ອິສຣາແອລ ຈະຕັ້ງຂໍ້ກ່າວຫາການຄາດຕະກຳຕໍ່ຊາວ ອິສຣາແອລ 4 ຄົນທີ່ມີສ່ວນ ຮ່ວມໃນການໂຈມຕີລອບວາງເພີງທີ່ເຂດ West Bank ໃນເດືອນກໍລະກົດປີກາຍ ນີ້ ທີ່ເຮັດໃຫ້ສະມາຊິກຂອງຄອບ ຄົວຊາວ ປາເລສໄຕນ 3 ຄົນເສຍຊີວິດ ເຊິ່ງລວມ ມີເດັກນ້ອຍອາຍຸ 18 ເດືອນທີ່ຖືກເຜົາໄໝ້ຢູ່ເທິງຕຽງຈົນຕາຍ.
ເຈົ້າໜ້າທີ່ກ່າວວ່າ ຜູ້ຕ້ອງສົງໄສສອງຄົນແມ່ນເຍົາວະຊົນ.
ລັດຖະມົນຕີ ກະຊວງຍຸດຕິທຳກ່າວວ່າ ຜູ້ຊາຍທັງ 4 ແມ່ນກຳລັງຖືກດຳເນີນຄະດີ “ສຳລັບການ ມີສ່ວນຮ່ວມໃນການດຳເນີນກິດຈະກຳກໍ່ການຮ້າຍ ຕໍ່ຊາວ ອາຣັບ ແລະ ຊັບສິນຂອງພວກ ເຂົາເຈົ້າ.” ບົດລາຍງານສະບັບໜຶ່ງຂອງໜັງສືພິມ Jerusalem ກ່າວວ່າ ຕຳຫຼວດໄດ້ພົບເຫັນ ຫຼັກຖານທີ່ເຊື່ອມຕໍ່ກັບຜູ້ຕ້ອງສົງໄສ ໃນກໍລະນີຕ່າງໆຫຼາກຫຼາຍ,ລວມທັງ ການຈູດຊຸມຊົນ Dormition Abbey ໃນນະຄອນ Jerusalem ແລະ ການໂຈມຕີໃສ່ຄົນລ້ຽງແກະຊາວ ປາເລນໄຕນ.
ອິສຣາແອລ ແມ່ນໄດ້ຖືກກົດດັນໃຫ້ນຳເອົາຜູ້ທີ່ມີຄວາມຮັບຜິດຊອບສຳລັບ ກໍລະນີລອບວາງ ເພີງທີ່ເຂດ West Bank ມາດຳເນີນຄະດີ.
Israel will file charges Sunday against four Israelis for their involvement in an arson attack in the West Bank last July that killed three members of a Palestinian family, including an 18-month-old boy who burned to death in his bed.
Officials say two of the suspects are minors.
Murder charges have already been filed Sunday against two defendents.
The Justice Ministry said the four males are being indicted "for involvement in a range of grave terrorist activities against Arabs and their property."A report in the Jerusalem Post newspaper says police found evidence linking the suspects to a variety of cases, including the torching of the Dormition Abbey in Jerusalem and an attack on a Palestinian shepherd.
Israel has been under pressure to bring those responsible for the West Bank arson case to justice.