ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລະເບີດ ຄູ່ໜຶ່ງ ແຕກຂຶ້ນ ຢູ່ຕະຫລາດ ໃນພາກຕາເວັນອອກ ສຽງເໜືອ ຂອງໄນຈີເຣຍ


ແຜນທີ່ປະເທດໄນຈີເຣຍ ລັດ Yobe
ແຜນທີ່ປະເທດໄນຈີເຣຍ ລັດ Yobe

ລະ​ເບີດ 2 ລູກ ​ທີ່​ແຕກ​ຂຶ້ນ ​ໄດ້​ຖະ​ລົ່ມ​ຕະຫລາດ​ໃນ​ພາກ​ຕາ​ເວັນ​
ອອກສຽງ​ເໜືອ​ຂອງ​ໄນ​ຈີ​ເຣຍ ​ໃນ​ວັນ​ອາທິດ​ວານ​ນີ້ ຊຶ່ງ​ເປັນ​ການ​
ໂຈມ​ຕີຄັ້ງທີ 2 ຫຼາຍໆມື້​ຜ່ານ​ມາ​ ​ດ້ວຍ​ການ​ນຳ​ໃຊ້​ພວກເດັກນ້ອ​ຍ
ຜູ້ຍິງ​ມັດ​ຕິດລະ​ເບີດ​ໃສ່ໂຕ​ພວກເຂົາ​ເຈົ້າ.

ລະ​ເບີດ​ແຕກ​ຂຶ້ນ​ພາຍໃນ​ລະຍະ​ບໍ່​ເທົ່າ​ໃດ​ນາ​ທີ ຫ່າງກັນ ຢູ່
​ຕະຫລາດ​ຂາຍ​ໂທລະສັບ​ມື​ຖື ທີ່​ແອ​ອັດ​ໄປ​ດ້ວຍ​ຜູ້​ຄົນ ​ໃນ​ເມືອງ
Potiskum ຂອງ​ລັດ Yobe.

ບັນດາ​ເຈົ້າໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ ກ່າວ​ວ່າ ຢ່າງ​ນ້ອຍ 5 ຄົນ​
​ເສຍ​ຊີວິດ​ໃນ​ການ​ໂຈມ​ຕີ ລວມທັງ​ຜູ້ວາງ​ລະ​ເບີດສະຫຼະຊີບ 2
ຄົນນຳ. ອີກ 21 ຄົນ​ໄດ້​ຮັບ​ບາດ​ເຈັບ.

ລະ​ເ​ບີ​ດທີ່​ແຕກ​ຂຶ້ນດັ່ງກ່າວ​ນັ້ນ ​ເກີດ​ຂຶ້ນມື້​ໜຶ່ງ ຫຼັງຈາກ​ເດັກນ້ອຍ​ຜູ້ຍິງ​ຄົນ​ນຶ່ງ ທີ່​ເຊື່ອ​ກັນ​ວ່າ​ມີ​ອາ​ຍຸ​ພຽງ 10 ປີ ​ໄດ້​ບີບ​ຂະ​ນວນ​ລະ​ເບີດ​ໃຫ້​ແຕກ​ຂຶ້ນຢູ່​ໃນ​ຕະຫລາດ​ທີ່​ມີ​ເຕັມ​ໄປ​ດ້ວຍ​ຜູ້​ຄົນ ທີ່​ເມືອງ Maiduguri ຊຶ່ງ​ໄດ້​ສັງຫານ​ຢ່າງ​ນ້ອຍ 19 ຄົນ ​ແລະ ອີກ 20 ຄົນ​ໄດ້​ຮັບ​ບາດ​ເຈັບ.

ຍັງບໍ່ທັນມີກຸ່ມໃດ ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີ ທັນທີເທື່ອ ແຕ່ Maiduguri ຊຶ່ງເປັນເມືອງເອກຂອງລັດ Borno ນັ້ນ ແມ່ນຕັ້ງຢູ່ໃນເຂດໃຈກາງ ຂອງການກໍ່ກະບົດ ໂດຍພວກຫົວຮຸນແຮງ ຊຸນນີ່ມຸສລິມ Boko Haram.

​ໃນ​ວັນ​ເສົາ​ຜ່ານ​ມາ ທີ່ເມືອງ Potiskum ​ໄດ້​ມີເຫດຮ້າຍລົດລະເບີດ​ແຕກ​ຂຶ້ນ ຢູ່​ທາງ​ນອກສະຖານີ​ຕຳຫລວດ ທີ່ໄດ້ສັງຫານ 2 ຄົນ.

ການ​ໂຈມ​ຕີຄັ້ງຫລ້າ​ສຸດ ເກີດ​ຂຶ້ນອາທິດ​ນຶ່ງ ຫຼັງຈາກ​ພວກ​ຫົວ​ຮຸນ​ແຮງ Boko Haram ​ໄດ້
​ເຂົ້າຍຶດ​ເອົາ​ການ​ຄວບ​ຄຸມ​ຫົວ​ເມືອງ Baga ຢູ່​ທາງ​ພາກ​ເໜືອຂອງ​ລັດ Borno ຫຼັງຈາກ​ທີ່​ໄດ້​
ສູ້​ລົບ​ກັບ​ທະຫານໄນ​ຈີ​ເຣຍຢ່າງ​ໜັກ​.

ບັນດາ​ເຈົ້າໜ້າ​ທີ່​ກ່າວ​ວ່າ ນັບ​ຕັ້ງ​ແຕ່​ນັ້ນມາພວກ​ຫົວ​ຮຸນ​ແຮງ ​ໄດ້​ເຜົາຜານ​ເມື​ອງ Baga ​ແລະ ໝູ່​ບ້ານຕ່າງໆໃນ​ອ້ອມ​ແອ້ມ​ນັ້ນ ຊຶ່ງ​ໄດ້​ກໍ່​ໃຫ້ຫຼາຍພັນ​ຄົນ​ຫລົບໜີ​ໄປ​ເມືອງ Maiduguri ຫຼື ບັນດາ​ໝູ່​ເກ​າະ​ໃນ​ແມ່ນ້ຳ Chad.

ຈຳນວນ​ພົນລະ​ເຮືອນຜູ້​ເສຍຊີວິດ ​ໃນ​ອາທິດ​ຜ່ານ​ມາ ມີ​ຢູ່​ລະຫວ່າງ 100 ​ເຖິງ 2,000 ຄົນ. ພວກ Boko Haram ຖືກ​ຖິ້ມ​ໂທດ​ໃສ່​ສຳ​ຫລັບ​ຄວາມ​ຮ້າຍ​ແຮງ ທີ່ໄດ້ສັງຫານ ຫຼາຍພັນ​ຄົນ ​ໃນ​ລະຫວ່າງ 5 ປີຜ່ານມານີ້.

XS
SM
MD
LG