ ຢາວັກຊິນກັນພະຍາດໂຄວິດ-19 100 ລ້ານດົສ ຖ້າຫາກມັນສະແດງ ຫລັກຖານອອກມາໃຫ້ເຫັນວ່າ ມັນປອດໄພ ແລະມີປະສິດທິຜົນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG